ໂຢຊວຍ 5 - ພຣະຄຳພີສັກສິ1 ເມື່ອກະສັດທັງໝົດຂອງຊາວອາໂມ ທີ່ທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນ ແລະກະສັດທັງໝົດຂອງຊາວການາອານ ທີ່ຢູ່ໃກ້ທະເລເມດີແຕຣາເນໄດ້ຍິນວ່າ ພຣະເຈົ້າຢາເວໄດ້ເຮັດໃຫ້ແມ່ນໍ້າຈໍແດນແຫ້ງ ຈົນປະຊາຊົນອິດສະຣາເອນຂ້າມໄປໄດ້; ກະສັດເຫຼົ່ານີ້ຕ່າງກໍຢ້ານກົວແລະເສຍຂວັນຍ້ອນຊາວອິດສະຣາເອນ. ການຮັບພິທີຕັດທີ່ກິນການ 2 ແລ້ວພຣະເຈົ້າຢາເວກໍໄດ້ສັ່ງໂຢຊວຍວ່າ, “ຈົ່ງໃຊ້ຫີນເຮັດມີດ ແລະເຮັດພິທີຕັດໃຫ້ຊາວອິດສະຣາເອນອີກ.” 3 ດັ່ງນັ້ນ ໂຢຊວຍຈຶ່ງໄດ້ເຮັດມີດຫີນ ແລະໄດ້ເຮັດພິທີຕັດໃຫ້ຊາວອິດສະຣາເອນຢູ່ໃນບ່ອນໜຶ່ງເອີ້ນວ່າ ເນີນພູອາຣາໂລດ. 4-6 ເມື່ອປະຊາຊົນອິດສະຣາເອນໄດ້ອອກມາຈາກປະເທດເອຢິບນັ້ນ ພວກຜູ້ຊາຍທຸກຄົນກໍໄດ້ຮັບພິທີຕັດ, ແຕ່ໃນເວລາ 40 ປີ ທີ່ຊາວອິດສະຣາເອນໄດ້ຂ້າມຖິ່ນແຫ້ງແລ້ງກັນດານນັ້ນ ບໍ່ມີເດັກນ້ອຍຜູ້ຊາຍຈັກຄົນໄດ້ຮັບພິທີຕັດ. ໃນເວລານັ້ນ ຊາຍທຸກຄົນທີ່ມີອາຍຸພໍເຮັດເສິກທີ່ໄດ້ອອກມາຈາກປະເທດເອຢິບ ກໍໄດ້ຕາຍໄປໝົດຍ້ອນວ່າພວກເຂົາບໍ່ເຊື່ອຟັງພຣະເຈົ້າຢາເວ ດັ່ງທີ່ພຣະເຈົ້າຢາເວໄດ້ສາບານໄວ້. ພຣະອົງຈະບໍ່ອະນຸຍາດໃຫ້ພວກເຂົາເຫັນດິນແດນອັນສົມບູນແລະຮັ່ງມີ ທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຂົາ. 7 ພວກລູກຊາຍຂອງຄົນເຫຼົ່ານີ້ຍັງບໍ່ເຄີຍໄດ້ຮັບພິທີຕັດເທື່ອ. ແມ່ນຄົນລຸ້ນຫລັງນີ້ແຫລະ ທີ່ໂຢຊວຍໄດ້ເຮັດພິທີຕັດໃຫ້. 8 ຫລັງຈາກຮັບພິທີຕັດແລ້ວ ຄົນໃນຊາດທຸກຄົນກໍຢູ່ໃນຄ້າຍຈົນບາດແຜດີ. 9 ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂຢຊວຍວ່າ, “ວັນນີ້ ເຮົາໄດ້ໃຫ້ພວກເຈົ້າພົ້ນຈາກຄວາມອັບອາຍ ຈາກການເປັນຄົນຮັບໃຊ້ທີ່ປະເທດເອຢິບ.” ດ້ວຍເຫດນີ້ ບ່ອນນັ້ນຈຶ່ງເອີ້ນວ່າ ກິນການ ຈົນເຖິງທຸກວັນນີ້. 10 ໃນເວລາທີ່ຊາວອິດສະຣາເອນກຳລັງຕັ້ງຄ້າຍພັກທີ່ກິນການ ຕາມທົ່ງຮາບພຽງຂອງເມືອງເຢຣິໂກນັ້ນ ພວກເຂົາໄດ້ສະຫລອງປັດສະຄາໃນຕອນຄໍ່າຂອງວັນທີສິບສີ່ຂອງເດືອນນັ້ນ. 11 ຕໍ່ຈາກວັນປັດສະຄາ ແມ່ນວັນທຳອິດຊຶ່ງພວກເຂົາໄດ້ກິນແຕ່ສິ່ງທີ່ຊາວການາອານໄດ້ປູກຄື: ເຂົ້າຂົ້ວກັບເຂົ້າຈີ່ບໍ່ມີເຊື້ອແປ້ງ. 12 ແລ້ວມານາກໍໄດ້ເຊົາຕົກແລະຊາວອິດສະຣາເອນບໍ່ໄດ້ກິນມານາອີກ. ແຕ່ນັ້ນເປັນຕົ້ນມາ ພວກເຂົາໄດ້ກິນແຕ່ອາຫານທີ່ເກີດໃນດິນແດນການາອານ. ໂຢຊວຍພົບຊາຍຖືດາບ 13 ເມື່ອໂຢຊວຍຢູ່ໃກ້ກັບເມືອງເຢຣິໂກ ໃນທັນໃດ ເພິ່ນກໍໄດ້ເຫັນຊາຍຄົນໜຶ່ງພວມຖືດາບຢືນຢູ່ຕໍ່ໜ້າເພິ່ນ. ໂຢຊວຍຈຶ່ງຫຍັບເຂົ້າໄປໃກ້ ແລະຖາມຊາຍຄົນນັ້ນວ່າ, “ທ່ານເປັນຝ່າຍເຮົາຫລືຝ່າຍສັດຕູ?” 14 ຊາຍຜູ້ນັ້ນໄດ້ຕອບວ່າ, “ເຮົາບໍ່ເປັນຝ່າຍໃດໝົດ ເຮົາມານີ້ໃນຖານະເປັນຜູ້ບັນຊາການກອງທັບຂອງພຣະເຈົ້າຢາເວ.” ໂຢຊວຍຈຶ່ງກົ້ມຂາບລົງພື້ນດິນ ແລະຖາມວ່າ, “ທ່ານເອີຍ ຂ້ານ້ອຍເປັນຜູ້ຮັບໃຊ້ຂອງທ່ານ ທ່ານຢາກຈະໃຫ້ຂ້ານ້ອຍເຮັດຫຍັງ?” 15 ຜູ້ບັນຊາການກອງທັບຂອງພຣະເຈົ້າຢາເວໄດ້ບອກໂຢຊວຍວ່າ, “ຈົ່ງຖອດເກີບຂອງເຈົ້າອອກ ເຈົ້າກຳລັງຢືນຢູ່ບ່ອນສັກສິດ.” ແລ້ວໂຢຊວຍກໍປະຕິບັດຕາມທີ່ເພິ່ນໄດ້ບອກນັ້ນ. |
@ 2012 United Bible Societies. All Rights Reserved.