ໂຢຊວຍ 23 - ພຣະຄຳພີສັກສິໂຢຊວຍກ່າວສັ່ງລາປະຊາຊົນ 1 ຕໍ່ມາອີກເປັນເວລາດົນນານ ພຣະເຈົ້າຢາເວໄດ້ໃຫ້ຊາດອິດສະຣາເອນ ຢູ່ຢ່າງສະຫງົບສຸກຈາກເຫຼົ່າສັດຕູທີ່ຢູ່ອ້ອມແອ້ມພວກເຂົາ. ໃນເວລານັ້ນໂຢຊວຍກໍເຖົ້າແກ່ຫລາຍແລ້ວ 2 ສະນັ້ນ ເພິ່ນຈຶ່ງເອີ້ນຊາວອິດສະຣາເອນທຸກຄົນມາ ມີດັ່ງນີ້: ພວກເຖົ້າແກ່, ພວກຫົວໜ້າ, ພວກຜູ້ປົກຄອງ ແລະພວກເຈົ້າໜ້າທີ່ຂອງປະຊາຊົນ. ເພິ່ນບອກພວກເຂົາວ່າ, “ດຽວນີ້ຂ້າພະເຈົ້າກໍເຖົ້າແກ່ຫລາຍແລ້ວ 3 ພວກເຈົ້າໄດ້ເຫັນທຸກສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ກະທຳຕໍ່ຊົນຊາດທັງປວງຍ້ອນເລື່ອງພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສູ້ຮົບເພື່ອພວກເຈົ້າ. 4 ຂ້າພະເຈົ້າໄດ້ກຳນົດໃຫ້ເຜົ່າຂອງພວກເຈົ້າ ໄດ້ເປັນກຳມະສິດດິນແດນຂອງຊົນຊາດຕ່າງໆທີ່ເຫຼືອຢູ່ ຕະຫລອດທັງທຸກຊົນຊາດທີ່ຂ້າພະເຈົ້າໄດ້ຮົບຊະນະ ຕັ້ງແຕ່ແມ່ນໍ້າຈໍແດນທາງທິດຕາເວັນອອກ ຈົນເຖິງທະເລເມດີແຕຣາເນທາງທິດຕາເວັນຕົກ. 5 ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະຂັບໄລ່ຊົນຊາດເຫຼົ່ານັ້ນໃຫ້ຖອຍໜີຈາກພວກເຈົ້າ ໃນຂະນະທີ່ພວກເຈົ້າບຸກໜ້າເຂົ້າໄປ. ພວກເຈົ້າຈະໄດ້ດິນແດນຂອງພວກເຂົາ ຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັນຍາໄວ້. 6 ດັ່ງນັ້ນ ຈົ່ງຕັ້ງໃຈເຊື່ອຟັງແລະປະຕິບັດຕາມທຸກໆສິ່ງ ທີ່ໄດ້ມີຂຽນໄວ້ໃນປື້ມກົດບັນຍັດຂອງໂມເຊ. ຢ່າລະເລີຍຂໍ້ໃດຂໍ້ໜຶ່ງ 7 ເພື່ອພວກເຈົ້າຈະບໍ່ເຂົ້າສ່ວນກັບປະຊາຊົນຕ່າງໆທີ່ເຫຼືອຢູ່ກັບພວກເຈົ້າ ຫລືຮ້ອງຫາພະຂອງພວກເຂົາ ຫລືສາບານໃນນາມຂອງບັນດາພະນັ້ນ ຫລືຂາບໄຫວ້ມັນດ້ວຍ. 8 ແຕ່ຈົ່ງສັດຊື່ຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຕາມທີ່ພວກເຈົ້າເຄີຍປະຕິບັດມາຈົນເທົ່າທຸກວັນນີ້. 9 ພຣະເຈົ້າຢາເວໄດ້ຂັບໄລ່ຊົນຊາດໃຫຍ່ ແລະມີອຳນາດອອກໜີຈາກພວກເຈົ້າ ໃນຂະນະທີ່ພວກເຈົ້າບຸກໜ້າເຂົ້າໄປ ແລະບໍ່ມີຜູ້ໃດໃນພວກເຂົາສາມາດຕ້ານທານພວກເຈົ້າໄດ້. 10 ຄົນໜຶ່ງໃນພວກເຈົ້າສາມາດເຮັດໃຫ້ພັນຄົນແລ່ນໜີຈາກພວກເຈົ້າໄດ້ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສູ້ຮົບເພື່ອພວກເຈົ້າດັ່ງທີ່ພຣະອົງໄດ້ສັນຍາໄວ້. 11 ແລ້ວຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດ້ວຍຄວາມເຕັມໃຈ. 12 ຖ້າພວກເຈົ້າບໍ່ສັດຊື່ແລະຮ່ວມມືກັບຊົນຊາດທັງຫລາຍ ທີ່ເຫຼືອຢູ່ກັບພວກເຈົ້າແລະແຕ່ງງານກັບພວກເຂົາ 13 ກໍໃຫ້ພວກເຈົ້າຮູ້ແນ່ວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະບໍ່ຂັບໄລ່ຊົນຊາດເຫຼົ່ານັ້ນອອກໜີ ເມື່ອພວກເຈົ້າບຸກໜ້າເຂົ້າໄປ. ນອກຈາກນີ້ ພວກເຂົາຈະເປັນດັ່ງແຮ້ວແລະຫລຸມດັກຈັບເພື່ອໃຫ້ພວກເຈົ້າໄດ້ຮັບອັນຕະລາຍ ແລະເປັນດັ່ງໄມ້ແສ້ຂ້ຽນຫລັງ ຫລືສ້ຽນໃນຕາທີ່ເຮັດໃຫ້ພວກເຈົ້າໄດ້ຮັບຄວາມເຈັບປວດ. ເລື່ອງນີ້ຈະມີຢູ່ຕໍ່ໄປຈົນກວ່າບໍ່ມີຜູ້ໃດໃນພວກເຈົ້າເຫຼືອຢູ່ໃນດິນແດນອັນສວຍງາມນີ້ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຈົ້າ. 14 ດຽວນີ້ ຂ້າພະເຈົ້າກໍປຽບດັ່ງຕົ້ນໄມ້ໃກ້ຝັ່ງ. ພວກເຈົ້າທຸກຄົນກໍຮູ້ແກ່ໃຈແລ້ວວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ໃຫ້ສິ່ງທີ່ດີທຸກຢ່າງແກ່ພວກເຈົ້າ ຕາມທີ່ພຣະອົງໄດ້ສັນຍາໄວ້ນັ້ນ. ພຣະອົງໄດ້ເຮັດຕາມຄຳສັນຍາທຸກຂໍ້ແລ້ວ ໂດຍບໍ່ໄດ້ຝ່າຝືນຂໍ້ໃດໆເລີຍ. 15 ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ຖືຮັກສາຄຳສັນຍາທຸກຂໍ້ ທີ່ໄດ້ເຮັດໄວ້ກັບພວກເຈົ້າສັນໃດ ພຣະອົງກໍຈະນຳການຂົ່ມຂູ່ທຸກຢ່າງມາສູ່ພວກເຈົ້າສັນນັ້ນ ຈົນກວ່າພຣະອົງຈະທຳລາຍພວກເຈົ້າເສຍຈາກດິນແດນອັນສວຍງາມນີ້ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ແກ່ພວກເຈົ້າ. 16 ຖ້າພວກເຈົ້າບໍ່ຖືຮັກສາພັນທະສັນຍາ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງພວກເຈົ້າໄວ້ ແລະຖ້າພວກເຈົ້າໄປຮັບໃຊ້ແລະຂາບໄຫວ້ພະອື່ນ ແລ້ວພຣະເຈົ້າຢາເວກໍຈະລົງໂທດພວກເຈົ້າດ້ວຍຄວາມໂກດຮ້າຍ ແລະໃນອີກບໍ່ດົນຈະບໍ່ມີໃຜໃນພວກເຈົ້າເຫຼືອຢູ່ໃນດິນແດນອັນສວຍງາມ ທີ່ພຣະອົງໄດ້ມອບໃຫ້ແກ່ພວກເຈົ້າ.” |
@ 2012 United Bible Societies. All Rights Reserved.