Biblia Todo Logo
Bìoball air-loidhne

- Sanasan -

ເພງ^ຄໍ່າຄວນ 4 - ພຣະຄຳພີສັກສິ


ນະຄອນ​ເຢຣູຊາເລັມ​ຫລັງຈາກ​ຫຼົ້ມຈົມ

1 ຄຳ​ທີ່​ເຫຼື້ອມໃສ​ແວວວັບ​ໄດ້​ຖືກ​ມົວໝອງ​ໄປ ຫີນ​ຂອງ​ພຣະວິຫານ​ກໍ​ແຕກ​ກະຈາຍ​ໄປ​ເຕັມ​ຫົນທາງ.

2 ພວກ​ຊາຍໜຸ່ມ​ທີ່​ເມືອງ​ຊີໂອນ​ນັ້ນ ປະເສີດ​ເລີດລໍ້າ​ດັ່ງ​ຄຳ​ແກ່​ພວກເຮົາ ແຕ່​ບັດນີ້ ພວກເຂົາ​ກໍ​ນັບ​ເປັນ​ເໝືອນ ໝໍ້​ດິນ​ທຳມະດາ​ເທົ່ານັ້ນ.

3 ແມ່ນແຕ່​ແມ່​ໝາປ່າ​ກໍ​ຍັງ​ລ້ຽງ​ລູກ​ມັນ ແຕ່​ຄົນ​ຂອງຂ້ອຍ​ໂຫດຮ້າຍ​ຕໍ່​ລູກ​ດັ່ງ​ນົກ​ກະຈອກເທດ.

4 ພວກເຂົາ​ປ່ອຍ​ໃຫ້​ລູກນ້ອຍ​ອຶດເຂົ້າ​ຫິວນໍ້າ​ຈົນຕາຍ ເດັກນ້ອຍ​ຂໍທານ​ແຕ່​ບໍ່ມີ​ຜູ້ໃດ​ເອົາ​ອາຫານ​ໃຫ້.

5 ຄົນ​ທີ່​ເຄີຍ​ກິນ​ອາຫານ​ອັນ​ດີ​ນັ້ນ ກໍ​ຕາຍຫິວ​ຢູ່​ຕາມ​ຖະໜົນ​ຫົນທາງ ຄົນ​ທີ່​ໃຫຍ່ຂຶ້ນ​ມາ​ຢ່າງ​ຟຸມເຟືອຍ ກໍ​ຄົ້ນ​ກິນ​ອາຫານ​ໃນ​ກອງ​ຂີ້ເຫຍື້ອ.

6 ຄົນ​ຂ້ອຍ​ຖືກ​ລົງໂທດ​ໜັກກວ່າ​ຊາວ​ເມືອງ​ໂຊໂດມ ຄື​ຜູ້​ທີ່​ລົ້ມຕາຍ​ກະທັນຫັນ​ໂດຍ​ສີ​ມື​ພຣະເຈົ້າ.

7 ພວກ​ເຈົ້າຊາຍ ທີ່​ບໍຣິສຸດ​ຜຸດຜ່ອງ​ດັ່ງ​ຫິມະ​ຂາວ ມີ​ແຮງ​ແລະ​ເຂັ້ມແຂງ ສຸຂະພາບ​ດີເດັ່ນ.

8 ບັດນີ້ ພວກເຂົາ​ນອນ​ຢຽດ​ຢູ່​ຕາມ​ຖະໜົນ​ບໍ່ມີ​ຜູ້​ຮູ້ຈັກ ໜ້າຕາ​ຂອງ​ພວກເຂົາ​ກໍ່າດຳ​ຢູ່ໃນ​ຄວາມຕາຍ; ສ່ວນ​ເນື້ອໜັງ​ຂອງ​ພວກເຂົາ​ກໍ​ຫ່ຽວແຫ້ງ​ສໍ່າ​ກັບ​ຟືນ ຈ່ອຍຜອມ​ຫລາຍ​ຈົນ​ເຫັນ​ໜັງ​ຕິດ​ກະດູກ.

9 ພວກ​ທີ່​ຕາຍ​ໃນ​ການ​ສູ້ຮົບ​ກໍດີກວ່າ​ຕາຍ​ທີຫລັງ ທີ່​ຄ່ອຍໆ​ຫິວຕາຍ​ຂາດ​ອາຫານ​ກິນ​ໃຫ້​ມີ​ຊີວິດ​ຢູ່.

10 ໄພພິບັດ​ທີ່​ມາ​ເຖິງ​ຄົນ​ຂອງຂ້ອຍ ມີ​ແຕ່​ສິ່ງ​ຢ້ານກົວ ແມ່​ຜູ້​ທີ່​ຮັກ​ລູກ​ຮັກ​ຜົວ ກໍ​ຕົ້ມ​ລູກ​ຂອງ​ຕົນເອງ​ກິນ​ໄດ້.

11 ພຣະເຈົ້າຢາເວ​ໄດ້​ປ່ອຍ​ໃຫ້​ຄວາມ​ໂກດຮ້າຍ ຂອງ​ພຣະອົງ​ອອກ​ມາ​ຢ່າງ​ເຕັມ​ກຳລັງ ໂດຍ​ໄດ້​ດັງ​ໄຟ​ຈູດ​ພູເຂົາ​ຊີໂອນ ຈົນ​ເມືອງ​ໄໝ້​ເຜົາຜານ​ຈຸ​ພື້ນ.

12 ແມ່ນແຕ່​ຜູ້ປົກຄອງ​ຄົນຕ່າງຊາດ​ທັງ​ຄົນອື່ນໆ​ກໍດີ ກໍ​ບໍ່​ເຊື່ອ​ວ່າ​ມີ​ນັກຮຸກຮານ​ບຸ​ປະຕູ​ນະຄອນ​ເຢຣູຊາເລັມ​ໄດ້.

13 ແຕ່​ເຫດການ​ນີ້​ໄດ້​ເກີດຂຶ້ນ​ແລ້ວ ເພາະ​ບາບ​ຂອງ​ຜູ້ທຳນວາຍ​ໃນ​ນະຄອນ ແລະ​ບັນດາ​ປະໂຣຫິດ​ກໍ​ມີ​ຄວາມຜິດ ໃນ​ຖານ​ເຮັດ​ໃຫ້​ຄົນ​ບໍ່​ຜິດ​ຕ້ອງ​ຕາຍ​ຍ້ອນ.

14 ພວກ​ຜູ້ຄົນ​ຍ່າງ​ເຕະ​ຝຸ່ນ​ຕາມ​ທາງ​ໃນ​ນະຄອນ ດັ່ງ​ຄົນ​ຕາບອດ​ຍ່າງ​ໄປມາ​ລ້າໆ ຊຶ່ງ​ມີ​ຮອຍ​ເລືອດ​ຕິດ​ຢູ່​ຕາມ​ເຄື່ອງນຸ່ງ ຈົນ​ບໍ່ມີ​ຜູ້ໃດ​ກ້າ​ຈັບບາຍ​ພວກເຂົາ.

15 ປະຊາຊົນ​ຮ້ອງ​ໃສ່​ພວກເຂົາ​ວ່າ, “ໜີໄປ​ສາ ພວກເຈົ້າ​ເປັນ​ມົນທິນ ຢ່າ​ສູ່​ແຕະຕ້ອງ​ຂ້ອຍ.” ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ຊັດເຊ​ພະເນຈອນ​ໄປ ຈາກ​ປະເທດ​ນີ້​ສູ່​ທີ່​ອື່ນໄກ​ຂາດ​ການ​ຕ້ອນຮັບ.

16 ພຣະເຈົ້າຢາເວ​ບໍ່ໄດ້​ເປັນຫ່ວງ​ພວກເຂົາ​ອີກ​ຕໍ່ໄປ ພຣະອົງ​ເອງ​ເປັນ​ຜູ້​ໃຫ້​ພວກເຂົາ​ແຕກ​ກະຈັດ​ກະຈາຍ. ພຣະອົງ​ບໍ່ໄດ້​ເຫັນແກ່ໜ້າ​ພວກ​ປະໂຣຫິດ ທັງ​ບໍ່​ໃຫ້​ຄວາມນັບຖື​ຕໍ່​ພວກ​ຜູ້ປົກຄອງ​ຂອງ​ພວກເຂົາ​ດ້ວຍ.

17 ພວກເຮົາ​ຫລຽວເບິ່ງ​ຈົນ​ອິດເມື່ອຍ ແຕ່​ບໍ່​ເຫັນ​ຄວາມ​ຊ່ວຍເຫລືອ​ໃດໆ ພວກເຮົາ​ຄອງຄອຍ​ຖ້າ​ຄວາມ​ຊ່ວຍຊູ ຈາກ​ປະເທດ​ທີ່​ບໍ່ມີ​ຫຍັງ​ຊ່ວຍ​ໄດ້.

18 ສັດຕູ​ກຳລັງ​ຈອບ​ເບິ່ງ​ບາດ​ຍ່າງ​ພວກເຮົາ, ພວກເຮົາ​ຍ່າງ​ໄປມາ​ແມ່ນແຕ່​ຕາມ​ຫົນທາງ​ກໍ​ບໍ່ໄດ້. ວັນ​ຂອງ​ພວກເຮົາ​ນັ້ນ​ມັນ​ກໍ​ສັ້ນ​ເຂົ້າ​ທຸກທີ, ວາລະ​ສຸດທ້າຍ​ຂອງ​ພວກເຮົາ​ມາເຖິງ​ສາ​ແລ້ວ.

19 ພວກເຂົາ​ໄດ້​ໄລ່​ຕິດຕາມ​ພວກເຮົາ​ວ່ອງໄວ​ດັ່ງ​ນົກອິນຊີ​ໃນ​ທ້ອງຟ້າ, ພວກມັນ​ບິນ​ລົງ​ມາ​ສະກົດຮອຍ​ຕາມ​ພວກເຮົາ​ຢູ່. ພວກມັນ​ໄລ່​ຕິດ​ຕາມ​ເທິງ​ພູ​ທັງຫຼາຍ​ເພື່ອ​ຄອຍ​ຈັບ​ເອົາ​ພວກເຮົາ ຢ່າງ​ບໍ່​ຮູ້ຕົວ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ.

20 ພວກເຂົາ​ຈັບ​ເອົາ​ຜູ້​ທີ່​ຊີ້ຂາດ​ຊີວິດ​ຂອງ​ພວກເຮົາ ຄື​ກະສັດ​ຜູ້​ທີ່​ພຣະເຈົ້າຢາເວ​ເອງ​ໄດ້​ຊົງ​ເຈີມໄວ້​ນັ້ນ ຄື​ຜູ້​ທີ່​ພວກເຮົາ​ໄດ້​ໄວ້ວາງໃຈ​ໃນ​ຕົວ​ເພິ່ນ ເພື່ອ​ປົກປ້ອງ​ພວກເຮົາ​ຈາກ​ພວກ​ຮຸກຮານ.

21 ຊາວ​ເອໂດມ​ແລະ​ອູເຊ ຈົ່ງ​ຫົວ​ເຍາະເຍີ້ຍ​ຕໍ່ໄປ ຈົ່ງ​ພາກັນ​ດີໃຈ​ໃນ​ຍາມ​ທີ່​ພວກເຈົ້າ​ດີໃຈ​ໄດ້. ໄພພິບັດ​ຂອງ​ພວກເຈົ້າ​ກໍ​ກຳລັງ​ມາເຖິງ​ຄືກັນ ພວກເຈົ້າ​ຈະ​ເປືອຍຕົວ​ຍ່າງ​ໂຊເຊ​ອັບອາຍ​ຄືກັນ​ດອກ.

22 ພູເຂົາ​ຊີໂອນ​ໄດ້​ຊົດໃຊ້​ຄ່າ​ບາບ​ທີ່​ຕົນ​ໄດ້​ກະທຳ ພຣະເຈົ້າ​ຈະ​ບໍ່​ໃຫ້​ພວກເຮົາ​ເປັນ​ຊະເລີຍ​ຕໍ່ໄປ​ອີກ; ແຕ່​ພຣະອົງ​ຈະ​ລົງໂທດ​ເຈົ້າ ເອໂດມ​ເອີຍ ພຣະອົງ​ຈະ​ເປີດເຜີຍ​ການກະທຳ​ຜິດ​ຂອງເຈົ້າ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan