Biblia Todo Logo
Bìoball air-loidhne

- Sanasan -

ໂຢຊວຍ 7 - ພຣະຄຳພີສັກສິ


ອາການ​ເຮັດ​ບາບ

1 ແຕ່​ຊາວ​ອິດສະຣາເອນ​ໄດ້​ລະເມີດ​ໃນ​ສິ່ງຂອງ​ທີ່​ຕ້ອງ​ຖວາຍ​ນັ້ນ​ຄື: ອາການ​ເປັນ​ລູກ​ຂອງ​ການໝີ ຫລານຊາຍ​ຂອງ​ຊັບດີ ແລະ​ຄົນ​ໃນ​ຕະກຸນ​ເຊຣາ​ເຜົ່າ​ຢູດາ​ໄດ້ເອົາ​ສິ່ງຂອງ​ທີ່​ຕ້ອງ​ຖວາຍ​ນັ້ນ​ໄປ​ເປັນ​ຂອງຕົນ; ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາວ​ອິດສະຣາເອນ​ຢ່າງໜັກ.

2 ໂຢຊວຍ​ໄດ້​ສົ່ງ​ບາງຄົນ​ຈາກ​ເມືອງ​ເຢຣິໂກ​ໄປ​ທີ່​ເມືອງ​ອາອີ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເບັດເອນ​ໃກ້​ກັບ​ເມືອງ​ເບັດ​ອາເວນ. ໂຢຊວຍ​ໄດ້​ສັ່ງ​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ. ເມື່ອ​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ແລ້ວ

3 ກໍໄດ້​ກັບ​ມາ​ລາຍງານ​ໂຢຊວຍ​ວ່າ, “ບໍ່​ຈຳເປັນ​ຈະ​ສົ່ງ​ທຸກໆ​ຄົນ​ໄປ​ຕີ​ເອົາ​ເມືອງ​ອາອີ. ໃຫ້​ສົ່ງ​ພຽງແຕ່​ສອງ​ຫລື​ສາມພັນ​ຄົນ​ເທົ່ານັ້ນ​ໄປ​ກໍ​ພໍ. ຢ່າ​ສົ່ງ​ກອງທັບ​ທັງໝົດ​ຂຶ້ນ​ໄປ​ສູ້ຮົບ​ໃນ​ທີ່ນັ້ນ ເພາະ​ເມືອງ​ອາອີ​ນີ້​ບໍ່​ເປັນ​ເມືອງ​ໃຫຍ່.”

4 ດັ່ງນັ້ນ ຊາວ​ອິດສະຣາເອນ​ປະມານ​ສາມພັນ​ຄົນ​ຈຶ່ງ​ໄດ້​ອອກ​ໄປ​ບຸກໂຈມຕີ ແຕ່​ພວກເຂົາ​ໄດ້​ຖືກ​ຕີ​ຄືນ​ໃຫ້​ແຕກ​ຖອຍໜີ​ມາ.

5 ຊາວ​ເມືອງ​ອາອີ​ໄດ້​ຂັບໄລ່​ຊາວ​ອິດສະຣາເອນ​ຈາກ​ປະຕູ​ເມືອງ ໃຫ້​ຖອຍໜີ​ໄປ​ຈົນເຖິງ​ເຊບາຣິມ ແລະ​ຂ້າ​ພວກເຂົາ​ຕາມ​ເນີນພູ ປະມານ 36 ຄົນ. ເມື່ອ​ເຫັນ​ເປັນ​ເຊັ່ນນີ້ ພວກ​ອິດສະຣາເອນ​ຈຶ່ງ​ເສຍຂວັນ​ແລະ​ຢ້ານກົວ.

6 ໂຢຊວຍ​ແລະ​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ ຕ່າງ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ເປັນທຸກໃຈ ແລະ​ໝູບ​ໜ້າ​ກັບ​ພື້ນດິນ​ຕໍ່ໜ້າ​ຫີບ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໝູບ​ຢູ່​ຢ່າງ​ນີ້ ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ ພ້ອມ​ທັງ​ເອົາ​ຂີ້ຝຸ່ນ​ດິນ​ໂຮຍ​ໃສ່​ເທິງ​ຫົວ​ຕົນເອງ ເພື່ອ​ສະແດງ​ເຖິງ​ຄວາມ​ໂສກເສົ້າ​ຂອງ​ພວກເຂົາ.

7 ແລ້ວ​ໂຢຊວຍ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ໄດ້​ນຳ​ພວກ​ຂ້ານ້ອຍ​ຂ້າມ​ແມ່ນໍ້າ​ຈໍແດນ​ມາ​ທີ່​ນີ້? ກໍ​ເພື່ອ​ມອບ​ພວກ​ຂ້ານ້ອຍ​ໃຫ້​ແກ່​ຊາວ​ອາໂມ ຊັ້ນບໍ? ເປັນຫຍັງ​ຈຶ່ງ​ບໍ່​ໃຫ້​ພວກ​ຂ້ານ້ອຍ ຢູ່​ຟາກ​ແມ່ນໍ້າ​ຈໍແດນ​ເບື້ອງ​ນັ້ນ​ພຸ້ນ?

8 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ກ່າວ​ຫຍັງ​ໄດ້​ແດ່? ບັດນີ້ ຈະ​ໃຫ້​ຊາວ​ອິດສະຣາເອນ​ປົບໜີ​ຕໍ່ໜ້າ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ຊັ້ນບໍ?

9 ຊາວ​ການາອານ​ແລະ​ພວກ​ອື່ນໆ​ທົ່ວ​ທັງ​ດິນແດນ​ຈະ​ຮູ້​ເຖິງ​ເລື່ອງ​ນີ້. ພວກເຂົາ​ຈະ​ພາກັນ​ມາ​ປິດລ້ອມ​ພວກ​ຂ້ານ້ອຍ​ໄວ້ ແລະ​ສັງຫານ​ພວກ​ຂ້ານ້ອຍ​ທຸກໆ​ຄົນ​ຖິ້ມ; ແລ້ວ​ພຣະອົງ​ຈະ​ກະທຳ​ຢ່າງ​ໃດ ເພື່ອ​ຮັກສາ​ກຽດ​ສັກສີ​ຂອງ​ພຣະອົງ​ໄວ້?”

10 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ຈົ່ງ​ລຸກ​ຂຶ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ໝູບ​ໜ້າ​ຢູ່​ຢ່າງ​ນີ້?

11 ຊາດ​ອິດສະຣາເອນ​ໄດ້​ເຮັດ​ບາບ ພວກເຂົາ​ໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ສັ່ງ​ພວກເຂົາ​ໃຫ້​ຖື​ຮັກສາ. ພວກເຂົາ​ໄດ້​ເອົາ​ບາງສິ່ງ​ບາງຢ່າງ​ທີ່​ຕ້ອງ​ຖືກ​ທຳລາຍ​ນັ້ນ. ພວກເຂົາ​ໄດ້​ລັກ​ເອົາ​ມາ​ແລະ​ອຳ​ໄວ້ ແລ້ວ​ເອົາ​ສິ່ງ​ເຫຼົ່ານີ້​ລວມ​ເຂົ້າ​ກັບ​ສິ່ງຂອງ​ຂອງ​ຕົນເອງ.

12 ດ້ວຍເຫດນີ້ ຊາວ​ອິດສະຣາເອນ​ຈຶ່ງ​ສູ້ຮົບ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ບໍ່ໄດ້. ພວກເຂົາ​ຖືກ​ຕີ​ໃຫ້​ຖອຍໜີ​ໄປ ກໍ​ຍ້ອນ​ວ່າ​ພວກເຂົາ​ເປັນ​ຝ່າຍ​ທີ່​ຕ້ອງ​ຖືກ​ທຳລາຍ ເຮົາ​ຈະ​ບໍ່​ຢູ່​ກັບ​ພວກເຈົ້າ​ຕໍ່ໄປ ຈົນກວ່າ​ພວກເຈົ້າ​ຈະ​ທຳລາຍ​ສິ່ງ​ທີ່​ເຮົາ​ຫ້າມ​ບໍ່​ໃຫ້​ເອົາ​ນັ້ນ.

13 ຈົ່ງ​ລຸກ​ຂຶ້ນ ໄປ​ເຮັດ​ພິທີ​ຊຳລະ​ປະຊາຊົນ​ໃຫ້​ບໍຣິສຸດ ແລະ​ຕຽມ​ພວກເຂົາ​ໃຫ້​ພ້ອມ​ທີ່​ຈະ​ເຂົ້າ​ມາ​ພົບ​ເຮົາ. ຈົ່ງ​ບອກ​ພວກເຂົາ​ໃຫ້​ຕຽມພ້ອມ​ໃນ​ມື້ອື່ນ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ດັ່ງນີ້, ‘ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ໄດ້​ລັກ​ເອົາ​ບາງສິ່ງ​ບາງຢ່າງ​ທີ່​ເຮົາ​ໄດ້​ສັ່ງ​ໃຫ້​ທຳລາຍ​ນັ້ນ ມາ​ເປັນ​ຂອງຕົນ ພວກເຈົ້າ​ຈະ​ສູ້ຮົບ​ເຫຼົ່າ​ສັດຕູ​ບໍ່ໄດ້ ຈົນກວ່າ​ພວກເຈົ້າ​ຈະ​ທຳລາຍ​ສິ່ງ​ເຫຼົ່ານັ້ນ​ເສຍ.’

14 ສະນັ້ນ ຈົ່ງ​ບອກ​ພວກເຂົາ​ວ່າ​ໃນ​ມື້ອື່ນ​ເຊົ້າ ພວກເຂົາ​ຈະ​ຖືກ​ນຳ​ອອກ​ມາ​ຂ້າງໜ້າ ເປັນເຜົ່າ. ຖ້າ​ພຣະເຈົ້າຢາເວ​ຄັດ​ເອົາ​ເຜົ່າໃດ​ແລ້ວ ໃຫ້​ຄົນ​ໃນ​ເຜົ່ານັ້ນ​ເຂົ້າ​ມາ​ເປັນ​ຕະກຸນ. ຖ້າ​ພຣະເຈົ້າຢາເວ​ຄັດ​ເອົາ​ຕະກຸນ​ໃດ​ແລ້ວ ໃຫ້​ຄົນ​ໃນ​ຕະກຸນ​ນັ້ນ​ເຂົ້າ​ມາ​ເປັນ​ຄອບຄົວ. ຖ້າ​ພຣະເຈົ້າຢາເວ​ຄັດ​ເອົາ​ຄອບຄົວ​ໃດ​ແລ້ວ ໃຫ້​ຄົນ​ໃນ​ຄອບຄົວ​ນັ້ນ​ອອກ​ມາ​ຂ້າງ​ໜ້າ​ເທື່ອ​ລະ​ຄົນ.

15 ຜູ້ໃດ​ທີ່​ຖືກ​ຈັບ​ໄດ້​ພ້ອມ​ກັບ​ສິ່ງຂອງ​ທີ່​ຕ້ອງ​ຖືກ​ທຳລາຍ ຈະ​ຖືກ​ເຜົາ​ທັງເປັນ​ພ້ອມ​ກັບ​ທຸກໆ​ຄົນ​ໃນ​ຄອບຄົວ​ຂອງ​ລາວ ແລະ​ທຸກໆ​ສິ່ງ​ທີ່​ເປັນ​ຂອງ​ລາວ. ດ້ວຍວ່າ, ລາວ​ໄດ້​ນຳ​ເອົາ​ຄວາມ​ອັບອາຍ​ອັນ​ໃຫຍ່ຫລວງ​ມາ​ສູ່​ຊາດ​ອິດສະຣາເອນ ແລະ​ທັງ​ໄດ້​ລະເມີດ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.”

16 ວັນ​ໃໝ່​ມາ​ແຕ່​ເດິກໆ ໂຢຊວຍ​ໄດ້​ນຳ​ເອົາ​ຊາວ​ອິດສະຣາເອນ​ແຕ່ລະເຜົ່າ​ໄປ​ຂ້າງໜ້າ ແລະ​ເຜົ່າຢູດາ​ເປັນ​ເຜົ່າ​ທີ່​ຖືກ​ເລືອກ.

17 ເພິ່ນ​ໄດ້​ນຳ​ເອົາ​ເຜົ່າ​ຢູດາ​ໄປ​ຂ້າງໜ້າ ແລະ​ຕະກຸນ​ເຊຣາ​ໄດ້​ຖືກ​ເລືອກ; ແລ້ວ​ເພິ່ນ​ກໍໄດ້​ນຳ​ເອົາ​ຕະກຸນ​ເຊຣາ​ໄປ​ຂ້າງໜ້າ​ແຕ່ລະ​ຄອບຄົວ ແລະ​ຄອບຄົວ​ຊັບດີ​ໄດ້​ຖືກ​ເລືອກ.

18 ເພິ່ນ​ໄດ້​ເອົາ​ຄອບຄົວ​ຊັບດີ​ໄປ​ຂ້າງໜ້າ​ແຕ່ລະຄົນ; ແລະ​ອາການ​ລູກຊາຍ​ຂອງ​ການໝີ, ຫລານຊາຍ​ຂອງ​ຊັບດີ​ຕະກຸນ​ເຊຣາ​ເຜົ່າ​ຢູດາ​ກໍ​ຖືກ​ເລືອກ.

19 ສະນັ້ນ ໂຢຊວຍ​ຈຶ່ງ​ໄດ້​ກ່າວ​ແກ່​ອາການ​ວ່າ, “ລູກ​ເອີຍ ຂໍ​ໃຫ້​ເຈົ້າ​ຈົ່ງ​ຖວາຍ​ສະຫງ່າຣາສີ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ສາລະພາບ​ຜິດບາບ​ຕໍ່​ພຣະອົງ​ສາ. ຈົ່ງ​ບອກ​ເຮົາ​ມາ​ດຽວ​ນີ້​ວ່າ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່? ຢ່າ​ພະຍາຍາມ​ປິດບັງ​ເຮົາ​ເລີຍ.”

20 ອາການ​ຕອບ​ວ່າ, “ເປັນ​ຄວາມຈິງ​ແທ້ ທີ່​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ຂ້ານ້ອຍ​ໄດ້​ເຮັດ​ສິ່ງ​ດັ່ງ​ຕໍ່ໄປນີ້:

21 ໃນ​ຈຳນວນ​ສິ່ງຂອງ​ທີ່​ພວກເຮົາ​ຢຶດ​ມາ​ໄດ້​ນັ້ນ ຂ້ານ້ອຍ​ໄດ້​ເຫັນ​ເສື້ອຄຸມ​ງາມ​ໂຕໜຶ່ງ​ຂອງ​ຊາວ​ບາບີໂລນ ແລະ​ເງິນ​ໜັກ​ປະມານ​ສອງ​ກິໂລກຼາມ ແລະ​ຄຳ​ແທ່ງ​ໜຶ່ງ​ໜັກ​ກວ່າ​ເຄິ່ງ​ກິໂລກຼາມ. ຂ້ານ້ອຍ​ຢາກ​ໄດ້​ສິ່ງ​ເຫຼົ່ານັ້ນ​ຫລາຍ ເລີຍ​ໄດ້​ເຊື່ອງ​ເອົາ​ໄວ້ ທ່ານ​ຈະ​ພົບ​ສິ່ງ​ເຫຼົ່ານັ້ນ ຝັງ​ໄວ້​ຢູ່​ໃຕ້​ພື້ນດິນ​ໃນ​ຜ້າເຕັນ​ຂອງ​ຂ້ານ້ອຍ ສ່ວນ​ເງິນ​ແມ່ນ​ຢູ່​ກ້ອງ​ລຸ່ມ​ນັ້ນ.”

22 ດັ່ງນັ້ນ ໂຢຊວຍ​ຈຶ່ງ​ໃຊ້​ຄົນ​ແລ່ນ​ໄປ​ເບິ່ງ​ໃນ​ຜ້າເຕັນ ແລະ​ພົບ​ສິ່ງຂອງ​ດັ່ງກ່າວ​ນັ້ນ​ພ້ອມ​ກັບ​ເງິນ​ຝັງ​ໄວ້​ໃນ​ຜ້າເຕັນ​ແທ້.

23 ພວກເຂົາ​ຈຶ່ງ​ນຳ​ເອົາ​ສິ່ງຂອງ​ເຫຼົ່ານັ້ນ ອອກ​ມາ​ຈາກ​ຜ້າເຕັນ ໃຫ້​ໂຢຊວຍ​ແລະ​ຊາວ​ອິດສະຣາເອນ​ທັງໝົດ​ເບິ່ງ ແລ້ວ​ວາງ​ສິ່ງຂອງ​ນັ້ນ​ລົງ​ຕໍ່ໜ້າ​ພຣະເຈົ້າຢາເວ.

24 ໂຢຊວຍ​ແລະ​ຊາວ​ອິດສະຣາເອນ​ທຸກຄົນ ຈຶ່ງ​ໄດ້​ຈັບ​ອາການ​ຕະກຸນ​ເຊຣາ​ພ້ອມ​ທັງ​ຢຶດເອົາ​ເງິນ, ເສື້ອຄຸມ, ແທ່ງຄຳ, ຕະຫລອດ​ທັງ​ລູກ​ຊາຍ​ຍິງ, ຝູງສັດ, ລໍ, ແກະ, ຜ້າເຕັນ ແລະ​ສິ່ງ​ອື່ນໆ​ອີກ​ທຸກຢ່າງ​ທີ່​ລາວ​ມີ ແລະ​ພວກເຂົາ​ໄດ້​ນຳ​ໄປ​ທີ່​ຮ່ອມພູ​ອາໂຄ.

25 ໂຢຊວຍ​ໄດ້​ກ່າວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ໄດ້​ເຮັດ​ໃຫ້​ພວກເຮົາ​ເດືອດຮ້ອນ​ຢ່າງ​ນີ້? ບັດນີ້​ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ເຈົ້າ​ເດືອດຮ້ອນ.” ພໍ​ກ່າວ​ສຸດ​ແລ້ວ ທຸກຄົນ​ກໍ​ແກວ່ງ​ກ້ອນຫີນ​ໃສ່​ອາການ​ຈົນ​ຕາຍ; ພວກເຂົາ​ຍັງ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ຄົນ​ໃນ​ຄອບຄົວ​ຂອງ​ລາວ ແລະ​ຈູດ​ພວກເຂົາ​ຕະຫລອດ​ທັງ​ທຸກສິ່ງ​ທີ່​ພວກເຂົາ​ມີ.

26 ຫລັງຈາກ​ນັ້ນ ພວກເຂົາ​ກໍ​ເອົາ​ຫີນ​ມາ​ເຮັດ​ເປັນ​ກອງ​ໃຫຍ່​ຖົມ​ລາວ​ໄວ້ ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້. ດັ່ງນັ້ນ ບ່ອນ​ນີ້​ຈົ່ງ​ເອີ້ນ​ວ່າ ຮ່ອມພູ​ອາໂຄ. ແລ້ວ​ພຣະເຈົ້າຢາເວ​ກໍ​ບໍ່ໄດ້​ໂກດຮ້າຍ​ອີກ​ຕໍ່ໄປ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan