ໂຢຊວຍ 8 - ພຣະຄຳພີສັກສິການຢຶດແລະການທຳລາຍເມືອງອາອີ 1 ພຣະເຈົ້າຢາເວໄດ້ສັ່ງໂຢຊວຍວ່າ, “ຈົ່ງນຳເອົາທະຫານທັງໝົດຂຶ້ນໄປສູ່ເມືອງອາອີ. ຢ່າຢ້ານຫລືທໍ້ຖອຍໃຈເລີຍ. ເຮົາຈະໃຫ້ເຈົ້າຮົບຊະນະກະສັດແຫ່ງອາອີ, ປະຊາຊົນ, ເມືອງ ຕະຫລອດທັງດິນແດນຂອງລາວດ້ວຍ. 2 ເຈົ້າຈົ່ງເຮັດຕໍ່ເມືອງອາອີແລະກະສັດຂອງເມືອງນີ້ ເໝືອນດັ່ງທີ່ເຈົ້າໄດ້ເຮັດຕໍ່ເມືອງເຢຣິໂກແລະກະສັດຂອງເມືອງນັ້ນ. ແຕ່ໃນຄັ້ງນີ້ ໃຫ້ພວກເຈົ້າເອົາສິ່ງຂອງ ແລະຝູງສັດມາເປັນຂອງພວກເຈົ້າໄດ້. ຈົ່ງຕຽມໂຈມຕີເມືອງທາງດ້ານຫລັງ ໂດຍບໍ່ໃຫ້ພວກເຂົາຮູ້ຕົວ.” 3 ດັ່ງນັ້ນ ໂຢຊວຍຈຶ່ງຕຽມເອົາທະຫານທັງໝົດໄປໂຈມຕີເມືອງອາອີ. ເພິ່ນໄດ້ເລືອກເອົາທະຫານທີ່ເກັ່ງກ້າສາມໝື່ນຄົນ ແລະໃຫ້ເຄື່ອນທັບໄປໃນຕອນກາງຄືນ 4 ໂດຍໄດ້ສັ່ງວ່າ, “ຈົ່ງລີ້ຢູ່ທາງດ້ານຫລັງຂອງຕົວເມືອງ ແຕ່ຢ່າໃຫ້ໄກຈາກຕົວເມືອງຫລາຍ ແລ້ວໃຫ້ພາກັນຕຽມພ້ອມເຂົ້າໂຈມຕີ. 5 ສ່ວນຂ້ອຍເອງກັບທະຫານທີ່ໄປນຳຂ້ອຍຈະເຂົ້າໄປໃກ້ຕົວເມືອງ. ພໍເມື່ອກອງທັບຂອງຊາວອາອີອອກມາໂຈມຕີ ພວກເຮົາຈະຖອຍໜີດັ່ງທີ່ພວກເຮົາໄດ້ເຮັດມາໃນຄັ້ງທຳອິດນັ້ນ. 6 ພວກເຮົາຈະລໍ້ພວກເຂົາໃຫ້ໄລ່ຕິດຕາມພວກເຮົາອອກໄປໄກຈາກຕົວເມືອງ. ພວກເຂົາຈະຕ້ອງຄິດວ່າ ພວກເຮົາປົບໜີໄປດັ່ງເທື່ອກ່ອນ. 7 ແລ້ວໃຫ້ພວກເຈົ້າອອກມາຈາກບ່ອນລີ້ ແລະເຂົ້າຢຶດຄອງຕົວເມືອງ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະຍົກເມືອງນີ້ໃຫ້ພວກເຈົ້າ. 8 ຫລັງຈາກຢຶດຄອງເມືອງແລ້ວ ໃຫ້ຈູດເມືອງຖິ້ມໂລດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.” 9 ດັ່ງນັ້ນ ໂຢຊວຍຈຶ່ງຍົກທັບອອກໄປ ແລະພວກທະຫານກໍໄດ້ໄປລີ້ຢູ່ທາງທິດຕາເວັນຕົກຂອງເມືອງອາອີ ລະຫວ່າງເມືອງອາອີກັບເມືອງເບັດເອນ. ສ່ວນໂຢຊວຍນັ້ນໄດ້ຄ້າງຄືນຢູ່ໃນຄ້າຍພັກ. 10 ຕອນເຊົ້າແຕ່ເດິກໆ ໂຢຊວຍໄດ້ລຸກຂຶ້ນແລະເອີ້ນບັນດາທະຫານມາປະຊຸມ. ແລ້ວເພິ່ນເອງແລະພວກຜູ້ນຳຊາດອິດສະຣາເອນ ກໍໄດ້ຍົກທັບໄປສູ່ເມືອງອາອີ. 11 ພວກທະຫານທີ່ໄປກັບເພິ່ນນັ້ນ ໄດ້ມຸ້ງໜ້າໄປສູ່ປະຕູເມືອງແລະຕັ້ງຄ້າຍພັກຢູ່ທາງດ້ານເໜືອ ບ່ອນທີ່ມີຮ່ອມພູຂັ້ນລະຫວ່າງພວກເຂົາແລະເມືອງອາອີ. 12 ເພິ່ນໄດ້ນຳເອົາທະຫານປະມານຫ້າພັນຄົນ ໄປລີ້ຢູ່ທາງທິດຕາເວັນຕົກຂອງເມືອງ ລະຫວ່າງເມືອງອາອີແລະເມືອງເບັດເອນ. 13 ພວກທະຫານໄດ້ຈັດຕຽມການສູ້ຮົບດັ່ງນີ້: ຄ້າຍໃຫຍ່ໃຫ້ຕັ້ງຢູ່ທາງດ້ານເໜືອຂອງເມືອງ ແລະນອກນັ້ນໃຫ້ຢູ່ທາງດ້ານຕາເວັນອອກ. ສ່ວນໂຢຊວຍນັ້ນໄດ້ຄ້າງຄືນຢູ່ໃນຮ່ອມພູ. 14 ເມື່ອກະສັດເມືອງອາອີໄດ້ເຫັນທະຫານຂອງໂຢຊວຍ ເພິ່ນກໍລະດົມພົນທັນທີ ເພິ່ນພ້ອມທະຫານທັງໝົດຟ້າວອອກໄປສູ່ຮ່ອມພູຈໍແດນ ເພື່ອຕໍ່ສູ້ພວກອິດສະຣາເອນໃນບ່ອນເກົ່າ ທີ່ເຄີຍໄດ້ສູ້ຮົບມາແລ້ວ ໂດຍບໍ່ຮູ້ວ່າຕົນຈະຖືກຫລອນໂຈມຕີທາງດ້ານຫລັງ. 15 ໂຢຊວຍແລະທະຫານໄດ້ທຳທ່າຖອຍຄືນ ໂດຍປົບໜີໄປທາງຖິ່ນແຫ້ງແລ້ງກັນດານ. 16 ຝ່າຍຜູ້ຊາຍຢູ່ໃນເມືອງທຸກຄົນກໍໄລ່ຕາມໄປ ແລະໃນຂະນະທີ່ພວກເຂົາໄລ່ຕາມໂຢຊວຍໄປນັ້ນ ພວກເຂົາກໍຫ່າງຈາກຕົວເມືອງອອກໄປເລື້ອຍໆ. 17 ຜູ້ຊາຍທຸກຄົນໃນເມືອງອາອີ ໄດ້ອອກໄລ່ຕາມພວກອິດສະຣາເອນໄປ ແລະປ່ອຍໃຫ້ຕົວເມືອງເປີດປະໄວ້ຢ່າງບໍ່ມີໃຜປ້ອງກັນ. 18 ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ໂຢຊວຍວ່າ, “ຈົ່ງເອົາຫອກຂອງເຈົ້າຊີ້ໄປທາງເມືອງອາອີ ເຮົາກຳລັງມອບເມືອງອາອີໃຫ້ເຈົ້າ.” ໂຢຊວຍກໍປະຕິບັດຕາມທີ່ພຣະອົງໄດ້ບອກ 19 ແລະພໍໂຢຊວຍຍົກມືຂຶ້ນ ພວກທີ່ໄດ້ລີ້ຢູ່ນັ້ນກໍຟ້າວແລ່ນອອກມາຢ່າງວ່ອງໄວ ແລະເຂົ້າຢຶດຄອງເມືອງທັນທີ. ພວກເຂົາຈູດເມືອງຖິ້ມທັນໃດໂລດ. 20 ເມື່ອຊາວເມືອງອາອີຫລຽວຄືນຫລັງ ເຫັນຄວັນໄຟຟົ້ງຂຶ້ນສູ່ທ້ອງຟ້າ ພວກເຂົາກໍບໍ່ມີຊ່ອງທາງທີ່ຈະປົບໜີໄປໄດ້ອີກແລ້ວ ເພາະພວກອິດສະຣາເອນທີ່ກຳລັງແລ່ນໄປທາງຖິ່ນແຫ້ງແລ້ງກັນດານນັ້ນ ບັດນີ້ ໄດ້ຫັນໜ້າມາໂຈມຕີພວກເຂົາຄືນ. 21 ເມື່ອໂຢຊວຍກັບຄົນຂອງເພິ່ນເຫັນວ່າ ທະຫານອິດສະຣາເອນໄດ້ຢຶດຄອງເມືອງແລະຈູດເມືອງແລ້ວ ພວກເຂົາກໍຫັນມາເລີ່ມຂ້າພວກຜູ້ຊາຍອາອີ. 22 ບັດນີ້ ພວກອິດສະຣາເອນທີ່ຢູ່ໃນເມືອງກໍໄດ້ອອກມາສົມທົບສູ້ຮົບ. ສະນັ້ນ ພວກອາອີຈຶ່ງຖືກປິດລ້ອມໄວ້ຢ່າງສິ້ນເຊີງ ແລະພວກອິດສະຣາເອນໄດ້ຂ້າພວກເຂົາຖິ້ມ ໂດຍບໍ່ມີຜູ້ໃດໜີພົ້ນແລະລອດຊີວິດໄປໄດ້ 23 ນອກຈາກກະສັດແຫ່ງອາອີເທົ່ານັ້ນທີ່ພວກເຂົາໄລ່ຈັບໄດ້ ແລະນຳຕົວມາຫາໂຢຊວຍ. 24 ພວກອິດສະຣາເອນໄດ້ຂ້າສັດຕູທຸກຄົນໃນຖິ່ນແຫ້ງແລ້ງກັນດານ ບ່ອນທີ່ພວກເຂົາໄດ້ໄລ່ຕິດຕາມຂ້າເສິກໄປ. ແລ້ວພວກເຂົາກໍໄດ້ກັບຄືນມາທີ່ເມືອງອາອີ ແລະຂ້າທຸກໆຄົນໃນເມືອງຖິ້ມ. 25-26 ສ່ວນໂຢຊວຍຍັງສືບຕໍ່ຊີ້ຫອກຂອງຕົນໄປສູ່ເມືອງອາອີ ຈົນກວ່າທຸກຄົນໃນເມືອງຖືກຂ້າໝົດ. ໃນມື້ນັ້ນ ຄົນໃນເມືອງອາອີທຸກຄົນໄດ້ຖືກຂ້າ ຊຶ່ງລວມທັງຊາຍແລະຍິງທັງໝົດມີສິບສອງພັນຄົນ. 27 ພວກອິດສະຣາເອນໄດ້ຢຶດເອົາຝູງສັດແລະສິ່ງຂອງໃນເມືອງ ມາເປັນຂອງຕົນຕາມຖ້ອຍຄຳຂອງພຣະເຈົ້າຢາເວທີ່ໄດ້ສັ່ງໂຢຊວຍ. 28 ໂຢຊວຍໄດ້ຈູດເມືອງອາອີແລະປະໃຫ້ເປັນເມືອງຮ້າງ. ສະນັ້ນ ເມືອງອາອີຈຶ່ງຍັງເປັນເມືອງຮ້າງຕະຫລອດມາເຖິງເທົ່າທຸກວັນນີ້. 29 ເພິ່ນໄດ້ແຂວນຄໍກະສັດແຫ່ງອາອີທີ່ເທິງຕົ້ນໄມ້ ແລະປະໄວ້ຈົນຮອດຄໍ່າ. ພໍຕາເວັນຕົກດິນແລ້ວ ໂຢຊວຍກໍສັ່ງໃຫ້ຄົນປົດເອົາສົບລົງມາຈາກຕົ້ນໄມ້ ແລະໄດ້ໂຍນສົບນັ້ນຖິ້ມໄວ້ທາງປະຕູເຂົ້າເມືອງ. ພວກເຂົາໄດ້ເອົາກ້ອນຫີນກອງຖົມລາວໄວ້ເປັນກອງໃຫຍ່ ຊຶ່ງຍັງມີຢູ່ເທົ່າທຸກວັນນີ້. ການອ່ານກົດບັນຍັດຄືນໃໝ່ທີ່ພູເຂົາເອບານ 30 ຕໍ່ມາ ທີ່ພູເຂົາເອບານ ໂຢຊວຍໄດ້ສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ. 31 ເພິ່ນໄດ້ສ້າງຂຶ້ນຕາມແບບທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວ ໄດ້ສັ່ງໄວ້ກັບຊາວອິດສະຣາເອນ ດັ່ງທີ່ໄດ້ກ່າວໄວ້ຕາມກົດບັນຍັດຂອງໂມເຊວ່າ, “ແທ່ນບູຊາສ້າງຂຶ້ນດ້ວຍຫີນທີ່ບໍ່ໃຊ້ເຄື່ອງມືເປັນໂລຫະຕັດ.” ທີ່ເທິງແທ່ນນັ້ນ ພວກເຂົາໄດ້ເຜົາເຄື່ອງຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ ແລະຖວາຍເພື່ອຄວາມສາມັກຄີທຳ. 32 ໃນທີ່ນັ້ນ ຕໍ່ໜ້າຊາວອິດສະຣາເອນ ໂຢຊວຍໄດ້ຈາລຶກກົດບັນຍັດທີ່ໂມເຊໄດ້ຂຽນໃສ່ໄວ້ທີ່ຫີນນັ້ນ. 33 ຊາວອິດສະຣາເອນພ້ອມທັງພວກຜູ້ນຳ, ບັນດາເຈົ້າໜ້າທີ່, ພວກຜູ້ຕັດສິນ, ຕະຫລອດທັງຄົນຕ່າງດ້າວທີ່ອາໄສຢູ່ນຳພວກເຂົາ ຕ່າງກໍໄດ້ຢືນຢູ່ສອງຟາກຂ້າງຂອງຫີບພັນທະສັນຍາຂອງພຣະເຈົ້າຢາເວ ໂດຍປິ່ນໜ້າໃສ່ປະໂຣຫິດຊາວເລວີຜູ້ທີ່ມີໜ້າທີ່ຫາມຫີບ. ປະຊາຊົນເຄິ່ງໜຶ່ງໄດ້ຢືນປິ່ນຫລັງໃສ່ພູເຂົາເກຣີຊິມ ແລະອີກເຄິ່ງໜຶ່ງໄດ້ຢືນປິ່ນຫລັງໃສ່ພູເຂົາເອບານ. ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໃຫ້ພວກເຂົາເຮັດເຊັ່ນນີ້ ເມື່ອເຖິງເວລາທີ່ພວກເຂົາຈະຮັບພອນ. 34 ແລ້ວໂຢຊວຍກໍໄດ້ອ່ານກົດບັນຍັດທັງໝົດດ້ວຍສຽງດັງ ພ້ອມທັງອ່ານຄຳອວຍພອນກັບຄຳສາບແຊ່ງ ທີ່ໄດ້ມີຂຽນໄວ້ໃນໜັງສືກົດບັນຍັດຂອງພຣະເຈົ້າ. 35 ໂຢຊວຍໄດ້ອ່ານກົດບັນຍັດຂອງໂມເຊທຸກຂໍ້ຢູ່ຕໍ່ໜ້າຊຸມນຸມທັງໝົດ ຊຶ່ງລວມທັງຜູ້ຍິງ, ເດັກນ້ອຍ, ຕະຫລອດທັງຊາວຕ່າງດ້າວທີ່ອາໄສຢູ່ກັບພວກເຂົາ. |
@ 2012 United Bible Societies. All Rights Reserved.