ໂຢຊວຍ 9 - ພຣະຄຳພີສັກສິຊາວກີເບໂອນຫລອກລວງໂຢຊວຍ 1 ໄຊຊະນະຂອງຊາວອິດສະຣາເອນ ໄດ້ຊ່າລືໄປຈົນເຖິງກະສັດທັງໝົດ ທີ່ທາງພາກຕາເວັນຕົກຂອງແມ່ນໍ້າຈໍແດນ ດັ່ງນີ້: ພວກທີ່ຢູ່ຕາມເນີນພູ, ຕາມຕີນພູ, ຕາມທົ່ງຮາບພຽງ ແລະຕາມຝັ່ງທະເລເມດີແຕຣາເນທາງເໜືອຈົນເຖິງເລບານອນ. ພວກນີ້ແມ່ນກະສັດຂອງຊາວຮິດຕີ, ຊາວອາໂມ, ຊາວການາອານ, ຊາວເປຣີຊີ, ຊາວຮີວີ ແລະຊາວເຢບຸດ. 2 ພວກເຂົາໄດ້ມາຮ່ວມກັນ ຕໍ່ສູ້ໂຢຊວຍແລະຊາວອິດສະຣາເອນ. 3 ເມື່ອຊາວກີເບໂອນຜູ້ທີ່ເປັນຄົນຮີວີໄດ້ຍິນເຖິງເລື່ອງ ຊຶ່ງໂຢຊວຍໄດ້ເຮັດຕໍ່ເມືອງເຢຣິໂກແລະເມືອງອາອີ 4 ພວກເຂົາຈຶ່ງໄດ້ຊອກຫາວິທີໃຊ້ອຸບາຍຫລອກລວງໂຢຊວຍ. ພວກເຂົາໄດ້ນຳເອົາເຂົ້າປາອາຫານໃສ່ຖົງຂາດໆ ເອົາເຫຼົ້າອະງຸ່ນໃສ່ຖົງໜັງຂາດແລະຕາບ ແລະພາດໃສ່ຫລັງລໍ. 5 ພວກເຂົາໄດ້ນຸ່ງເຄື່ອງເກົ່າແລະໃສ່ເກີບຂາດທີ່ຖິ້ມແລ້ວ. ສ່ວນເຂົ້າຈີ່ທີ່ຖືໄປນຳນັ້ນກໍແຫ້ງແລະຕົກໂໝກ. 6 ແລ້ວພວກເຂົາກໍໄປຫາໂຢຊວຍແລະຊາວອິດສະຣາເອນ ທີ່ຄ້າຍພັກຂອງເມືອງກິນການ ແລະເວົ້າວ່າ, “ພວກຂ້ານ້ອຍເດີນທາງມາຈາກດິນແດນໄກ ແລະຢາກເຮັດຂໍ້ຕົກລົງກັບພວກທ່ານ.” 7 ແຕ່ຊາວອິດສະຣາເອນໄດ້ເວົ້າຕໍ່ຄົນຮີວີວ່າ, “ພວກເຈົ້າອາດຈະຢູ່ໃກ້ກັບພວກເຮົານີ້ກໍໄດ້ ດ້ວຍເຫດໃດພວກເຮົາຈຶ່ງຈະເຮັດຂໍ້ຕົກລົງກັບພວກເຈົ້າ?” 8 ພວກເຂົາໄດ້ກ່າວແກ່ໂຢຊວຍວ່າ, “ພວກຂ້ານ້ອຍມາຂໍຮັບໃຊ້ທ່ານ.” ໂຢຊວຍຈຶ່ງໄດ້ຖາມພວກເຂົາວ່າ, “ພວກເຈົ້າແມ່ນໃຜແລະມາຈາກໃສ?” 9 ແລ້ວພວກເຂົາກໍໄດ້ເລົ່າເລື່ອງໃຫ້ໂຢຊວຍຟັງວ່າ, “ທ່ານເອີຍ ພວກຂ້ານ້ອຍໄດ້ມາແຕ່ດິນແດນໄກທີ່ສຸດ ເພາະໄດ້ຍິນເລື່ອງກ່ຽວກັບພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ. ພວກຂ້ານ້ອຍໄດ້ຍິນເຖິງທຸກໆສິ່ງ ທີ່ພຣະອົງໄດ້ກະທຳໃນປະເທດເອຢິບ 10 ແລະເຖິງທຸກໆສິ່ງທີ່ພຣະອົງໄດ້ເຮັດຕໍ່ກະສັດຂອງຊາວອາໂມສອງຄົນ ທີ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ຄືເຈົ້າສີໂຫນກະສັດແຫ່ງເຮັດຊະໂບນແລະເຈົ້າໂອກກະສັດແຫ່ງບາຊານ ທີ່ປົກຄອງຢູ່ໃນເມືອງອັດຊະຕາໂຣດ. 11 ດັ່ງນັ້ນ ບັນດາຜູ້ນຳຂອງພວກຂ້ານ້ອຍ ແລະປະຊາຊົນທັງໝົດໃນດິນແດນ ຈຶ່ງໄດ້ບອກພວກຂ້ານ້ອຍໃຫ້ນຳເອົາເຂົ້າປາອາຫານ ອອກເດີນທາງມາຫາທ່ານ. ພວກເຂົາໄດ້ບອກໃຫ້ພວກຂ້ານ້ອຍມາຂໍຮັບໃຊ້ທ່ານ ແລະຢາກໃຫ້ທ່ານເຮັດຂໍ້ຕົກລົງກັບພວກຂ້ານ້ອຍ. 12 ຈົ່ງເບິ່ງເຂົ້າຈີ່ຂອງພວກຂ້ານ້ອຍນີ້ດູ ຕອນອອກຈາກບ້ານມາຍັງອຸ່ນໆຢູ່ ແຕ່ດຽວນີ້ ແຫ້ງແລະຕົກໂໝກໝົດ. 13 ຕອນທີ່ພວກຂ້ານ້ອຍຮ່າຍເຫຼົ້າອະງຸ່ນໃສ່ຖົງນັ້ນມັນຍັງໃໝ່ຢູ່ ແຕ່ເບິ່ງແມ! ດຽວນີ້ມັນຂາດ ເຄື່ອງນຸ່ງແລະເກີບກໍເກົ່າທັງຂາດດ້ວຍ ເພາະການເດີນທາງອັນແສນໄກໃນຄັ້ງນີ້.” 14 ຊາວອິດສະຣາເອນໄດ້ຊີມອາຫານບາງສ່ວນຂອງພວກເຂົາ ແຕ່ບໍ່ໄດ້ຂໍຄຳແນະນຳຈາກພຣະເຈົ້າຢາເວກ່ຽວກັບເລື່ອງນີ້. 15 ໂຢຊວຍໄດ້ຕົກລົງສ້າງມິດຕະພາບກັບຊາວກີເບໂອນ ແລະຍອມໃຫ້ພວກເຂົາມີຊີວິດຢູ່ໄດ້. ຝ່າຍພວກຜູ້ນຳຂອງຊຸມນຸມປະຊາຊົນອິດສະຣາເອນ ຕ່າງກໍໄດ້ສັນຍາຢ່າງໜັກແໜ້ນກັບພວກເຂົາວ່າ ຈະຖືຮັກສາຂໍ້ຕົກລົງນັ້ນ. 16 ສາມມື້ຕໍ່ມາ ຫລັງຈາກທີ່ເຮັດຂໍ້ຕົກລົງກັນແລ້ວ ຊາວອິດສະຣາເອນຈຶ່ງໄດ້ຮູ້ວ່າ ຄົນພວກນີ້ຢູ່ໃກ້ຄຽງກັບພວກຕົນນັ້ນເອງ. 17 ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ອອກເດີນທາງ ແລະໄປຮອດເມືອງຂອງພວກເຂົາພາຍໃນສາມວັນ. ເມືອງເຫຼົ່ານີ້ ມີດັ່ງນີ້: ກີເບໂອນ, ເກຟີຣາ, ເບເອໂຣດ ແລະກີຣີອາດເຢອາຣີມ. 18 ແຕ່ຊາວອິດສະຣາເອນຂ້າພວກເຂົາບໍ່ໄດ້ ຍ້ອນພວກຜູ້ນຳຂອງຕົນໄດ້ເຮັດສາບານຢ່າງໜັກແໜ້ນກັບພວກເຂົາແລ້ວ ໂດຍພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ. ປະຊາຊົນທັງໝົດຈຶ່ງໄດ້ຈົ່ມໃຫ້ບັນດາຜູ້ນຳກ່ຽວກັບເລື່ອງນີ້. 19 ແຕ່ພວກຜູ້ນຳໄດ້ຕອບວ່າ, “ພວກເຮົາບໍ່ຄວນທຳຮ້າຍພວກເຂົາ ເພາະພວກເຮົາໄດ້ເຮັດສາບານຢ່າງໜັກແໜ້ນ ໂດຍພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນແລ້ວ. 20 ຍ້ອນດັ່ງນີ້ ພວກເຮົາຈຳເປັນຕ້ອງໄວ້ຊີວິດຂອງພວກເຂົາ. ຖ້າພວກເຮົາບໍ່ເຮັດຕາມ ພຣະເຈົ້າຈະລົງໂທດພວກເຮົາ. 21 ຂໍໃຫ້ພວກເຂົາມີຊີວິດຢູ່ຕໍ່ໄປເຖີດ ແຕ່ພວກເຂົາຈະຕ້ອງຕັດຟືນແລະຕັກນໍ້າໃຫ້ພວກເຮົາ.” ອັນນີ້ແມ່ນສິ່ງທີ່ພວກຫົວໜ້າໄດ້ແນະນຳ. 22 ໂຢຊວຍໄດ້ສັ່ງໃຫ້ນຳຊາວກີເບໂອນເຂົ້າມາຫາຕົນ ແລ້ວເພິ່ນກໍຖາມພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງໄດ້ໃຊ້ອຸບາຍຫລອກລວງພວກເຮົາ ໂດຍບອກວ່າພວກເຈົ້າໄດ້ເດີນທາງມາແຕ່ໄກ ໃນເມື່ອພວກເຈົ້າຢູ່ໃກ້ນີ້ເອງ? 23 ຍ້ອນພວກເຈົ້າໄດ້ເຮັດເຊັ່ນນີ້ ພວກເຈົ້າຈຶ່ງຖືກສາບແຊ່ງ ຄົນຂອງພວກເຈົ້າຈະເປັນຄົນຮັບໃຊ້ເລື້ອຍໄປ ພວກເຈົ້າຈະຕ້ອງຕັດຟືນແລະຕັກນໍ້າ ສຳລັບທີ່ວິຫານຂອງພຣະເຈົ້າຂອງພວກເຮົາ.” 24 ພວກເຂົາໄດ້ຕອບວ່າ, “ທ່ານເອີຍ ພວກຂ້ານ້ອຍໄດ້ເຮັດເຊັ່ນນີ້ ເພາະຮູ້ວ່າເປັນຄວາມຈິງແທ້ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໄດ້ສັ່ງໂມເຊຜູ້ຮັບໃຊ້ຂອງພຣະອົງ ໃຫ້ມອບດິນແດນທັງໝົດນີ້ແກ່ພວກທ່ານ ແລະຍັງສັ່ງພວກທ່ານໃຫ້ຂ້າທຸກຄົນໃນບ່ອນທີ່ພວກທ່ານໄດ້ເຂົ້າຢຶດຄອງ. ພວກຂ້ານ້ອຍໄດ້ເຮັດລົງໄປ ເພາະພວກຂ້ານ້ອຍຢ້ານພວກທ່ານຫລາຍ ພວກຂ້ານ້ອຍຢ້ານຕາຍ. 25 ບັດນີ້ ພວກຂ້ານ້ອຍຕົກຢູ່ໃຕ້ອຳນາດຂອງທ່ານແລ້ວ ຂໍທ່ານຈົ່ງປະຕິບັດຕໍ່ພວກຂ້ານ້ອຍ ຕາມທີ່ທ່ານເຫັນສົມຄວນເທີ້ນ.” 26 ສະນັ້ນ ໂຢຊວຍຈຶ່ງໄດ້ປະຕິບັດດັ່ງນີ້: ເພິ່ນໄດ້ປົກປ້ອງບໍ່ໃຫ້ຊາວອິດສະຣາເອນຂ້າພວກເຂົາ. 27 ແຕ່ໃນເວລາດຽວກັນນັ້ນ ເພິ່ນກໍໄດ້ໃຫ້ພວກເຂົາເປັນຄົນຮັບໃຊ້ ຄືຕັດຟືນແລະຕັກນໍ້າໃຫ້ປະຊາຊົນອິດສະຣາເອນ ແລະສຳລັບແທ່ນບູຊາຂອງພຣະເຈົ້າຢາເວ. ໃນທຸກວັນນີ້ ພວກເຂົາກໍຍັງໄດ້ສືບຕໍ່ເຮັດວຽກຢູ່ໃນບ່ອນທີ່ພຣະອົງໄດ້ເລືອກໄວ້. |
@ 2012 United Bible Societies. All Rights Reserved.