ໂຢຊວຍ 24 - ພຣະຄຳພີສັກສິໂຢຊວຍກ່າວແກ່ປະຊາຊົນທີ່ເມືອງຊີເຄມ 1 ຕໍ່ມາ ໂຢຊວຍໄດ້ເອີ້ນເຜົ່າຕ່າງໆຂອງຊາດອິດສະຣາເອນ ເຂົ້າມາເຕົ້າໂຮມກັນທີ່ເມືອງຊີເຄມ. ເພິ່ນໄດ້ເອີ້ນເອົາພວກເຖົ້າແກ່, ພວກຫົວໜ້າ, ພວກຜູ້ປົກຄອງ ແລະບັນດາເຈົ້າໜ້າທີ່ຂອງຊາດອິດສະຣາເອນ ມາຢູ່ຊ້ອງໜ້າພຣະເຈົ້າ. 2 ໂຢຊວຍໄດ້ກ່າວແກ່ຄົນເຫຼົ່ານີ້ວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວດັ່ງນີ້: ‘ດົນນານມາແລ້ວ ປູ່ຍ່າຕາຍາຍຂອງພວກເຈົ້າໄດ້ອາໄສຢູ່ທາງຟາກແມ່ນໍ້າເອີຟຣັດພຸ້ນ ແລະໄດ້ຂາບໄຫວ້ບັນດາພະອື່ນ. ຜູ້ໜຶ່ງໃນຄົນເຫຼົ່ານັ້ນແມ່ນເຕຣາ ພໍ່ຂອງອັບຣາຮາມແລະນາໂຮ. 3 ແລ້ວເຮົາກໍໄດ້ພາອັບຣາຮາມປູ່ຍ່າຕາຍາຍຂອງພວກເຈົ້າ ອອກໜີຈາກດິນແດນແມ່ນໍ້າເອີຟຣັດເບື້ອງພຸ້ນ ແລະຜ່ານໄປທົ່ວດິນແດນການາອານ. ເຮົາໄດ້ໃຫ້ລາວມີເຊື້ອສາຍຢ່າງຫລວງຫລາຍ 4 ໂດຍໃຫ້ລາວມີລູກຊາຍຜູ້ໜຶ່ງຊື່ວ່າອີຊາກ ແລະໄດ້ໃຫ້ອີຊາກມີລູກຊາຍຊື່ວ່າ ຢາໂຄບແລະເອຊາວ. ເຮົາໄດ້ມອບເຂດເນີນພູເອໂດມໃຫ້ເປັນກຳມະສິດຂອງເອຊາວ ສ່ວນຢາໂຄບຜູ້ເປັນບັນພະບຸລຸດຂອງພວກເຈົ້າຕະຫລອດທັງລູກຫລານຂອງລາວນັ້ນ ໄດ້ພາກັນລົງໄປທາງເອຢິບ. 5 ຕໍ່ມາ ເຮົາໄດ້ໃຊ້ໂມເຊແລະອາໂຣນໄປ ແລະເຮົາໄດ້ນຳເອົາໄພພິບັດອັນໃຫຍ່ຫລວງໄປສູ່ປະເທດເອຢິບ. ແຕ່ເຮົາໄດ້ນຳເອົາພວກເຈົ້າອອກມາ; 6 ເຮົາໄດ້ນຳພາພວກປູ່ຍ່າຕາຍາຍຂອງພວກເຈົ້າອອກມາຈາກປະເທດເອຢິບ ແລະຊາວເອຢິບໄດ້ໄລ່ຕາມພວກເຂົາໄປ ໂດຍມີລົດຮົບແລະທະຫານມ້າ. ແຕ່ເມື່ອພວກປູ່ຍ່າຕາຍາຍຂອງພວກເຈົ້າມາຮອດທະເລແດງ 7 ພວກເຂົາໄດ້ຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ ແລະພຣະອົງໄດ້ບັນດານໃຫ້ຄວາມມືດຂັ້ນກາງ ລະຫວ່າງພວກເຂົາກັບພວກເອຢິບ ແລະໃຫ້ນໍ້າທະເລໄຫລຖ້ວມພວກເອຢິບຈົນພວກເຂົາຈົມນໍ້າຕາຍ. ພວກເຈົ້າໄດ້ເຫັນສິ່ງທີ່ເຮົາໄດ້ກະທຳຕໍ່ເອຢິບແລ້ວ. ຫລັງຈາກນັ້ນ ພວກເຈົ້າກໍໄດ້ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ ເປັນເວລາດົນນານ. 8 ແລ້ວເຮົາກໍນຳພາພວກເຈົ້າໄປດິນແດນຂອງຊາວອາໂມ ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ. ພວກເຂົາຕໍ່ສູ້ພວກເຈົ້າ ແຕ່ເຮົາໄດ້ໃຫ້ພວກເຈົ້າໄຊຊະນະ. ພວກເຈົ້າໄດ້ຢຶດຄອງດິນແດນຂອງພວກເຂົາແລະເຮົາໄດ້ທຳລາຍພວກເຂົາຕໍ່ໜ້າພວກເຈົ້າ ໃນຂະນະທີ່ພວກເຈົ້າບຸກໜ້າເຂົ້າໄປ. 9 ຕໍ່ມາ ກະສັດແຫ່ງໂມອາບ ບາຫລາກລູກຊາຍຂອງຊິບໂປ ໄດ້ຕໍ່ສູ້ພວກເຈົ້າ. ລາວໄດ້ໃຊ້ຄົນໄປບອກບາລາອາມລູກຊາຍຂອງເບອໍ ໃຫ້ມາສາບແຊ່ງພວກເຈົ້າ. 10 ແຕ່ເຮົາບໍ່ຟັງຄຳຂອງບາລາອາມ. ດັ່ງນັ້ນ ລາວຈຶ່ງອວຍພອນພວກເຈົ້າ. ດ້ວຍວິທີນີ້ ທີ່ເຮົາໄດ້ຊ່ວຍກູ້ເອົາພວກເຈົ້າໃຫ້ພົ້ນຈາກເງື້ອມມືຂອງບາຫລາກ. 11 ແລ້ວພວກເຈົ້າກໍໄດ້ພາກັນຂ້າມແມ່ນໍ້າຈໍແດນມາສູ່ເມືອງເຢຣິໂກ. ຊາວເມືອງເຢຣິໂກໄດ້ຕໍ່ສູ້ພວກເຈົ້າແລະຍັງມີພວກອື່ນອີກທີ່ຕໍ່ສູ້ພວກເຈົ້າ ເຊັ່ນ: ຊາວອາໂມ, ຊາວເປຣີຊີ, ຊາວການາອານ, ຊາວຮິດຕີ, ຊາວກີກາຊີ, ຊາວຮີວີ ແລະຊາວເຢບຸດ, ແຕ່ເຮົາໄດ້ໃຫ້ພວກເຈົ້າໄດ້ໄຊຊະນະພວກເຂົາທັງໝົດ. 12 ໃນຂະນະທີ່ພວກເຈົ້າບຸກໜ້າເຂົ້າໄປ ເພື່ອຂັບໄລ່ກະສັດຂອງຊາວອາໂມສອງຄົນອອກໜີນັ້ນ ເຮົາໄດ້ເຮັດໃຫ້ພວກເຂົາຕົກສະທ້ານຢ້ານກົວ. ດາບກັບໜ້າທະນູຂອງພວກເຈົ້າ ບໍ່ໄດ້ໃຊ້ການຫຍັງເລີຍ. 13 ເຮົາໄດ້ໃຫ້ດິນແດນແຫ່ງໜຶ່ງແກ່ພວກເຈົ້າ ໂດຍທີ່ພວກເຈົ້າບໍ່ໄດ້ຂຸດຄົ້ນຖາກຖາງ ແລະໄດ້ໃຫ້ເມືອງຕ່າງໆໂດຍທີ່ພວກເຈົ້າບໍ່ໄດ້ກໍ່ສ້າງ. ບັດນີ້ພວກເຈົ້າກຳລັງອາໄສຢູ່ໃນທີ່ນັ້ນ ແລະກິນໝາກອະງຸ່ນກັບໝາກກອກເທດຈາກຕົ້ນ ໂດຍທີ່ພວກເຈົ້າບໍ່ໄດ້ປູກຝັງໄວ້ເລີຍ.’ 14 ແລະບັດນີ້ ຈົ່ງຍົກຍໍໃຫ້ກຽດພຣະເຈົ້າຢາເວ ແລະບົວລະບັດຮັບໃຊ້ພຣະອົງຢ່າງຈິງໃຈແລະສັດຊື່. ຈົ່ງປະຖິ້ມບັນດາພະທີ່ປູ່ຍ່າຕາຍາຍຂອງພວກເຈົ້າເຄີຍຂາບໄຫວ້ໃນເມໂຊໂປຕາເມຍ ແລະໃນປະເທດເອຢິບນັ້ນສາ ແລະຈົ່ງບົວລະບັດຮັບໃຊ້ແຕ່ພຣະເຈົ້າຢາເວເທົ່ານັ້ນ. 15 ຖ້າພວກເຈົ້າບໍ່ເຕັມໃຈບົວລະບັດຮັບໃຊ້ພຣະເຈົ້າຢາເວ ຈົ່ງຕັດສິນໃຈໃນມື້ນີ້ວ່າ ພວກເຈົ້າຈະບົວລະບັດຮັບໃຊ້ຜູ້ໃດ ບັນດາພະທີ່ປູ່ຍ່າຕາຍາຍຂອງພວກເຈົ້າໄດ້ຂາບໄຫວ້ໃນເມໂຊໂປຕາເມຍ ຫລືບັນດາພະຂອງຊາວອາໂມໃນດິນແດນທີ່ພວກເຈົ້າອາໄສຢູ່ນີ້. ສ່ວນຂ້າພະເຈົ້າກັບຄອບຄົວຂອງຂ້າພະເຈົ້າແລ້ວ ພວກເຮົາຈະບົວລະບັດຮັບໃຊ້ພຣະເຈົ້າຢາເວ.” 16 ປະຊາຊົນໄດ້ຕອບວ່າ, “ພວກເຮົາຈະບໍ່ໜີຈາກພຣະເຈົ້າຢາເວຈັກເທື່ອ ແລະຈະບໍ່ໄປບົວລະບັດຮັບໃຊ້ພະອື່ນ. 17 ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ນຳພາພໍ່ແມ່ ແລະພວກເຮົາອອກມາຈາກການເປັນທາດຮັບໃຊ້ໃນປະເທດເອຢິບ ແລະພວກເຮົາໄດ້ເຫັນການອັດສະຈັນຕ່າງໆທີ່ພຣະອົງໄດ້ເຮັດ. ພຣະອົງໄດ້ຄຸ້ມຄອງພວກເຮົາໃຫ້ປອດໄພ ບໍ່ວ່າບ່ອນໃດກໍຕາມທີ່ພວກເຮົາໄດ້ຜ່ານໄປໃນທ່າມກາງທຸກຊົນຊາດ. 18 ພຣະເຈົ້າຢາເວໄດ້ຂັບໄລ່ຊາວອາໂມທີ່ຢູ່ໃນດິນແດນນັ້ນອອກໄປ ໃນຂະນະທີ່ພວກເຮົາກຳລັງບຸກໜ້າເຂົ້າໄປ. ສະນັ້ນ ພວກເຮົາຈຶ່ງຈະຮັບໃຊ້ພຣະເຈົ້າຢາເວ ເພາະພຣະອົງເປັນພຣະເຈົ້າຂອງພວກເຮົາ.” 19 ໂຢຊວຍໄດ້ກ່າວແກ່ປະຊາຊົນວ່າ, “ແຕ່ພວກເຈົ້າບໍ່ອາດຈະບົວລະບັດຮັບໃຊ້ພຣະເຈົ້າຢາເວໄດ້ດອກ. ພຣະອົງເປັນພຣະເຈົ້າອົງບໍຣິສຸດ, ພຣະອົງເປັນພຣະເຈົ້າຜູ້ຫວງແຫນ ແລະພຣະອົງຈະບໍ່ອະໄພການລະເມີດ ຫຼືການບາບຂອງພວກເຈົ້າ. 20 ແລະຖ້າພວກເຈົ້າປະຖິ້ມພຣະເຈົ້າຢາເວໄປບົວລະບັດຮັບໃຊ້ບັນດາພະຂອງຕ່າງຊາດແລ້ວ ພຣະອົງກໍຈະຫັນມາຕໍ່ສູ້ ແລະລົງໂທດພວກເຈົ້າ. ພຣະອົງຈະທຳລາຍພວກເຈົ້າ ເຖິງແມ່ນວ່າພຣະອົງໄດ້ເຮັດດີຕໍ່ພວກເຈົ້າກໍຕາມ.” 21 ປະຊາຊົນເວົ້າກັບໂຢຊວຍວ່າ, “ບໍ່ ພວກເຮົາຈະບົວລະບັດຮັບໃຊ້ພຣະເຈົ້າຢາເວ.” 22 ໂຢຊວຍຕອບວ່າ, “ໃຫ້ພວກເຈົ້າເປັນພະຍານແກ່ຕົນເອງ ທີ່ພວກເຈົ້າໄດ້ເລືອກເອົາການບົວລະບັດຮັບໃຊ້ພຣະເຈົ້າຢາເວ.” ພວກເຂົາຕອບວ່າ, “ຕົກລົງ ພວກເຮົາຂໍເປັນພະຍານ.” 23 ສະນັ້ນ ໂຢຊວຍຈຶ່ງໄດ້ຮ້ອງຂໍວ່າ, “ຖ້າຢ່າງນັ້ນ ຈົ່ງປະຖິ້ມບັນດາພະຂອງຊາວຕ່າງຊາດທີ່ພວກເຈົ້າມີຢູ່ ແລະຕິດຕາມພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນຢ່າງສັດຊື່.” 24 ແລ້ວປະຊາຊົນກໍເວົ້າກັບໂຢຊວຍວ່າ, “ພວກເຮົາຈະບົວລະບັດຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ແລະຈະເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ.” 25 ດັ່ງນັ້ນ ໂຢຊວຍຈຶ່ງໄດ້ເຮັດພັນທະສັນຍາສຳລັບ ພວກເຂົາໃນມື້ນັ້ນ ແລະເພິ່ນໄດ້ມອບກົດບັນຍັດກັບກົດລະບຽບຕ່າງໆ ໃຫ້ແກ່ພວກເຂົາທີ່ເມືອງຊີເຄມ. 26 ໂຢຊວຍໄດ້ບັນທຶກຂໍ້ຄຳສັ່ງເຫຼົ່ານັ້ນໄວ້ໃນປື້ມກົດບັນຍັດຂອງພຣະເຈົ້າ. ແລ້ວເພິ່ນກໍໄດ້ເອົາຫີນໃຫຍ່ກ້ອນໜຶ່ງຕັ້ງຂຶ້ນທີ່ຮົ່ມຂອງຕົ້ນໂອກ ໃນສະຖານທີ່ສັກສິດຂອງພຣະເຈົ້າຢາເວ. 27 ເພິ່ນໄດ້ກ່າວແກ່ທຸກໆຄົນວ່າ, “ຫີນກ້ອນນີ້ຈະເປັນພະຍານໃຫ້ພວກເຮົາ. ມັນໄດ້ຍິນທຸກຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວແກ່ພວກເຮົາ. ສະນັ້ນ ມັນຈຶ່ງຈະເປັນພະຍານຕໍ່ສູ້ພວກເຈົ້າ ເພື່ອບໍ່ໃຫ້ພວກເຈົ້າຄິດກະບົດຕໍ່ພຣະເຈົ້າຂອງພວກເຈົ້າ.” 28 ແລ້ວໂຢຊວຍກໍໃຫ້ປະຊາຊົນເຫຼົ່ານັ້ນກັບໄປສູ່ດິນແດນທີ່ເປັນສ່ວນຂອງໃຜລາວ. ໂຢຊວຍແລະເອເລອາຊາຕາຍ 29 ຫລັງຈາກນັ້ນ ໂຢຊວຍລູກຊາຍຂອງນູນຜູ້ຮັບໃຊ້ຂອງພຣະເຈົ້າຢາເວ ກໍໄດ້ຕາຍໄປເມື່ອເພິ່ນອາຍຸໄດ້ 110 ປີ. 30 ພວກເຂົາໄດ້ຝັງສົບຂອງເພິ່ນໄວ້ໃນທີ່ດິນຂອງເພິ່ນເອງທີ່ບ້ານຕີມນາດເສຣາ ໃນເຂດເນີນພູເອຟຣາອິມທາງທິດເໜືອຂອງພູເຂົາກາອາດ. 31 ໃນຊົ່ວຊີວິດຂອງໂຢຊວຍນັ້ນ ປະຊາຊົນອິດສະຣາເອນໄດ້ບົວລະບັດຮັບໃຊ້ພຣະເຈົ້າຢາເວຕະຫລອດມາ. ຫລັງຈາກເພິ່ນຕາຍໄປແລ້ວ ພວກເຂົາກໍຍັງສືບຕໍ່ບົວລະບັດຮັບໃຊ້ພຣະອົງ ຕະຫລອດຊົ່ວຊີວິດຂອງພວກຜູ້ນຳທຸກຄົນ ທີ່ໄດ້ເຫັນທຸກສິ່ງທີ່ພຣະເຈົ້າຢາເວໄດ້ກະທຳສຳລັບຊາດອິດສະຣາເອນ. 32 ສ່ວນກະດູກຂອງໂຢເຊັບທີ່ພວກອິດສະຣາເອນໄດ້ນຳອອກມາຈາກປະເທດເອຢິບນັ້ນ ກໍໄດ້ຖືກຝັງໄວ້ທີ່ເມືອງຊີເຄມ ໃນດິນຕອນໜຶ່ງທີ່ຢາໂຄບໄດ້ຊື້ຈາກລູກຊາຍຂອງຮາໂມຜູ້ເປັນພໍ່ຂອງຊີເຄມ ເປັນເງິນໜຶ່ງຮ້ອຍຫລຽນ. ທີ່ດິນນີ້ເປັນມູນມໍຣະດົກຂອງລູກຫລານໂຢເຊັບ. 33 ຕໍ່ມາ ເອເລອາຊາລູກຊາຍຂອງອາໂຣນກໍຕາຍໄປ ແລະຊາກສົບຂອງເພິ່ນໄດ້ຖືກຝັງໄວ້ຢູ່ທີ່ເມືອງກີເບອາ ຊຶ່ງເປັນເມືອງໃນເຂດເນີນພູເອຟຣາອິມ. ເມືອງນີ້ໄດ້ຍົກໃຫ້ເປັນກຳມະສິດຂອງຟີເນຮາ. |
@ 2012 United Bible Societies. All Rights Reserved.