Biblia Todo Logo
Bìoball air-loidhne

- Sanasan -

ເພງ^ຄໍ່າຄວນ 3 - ພຣະຄຳພີສັກສິ


ຖືກ​ລົງໂທດ ກັບໃຈໃໝ່ ແລະ​ຄວາມຫວັງ

1 ຂ້ອຍ​ຄື​ຜູ້ໜຶ່ງ​ທີ່​ຮູ້​ວ່າ​ຖືກ​ລຳບາກ​ເປັນ​ຢ່າງໃດ ຖືກ​ລຳບາກ​ເພາະ​ພຣະເຈົ້າ​ໄດ້​ລົງໂທດ.

2 ພຣະອົງ​ໄດ້​ຊຸກ​ຂ້ອຍ​ໃຫ້​ອອກໜ້າ​ຍ່າງ​ໄປ ໃນ​ມືດ​ແຕ່​ບໍ່ແມ່ນ​ໃນແຈ້ງ

3 ແລະ​ໄດ້​ຕົບຕີ​ຂ້ອຍ​ຫລາຍເທື່ອ​ຫລາຍທີ ໂດຍ​ບໍ່ມີ​ຄວາມ​ເມດຕາປານີ​ຕໍ່​ຂ້ອຍ.

4 ພຣະອົງ​ໄດ້​ໃຫ້​ເນື້ອໜັງ​ຂອງຂ້ອຍ​ເຖົ້າແກ່​ຂື້ນ ກະດູກ​ທັງຫລາຍ​ຂອງ​ຂ້ອຍ ພຣະອົງ​ໄດ້​ຫັກ​ແຕກ​ໄປ.

5 ພຣະອົງ​ໄດ້​ຂັງ​ຂ້ອຍ​ໄວ້​ໃນ ບ່ອນ​ທີ່​ມີ​ຄວາມ​ລຳບາກ​ໜັກ​ແລະ​ຄວາມ​ເຈັບປວດ.

6 ພຣະອົງ​ໄດ້​ບັງຄັບ​ຂ້ອຍ​ໃຫ້​ອາໄສ​ຢູ່​ໃນ​ບ່ອນ​ມືດ​ມິດ ເໝືອນ​ຢ່າງ​ຄົນ​ທັງຫລາຍ​ທີ່​ໄດ້​ຕາຍ​ແຕ່​ດົນ​ແລ້ວ.

7 ພຣະອົງ​ໄດ້​ເອົາ​ໂສ້​ລ່າມ​ຂ້ອຍ​ໄວ້​ເປັນ​ຢ່າງດີ ເປັນ​ນັກໂທດ​ທີ່​ບໍ່ມີ​ຫວັງ​ປົບໜີໄປ​ໄດ້.

8 ຂ້ອຍ​ຮ້ອງຫາ​ຜູ້​ຊ່ວຍເຫລືອ​ສຽງ​ດັງໆ ແຕ່​ພຣະເຈົ້າ​ບໍ່​ຟັງ​ສຽງ​ຮ້ອງ​ຂອງຂ້ອຍ;

9 ເມື່ອ​ຂ້ອຍ​ຍ່າງຍ້າຍ​ກໍ​ຍ່າງ​ໂຊເຊ​ໄປ ຫັນໄປ​ທາງ​ໃດ​ກໍ​ມີ​ແຕ່​ກຳແພງ​ຫີນ​ຕັນ​ໄວ້.

10 ພຣະອົງ​ໄດ້​ຄອຍຖ້າ​ຈັບ​ຂ້ອຍ​ດັ່ງ​ໂຕໝີ ແລະ​ລີ້​ໂດດ​ຄຸບ​ໃສ່​ໂດຍ​ໄວ​ເໝືອນ​ສິງ​ໂຕໜຶ່ງ.

11 ພຣະອົງ​ຕາມໄລ່​ຂ້ອຍ​ໃຫ້​ອອກ​ຈາກ​ຫົນທາງ ຈີກ​ເນື້ອ​ເປັນ​ຕ່ອນໆ​ແລ້ວ​ກໍ​ປະຖິ້ມ​ຂ້ອຍ​ໄວ້.

12 ພຣະອົງ​ກົ່ງໜ້າ​ທະນູ​ແລະ​ຍິງ​ລູກທະນູ​ຂອງ​ພຣະອົງ ໃສ່​ຂ້ອຍ​ແລະ​ເຮັດ​ໃຫ້​ຂ້ອຍ​ເປັນ​ເປົ້າ​ລູກທະນູ​ນັ້ນ.

13 ພຣະອົງ​ຍິງ​ໃສ່​ຖືກ​ໜ້າເອິກ​ຊອດ​ຫົວໃຈ ດ້ວຍ​ລູກທະນູ​ຊຶ່ງ​ພຣະອົງ​ມີ​ໃນ​ບັ້ງ

14 ຄົນ​ທັງຫລາຍ​ຫົວຂວັນ​ຂ້ອຍ​ຕະຫລອດ​ທັງວັນ ຂ້ອຍ​ຈຶ່ງ​ເປັນ​ຕົວຕະຫລົກ​ໃຫ້​ພວກເຂົາ​ເວົ້າ​ເຍາະເຍີ້ຍ.

15 ພຣະອົງ​ໃຫ້​ຈິດໃຈ​ຂ້ອຍ​ເຕັມ​ແຕ່​ຄວາມ​ຂົມຂື່ນ ໃຫ້​ໂສກເສົ້າ​ຫງອຍເຫງົາ​ຕະຫລອດ​ເວລາ.

16 ພຣະອົງ​ໄດ້​ເອົາ​ໜ້າ​ຂ້ອຍ​ຖູ​ໃສ່​ພື້ນດິນ ແລະ​ໃຊ້​ກ້ອນຫີນ​ທຸບ​ແຂ້ວ​ຂ້ອຍ.

17 ຈິດໃຈ​ຂ້ອຍ​ຂາດ​ສັນຕິສຸກ​ຈົນ​ຫລົງ​ລືມ​ໄປ​ວ່າ ຄວາມສຸກ​ນັ້ນ​ເປັນ​ຢ່າງໃດ​ແທ້.

18 ຂ້ອຍ​ບໍ່​ຄິດ​ວ່າ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ​ດົນນານ ຄວາມຫວັງ​ໃນ​ພຣະເຈົ້າຢາເວ​ບໍ່ມີ​ສາ​ແລ້ວ.

19 ເມື່ອ​ຄິດເຖິງ​ຄວາມ​ເຈັບປວດ​ທັງ​ຂາດ​ທີ່ພັກ​ອາໄສ ຈິດໃຈ​ຂ້ອຍ​ກໍ​ເຕັມ​ດ້ວຍ​ຢາພິດ​ອັນ​ຂົມຂື່ນ;

20 ຂ້ອຍ​ຄິດເຖິງ​ເລື່ອງນີ້​ຢ່າງ​ບໍ່​ສິ້ນສຸດ​ເປັນ ແລະ​ຈິດວິນຍານ​ຂ້ອຍ​ກໍ​ໝອງເສົ້າ.

21 ແຕ່​ວ່າ​ຂ້ອຍ​ນັ້ນ​ຍັງ​ມີ​ຄວາມຫວັງ ເມື່ອ​ຂ້ອຍ​ຄິດເຖິງ​ວ່າ​ຍັງ​ມີ​ຢູ່​ສິ່ງ​ໜຶ່ງ:

22 ຄວາມຮັກ​ຂອງ​ພຣະເຈົ້າຢາເວ​ອັນ​ບໍ່​ສິ້ນສຸດ​ເປັນ ແລະ​ພຣະເມດຕາ​ກໍ​ຍັງ​ດຳລົງ​ຄົງ​ຢູ່

23 ຊຶ່ງ​ທຸກໆເຊົ້າ​ກໍ​ສົດຊື່ນ​ເບີກບານ ແລະ​ແນ່ນອນ​ເໝືອນ​ດັ່ງ​ຕາເວັນ​ຂຶ້ນ.

24 ພຣະເຈົ້າຢາເວ​ເປັນ​ທຸກໆ​ສິ່ງ​ທີ່​ຂ້ອຍ​ມີ ສະນັ້ນ ຂ້ອຍ​ຈຶ່ງ​ຝາກ​ຄວາມຫວັງ​ໄວ້​ໃນ​ພຣະເຈົ້າ.

25 ພຣະເຈົ້າຢາເວ​ດີ​ຕໍ່​ທຸກໆຄົນ ຄື​ຕໍ່​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະອົງ​ນັ້ນ.

26 ສະນັ້ນ ຈຶ່ງ​ເປັນ​ສິ່ງ​ດີເລີດ​ທີ່​ຄອຍຖ້າ​ຢ່າງ​ອົດທົນ ຄື​ຄອງຄອຍ​ພຣະເຈົ້າຢາເວ​ມາ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ

27 ເປັນ​ການ​ດີເລີດ​ທີ່​ຮຽນຮູ້​ເອົາ​ຄວາມ​ອົດທົນ ໃນ​ເວລາ​ທີ່​ພວກເຮົາ​ຍັງ​ໜຸ່ມແໜ້ນ​ຢູ່.

28 ເມື່ອ​ພວກເຮົາ​ໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ ກໍ​ຄວນ​ນັ່ງ​ຢູ່​ຄົນດຽວ​ອົດທົນ​ຢ່າງ​ມິດງຽບ;

29 ພວກເຮົາ​ຄວນ​ກົ້ມຂາບ​ນອບນ້ອມ​ຍອມ​ຟັງ ເພາະ​ຍັງ​ຫວັງ​ວ່າ​ຜູ້ໜຶ່ງ​ຈະ​ມາ​ຊ່ວຍ.

30 ເຖິງ​ວ່າ​ພວກເຮົາ​ຖືກ​ຂ້ຽນ​ແລະ​ຫຍໍ້ຫຍັນ​ກໍຕາມ ກໍ​ຄວນ​ຍອມຮັບ​ເອົາ​ທຸກໆສິ່ງ​ນັ້ນ.

31 ອົງພຣະ​ຜູ້​ເປັນເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ ແລະ​ຈະ​ບໍ່​ປະຖິ້ມ​ພວກເຮົາ​ໄປ​ຕະຫລອດ.

32 ພຣະອົງ​ອາດ​ເຮັດ​ໃຫ້​ພວກເຮົາ​ໂສກເສົ້າ​ເສຍໃຈ ແຕ່​ຄວາມຮັກ​ຂອງ​ພຣະອົງ​ກໍ​ໝັ້ນຄົງ​ແນ່ແທ້.

33 ພຣະອົງ​ບໍ່​ພໍໃຈ​ທີ່​ໄດ້​ເຮັດ​ໃຫ້​ພວກເຮົາ​ເສຍໃຈ ຫລື​ໃຫ້​ພວກເຮົາ​ໄດ້​ເຈັບປວດ​ແລະ​ໂສກເສົ້າ.

34 ເມື່ອ​ຈິດວິນຍານ​ຂອງ​ພວກເຮົາ​ເຈັບປວດ ເພາະ​ຖືກ​ຢຽບຢໍ່າ​ຢູ່​ໃນ​ຄຸກ​ມືດ;

35 ເມື່ອ​ຄົນອື່ນ​ບໍ່​ຍອມ​ຮັບ​ເອົາ​ສິດ ທີ່​ພຣະອົງ​ໂຜດ​ປະທານ​ໃຫ້​ພວກເຮົາ​ນັ້ນ.

36 ເມື່ອ​ຄວາມ​ຍຸດຕິທຳ​ຖືກ​ໃຊ້​ໃນ​ທາງ​ຜິດ​ທີ່​ສານ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ກໍ​ຮູ້.

37 ບໍ່ມີ​ຜູ້ໃດ​ເຮັດ​ສິ່ງໜຶ່ງ​ສິ່ງໃດ​ໄດ້​ເລີຍ ຖ້າ​ອົງພຣະ​ຜູ້​ເປັນເຈົ້າ​ເອງ​ບໍ່​ປະສົງ​ໃຫ້​ເຮັດ.

38 ບໍ່​ວ່າ​ດີ​ຫລື​ຊົ່ວ​ກໍ​ບໍ່​ຫ່ອນ​ເກີດຂຶ້ນ​ມາ ຖ້າ​ພຣະອົງ​ບໍ່​ອະນຸຍາດ​ໃຫ້​ເກີດຂຶ້ນ.

39 ເມື່ອ​ຖືກ​ລົງໂທດ​ຍ້ອນ​ບາບ​ທີ່​ພວກເຮົາ​ໄດ້​ກະທຳ ເປັນຫຍັງ​ພວກເຮົາ​ຈຶ່ງ​ມັກ​ຈົ່ມຮ້າຍ?

40 ຂໍ​ໃຫ້​ພວກເຮົາ​ສຳຫລວດ​ທາງ​ຊີວິດ​ຂອງ​ພວກເຮົາ ແລະ​ຫັນ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ.

41 ຂໍ​ໃຫ້​ພວກເຮົາ​ເປີດ​ຈິດໃຈ​ອອກ ແລະ​ພາວັນນາ​ອະທິຖານ ຫາ​ພຣະເຈົ້າ​ທີ່​ສະຫວັນ​ວ່າ,

42 “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ແລະ​ເປັນ​ກະບົດ ແຕ່​ພຣະອົງ​ບໍ່ໄດ້​ຍົກໂທດ​ໃຫ້.

43 ພຣະອົງ​ໄດ້​ຕາມ​ສັງຫານ​ຂ້ານ້ອຍ​ທັງຫລາຍ ພຣະເມດຕາ​ກໍ​ຖືກ​ສັບຊ້ອນ​ໂດຍ​ພຣະ​ໂກດຮ້າຍ

44 ຄຳ​ພາວັນນາ​ອະທິຖານ​ຂອງ​ພວກ​ຂ້ານ້ອຍ​ຂຶ້ນ​ໄປ​ບໍ່​ເຖິງ ຍ້ອນ​ຄວາມຮ້າຍ​ຂອງ​ພຣະອົງ​ຕຶບໜາ​ດັ່ງ​ກ້ອນເມກ.

45 ພຣະອົງ​ເຮັດ​ໃຫ້​ພວກ​ຂ້ານ້ອຍ​ເປັນ​ສິ່ງ​ເສດເຫລືອ ຂີ້ເຫຍື້ອ​ຖືກ​ຖິ້ມ​ໄປ​ໃນ​ທ່າມກາງ​ຊົນຊາດ​ອື່ນໆ.

46 ພວກ​ຂ້ານ້ອຍ​ຖືກ​ໝິ່ນປະໝາດ​ນິນທາ ຈາກ​ເຫຼົ່າ​ສັດຕູ​ທີ່​ຕໍ່ສູ້​ພວກ​ຂ້ານ້ອຍ​ນັ້ນ.

47 ພວກ​ຂ້ານ້ອຍ​ໄດ້​ຖືກ​ພິນາດ​ແລະ​ຈິບຫາຍ ໃຊ້​ຊີວິດ​ຢູ່​ໃນ​ບ່ອນ​ອັນຕະລາຍ​ແລະ​ຢ້ານ.

48 ນໍ້າຕາ​ຂ້ານ້ອຍ​ໄຫລຫລັ່ງ​ດັ່ງ​ສາຍ​ທາລາ ເພາະ​ປະຊາຊົນ​ຂອງ​ຂ້ານ້ອຍ​ຖືກ​ທຳລາຍ.

49 ນໍ້າຕາ​ຂ້ານ້ອຍ​ໄຫລຫລັ່ງ​ບໍ່​ຂາດສາຍ ແລະ​ກໍ​ປະຕິເສດ​ການ​ປອບໃຈ​ໃດໆ​ທັງສິ້ນ.

50 ຈົນກວ່າ​ພຣະເຈົ້າຢາເວ​ຫລຽວເບິ່ງ​ມາ​ຈາກ​ສະຫວັນ ແລະ​ເຫັນ​ພວກ​ຂ້ານ້ອຍ​ຖືກ​ການ​ລຳບາກ.

51 ຈິດໃຈ​ຂ້ານ້ອຍ​ເປັນທຸກ​ໜັກໜາ ເມື່ອ​ເຫັນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ຜູ້ຍິງ​ຂອງ​ເມືອງ​ນັ້ນ.

52 ຂ້ານ້ອຍ​ເປັນ​ດັ່ງ​ນົກ​ທີ່​ຖືກ​ແຮ້ວ​ຂອງ​ສັດຕູ ຜູ້​ທີ່​ບໍ່ມີ​ເຫດຜົນ​ກຽດຊັງ​ຂ້ານ້ອຍ​ໄດ້.

53 ພວກເຂົາ​ໂຢນ​ຂ້ານ້ອຍ​ລົງ​ໃນ​ຂຸມ​ທັງເປັນ ແລະ​ເອົາ​ຫີນ​ອັດ​ປາກ​ຂອງ​ຫລຸມ​ນັ້ນ​ໄວ້.

54 ນໍ້າ​ເລີ່ມ​ໄຫລ​ຖ້ວມ​ຂ້ານ້ອຍ​ຂຶ້ນໄປ ຄິດວ່າ​ຄວາມຕາຍ​ໃກ້​ເຂົ້າ​ມາ​ສາ​ແລ້ວ.

55 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ ຄໍ່າຄວນ​ຮ້ອງຂໍ​ຈາກ​ພື້ນ​ຫລຸມ​ເລິກ

56 ເມື່ອ​ຂ້ານ້ອຍ​ຮ້ອງ​ຂໍ​ນັ້ນ​ພຣະອົງ​ກໍ​ໄດ້​ຍິນ ຍິນ​ສຽງ​ຮ້ອງ​ທູນຂໍ​ຂອງ​ຂ້ານ້ອຍ​ແລ້ວ.”

57 ພຣະອົງ​ໄດ້​ຕອບ​ແລະ​ບອກ​ຂ້ານ້ອຍ​ມາ​ວ່າ, “ຢ່າ​ຢ້ານກົວ​ເລີຍ.

58 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ໄດ້​ມາ​ຊ່ວຍກູ້ ແລະ​ມາ​ໄຖ່​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້.

59 ຈົ່ງ​ຕັດສິນ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ​ສາ ພຣະເຈົ້າຢາເວ​ຮູ້​ເຖິງ​ຄວາມຜິດ​ທີ່​ມີ​ຕໍ່ສູ້​ຂ້ານ້ອຍ​ນັ້ນ.

60 ພຣະອົງ​ຮູ້​ວ່າ​ສັດຕູ​ກຽດຊັງ​ຂ້ານ້ອຍ​ສໍ່າໃດ ແລະ​ວາງ​ອຸບາຍ​ຕໍ່ສູ້​ຂ້ານ້ອຍ​ຢ່າງໃດ​ດ້ວຍ.

61 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້ຍິນ​ຄຳເວົ້າ​ປະໝາດ ພຣະອົງ​ຮູ້ຈັກ​ອຸບາຍ​ທັງໝົດ​ຂອງ​ພວກ​ເຂົາເຈົ້າ.

62 ພວກເຂົາ​ເວົ້າ​ເລື່ອງ​ຂ້ານ້ອຍ​ຕະຫລອດ​ທັງວັນ ແລະ​ຮ່ວມກັນ​ວາງແຜນ​ຕໍ່ສູ້​ຂ້ານ້ອຍ​ຢູ່.

63 ບໍ່​ວ່າ​ລຸກ​ຫລື​ນັ່ງ​ຕັ້ງແຕ່​ເຊົ້າ​ຈົນເຖິງ​ແລງ ພວກເຂົາ​ແກ້ງ​ຫຍໍ້ຫຍັນ​ຂ້ານ້ອຍ​ຢູ່​ຕະຫລອດ.

64 ຂ້າແດ່​ພຣະເຈົ້າຢາເວ ໂຜດ​ລົງໂທດ​ພວກເຂົາ​ເທາະ ເພາະ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ​ນັ້ນ.

65 ຈົ່ງ​ສາບແຊ່ງ​ພວກເຂົາ​ໃຫ້​ມີ​ຈິດໃຈ​ປຶກໜາ ແລະ​ເຮັດ​ໃຫ້​ພວກເຂົາ​ຜິດຫວັງ​ຢູ່​ຕະຫລອດ.

66 ຈົ່ງ​ຕາມລ່າ​ຕາມ​ກວາດລ້າງ​ພວກເຂົາ​ສາ ໃຫ້​ຈິບຫາຍ​ໄປ​ຈາກ​ກ້ອງ​ຟ້າ​ສະຫວັນ​ຂອງ​ພຣະເຈົ້າຢາເວ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan