ເພງ^ຄໍ່າຄວນ 2 - ພຣະຄຳພີສັກສິອົງພຣະຜູ້ເປັນເຈົ້າລົງໂທດນະຄອນເຢຣູຊາເລັມ 1 ເພາະອົງພຣະຜູ້ເປັນເຈົ້າໂກດຮ້າຍ ຈຶ່ງໃຫ້ຄວາມມືດຫຸ້ມຫໍ່ພູເຂົາຊີໂອນ ຄວາມງົດງາມດັ່ງສະຫວັນຂອງພູເຂົາຊີໂອນ ພຣະອົງໄດ້ປ່ຽນໃຫ້ເປັນບ່ອນຮົກຮ້າງ. ໃນວັນທີ່ພຣະອົງໂກດຮ້າຍຕໍ່ສູ້ນະຄອນເຢຣູຊາເລັມ ພຣະອົງປະຖິ້ມແມ່ນແຕ່ພຣະວິຫານໃນວັນນັ້ນ. 2 ໃນທຸກໆໝູ່ບ້ານຂອງອານາຈັກຢູດາຍ ອົງພຣະຜູ້ເປັນເຈົ້າໄດ້ທຳລາຍຢ່າງບໍ່ເມດຕາຈັກດີ້ ທັງປ້ອມລ້ອມກຳແພງດ້ວຍທີ່ປ້ອງກັນດິນແດນ ໃຫ້ອານາຈັກກັບຜູ້ປົກຄອງຖືກອັບອາຍຂາຍໜ້າ. 3 ດ້ວຍໃຈກີ້ວໂກດຊົງທັບມ້າງກຳລັງອິດສະຣາເອນ ເມື່ອສັດຕູມາໂຈມຕີພຣະອົງກໍບໍ່ຍອມຊ່ວຍ. ພຣະອົງໄດ້ຕໍ່ສູ້ພວກເຮົາດ້ວຍຄວາມໂມໂຫ ດັ່ງໄຟເຜົາຜານ ພຣະອົງໄດ້ທຳລາຍທຸກສິ່ງຖິ້ມ. 4 ດັ່ງເປັນສັດຕູຜູ້ໜຶ່ງພຣະອົງແນລູກທະນູໃສ່ພວກເຮົາ ຜູ້ທີ່ພວກເຮົາພໍໃຈແລະຍິນດີນຳ ພຣະອົງກໍຂ້າຖິ້ມໝົດ. ຢູ່ໃນພຣະວິຫານຂອງພຣະອົງທີ່ນະຄອນເຢຣູຊາເລັມ ກໍເທຄວາມກີ້ວໂກດລົງໃສ່ດັ່ງໄຟທີ່ເຜົາໄໝ້. 5 ອົງພຣະຜູ້ເປັນເຈົ້າໄດ້ທຳລາຍຊາດອິດສະຣາເອນ ດັ່ງເປັນສັດຕູຜູ້ໜຶ່ງ ພຣະອົງໄດ້ປ່ອຍໃຫ້ປ້ອມປ້ອງກັນເມືອງ ແລະຣາຊວັງຮົກຮ້າງເພພັງສິ້ນ. ພຣະອົງໄດ້ນຳຄວາມໂສກເສົ້າມາສູ່ຢູດາຍ ຄວາມທຸກໃຈບໍ່ສຸດເປັນມາສູ່ປະຊາຊົນດ້ວຍ. 6 ພຣະອົງໄດ້ທຳລາຍຫໍເຕັນສັກສິດໃຫ້ໝຸ່ນທະລາຍ ຄືເປັນດັ່ງສວນຮ້າງ ພຣະອົງໄດ້ທຳລາຍສະຖານທີ່ນະມັດສະການ ພຣະເຈົ້າຢາເວໄດ້ເຮັດໃຫ້ຊີໂອນລືມເທດສະການສັກສິດແລະວັນຊະບາໂຕ. ພຣະອົງຊົງເຄ່ຍກະສັດແລະປະໂຣຫິດຖິ້ມ ດ້ວຍຄວາມໂກດຮ້າຍອັນຮຸນແຮງຂອງພຣະອົງ. 7 ອົງພຣະຜູ້ເປັນເຈົ້າບໍ່ຍອມຮັບແທ່ນບູຊາຂອງພຣະອົງ ແລະໄດ້ປະຖິ້ມພຣະວິຫານຂອງພຣະອົງດ້ວຍ; ພຣະອົງໃຫ້ສັດຕູທຳລາຍກຳແພງພຣະວິຫານ ພວກເຂົາໂຮຮ້ອງຍິນດີເພາະໄດ້ໄຊຊະນະໃນວິຫານຂອງພຣະເຈົ້າຢາເວ ຄືໃນຄັ້ງໜຶ່ງນັ້ນ ເປັນບ່ອນທີ່ພວກເຮົາ ພາກັນນະມັດສະການຢ່າງຊົມຊື່ນຍິນດີລົ້ນ. 8 ພຣະເຈົ້າຢາເວໄດ້ກຳນົດໄວ້ຢ່າງແນ່ນອນວ່າ ກຳແພງທີ່ຕັ້ງພູເຂົາຊີໂອນຕ້ອງຖືກທຳລາຍກ້ຽງ; ພຣະອົງວັດແທກໃຫ້ແນ່ໃຈວ່າມັນຖືກທຳລາຍໝົດ ບັດນີ້ ຫໍຄອຍແລະກຳແພງກໍຫັກເພພັງລົງກ້ຽງ. 9 ປະຕູກຳແພງກໍລົ້ມ ແລະພັງລົງເປັນເສດຫີນ ກົງເຫລັກກໍຫັກຕົກລົງເປັນຊິ້ນໆ. ບັດນີ້ ກະສັດແລະຂຸນນາງກໍຖືກຈັບເປັນຊະເລີຍ ການສັ່ງສອນກົດບັນຍັດກໍບໍ່ມີຕໍ່ໄປອີກແລ້ວ ສ່ວນພວກຜູ້ທຳນວາຍກໍບໍ່ໄດ້ຮັບນິມິດຈາກພຣະເຈົ້າຢາເວ 10 ບັນດາຄົນເຖົ້າແກ່ທີ່ຢູ່ໃນນະຄອນເຢຣູຊາເລັມ ຕ່າງກໍພາກັນນັ່ງກັບພື້ນດິນຢ່າງມິດງຽບ ໂດຍນຸ່ງຜ້າກະສອບເຂົ້າ ແລະເອົາຂີ້ດິນໂຮຍໃສ່ຫົວ ສ່ວນພວກຍິງສາວກໍພາກັນກົ້ມຫົວລົງກັບພື້ນ. 11 ຂ້ອຍຮ້ອງໄຫ້ຈົນຕາຕູບຕາໂປຢ່າງອິດອ່ອນ ຂ້ອຍເຈັບປວດຍ້ອນ ເພາະເມື່ອຍອ່ອນໃນຈິດໃຈ. ຂ້ອຍອິດອ່ອນຍ້ອນເສົ້າໂສກທີ່ປະຊາຊົນຖືກທຳລາຍ ພວກເດັກນ້ອຍກໍລົ້ມລົງຕາມທາງດ້ວຍ. 12 ພວກເຂົາພາກັນຮ້ອງຖາມແມ່ຂອງຕົນວ່າ, “ມີອາຫານຢູ່ທີ່ໃດແດ່ພໍລູກໄດ້ກິນ.” ຕາມຫົນທາງພວກເຂົາລົ້ມດັ່ງຄົນໄດ້ຮັບບາດເຈັບ ຄ່ອຍໆສິ້ນໃຈຕາຍໃນອ້ອມແຂນຂອງແມ່. 13 ຂ້ອຍຈະເວົ້າຫຍັງໄດ້ແດ່? ໂອ ເຢຣູຊາເລັມເອີຍ ຈະອອຍໃຈເຈົ້າຢ່າງໃດ? ຜູ້ໃດແດ່ທົນທຸກຢ່າງນີ້? ໄພພິບັດທີ່ເຈົ້າໄດ້ຮັບບໍ່ມີຂອບເຂດດັ່ງມະຫາສະໝຸດ ບໍ່ມີຫວັງໃດໆທີ່ຈະປິ່ນປົວເຈົ້າໄດ້ສາແລ້ວ. 14 ຜູ້ທຳນວາຍຂອງພວກເຈົ້າບໍ່ມີຫຍັງກ່າວຈາ ນອກຈາກກ່າວຄຳຫລອກລວງເທົ່ານັ້ນ; ພວກເຂົາເທດສະໜາຫລອກລວງບອກວ່າ, ການບາບເຈົ້າບໍ່ມີ ພວກເຂົາໃຫ້ເຈົ້າຄິດວ່າບໍ່ຈຳເປັນຕ້ອງກັບໃຈໃໝ່. 15 ຄົນຜ່ານນະຄອນໄປ ຕ່າງກໍເບິ່ງເຈົ້າຢ່າງຫຍໍ້ຫຍັນ ພວກເຂົາເບະສົບຫົວຂວັນທີ່ນະຄອນເພພັງຮົກຮ້າງ. ພວກເຂົາກ່າວວ່າ, “ນີ້ບໍ່ທີ່ວ່າເປັນເມືອງທີ່ສວຍງາມ? ນະຄອນທະນົງໃຈທົ່ວທັງໂລກ?” 16 ສັດຕູດູຖູກເຈົ້າ ແລະຈ້ອງຕາເບິ່ງຢ່າງກຽດຊັງ ພວກເຂົາເບະສົບເວົ້າຫຍໍ້ຫຍັນໃສ່ເຈົ້າດັ່ງນີ້: “ພວກເຮົາໄດ້ທຳລາຍມັນລົງແລ້ວເດ ນີ້ຄືວັນທີ່ພວກເຮົາລໍຄອຍຢາກເຫັນແຕ່ດົນແລ້ວ.” 17 ພຣະເຈົ້າຢາເວໄດ້ກະທຳການຕາມທີ່ພຣະອົງວາງແຜນໄວ້ແລ້ວ. ຖ້ອຍຄຳຕັ້ງແຕ່ດົນນານຂອງພຣະອົງ, ພຣະອົງໄດ້ເຮັດໃຫ້ສຳເລັດແລ້ວ ຄືທຳລາຍຢ່າງບໍ່ມີຄວາມເມດຕາຕາມທີ່ພຣະອົງໄດ້ບອກ. ພຣະອົງໃຫ້ເຫຼົ່າສັດຕູໄດ້ໄຊຊະນະພວກເຮົາ ແລະໃຫ້ພວກເຂົາດີໃຈທີ່ໄດ້ເຫັນພວກເຮົາຫລົ້ມສະຫລາຍ. 18 ໂອ ນະຄອນເຢຣູຊາເລັມເອີຍ ຈົ່ງສົ່ງສຽງຮ້ອງຫາອົງພຣະຜູ້ເປັນເຈົ້າເຖີດ ຈົ່ງໃຫ້ກຳແພງເມືອງຮ້ອງຫາອົງພຣະຜູ້ເປັນເຈົ້າ ຈົ່ງໃຫ້ນໍ້າຕາຂອງເຈົ້າໄຫລດັ່ງສາຍນໍ້າທັງເວັນທັງຄືນ ເຈົ້າເອງກໍຊຸດໂຊມລົງເພາະໂສກເສົ້າຮ້ອງໄຫ້. 19 ຕະຫລອດທັງຄືນນັ້ນໃຫ້ເຈົ້າລຸກຂຶ້ນມາ ລຸກແລ້ວລຸກອີກ ຄໍ່າຄວນຫາອົງພຣະຜູ້ເປັນເຈົ້າ; ຈົ່ງເປີດໃຈເຈົ້າອອກຂໍໃຫ້ເມດຕາລູກເຈົ້າທັງຫລາຍ ຜູ້ທີ່ອຶດຫິວຕາຍຕາມແຈຫົນທາງທຸກເສັ້ນ. 20 ຂ້າແດ່ພຣະເຈົ້າຢາເວ ຂໍໂຜດ ເບິ່ງພວກທີ່ພຣະອົງກຳລັງເຮັດໃຫ້ທໍລະມານຢູ່ນັ້ນ ສົມຄວນບໍທີ່ພວກຜູ້ຍິງພາກັນກິນລູກທີ່ພວກຕົນຮັກຫລາຍ ສົມຄວນບໍທີ່ພວກປະໂຣຫິດທັງຜູ້ທຳນວາຍຈະຖືກຂ້າທີ່ພຣະວິຫານຂອງອົງພຣະຜູ້ເປັນເຈົ້າ. 21 ບໍ່ວ່າຄົນໜຸ່ມຫລືຄົນເຖົ້າກໍລົ້ມລົງຕາມຫົນທາງ ຊາຍໜຸ່ມຍິງສາວກໍຖືກສັດຕູຂ້າດ້ວຍດາບ. ໃນວັນທີ່ພຣະອົງໂກດຮ້າຍ ພຣະອົງໄດ້ຂ້າພວກເຂົາ ເປັນການຂ້າໝູ່ໂດຍບໍ່ເມດຕາສົງສານ. 22 ພຣະອົງໄດ້ເຊີນໃຫ້ເຫຼົ່າສັດຕູມາງານລ້ຽງ ຄືນຳເອົາຄວາມຢ້ານໃຫຍ່ອ້ອມຂ້ານ້ອຍໄວ້ ໃນວັນທີ່ພຣະເຈົ້າຢາເວໂກດຮ້າຍນັ້ນບໍ່ມີຜູ້ໃດໜີໄປໄດ້ເລີຍ ພວກເຂົາໄດ້ຂ້າລູກໆທີ່ຂ້ານ້ອຍຮັກລ້ຽງດູມານັ້ນ. |
@ 2012 United Bible Societies. All Rights Reserved.