Biblia Todo Logo
Bìoball air-loidhne

- Sanasan -

ໂຢຊວຍ 4 - ພຣະຄຳພີສັກສິ


ຫີນ​ສິບສອງ​ກ້ອນ​ຖືກ​ຕັ້ງ​ໄວ້​ເປັນ​ອະນຸສອນ

1 ເມື່ອ​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ໝົດແລ້ວ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂຢຊວຍ​ວ່າ,

2 “ຈົ່ງ​ເລືອກ​ເອົາ​ຊາຍ​ສິບສອງ​ຄົນ​ຄື​ເຜົ່າລະ​ຄົນ

3 ແລະ​ສັ່ງ​ພວກເຂົາ​ໃຫ້​ຍົກ​ເອົາ​ຫີນ​ສິບສອງ​ກ້ອນ​ຈາກ​ແມ່ນໍ້າ​ຈໍແດນ ໃນ​ບ່ອນ​ທີ່​ພວກ​ປະໂຣຫິດ​ຢືນ​ຢູ່​ນັ້ນ ແລະ​ຂົນ​ໄປ​ວາງ​ໄວ້​ໃນ​ບ່ອນ​ທີ່​ເຈົ້າ​ຈະ​ຕັ້ງ​ຄ້າຍພັກ​ຄືນນີ້.”

4-5 ດັ່ງນັ້ນ ໂຢຊວຍ​ຈຶ່ງ​ເອີ້ນ​ເອົາ​ສິບສອງ​ຄົນ​ທີ່​ເພິ່ນ​ໄດ້​ເລືອກ​ນັ້ນ​ມາ ແລະ​ບອກ​ພວກເຂົາ​ວ່າ, “ຈົ່ງ​ໄປ​ທີ່​ແມ່ນໍ້າ​ຈໍແດນ ທາງ​ດ້ານ​ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ໃຫ້​ແຕ່ລະຄົນ​ໃນ​ພວກເຈົ້າ​ແບກ​ເອົາ​ຫີນ​ໜຶ່ງ​ກ້ອນ ຄື​ກ້ອນ​ໜຶ່ງ​ສຳລັບ​ເຜົ່າໜຶ່ງ​ຂອງ​ຊາດ​ອິດສະຣາເອນ.

6 ກ້ອນຫີນ​ເຫຼົ່ານີ້​ຈະ​ເປັນ​ໝາຍສຳຄັນ​ໃຫ້​ປະຊາຊົນ​ຮູ້​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ໃນ​ພາຍ​ຄັ້ງໜ້າ ເມື່ອ​ລູກຫລານ​ຂອງ​ພວກເຈົ້າ​ຖາມ​ວ່າ, ‘ກ້ອນຫີນ​ເຫຼົ່ານີ້​ມີ​ຄວາມໝາຍ​ຢ່າງ​ໃດ​ຕໍ່​ພວກເຈົ້າ?’

7 ກໍ​ໃຫ້​ພວກເຈົ້າ​ບອກ​ວ່າ, ເມື່ອ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຂ້າມ​ແມ່ນໍ້າ​ນັ້ນ ແມ່ນໍ້າ​ຈໍແດນ​ໄດ້​ເຊົາ​ໄຫລ. ກ້ອນຫີນ​ເຫຼົ່ານີ້​ຈະ​ເປັນ​ສິ່ງ​ເຕືອນ​ປະຊາຊົນ​ອິດສະຣາເອນ​ຢູ່​ສະເໝີ ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.”

8 ຄົນ​ເຫຼົ່ານັ້ນ​ກໍ​ເຮັດ​ຕາມ​ຄຳສັ່ງ​ຂອງ​ໂຢຊວຍ. ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂຢຊວຍ​ນັ້ນ ພວກເຂົາ​ໄດ້​ແບກ​ເອົາ​ຫີນ​ສິບສອງ​ກ້ອນ​ຈາກ​ກາງ​ແມ່ນໍ້າ​ຈໍແດນ ຄື​ກ້ອນ​ໜຶ່ງ​ສຳລັບ​ເຜົ່າໜຶ່ງ​ຂອງ​ຊາດ​ອິດສະຣາເອນ ນຳ​ໄປ​ວາງ​ໄວ້​ໃນ​ບ່ອນ​ທີ່​ພວກເຂົາ​ຕັ້ງ​ຄ້າຍພັກ.

9 ແລ້ວ​ໂຢຊວຍ​ກໍ​ຍັງ​ໄດ້​ຕັ້ງ​ຫີນ​ອື່ນ​ອີກ​ສິບສອງ​ກ້ອນ ໄວ້​ທີ່​ກາງ​ແມ່ນໍ້າ​ຈໍແດນ ໃນ​ບ່ອນ​ທີ່​ພວກ​ປະໂຣຫິດ​ຫາມ​ຫີບ​ພັນທະສັນຍາ​ຢືນ​ຢູ່​ນັ້ນ. (ຫີນ​ນັ້ນ​ຍັງ​ມີ​ຢູ່​ຈົນເຖິງ​ທຸກ​ວັນນີ້.)

10 ພວກ​ປະໂຣຫິດ​ຢືນ​ຢູ່​ໃນ​ກາງ​ແມ່ນໍ້າ​ຈໍແດນ ຈົນກວ່າ​ປະຊາຊົນ​ກະທຳ​ທຸກສິ່ງ​ສຳເລັດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ພວກເຂົາ​ຜ່ານ​ທາງ​ໂຢຊວຍ. ເລື່ອງ​ນີ້​ແມ່ນ​ສິ່ງ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້. ປະຊາຊົນ​ຈຶ່ງ​ຟ້າວ​ຂ້າມ​ແມ່ນໍ້າ​ໄປ.

11 ເມື່ອ​ທຸກຄົນ​ໄດ້​ຂ້າມ​ໄປ​ເຖິງ​ຝັ່ງ​ໝົດແລ້ວ ພວກ​ປະໂຣຫິດ​ພ້ອມ​ດ້ວຍ​ຫີບ​ຂອງ​ພຣະເຈົ້າຢາເວ ກໍ​ອອກ​ນຳ​ໜ້າ​ປະຊາຊົນ​ໄປ.

12 ສ່ວນ​ພວກ​ຜູ້ຊາຍ​ໃນ​ເຜົ່າ​ຣູເບັນ, ເຜົ່າກາດ ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ​ທີ່​ຕຽມພ້ອມ​ໃນ​ການ​ສູ້ຮົບ ກໍໄດ້​ຂ້າມ​ແມ່ນໍ້າ​ໄປ​ກ່ອນ​ໝູ່​ຕາມ​ທີ່​ໂມເຊ​ໄດ້​ສັ່ງ.

13 ຊ້ອງໜ້າ​ພຣະເຈົ້າຢາເວ ມີ​ຊາຍ​ທັງໝົດ​ປະມານ​ສີ່ສິບ​ພັນ​ຄົນ​ທີ່​ຕຽມພ້ອມ​ເຮັດ​ເສິກ ໄດ້​ຂ້າມ​ໄປ​ສູ່​ທົ່ງ​ຮາບພຽງ​ໃກ້​ເມືອງ​ເຢຣິໂກ.

14 ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ໃນ​ມື້​ນັ້ນ ເຮັດ​ໃຫ້​ຊາວ​ອິດສະຣາເອນ​ຖື​ໂຢຊວຍ​ເປັນ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ. ພວກເຂົາ​ໃຫ້ກຽດ​ໂຢຊວຍ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ ເໝືອນດັ່ງ​ທີ່​ພວກເຂົາ​ໄດ້​ໃຫ້ກຽດ​ໂມເຊ.

15 ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ບອກ​ໂຢຊວຍ

16 ໃຫ້​ສັ່ງ​ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ພັນທະສັນຍາ​ນັ້ນ ຂຶ້ນ​ມາ​ຈາກ​ແມ່ນໍ້າ​ຈໍແດນ.

17 ໂຢຊວຍ​ກໍໄດ້​ປະຕິບັດ​ຕາມ.

18 ເມື່ອ​ພວກ​ປະໂຣຫິດ​ທີ່ໄດ້​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ໄດ້​ຂຶ້ນ​ມາ​ຮອດ​ຕາຝັ່ງ​ແລ້ວ ນໍ້າ​ກໍໄດ້​ໄຫລ​ເຂົ້າ​ກັນ​ຖ້ວມ​ເຕັມ​ຕາຝັ່ງ​ອີກ​ຄື​ເກົ່າ.

19 ໃນ​ມື້​ທີ່​ປະຊາຊົນ​ໄດ້​ຂ້າມ​ແມ່ນໍ້າ​ນັ້ນ ເປັນ​ມື້​ທີ​ສິບ​ຂອງ​ເດືອນ​ທີ​ໜຶ່ງ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ກິນການ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເຢຣິໂກ.

20 ສ່ວນ​ໂຢຊວຍ​ກໍໄດ້​ເອົາ​ຫີນ​ສິບສອງ​ກ້ອນ ທີ່​ນຳ​ຂຶ້ນ​ມາ​ແຕ່​ແມ່ນໍ້າ​ຈໍແດນ​ຕັ້ງ​ໄວ້​ຢູ່​ທີ່​ນັ້ນ.

21 ເພິ່ນ​ໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, “ໃນ​ອະນາຄົດ​ເມື່ອ​ພວກ​ລູກຫລານ​ຖາມ​ວ່າ​ຫີນ​ນີ້​ໝາຍ​ເຖິງ​ຫຍັງ?

22 ໃຫ້​ພວກເຈົ້າ​ບອກ​ພວກເຂົາ​ເຖິງ​ເວລາ​ທີ່​ຊາວ​ອິດສະຣາເອນ ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ເທິງ​ພື້ນດິນ​ແຫ້ງ.

23 ໃຫ້​ບອກ​ພວກເຂົາ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃຫ້​ແມ່ນໍ້າ​ຈໍແດນ​ແຫ້ງ​ສຳລັບ​ພວກເຈົ້າ ຈົນກວ່າ​ພວກເຈົ້າ​ທຸກໆ​ຄົນ​ຂ້າມ​ໄປ​ໄດ້​ໝົດ ເໝືອນດັ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃຫ້​ນໍ້າ​ທະເລແດງ​ແຫ້ງ​ລົງ​ສຳລັບ​ພວກເຮົາ.

24 ເພາະ​ເລື່ອງ​ນີ້​ທຸກໆ​ຄົນ​ທີ່​ເທິງ​ແຜ່ນດິນ​ໂລກ​ຈະ​ຮູ້​ວ່າ ພຣະຫັດ​ຂອງ​ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເທົ່າ​ໃດ ແລະ​ພວກເຈົ້າ​ກໍ​ຈະ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສືບໄປ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan