ຢູດາ 1 - ພຣະຄຳພີສັກສິ1 ຈາກ ຢູດາ ຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າ ແລະເປັນນ້ອງຊາຍຂອງຢາໂກໂບ. ເຖິງ ພວກທີ່ໄດ້ຖືກເອີ້ນໄວ້ແລ້ວໂດຍພຣະເຈົ້າ ຄືຜູ້ທີ່ດຳເນີນຊີວິດໃນຄວາມຮັກຂອງພຣະບິດາເຈົ້າ ແລະໃນຄວາມປ້ອງກັນຮັກສາຂອງພຣະເຢຊູຄຣິດເຈົ້າ. 2 ຂໍໃຫ້ຄວາມເມດຕາ ສັນຕິສຸກ ແລະຄວາມຮັກ ຈົ່ງມີເພີ່ມທະວີຄູນແກ່ພວກເຈົ້າຢ່າງເຕັມລົ້ນເທີ້ນ. ການຕັດສິນລົງໂທດຄູສອນປອມ ( 2 ປຕ 2:1-17 ) 3 ເພື່ອນທີ່ຮັກຂອງເຮົາເອີຍ, ເຮົາອົດສາພະຍາຍາມຢ່າງສຸດຄວາມສາມາດ ເພື່ອຂຽນຈົດໝາຍມາເຖິງພວກເຈົ້າ ກ່ຽວກັບເລື່ອງຄວາມພົ້ນທີ່ພວກເຮົາມີຢູ່ຮ່ວມກັນ ເມື່ອເຮົາເຫັນມີຄວາມຈຳເປັນທີ່ຈະຕ້ອງຂຽນມາເຕືອນສະຕິພວກເຈົ້າ ໃຫ້ຕໍ່ສູ້ເພື່ອຄວາມເຊື່ອ ຊຶ່ງພຣະເຈົ້າໄດ້ມອບໃຫ້ແກ່ປະຊາຊົນຂອງພຣະອົງເທື່ອດຽວເປັນການສິ້ນສຸດ. 4 ດ້ວຍວ່າ, ມີຄົນບໍ່ນັບຖືພຣະເຈົ້າບາງຄົນໄດ້ແອບແຝງເຂົ້າມາຢູ່ໃນທ່າມກາງພວກເຈົ້າ, ເປັນບຸກຄົນທີ່ບິດເບືອນພຣະຄຸນຂອງພຣະເຈົ້າຂອງພວກເຮົາ ເພື່ອເປັນຊ່ອງທາງໃຫ້ຕົນເຮັດຕາມກິເລດຕັນຫາ ແລະເປັນຜູ້ທີ່ປະຕິເສດພຣະເຢຊູຄຣິດເຈົ້າຜູ້ຊົງເປັນເຈົ້ານາຍ ແລະເປັນອົງພຣະເຢຊູຄຣິດເຈົ້າແຕ່ອົງດຽວຂອງພວກເຮົາ. ພຣະຄຳພີໄດ້ກຳນົດໄວ້ລ່ວງໜ້າແຕ່ດົນນານມາແລ້ວ ເຖິງການຕັດສິນລົງໂທດທີ່ພວກເຂົາຈະໄດ້ຮັບ. 5 ເຖິງແມ່ນວ່າ ພວກເຈົ້າຮູ້ຂໍ້ຄວາມເຫຼົ່ານີ້ດີແລ້ວກໍຕາມ ເຮົາຢາກໃຫ້ພວກເຈົ້າລະນຶກເຖິງອົງພຣະຜູ້ເປັນເຈົ້າ ທີ່ໄດ້ຊ່ວຍກູ້ເອົາຊາວອິດສະຣາເອນໃຫ້ພົ້ນຈາກປະເທດເອຢິບຢ່າງໃດ, ແຕ່ຫລັງຈາກນັ້ນມາໄດ້ທຳລາຍຄົນເຫຼົ່ານີ້ ທີ່ບໍ່ເຊື່ອໃນພຣະອົງເສຍ. 6 ຈົ່ງຈົດຈຳບັນດາເທວະດາ ທີ່ບໍ່ຢູ່ໃນຂອບເຂດແຫ່ງສິດອຳນາດຂອງຕົນ, ແຕ່ໄດ້ປະຖິ້ມບ່ອນຢູ່ອາໄສຂອງຕົນເອງ ພວກເຂົາໄດ້ຖືກປະໄວ້ໃນຄວາມມືດເບື້ອງລຸ່ມ, ຖືກລ່າມໂສ້ໄວ້ຕະຫລອດໄປສຳລັບວັນຍິ່ງໃຫຍ່ທີ່ຈະມີການຕັດສິນລົງໂທດ. 7 ເໝືອນດັ່ງເມືອງໂຊໂດມແລະໂກໂມຣາ ພ້ອມທັງເມືອງທີ່ຢູ່ອ້ອມແອ້ມນັ້ນ ຊຶ່ງຊາວເມືອງເຫຼົ່ານີ້ ໄດ້ປະພຶດເໝືອນດັ່ງພວກເທວະດາເຫຼົ່ານັ້ນໄດ້ປະພຶດ ແລະມົ້ວສຸມຢູ່ໃນການຜິດສິນທຳທາງເພດ ແລະຣາຄະຕັນຫາ. ພວກເຂົາຕ້ອງຖືກໂທດຢູ່ໃນບຶງໄຟ ທີ່ໄໝ້ຢູ່ຕະຫລອດໄປເປັນນິດ. 8 ເຖິງປານນັ້ນ ພວກເຫຼົ່ານີ້ກໍຍັງມົວຝັນ ເຮັດໃຫ້ຮ່າງກາຍຂອງຕົນຊົ່ວມົວໝອງ, ພວກເຂົາໝິ່ນປະໝາດສິດອຳນາດຂອງພຣະເຈົ້າ ແລະດ່າວ່າບັນດາຜູ້ມີກຽດສັກສີຢູ່ເບື້ອງເທິງ. 9 ແມ່ນແຕ່ມີຄາເອນ ຜູ້ເປັນນາຍເທວະດາ ໃນການຜິດຖຽງຂອງເພິ່ນກັບມານຮ້າຍ ທັງສອງໄດ້ຖົກຖຽງກັນໃນເລື່ອງຊາກສົບຂອງໂມເຊ ມີຄາເອນບໍ່ໄດ້ກ່າວໂທດມານຮ້າຍດ້ວຍຄຳເວົ້າທີ່ຫຍາບຊ້າ ແຕ່ໄດ້ກ່າວວ່າ, “ຂໍອົງພຣະຜູ້ເປັນເຈົ້າເປັນຜູ້ຕິຕຽນເຈົ້າເທີ້ນ.” 10 ແຕ່ພວກເຫຼົ່ານີ້ ກ່າວໂຈມຕີດ້ວຍຄຳໝິ່ນປະໝາດໃນສິ່ງທີ່ພວກເຂົາບໍ່ເຂົ້າໃຈ ແລະສິ່ງທີ່ພວກເຂົາຮູ້ຈັກ ດ້ວຍຄວາມຮູ້ສຶກຕາມນິໄສ ເໝືອນດັ່ງສັດຮ້າຍທີ່ບໍ່ມີຄວາມຄິດ ອັນເປັນເຫດນຳຄວາມຈິບຫາຍມາສູ່ພວກເຂົາເອງ. 11 ວິບັດ ຈົ່ງມີແກ່ພວກເຂົາ ເພາະພວກເຂົາໄດ້ຕິດຕາມທາງຂອງກາອິນໄປ ແລະເພື່ອເຫັນແກ່ສິນຈ້າງລາງວັນ ພວກເຂົາໄດ້ປ່ອຍຕົວໄປໃນທາງຜິດ ເໝືອນດັ່ງທີ່ບາລາອາມໄດ້ເຮັດ ແລະພວກເຂົາໄດ້ຈິບຫາຍໄປ ດ້ວຍການກະບົດຕາມຢ່າງຂອງໂກຣາ. 12 ຄວາມປະພຶດຂອງພວກເຂົາກໍເປັນເລື່ອງອັບອາຍ ເມື່ອຮ່ວມພາເຂົ້າສາມັກຄີກັບພວກເຈົ້າ ບ່ອນທີ່ພວກເຂົາກິນລ້ຽງມ່ວນຊື່ນຢ່າງເຖິງໃຈນຳກັນ ໂດຍບໍ່ມີຄວາມລະອາຍ. ພວກເຂົາເປັນຜູ້ລ້ຽງແກະທີ່ລ້ຽງແຕ່ຕົນເອງ ເປັນດັ່ງກ້ອນເມກທີ່ບໍ່ມີຝົນ ຊຶ່ງໄຫລໄປຕາມລົມ ເປັນດັ່ງຕົ້ນໄມ້ທີ່ບໍ່ເກີດໝາກ ແມ່ນແຕ່ໃນລະດູໃບໄມ້ລົ່ນ ເປັນດັ່ງຕົ້ນໄມ້ທີ່ຕາຍໄປສອງເທື່ອ ແລະຖືກຖອນອອກທັງຮາກ. 13 ພວກເຂົາເປັນດັ່ງຄື້ນຟອງນໍ້າອັນຮ້າຍແຮງໃນມະຫາສະໝຸດ ທີ່ພົ່ນການກະທຳອັນໜ້າລະອາຍຂອງຕົນອອກມາຄືດັ່ງປູມປວກ. ເປັນດັ່ງດາວລ່ອງລອຍນອກວົງໂຄຈອນ ທີ່ຊົງຈັດຕຽມບ່ອນໜຶ່ງໄວ້ຖ້າແລ້ວ ໃນຄວາມມືດອັນໜາຕຶບນິຣັນດອນ. 14 ແມ່ນແຕ່ເອນົກ ເຊື້ອສາຍຜູ້ທີເຈັດນັບຈາກອາດາມ ກໍໄດ້ທຳນວາຍໄວ້ລ່ວງໜ້າແລ້ວ ເຖິງຄົນເຫຼົ່ານີ້ວ່າ, “ອົງພຣະຜູ້ເປັນເຈົ້າຈະສະເດັດມາ ພ້ອມຝູງເທວະດາຕົນບໍຣິສຸດຂອງພຣະອົງນັບເປັນໝື່ນໆ, 15 ເພື່ອຈະນຳເອົາການຕັດສິນມາສູ່ທຸກໆຄົນ ຄືລົງໂທດທຸກຄົນ ສຳລັບການກະທຳຊົ່ວທຸກຢ່າງ ທີ່ພວກເຂົາໄດ້ເຮັດໃນການບໍ່ຢຳເກງພຣະເຈົ້າ ແລະສຳລັບຄຳຫຍາບຊ້າທຸກໆຄຳ ທີ່ຄົນເຫຼົ່ານັ້ນໄດ້ກ່າວໃສ່ຮ້າຍພຣະອົງ.” 16 ຄົນເຫຼົ່ານີ້ ເປັນຄົນມັກຈົ່ມມັກວ່າ ພວກເຂົາເຮັດຕາມຄວາມປາຖະໜາອັນຊົ່ວຊ້າຂອງຕົນ, ພວກເຂົາເວົ້າອວດອ້າງເຖິງຕົນເອງ ແລະຍ້ອງຍໍຄົນອື່ນເພື່ອຫວັງຜົນປະໂຫຍດສ່ວນຕົວຂອງຕົນ. ຄຳຕັກເຕືອນ ແລະ ຄຳແນະນຳ 17 ບັນດາເພື່ອນທີ່ຮັກຂອງເຮົາເອີຍ, ຈົ່ງຈົດຈຳຖ້ອຍຄຳ ທີ່ພວກອັກຄະສາວົກຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາໄດ້ບອກໄວ້ກ່ອນແລ້ວ. 18 ພວກເພິ່ນໄດ້ບອກພວກທ່ານວ່າ, “ໃນຍຸກສຸດທ້າຍຈະມີຫລາຍຄົນເຢາະເຢີ້ຍພວກທ່ານ ແລະພວກເຂົາຈະເຮັດຕາມຄວາມປາຖະໜາອັນຊົ່ວຊ້າຂອງຕົນ ໂດຍບໍ່ຢຳເກງພຣະເຈົ້າ.” 19 ແມ່ນພວກຄົນເຫຼົ່ານີ້ແຫຼະ ທີ່ສ້າງຄວາມແຕກແຍກ, ພວກເຂົາເຮັດຕາມຕັນຫາຝ່າຍເນື້ອໜັງ ແລະບໍ່ມີພຣະວິນຍານ. 20 ບັນດາເພື່ອນທີ່ຮັກຂອງເຮົາເອີຍ, ຈົ່ງສ້າງຕົວເອງຂຶ້ນເທິງຄວາມເຊື່ອອັນບໍຣິສຸດຂອງພວກເຈົ້າ, ຈົ່ງພາວັນນາອະທິຖານໃນຣິດອຳນາດຂອງພຣະວິນຍານບໍຣິສຸດເຈົ້າ. 21 ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພຣະເຈົ້າ ຄອຍຖ້າພຣະກະລຸນາຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຈົນກວ່າຈະໄດ້ຊີວິດນິຣັນດອນ. 22 ຈົ່ງສະແດງຄວາມເມດຕາຕໍ່ຜູ້ທີ່ຍັງສົງໄສ. 23 ຈົ່ງຍາດເອົາບາງຄົນໃຫ້ພົ້ນ ດ້ວຍດຶງເຂົາອອກຈາກໄຟ, ຈົ່ງເມດຕາອີກບາງຄົນ ດ້ວຍຄວາມຈຽມຕົວ ແລະຈົ່ງໜ່າຍຊັງເສື້ອຜ້າທີ່ເປື້ອນເປິດ້ວຍຣາຄະຕັນຫາ. ຄຳສັນລະເສີນພຣະເຈົ້າ 24 ອັນໜຶ່ງ ຂໍພຣະກຽດ, ພຣະເດຊານຸພາບ, ພຣະອານຸພາບ ແລະສັກດານຸພາບຈົ່ງມີແດ່ພຣະອົງ ຜູ້ທີ່ສາມາດປ້ອງກັນຮັກສາພວກເຈົ້າໄວ້ບໍ່ໃຫ້ສະດຸດລົ້ມລົງ ແລະນຳພວກເຈົ້າມາຢູ່ຊ້ອງພຣະພັກອັນສະຫງ່າຣາສີຂອງພຣະອົງ ຢ່າງຜູ້ທີ່ບໍ່ມີຄວາມຜິດ ແຕ່ມີຄວາມຍິນດີອັນເຫລືອລົ້ນ. 25 ແດ່ພຣະເຈົ້າອົງດຽວ ອົງພຣະຜູ້ຊົງໂຜດຊ່ວຍໃຫ້ພົ້ນຂອງເຮົາທັງຫລາຍ ໂດຍພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ; ສະຫງ່າຣາສີ, ຄວາມຍິ່ງໃຫຍ່, ຣິດເດດ ແລະຣິດອຳນາດ ຈົ່ງມີແດ່ພຣະອົງທັງໃນອະດີດ, ໃນປະຈຸບັນ ແລະໃນອະນາຄົດຊົ່ວນິຣັນດອນ ອາແມນ. |
@ 2012 United Bible Societies. All Rights Reserved.