ໂຢຊວຍ 6 - ພຣະຄຳພີສັກສິເມືອງເຢຣິໂກພັງທະລາຍ 1 ປະຕູເມືອງເຢຣິໂກຖືກອັດໄວ້ຢ່າງແໜ້ນໜາ ແລະມີຄົນຍາມເພື່ອບໍ່ໃຫ້ຊາວອິດສະຣາເອນເຂົ້າໄປໄດ້. ບໍ່ມີໃຜເຂົ້າໄປໃນເມືອງ ຫລືອອກໄປນອກເມືອງໄດ້. 2 ພຣະເຈົ້າຢາເວໄດ້ບອກໂຢຊວຍວ່າ, “ເຮົາໄດ້ມອບເມືອງເຢຣິໂກແລະກະສັດໃນເມືອງນີ້ ຕະຫລອດທັງທະຫານທີ່ເກັ່ງກ້າໄວ້ໃນກຳມືຂອງເຈົ້າ. 3 ເຈົ້າພ້ອມທະຫານຂອງເຈົ້າຕ້ອງຍ່າງອ້ອມເມືອງນີ້ ວັນລະໜຶ່ງຮອບພາຍໃນຫົກວັນ. 4 ຈົ່ງໃຫ້ປະໂຣຫິດເຈັດຄົນຖືແກຜູ້ລະອັນ ຍ່າງອອກໜ້າຫີບພັນທະສັນຍາ. ໃນວັນທີເຈັດ ເຈົ້າແລະພວກທະຫານຂອງເຈົ້າ ຕ້ອງຍ່າງອ້ອມເມືອງເຈັດຮອບ ໂດຍໃຫ້ມີພວກປະໂຣຫິດເປົ່າແກນຳໜ້າ. 5 ເມື່ອໄດ້ຍິນສຽງແກດັງຂຶ້ນເປັນສຽງຍາວໆ ໃຫ້ຜູ້ຊາຍທຸກໆຄົນພາກັນຮ້ອງຂຶ້ນສຽງດັງໆ ແລະກຳແພງເມືອງກໍຈະເຈື່ອນລົງ. ແລ້ວໃຫ້ກອງທັບທັງໝົດບຸກເຂົ້າໄປໃນຕົວເມືອງທັນທີ.” 6 ໂຢຊວຍໄດ້ເອີ້ນພວກປະໂຣຫິດມາ ແລະບອກວ່າ, “ຈົ່ງຫາມຫີບພັນທະສັນຍາ ແລະໃຫ້ເຈັດຄົນໃນພວກເຈົ້າ ຖືແກຍ່າງໄປກ່ອນຫີບພັນທະສັນຍາຂອງພຣະເຈົ້າຢາເວ.” 7 ແລ້ວໂຢຊວຍກໍບອກໃຫ້ເລີ່ມຍ່າງອ້ອມເມືອງ ໂດຍມີທະຫານກອງໜ້າ ຍ່າງນຳໜ້າໄປກ່ອນຫີບຂອງພຣະເຈົ້າຢາເວ. 8 ດັ່ງນັ້ນ ຕາມຄຳສັ່ງຂອງໂຢຊວຍ ທະຫານກອງໜ້າຈຶ່ງເລີ່ມຍ່າງອອກກ່ອນພວກປະໂຣຫິດເຈັດຄົນທີ່ຖືແກຕໍ່ໜ້າພຣະເຈົ້າຢາເວ; ຕາມຫລັງພວກເຫຼົ່ານີ້ມີພວກປະໂຣຫິດທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ. 9 ແລ້ວສຸດທ້າຍແມ່ນພວກທະຫານກອງຫລັງ. ສ່ວນສຽງແກນັ້ນກໍດັງຢູ່ຕະຫລອດເວລາ. 10 ແຕ່ໂຢຊວຍໄດ້ສັ່ງຄົນຂອງຕົນບໍ່ໃຫ້ຮ້ອງໂຮ ຫລືເວົ້າຫຍັງ ຈົນກວ່າເພິ່ນຈະໃຫ້ຄຳສັ່ງໃໝ່. 11 ດັ່ງນັ້ນ ເພິ່ນຈຶ່ງໄດ້ສັ່ງພວກເຫຼົ່ານີ້ ໃຫ້ນຳຫີບຂອງພຣະເຈົ້າຢາເວຍ່າງອ້ອມເມືອງໜຶ່ງຮອບ. ແລ້ວພວກເຂົາກໍໄດ້ກັບເມືອສູ່ຄ້າຍພັກ ແລະນອນຄ້າງຄືນຢູ່ທີ່ນັ້ນ. 12 ເຊົ້າວັນໃໝ່ມາ ໂຢຊວຍໄດ້ລຸກຂຶ້ນແຕ່ເດິກໆ ພ້ອມທັງພວກປະໂຣຫິດທີ່ຫາມຫີບຂອງພຣະເຈົ້າຢາເວ. 13 ພວກເຂົາໄດ້ຍ່າງອ້ອມເມືອງເປັນເທື່ອທີສອງ ຕາມລະບຽບທີ່ໄດ້ວາງໄວ້ໃນມື້ກ່ອນນັ້ນ ຄືທະຫານກອງໜ້າຍ່າງອອກກ່ອນ; ຕໍ່ມາແມ່ນພວກປະໂຣຫິດເຈັດຄົນທີ່ຖືແກເຈັດອັນ ແລ້ວແມ່ນພວກປະໂຣຫິດທີ່ຫາມຫີບຂອງພຣະເຈົ້າຢາເວ ແລະສຸດທ້າຍແມ່ນພວກທະຫານກອງນຳຫລັງຫີບຂອງພຣະເຈົ້າຢາເວ. ສ່ວນສຽງແກນັ້ນກໍດັງຢູ່ຕະຫລອດເວລາ. 14 ໃນວັນທີສອງ ພວກເຂົາໄດ້ຍ່າງອ້ອມເມືອງອີກຮອບໜຶ່ງ ແລ້ວກໍໄດ້ກັບເມືອສູ່ຄ້າຍພັກ. ພວກເຂົາເຮັດຢູ່ຢ່າງນີ້ເປັນເວລາຫົກວັນ. 15 ແຕ່ໃນວັນທີເຈັດ ພວກເຂົາໄດ້ລຸກຂຶ້ນແຕ່ເດິກໆ ແລະໄດ້ຍ່າງອ້ອມເມືອງເຈັດຮອບຕາມລະບຽບເກົ່າ ມີພຽງວັນດຽວເທົ່ານັ້ນ ທີ່ພວກເຂົາໄດ້ຍ່າງອ້ອມເມືອງເຈັດຮອບ. 16 ພໍຮອດຮອບທີເຈັດ ເມື່ອພວກປະໂຣຫິດໄດ້ເປົ່າແກແລ້ວ ໂຢຊວຍໄດ້ສັ່ງຄົນຂອງຕົນໃຫ້ຮ້ອງຂຶ້ນ ແລະເພິ່ນກ່າວວ່າ, “ພຣະເຈົ້າຢາເວໄດ້ມອບເມືອງນີ້ໃຫ້ພວກເຈົ້າແລ້ວ 17 ຈົ່ງທຳລາຍເມືອງແລະທຸກສິ່ງໃນເມືອງນີ້ໃຫ້ຈົນກ້ຽງ ເພື່ອເປັນການຖວາຍບູຊາແກ່ພຣະເຈົ້າຢາເວ, ແຕ່ໃຫ້ໄວ້ຊີວິດນາງຣາຮາບ ຍິງໂສເພນີພ້ອມກັບທຸກຄົນທີ່ຢູ່ໃນເຮືອນຂອງນາງ ເພາະນາງໄດ້ເຊື່ອງນັກສືບສອດແນມສອງຄົນຂອງພວກເຮົາໄວ້. 18 ແຕ່ພວກເຈົ້າຢ່າໄດ້ຈັບເອົາສິ່ງທີ່ພຣະເຈົ້າໄດ້ສັ່ງໃຫ້ທຳລາຍ ຖ້າພວກເຈົ້າເອົາສິ່ງເຫຼົ່ານັ້ນໄປ ພວກເຈົ້າກໍຈະນຳເອົາຄວາມເດືອດຮ້ອນກັບຄວາມຈິບຫາຍ ມາສູ່ຄ້າຍພັກຂອງຊາວອິດສະຣາເອນ. 19 ສ່ວນເຄື່ອງທຸກຢ່າງທີ່ເຮັດດ້ວຍເງິນ, ຄຳ, ທອງສຳຣິດ ຫລືເຫຼັກ ໃຫ້ເປັນບໍຣິສຸດສຳລັບພຣະເຈົ້າຢາເວ. ໃຫ້ເກັບສິ່ງເຫຼົ່ານັ້ນໄວ້ໃນຄັງຂອງພຣະເຈົ້າຢາເວ.” 20 ດັ່ງນັ້ນ ພວກປະໂຣຫິດຈຶ່ງໄດ້ເປົ່າແກ ແລະພໍຄົນຂອງໂຢຊວຍໄດ້ຍິນສຽງແກ ພວກເຂົາກໍພາກັນຮ້ອງຂຶ້ນເລວເສິກດ້ວຍສຽງດັງ ແລະກຳແພງເມືອງກໍເຈື່ອນລົງ. ແລ້ວກອງທະຫານທັງໝົດກໍໄດ້ມຸ້ງໜ້າຂຶ້ນໄປສູ່ເນີນພູ ແລະຢຶດຄອງເມືອງທັນທີ. 21 ພວກເຂົາໄດ້ໃຊ້ດາບຂ້າທັງຍິງແລະຊາຍ ຜູ້ໜຸ່ມແລະຜູ້ເຖົ້າ, ຕະຫລອດທັງຝູງງົວ, ຝູງແກະ ແລະຝູງລໍດ້ວຍ. 22 ແລ້ວໂຢຊວຍກໍໄດ້ບອກຊາຍສອງຄົນທີ່ເຄີຍເປັນນັກສືບສອດແນມວ່າ, “ໃຫ້ພວກເຈົ້າເຂົ້າໄປໃນເຮືອນຂອງຍິງໂສເພນີແລະນຳເອົານາງ ພ້ອມກັບທຸກຄົນໃນເຮືອນຂອງນາງອອກມາ ຕາມທີ່ໄດ້ສັນຍາໄວ້.” 23 ດັ່ງນັ້ນ ພວກເຂົາຈຶ່ງເຂົ້າໄປໃນເຮືອນ ນຳເອົານາງຣາຮາບພ້ອມດ້ວຍພໍ່ແມ່, ອ້າຍເອື້ອຍນ້ອງ ແລະທຸກໆຄົນໃນຄອບຄົວຂອງນາງອອກມາ. ພວກເຂົາໄດ້ພາຄົນທັງໝົດ ຄືຄົນໃນຄອບຄົວແລະຄົນຮັບໃຊ້ ໄປອາໄສຢູ່ໃນບ່ອນປອດໄພ ໃກ້ຄ້າຍພັກຂອງຊາວອິດສະຣາເອນ. 24 ແລ້ວພວກອິດສະຣາເອນກໍຈູດເຜົາເມືອງຖິ້ມຈົນກ້ຽງ ຕະຫລອດທຸກສິ່ງໃນເມືອງນັ້ນ ເວັ້ນໄວ້ແຕ່ເຄື່ອງໃຊ້ທີ່ເປັນເງິນ, ຄຳ, ທອງສຳຣິດ ແລະເຫຼັກ ທີ່ພວກເຂົາໄດ້ຢຶດເອົາ ແລະນຳໄປໄວ້ໃນວິຫານຂອງພຣະເຈົ້າຢາເວ. 25 ແຕ່ໂຢຊວຍໄດ້ໄວ້ຊີວິດນາງຣາຮາບຍິງໂສເພນີ ພ້ອມທັງຍາດຕິພີ່ນ້ອງທັງໝົດຂອງນາງ ເພາະນາງໄດ້ເຊື່ອງນັກສືບສອດແນມສອງຄົນ ທີ່ເພິ່ນໄດ້ໃຊ້ໄປເມືອງເຢຣິໂກ. ເຊື້ອສາຍຂອງນາງຣາຮາບໄດ້ຢູ່ໃນອິດສະຣາເອນຈົນເຖິງທຸກວັນນີ້. 26 ໃນເວລານັ້ນ ໂຢຊວຍໄດ້ອອກຄຳເຕືອນຢ່າງໜັກແໜ້ນວ່າ, “ຖ້າຜູ້ໃດຜູ້ໜຶ່ງທີ່ພະຍາຍາມສ້າງເມືອງເຢຣິໂກຂຶ້ນໃໝ່ ຈະຖືກສາບແຊ່ງຕໍ່ໜ້າພຣະເຈົ້າຢາເວ. ຜູ້ໃດກໍຕາມທີ່ສ້າງຮາກຖານຂອງເມືອງນີ້ ຈະຕ້ອງເສຍລູກຊາຍກົກຂອງຕົນ; ຜູ້ໃດກໍຕາມທີ່ສ້າງປະຕູຂອງເມືອງນີ້ ຈະຕ້ອງເສຍລູກຊາຍຫລ້າຂອງຕົນ.” 27 ພຣະເຈົ້າຢາເວສະຖິດຢູ່ກັບໂຢຊວຍ ແລະຊື່ສຽງຂອງເພິ່ນກໍຊ່າລືໄປທົ່ວທັງດິນແດນ. |
@ 2012 United Bible Societies. All Rights Reserved.