Biblia Todo Logo
Bìoball air-loidhne

- Sanasan -

ເພງ^ຄໍ່າຄວນ 1 - ພຣະຄຳພີສັກສິ


ຄວາມ​ໂສກເສົ້າ​ຂອງ​ນະຄອນ​ເຢຣູຊາເລັມ

1 ນະຄອນ​ເຢຣູຊາເລັມ​ເອີຍ ບັດນີ້​ນອນ​ຢຽດ​ຢູ່​ດຽວດາຍ ຄັ້ງໜຶ່ງ ເປັນ​ນະຄອນ​ທີ່​ມີ​ປະຊາຊົນ​ໜາແໜ້ນ ແລະ​ຄັ້ງ​ໜຶ່ງ​ນັ້ນ ກໍໄດ້​ຮັບ​ກຽດ​ຈາກ​ຊາວ​ໂລກາ ແຕ່​ມາບັດນີ້ ເຈົ້າ​ພັດ​ເປັນ​ດັ່ງ​ແມ່ໝ້າຍ; ເຈົ້າ​ເປັນ​ເຈົ້າຍິງ​ໃນ​ທ່າມກາງ​ເມືອງ​ທັງຫລາຍ ແຕ່​ບັດນີ້ ຖືກ​ລົດກຽດ​ລົງ​ຕົກ​ເປັນ​ທາດ​ສາ​ແລ້ວ.

2 ນາງ​ຈຶ່ງ​ຮ້ອງໄຫ້​ຕະຫລອດ​ທັງຄືນ ນໍ້າຕາ​ຫລັ່ງໄຫລ​ຖ້ວມ​ລົງ​ອາບ​ແກ້ມ. ເພື່ອນຝູງ​ໃນ​ອະດີດ​ກໍ​ບໍ່​ເຫຼືອ​ເພື່ອ​ປອບໃຈ ບັດນີ້ ພັນທະມິດ​ຕ່າງ​ກໍ​ຫັກ​ຫລັງ​ຕໍ່ສູ້​ນາງ​ແລ້ວ.

3 ຊາວ​ຢູດາ​ຕົກ​ເປັນ​ທາດ​ຂາດ​ຜູ້​ຊ່ວຍເຫລືອ ທັງ​ຖືກ​ບັງຄັບ​ໃຫ້​ໜີ​ຫ່າງໄກ​ຈາກ​ເມືອງ​ບ້ານ. ພວກເຂົາ​ອາໄສ​ຢູ່​ໃນ​ແດນ​ອື່ນ​ບໍ່ມີ​ບ່ອນ​ເປັນ​ຂອງຕົນເອງ ຖືກ​ອ້ອມ​ດ້ວຍ​ສັດຕູ ບໍ່ມີ​ທາງ​ທີ່​ຈະ​ປົບໜີໄປ​ໄດ້.

4 ບັດນີ້ ຈຶ່ງ​ບໍ່ມີ​ຜູ້ໃດ​ມາ​ເຝົ້າ​ທີ່​ພຣະວິຫານ ເພື່ອ​ນະມັດສະການ​ໃນ​ວັນ​ສັກສິດ​ຕ່າງໆ. ຍິງ​ສາວ​ເຄີຍ​ຮ້ອງເພງ​ຢູ່​ທີ່​ນັ້ນ​ກໍ​ທົນທຸກ​ຄືກັນ ບັນດາ​ປະໂຣຫິດ​ມີ​ແຕ່​ຮ້ອງ​ຄວນຄາງ​ທັງສິ້ນ. ປະຕູ​ທາງ​ເຂົ້າ​ນະຄອນ​ກໍ​ຫວ່າງເປົ່າ ພູເຂົາ​ຊີໂອນ​ກໍ​ໂສກເສົ້າ​ເຈັບປວດ​ໃນ​ຊີວີ.

5 ພວກ​ສັດຕູ​ໄດ້​ເປັນ​ນາຍ​ເໜືອ​ນາງ ພວກເຂົາ​ໄດ້​ຢຶດເອົາ​ນາງ​ໃຫ້​ຢູ່​ໃຕ້​ອຳນາດ ຍ້ອນ​ນາງ​ເຮັດ​ບາບ ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ນາງ​ທົນທຸກ ລູກໆ​ຂອງ​ນາງ​ນັ້ນ​ຕ່າງ​ກໍ​ຖືກ​ຈັບ​ໄປ.

6 ເປັນ​ພຽງແຕ່​ອະດີດ​ທີ່​ນະຄອນ​ເຢຣູຊາເລັມ​ຮຸ່ງເຮືອງ ພວກ​ເຈົ້ານາຍ​ຂອງ​ນາງ​ກໍ​ອ່ອນແຮງ​ດັ່ງ​ກວາງ​ທີ່​ອຶດຢາກ ຊຶ່ງ​ກຳລັງ​ທີ່​ຕົນ​ມີ​ຢູ່​ນັ້ນ​ກຳລັງ​ຈະ​ໝົດ​ໄປ ໃນ​ຂະນະທີ່​ປົບໜີ​ຈາກ​ນາຍພານ​ຕາມລ່າ.

7 ບັດນີ້ ເມື່ອ​ຕົກ​ຢູ່​ໃນ​ສະພາບ​ຮົກຮ້າງ​ເພພັງ ນະຄອນ​ເຢຣູຊາເລັມ​ກໍ​ຄິດເຖິງ​ສິ່ງ​ຮຸ່ງເຮືອງ​ໃນ​ອະດີດ. ເມື່ອ​ນາງ​ຢູ່​ໃນ​ກຳມື​ຂອງ​ສັດຕູ​ນັ້ນ​ກໍ​ບໍ່ມີ​ຜູ້ໃດ​ຊ່ວຍເຫຼືອ​ນາງ, ຜູ້​ທີ່​ຊະນະ​ເພາະ​ຕົນ​ຫຼົ້ມຈົມ​ກໍ​ຫົວຂວັນ​ໃສ່​ຊໍ້າ.

8 ກຽດສັກສີ​ທີ່​ເຄີຍ​ມີ​ນັ້ນ​ກໍ​ສູນສິ້ນ​ໝົດໄປ ນາງ​ເປືອຍຕົວ​ແລະ​ຖືກ​ຄົນ​ດູໝິ່ນ​ປະໝາດ. ນາງ​ຄໍ່າຄວນ​ແລະ​ລີ້ໜ້າ​ດ້ວຍ​ຄວາມ​ອັບອາຍ ນະຄອນ​ເຢຣູຊາເລັມ​ເປັນ​ມົນທິນ​ດ້ວຍ​ຕົນ​ເຮັດ​ບາບ.

9 ມົນທິນ​ຂອງ​ນາງ​ນັ້ນ​ເບິ່ງ​ເຫັນ​ໄດ້​ງ່າຍດາຍ ແຕ່​ນາງ​ບໍ່​ຫ່ວງໃຍ​ນຳ​ຊາຕາກຳ​ຂອງຕົນ​ຈັກດີ້. ນາງ​ລົ້ມ​ແຮງໂພດ​ຈົນ​ບໍ່ມີ​ຜູ້ໃດ​ສາມາດ​ປອບໃຈ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ເມດຕາ ເພາະ​ສັດຕູ​ຂອງນາງ​ໄດ້​ຊະນະ.

10 ພວກ​ສັດຕູ​ເຂົ້າ​ມາ​ປຸ້ນ​ມາ​ລັກ​ເອົາ ຊັບສົມບັດ​ທັງໝົດ​ທີ່​ນາງ​ມີ​ຢູ່​ນັ້ນ. ນາງ​ໄດ້​ເຫັນ​ພວກ​ສັດຕູ​ເຂົ້າ​ໄປ​ໃນ​ພຣະວິຫານ ທີ່​ພຣະເຈົ້າ​ຫ້າມປາມ​ບໍ່​ໃຫ້​ຄົນຕ່າງຊາດ​ເຂົ້າ.

11 ປະຊາຊົນ​ຄໍ່າຄວນ​ຂະນະທີ່​ຊອກ​ຫາ​ເຂົ້າຈີ່​ກິນ ພວກເຂົາ​ແລກປ່ຽນ​ຊັບສິນ​ກັບ​ອາຫານ ເພື່ອ​ໃຫ້​ມີ​ຊີວິດ​ຢູ່. ຊາວ​ເມືອງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຫລຽວເບິ່ງ​ດ້ວຍ! ເບິ່ງ​ວ່າ​ຍາກຈົນ​ເທົ່າ​ໃດ.”

12 ນາງ​ຮ້ອງ​ໃສ່​ທຸກຄົນ​ຜ່ານ​ໄປ​ວ່າ, “ເບິ່ງ​ຂ້ອຍ​ແດ່ ບໍ່ມີ​ຜູ້ໃດ​ທີ່​ເຈັບປວດ​ເໝືອນ​ດັ່ງ​ຂ້ອຍ ເປັນ​ຄວາມ​ເຈັບປວດ​ທີ່​ພຣະເຈົ້າຢາເວ​ໄດ້​ນຳ​ມາ ໃຫ້​ຂ້ອຍ​ໄດ້​ຮັບ​ຄາວ​ທີ່​ພຣະອົງ​ໂກດຮ້າຍ.

13 ພຣະອົງ​ໄດ້​ສົ່ງ​ໄຟ​ຈາກ​ເບື້ອງ​ເທິງ​ລົງ​ມາ ເປັນ​ໄຟ​ທີ່​ລຸກໄໝ້​ຢູ່​ພາຍ​ໃນ​ຈິດໃຈ​ຂ້ອຍ. ພຣະອົງ​ໄດ້​ຫ້າງແຮ້ວ​ໃສ່​ຂ້ອຍ ແລະ​ເຮັດ​ໃຫ້​ລົ້ມລົງ​ກັບ​ພື້ນດິນ ປະຖິ້ມ​ຂ້ອຍ​ໃຫ້​ເຈັບປວດ​ຢູ່​ຢ່າງນັ້ນ.

14 ພຣະອົງ​ບັນທຶກ​ທຸກ​ການບາບ​ທີ່​ຂ້ອຍ​ໄດ້​ເຮັດ​ມາ ແລ້ວ​ກໍ​ມັດ​ທັງໝົດ​ລວມເຂົ້າ​ໃສ່​ກັນ​ໄວ້; ພຣະອົງ​ຫ້ອຍ​ບາບ​ເຫຼົ່ານັ້ນ​ໃສ່​ໄວ້​ເທິງ​ຄໍ ຂ້ອຍ​ຈຶ່ງ​ອ່ອນເພຍ​ເພາະ​ບາບກຳ​ນັ້ນ​ໜັກຫຼາຍ. ພຣະເຈົ້າຢາເວ​ມອບ​ຂ້ອຍ​ໃຫ້​ເຫຼົ່າ​ສັດຕູ ແລະ​ຂ້ອຍ​ກໍ​ບໍ່ມີ​ຜູ້ໃດ​ຊ່ວຍ​ຂ້ອຍ​ຕໍ່ສູ້​ພວກເຂົາ​ໄດ້.

15 ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຫົວເຍີ້ຍ​ທະຫານ​ຂອງຂ້ອຍ​ທັງໝົດ ສົ່ງ​ກອງທັບ​ມາ​ທຳລາຍ​ພວກ​ຊາຍໜຸ່ມ​ຂອງຂ້ອຍ. ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຢຽບຢໍ່າ​ປະຊາຊົນ​ຂອງຂ້ອຍ​ລົງ ດັ່ງ​ໝາກອະງຸ່ນ​ຢູ່​ໃນ​ໂຮງ​ບີບ​ເຫຼົ້າ​ອະງຸ່ນ​ນັ້ນ.

16 ເຫດສະນັ້ນ ຂ້ອຍ​ຈຶ່ງ​ຮ້ອງໄຫ້​ອອກ​ມາ ຈົນ​ເບົ້າຕາ​ທັງສອງ​ນອງ​ດ້ວຍ​ນໍ້າຕາ​ທັງສິ້ນ. ບໍ່ມີ​ຜູ້ໃດ​ອອຍໃຈ​ຂ້ອຍ​ໄດ້ ບໍ່ມີ​ຜູ້ໃດ​ໃຫ້​ກຳລັງໃຈ ສັດຕູ​ໄດ້​ຊະນະ​ຂ້ອຍ ປະຊາຊົນ​ບໍ່​ເຫຼືອ​ຫຍັງ​ຈັກຢ່າງ.

17 ຂ້ອຍ​ເດ່​ມື​ອອກ​ເພື່ອ​ວິ້ງວອນ​ໃຫ້​ຄົນ​ຊ່ວຍເຫລືອ ແຕ່​ກໍ​ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ຂ້ອຍ​ໄດ້. ພຣະເຈົ້າຢາເວ​ໄດ້​ເອີ້ນ​ໃຫ້​ສັດຕູ​ມາ​ຕໍ່ສູ້​ຂ້ອຍ​ທຸກ​ທິດທາງ ພວກເຂົາ​ເຮັດ​ຕໍ່​ຂ້ອຍ​ດັ່ງ​ເຮັດ​ກັບ​ສິ່ງ​ທີ່​ເປິເປື້ອນ.

18 ແຕ່​ພຣະເຈົ້າຢາເວ​ຊົງ​ຊອບທຳ ເພາະ​ຂ້ອຍ​ບໍ່ໄດ້​ເຊື່ອຟັງ​ພຣະອົງ​ຈຶ່ງ​ເປັນ​ຢູ່​ຢ່າງນີ້. ຈົ່ງ​ຟັງ​ຂ້ອຍ​ເທີ້ນ ປະຊາຊົນ​ທົ່ວ​ທຸກບ່ອນ​ເອີຍ ຈົ່ງ​ຫລຽວ​ເບິ່ງດູ​ຄວາມ​ເຈັບປວດ​ຂອງຂ້ອຍ. ຊາຍໜຸ່ມ​ແລະ​ຍິງສາວ​ທີ່​ຂ້ອຍ​ມີ​ຢູ່​ທັງໝົດ ກໍ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທັງສິ້ນ.

19 ຂ້ອຍ​ໄດ້​ເອີ້ນ​ຫາ​ໝູ່ເພື່ອນ​ທີ່​ເຄີຍ​ຮັກແພງ​ກັນ ແຕ່​ພວກເຂົາ​ບໍ່​ຍອມ​ໃຫ້​ຄວາມ​ຊ່ວຍເຫລືອ​ແກ່​ຂ້ອຍ. ພວກ​ປະໂຣຫິດ​ແລະ​ຜູ້ນຳ​ກໍ​ລົ້ມຕາຍ​ຢູ່​ໃນ​ເມືອງ ຂະນະທີ່​ພວກເຂົາ​ຊອກ​ຫາ​ອາຫານ​ກິນ​ໃຫ້​ມີ​ຊີວິດ​ຢູ່.

20 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເບິ່ງ​ຂ້ານ້ອຍ​ດ້ວຍ ເຈັບປວດ​ແລະ​ທຸກໃຈ​ເຫຼືອ​ທີ່​ຈະ​ກ່າວ ຫົວໃຈ​ຂ້ານ້ອຍ​ເຈັບປວດ​ເພາະ​ມີ​ບາບໜາ ຄົນ​ຂ້າ​ກັນ​ຕາມ​ຖະໜົນ ມີ​ຄົນ​ຕາຍ​ທີ່​ເຮືອນ​ດ້ວຍ.

21 ໂຜດ​ຟັງ ຄຳ​ຄໍ່າຄວນ​ດ້ວຍ​ເພາະ​ຂາດ​ຜູ້​ອອຍໃຈ ສັດຕູ​ຕ່າງ​ກໍ​ດີໃຈ​ທີ່​ພຣະອົງ​ນຳ​ໄພພິບັດ​ມາ​ຖືກ​ຂ້ານ້ອຍ. ຂໍໂຜດ​ນຳ ເອົາ​ວັນ​ທີ່​ພຣະອົງ​ສັນຍາ​ນັ້ນ​ມາ​ສາ ແລະ​ໂຜດ​ໃຫ້​ພວກ​ສັດຕູ​ຖືກ​ທໍລະມານ​ດ້ວຍ​ເຖີດ.

22 ໂຜດ​ປະນາມ​ຄວາມ​ຊົ່ວຮ້າຍ​ຂອງ​ພວກເຂົາ​ແດ່ ໂຜດ​ລົງໂທດ​ພວກເຂົາ​ດັ່ງ​ທີ່​ໄດ້​ລົງໂທດ​ຂ້ານ້ອຍ​ນັ້ນ ຍ້ອນ​ການບາບ​ທີ່​ຂ້ານ້ອຍ​ໄດ້​ກະທຳ​ມາ ຈຶ່ງ​ທຸກຮ້ອນ​ຫລາຍ​ທັງ​ຄໍ່າຄວນ​ຢ່າງ​ເຈັບປວດ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan