Biblia Todo Logo
Bìoball air-loidhne

- Sanasan -

ໂຢຊວຍ 3 - ພຣະຄຳພີສັກສິ


ປະຊາຊົນ​ອິດສະຣາເອນ​ຂ້າມ​ແມ່ນໍ້າ​ຈໍແດນ

1 ມື້ໃໝ່​ມາ ໂຢຊວຍ​ແລະ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ລຸກ​ແຕ່​ເຊົ້າໆ, ອອກ​ຈາກ​ຄ້າຍພັກ​ທີ່​ຊິດຕິມ ແລະ​ມຸ້ງໜ້າ​ໄປ​ສູ່​ແມ່ນໍ້າ​ຈໍແດນ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ບ່ອນ​ນີ້ ໃນ​ຂະນະທີ່​ລໍຖ້າ​ຈະ​ຂ້າມ​ແມ່ນໍ້າ.

2 ຄັນ​ລ່ວງ​ມາ​ໄດ້​ສາມ​ວັນ​ແລ້ວ ພວກຜູ້ນຳ​ກໍໄດ້​ຍ່າງ​ເລາະ​ຜ່ານ​ໄປ​ທົ່ວ​ຄ້າຍພັກ

3 ແລະ​ສັ່ງ​ປະຊາຊົນ​ວ່າ, “ເມື່ອ​ພວກເຈົ້າ​ເຫັນ​ພວກ​ປະໂຣຫິດ ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ອອກ​ໄປ ໃຫ້​ພາກັນ​ອອກ​ຈາກ​ຄ້າຍພັກ​ແລະ​ຕິດຕາມ​ໄປ​ໂລດ.

4 ພວກ​ປະໂຣຫິດ​ຈະ​ນຳທາງ​ພວກເຈົ້າ​ໄປ ເພາະ​ພວກເຈົ້າ​ບໍ່ເຄີຍ​ຜ່ານ​ທາງ​ເສັ້ນ​ນີ້​ຈັກເທື່ອ, ແຕ່​ຢ່າ​ເຂົ້າ​ໄປ​ໃກ້​ຫີບ​ພັນທະສັນຍາ ໃຫ້​ຢູ່​ຫ່າງ​ປະມານ​ໜຶ່ງ​ກິໂລແມັດ.”

5 ແລ້ວ​ໂຢຊວຍ​ກໍໄດ້​ສັ່ງ​ປະຊາຊົນ​ວ່າ, “ຈົ່ງ​ຊຳລະ​ຕົນ​ໃຫ້​ບໍຣິສຸດ ເພາະ​ມື້ອື່ນ​ພຣະເຈົ້າຢາເວ​ຈະ​ເຮັດ​ການ​ອັດສະຈັນ​ໃນ​ທ່າມກາງ​ພວກເຈົ້າ.”

6 ແລ້ວ​ໂຢຊວຍ​ກໍ​ບອກ​ພວກ​ປະໂຣຫິດ​ໃຫ້​ຫາມ​ຫີບ​ພັນທະສັນຍາ​ອອກ​ໄປ​ກ່ອນ​ປະຊາຊົນ ແລະ​ພວກເຂົາ​ກໍ​ປະຕິບັດ​ຕາມ.

7 ຕໍ່ມາ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ສິ່ງ​ທີ່​ເຮົາ​ກະທຳ​ໃນ​ມື້ນີ້ ຈະ​ເຮັດ​ໃຫ້​ຊາວ​ອິດສະຣາເອນ​ທຸກຄົນ​ໃຫ້ກຽດ​ແກ່​ເຈົ້າ ວ່າ​ເຈົ້າ​ເປັນ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ ແລະ​ພວກເຂົາ​ຈະ​ຮູ້​ວ່າ ເຮົາ​ໄດ້​ຢູ່​ນຳ​ເຈົ້າ​ເໝືອນດັ່ງ​ທີ່​ໄດ້​ຢູ່​ນຳ​ໂມເຊ.

8 ດັ່ງນັ້ນ ເຈົ້າ​ຈົ່ງ​ສັ່ງ​ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ພັນທະສັນຍາ​ນັ້ນ​ວ່າ ເມື່ອ​ໄປ​ຮອດ​ແມ່ນໍ້າ​ຈໍແດນ​ແລ້ວ ໃຫ້​ຢຸດ​ຢູ່​ໃນ​ນໍ້າ​ໃກ້ໆ​ກັບ​ຕາຝັ່ງ​ສາກ່ອນ.”

9 ແລ້ວ​ໂຢຊວຍ​ກໍໄດ້​ບອກ​ປະຊາຊົນ​ວ່າ, “ຈົ່ງ​ພາກັນ​ເຂົ້າ​ມາ​ພີ້ ເພື່ອ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ.

10 ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ ພຣະອົງ​ຈະ​ຂັບໄລ່​ຄົນ​ເຫຼົ່ານີ້​ອອກ​ໄປ ເຊັ່ນ: ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ຮີວີ, ຊາວ​ເປຣີຊີ, ຊາວ​ກີກາຊີ, ຊາວ​ອາໂມ ແລະ​ຊາວ​ເຢບຸດ. ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ສະຖິດ​ໃນ​ທ່າມກາງ​ພວກເຈົ້າ;

11 ເມື່ອ​ຫີບ​ພັນທະສັນຍາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ກ່ອນ​ພວກເຈົ້າ.

12 ດັ່ງນັ້ນ ຈົ່ງ​ຄັດເລືອກ​ເອົາ​ສິບສອງ​ຄົນ​ຈາກ​ເຜົ່າ​ອິດສະຣາເອນ ຄື​ເຜົ່າລະ​ຄົນ.

13 ເມື່ອ​ພວກ​ປະໂຣຫິດ ຜູ້​ທີ່​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ ແຫ່ງ​ແຜ່ນດິນ​ໂລກ ຈຸ່ມຕີນ​ລົງ​ໃນ​ແມ່ນໍ້າ​ຈໍແດນ ແລະ​ແມ່ນໍ້າ​ຈໍແດນ​ທີ່​ໄຫລ​ລົງ​ມາ​ແຕ່​ທາງເໜືອ​ກໍ​ຈະ​ຢຸດ​ໄຫລ​ໂຮມ​ກັນ​ຢູ່​ບ່ອນດຽວ.”

14-15 ເວລານັ້ນ​ເປັນ​ລະດູ​ເກັບກ່ຽວ ແລະ​ນໍ້າ​ໄດ້​ລົ້ນ​ຖ້ວມ​ຕາຝັ່ງ. ເມື່ອ​ປະຊາຊົນ​ໄດ້​ອອກ​ໄປ​ຈາກ​ຄ້າຍພັກ​ເພື່ອ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ພັນທະສັນຍາ​ໄດ້​ອອກ​ໄປ​ກ່ອນ​ໜ້າ​ພວກເຂົາ. ພໍ​ພວກ​ປະໂຣຫິດ​ຈຸ່ມຕີນ​ລົງ​ໃນ​ນໍ້າ

16 ທັນໃດນັ້ນ ນໍ້າ​ທີ່​ໄຫລ​ມາ​ຈາກ​ທາງ​ເໜືອ​ກໍ​ຢຸດ​ໄຫລ​ແລະ​ໂຮມ​ເຂົ້າ​ກັນ​ທີ່​ເມືອງ​ອາດາມ ຢູ່​ໃກ້​ກັບ​ເມືອງ​ຊາເຣທານ ສາຍ​ນໍ້າ​ທີ່​ໄຫລ​ລົງ​ສູ່​ທະເລຕາຍ​ຖືກ​ຕັດຂາດ​ໝົດກ້ຽງ ແລະ​ປະຊາຊົນ​ຈຶ່ງ​ສາມາດ​ຂ້າມ​ນໍ້າ​ໄປ​ໃກ້​ກັບ​ເມືອງ​ເຢຣິໂກ​ໄດ້.

17 ໃນ​ຂະນະທີ່​ພວກເຂົາ​ຍ່າງ​ຂ້າມ​ດິນ​ແຫ້ງ​ໄປ​ນັ້ນ ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ກໍ​ຢືນ​ຢູ່​ເທິງ​ດິນ​ແຫ້ງ​ກາງ​ແມ່ນໍ້າ​ຈໍແດນ ຈົນກວ່າ​ປະຊາຊົນ​ທຸກຄົນ​ຂ້າມ​ໄປ​ຫວິດ​ໝົດແລ້ວ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan