Biblia Todo Logo
Bìoball air-loidhne

- Sanasan -

ໂຢຊວຍ 22 - ພຣະຄຳພີສັກສິ


ໂຢຊວຍ​ສົ່ງ​ເຜົ່າ​ທາງທິດ​ຕາເວັນອອກ​ຄືນ​ສູ່​ຖິ່ນຖານ

1 ແລ້ວ​ໂຢຊວຍ​ກໍໄດ້​ເອີ້ນ​ປະຊາຊົນ​ໃນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ ໃຫ້​ມາ​ເຕົ້າໂຮມ​ກັນ.

2 ເພິ່ນ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ໄດ້​ເຮັດ​ທຸກໆ​ສິ່ງ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ເຮັດ ແລະ​ພວກເຈົ້າ​ໄດ້​ເຊື່ອຟັງ​ຄຳສັ່ງ​ທຸກ​ຂໍ້​ຂອງ​ຂ້າພະເຈົ້າ.

3 ຕະຫລອດ​ມາ​ແຕ່​ໃດໆ ພວກເຈົ້າ​ບໍ່ເຄີຍ​ປະຖິ້ມ​ພີ່ນ້ອງ​ຊາວ​ອິດສະຣາເອນ​ເລີຍ ພວກເຈົ້າ​ໄດ້​ເອົາໃຈໃສ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.

4 ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ​ມີ​ຄວາມ​ສະຫງົບສຸກ​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ສະນັ້ນ ຂໍ​ໃຫ້​ພວກເຈົ້າ​ຄືນ​ສູ່​ດິນແດນ ຊຶ່ງ​ພວກເຈົ້າ​ໄດ້​ຮຽກຮ້ອງ​ເອົາ​ເປັນ​ກຳມະສິດ ທີ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ນັ້ນ​ສາ ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບໝາຍ​ໃຫ້​ພວກເຈົ້າ​ນັ້ນ.

5 ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ເຊື່ອຟັງ​ກົດບັນຍັດ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ພວກເຈົ້າ​ຄື: ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ຈົ່ງ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ, ຈົ່ງ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ, ຈົ່ງ​ສັດຊື່​ຕໍ່​ພຣະອົງ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ດ້ວຍ​ສຸດຈິດ ຂອງ​ພວກເຈົ້າ.”

6-8 ແລ້ວ​ໂຢຊວຍ​ກໍໄດ້​ສົ່ງ​ພວກເຂົາ​ຄືນ​ສູ່​ຖິ່ນຖານ ພ້ອມ​ຄຳອວຍພອນ​ຂອງ​ເພິ່ນ ແລະ​ສັ່ງ​ພວກເຂົາ​ວ່າ, “ພວກເຈົ້າ​ຄືນ​ສູ່​ຖິ່ນຖານ​ດ້ວຍ​ຄວາມ​ອຸດົມສົມບູນ ໂດຍ​ມີ​ຝູງສັດ​ຢ່າງ​ມາກມາຍ, ຄຳ, ເງິນ, ທອງ, ເຫຼັກ ແລະ​ເຄື່ອງນຸ່ງ​ຫລາຍ​ຢ່າງ. ສະນັ້ນ ພວກເຈົ້າ​ຈົ່ງ​ແບ່ງປັນ​ສິ່ງ​ທີ່​ຢຶດ​ມາ​ໄດ້​ຈາກ​ເຫຼົ່າ​ສັດຕູ​ນັ້ນ ໃຫ້​ພີ່ນ້ອງ​ໃນ​ຕະກຸນ​ຂອງ​ພວກເຈົ້າ.” ແລ້ວ​ພວກເຂົາ​ກໍໄດ້​ພາກັນ​ກັບ​ເມືອ. ໂມເຊ​ໄດ້​ມອບ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ໃຫ້​ເຜົ່າ​ມານາເຊ​ເຄິ່ງ​ເຜົ່າ ແລະ​ອີກ​ເຄິ່ງ​ເຜົ່າ​ນັ້ນ ໂຢຊວຍ​ໄດ້​ມອບ​ດິນແດນ​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ໃຫ້​ພວກເຂົາ​ຮ່ວມ​ກັບ​ເຜົ່າ​ອື່ນໆ.

9 ດັ່ງນັ້ນ ປະຊາຊົນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ ຈຶ່ງ​ໄດ້​ຄືນ​ສູ່​ຖິ່ນຖານ. ພວກເຂົາ​ໄດ້​ຈາກ​ຊາວ​ອິດສະຣາເອນ​ພວກອື່ນໆ ທີ່​ເມືອງ​ຊີໂລ​ໃນ​ດິນແດນ​ການາອານ ອອກ​ກັບ​ໄປ​ສູ່​ດິນແດນ​ຂອງ​ພວກຕົນ ຄື​ດິນແດນ​ກີເລອາດ ບ່ອນ​ທີ່​ພວກເຂົາ​ໄດ້​ຮັບ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ.


ແທ່ນບູຊາ​ທີ່​ແຄມ​ແມ່ນໍ້າ​ຈໍແດນ

10 ເມື່ອ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ​ໄດ້​ມາ​ຮອດ​ເມືອງ​ເກລີໂລດ ທີ່​ຍັງ​ຢູ່​ທາງຟາກ​ຕາເວັນຕົກ ຂອງ​ແມ່ນໍ້າ​ຈໍແດນ​ນັ້ນ; ພວກເຂົາ​ກໍໄດ້​ສ້າງ​ແທ່ນບູຊາ​ອັນ​ໃຫຍ່​ທີ່​ເປັນ​ໜ້າປະທັບ​ໃຈ​ໄວ້​ຢູ່​ໃກ້​ແມ່ນໍ້າ​ນັ້ນ.

11 ແລ້ວ​ກໍໄດ້​ມີ​ຄົນ​ໄປ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ, “ຟັງ​ທາງ​ພີ້​ກ່ອນ ປະຊາຊົນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ​ທີ່​ເມືອງ​ເກລີໂລດ ທາງ​ຝັ່ງ​ແມ່ນໍ້າ​ຈໍແດນ​ເບື້ອງ​ຂອງ​ພວກເຮົາ​ພີ້.”

12 ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້ຍິນ​ເລື່ອງ​ນີ້​ແລ້ວ ຊຸມນຸມ​ປະຊາຊົນ​ທັງໝົດ​ຈຶ່ງ​ໄດ້​ພາກັນ​ໄປ​ທີ່​ເມືອງ​ຊີໂລ ເພື່ອ​ເຮັດ​ເສິກ​ກັບ​ບັນດາ​ເຜົ່າ​ທາງທິດ​ຕາເວັນອອກ.

13 ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍໄດ້​ສົ່ງ​ຟີເນຮາ​ລູກຊາຍ​ຂອງ​ປະໂຣຫິດ​ເອເລອາຊາ ໄປ​ຫາ​ປະຊາຊົນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ​ຢູ່​ໃນ​ດິນແດນ​ກີເລອາດ.

14 ມີ​ພວກ​ຜູ້ນຳ​ສິບ​ຄົນ​ຈາກ​ແຕ່ລະເຜົ່າ​ໄປ​ກັບ​ຟີເນຮາ; ຜູ້ນຳ​ເຫຼົ່ານີ້ ລ້ວນ​ແລ້ວ​ແຕ່​ເປັນ​ຫົວໜ້າ​ຄອບຄົວ​ໃນ​ຕະກຸນ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ.

15 ພວກເຂົາ​ພາກັນ​ໄປ​ຫາ​ປະຊາຊົນ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ​ທີ່​ດິນແດນ​ກີເລອາດ,

16 ແລ້ວ​ເວົ້າ​ຕໍ່​ພວກເຂົາ​ໃນ​ນາມ​ຊຸມນຸມຊົນ​ທັງໝົດ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ເວົ້າ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ຊົ່ວຮ້າຍ​ຢ່າງ​ນີ້​ຕໍ່ສູ້​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໃນ​ວັນນີ້​ໄດ້​ຫັນໜີ​ຈາກ​ພຣະເຈົ້າຢາເວ ໂດຍ​ໄດ້​ສ້າງ​ແທ່ນບູຊາ​ສຳລັບ​ຕົນເອງ​ຂື້ນ ຊຶ່ງ​ເປັນ​ການ​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ພວກເຈົ້າ​ບໍ່ໄດ້​ຕິດຕາມ​ພຣະອົງ​ຕໍ່ໄປ​ແລ້ວ?

17 ພວກເຈົ້າ​ຈົດຈຳ​ບາບ​ທີ່​ພວກເຮົາ​ໄດ້​ເຮັດ​ໃນ​ເມືອງ​ເປອໍ​ນັ້ນ​ບໍ? ເມື່ອ​ພຣະເຈົ້າຢາເວ​ໄດ້​ລົງໂທດ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ເກີດ​ໂຣກລະບາດ​ນັ້ນ? ພວກເຮົາ​ຍັງ​ໄດ້​ຮັບ​ຄວາມ​ທຸກ​ທໍລະມານ​ຍ້ອນ​ເລື່ອງ​ນີ້​ຢູ່ ບາບ​ທີ່​ມີ​ຢູ່​ນີ້​ຍັງ​ບໍ່​ພຽງພໍ​ເທື່ອ​ບໍ?

18 ບັດນີ້ ພວກເຈົ້າ​ຈະ​ເຊົາ​ຕິດຕາມ​ພຣະອົງ​ແລ້ວ​ຊັ້ນບໍ? ຖ້າ​ພວກເຈົ້າ​ທໍລະຍົດ​ຕໍ່​ພຣະເຈົ້າຢາເວ​ໃນວັນນີ້ ພຣະອົງ​ກໍ​ຈະ​ໂກດຮ້າຍ​ພວກ​ອິດສະຣາເອນ​ທຸກຄົນ​ໃນ​ມື້ອື່ນ.

19 ຖ້າ​ດິນແດນ​ຂອງ​ພວກເຈົ້າ​ບໍ່​ເໝາະ​ທີ່​ຈະ​ນະມັດສະການ ຈົ່ງ​ພາກັນ​ມາ​ດິນແດນ​ທີ່​ເປັນ​ຂອງ​ພຣະເຈົ້າຢາເວ ບ່ອນ​ທີ່​ມີ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ​ຕັ້ງ​ຢູ່​ນັ້ນ. ຈົ່ງ​ຮຽກຮ້ອງ​ເອົາ​ດິນແດນ​ໃນ​ທ່າມກາງ​ພວກເຮົາ​ໄດ້. ແຕ່​ຢ່າ​ກະບົດ​ຕໍ່​ພຣະເຈົ້າຢາເວ ຫລື​ຕໍ່​ພວກເຮົາ ໂດຍ​ສ້າງ​ແທ່ນບູຊາ​ຂຶ້ນ​ຕື່ມ​ໃສ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.

20 ພວກເຈົ້າ​ຈື່​ຫລື​ບໍ່​ວ່າ ເມື່ອ​ອາການ​ລູກຊາຍ​ຂອງ​ເຊຣາ​ບໍ່​ຍອມ​ເຮັດ​ຕາມ​ພຣະຄຳສັ່ງ​ກ່ຽວກັບ​ສິ່ງ​ທີ່​ຕ້ອງ​ທຳລາຍ​ນັ້ນ; ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຖືກ​ລົງໂທດ ແລະ​ບໍ່ແມ່ນແຕ່​ອາການ​ຜູ້​ດຽວ​ເທົ່ານັ້ນ​ທີ່​ໄດ້​ຕາຍ​ຍ້ອນ​ບາບ​ຂອງ​ລາວ.”

21 ແລ້ວ​ປະຊາຊົນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ, ກໍໄດ້​ຕອບ​ບັນດາ​ຫົວໜ້າ​ຄອບຄົວ​ເຜົ່າ​ຕ່າງໆ​ທາງ​ທິດ​ຕາເວັນຕົກ​ວ່າ

22 “ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງຫລາຍ! ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງຫລາຍ! ພຣະອົງ​ຮູ້​ວ່າ​ເຫດ​ໃດ​ພວກຂ້ອຍ​ຈຶ່ງ​ໄດ້​ກະທຳ​ເຊັ່ນນີ້ ແລະ​ພວກຂ້ອຍ​ຢາກ​ໃຫ້​ພວກເຈົ້າ​ນັ້ນ​ໄດ້​ຮູ້​ເຊັ່ນດຽວ​ກັນ. ຖ້າ​ພວກຂ້ອຍ​ໄດ້​ກະບົດ ແລະ​ບໍ່ໄດ້​ສືບຕໍ່​ເຊື່ອຟັງ​ພຣະເຈົ້າຢາເວ ກໍ​ຢ່າ​ໃຫ້​ພວກຂ້ອຍ​ມີ​ຊີວິດ​ຢູ່​ຕໍ່ໄປ

23 ຖ້າ​ພວກຂ້ອຍ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ​ໂດຍ​ສ້າງ​ແທ່ນບູຊາ​ຂຶ້ນ​ເປັນ​ຂອງ​ສ່ວນຕົວ ເພື່ອ​ເຜົາ​ເຄື່ອງ​ຖວາຍບູຊາ ຫລື​ເພື່ອ​ຖວາຍບູຊາ​ພືດຜົນ​ເປັນເມັດ ຫລື​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ຖ້າ​ພວກຂ້ອຍ​ໄດ້​ເຮັດ​ເຊັ່ນນັ້ນ ຂໍ​ໃຫ້​ພຣະເຈົ້າຢາເວ​ເປັນ​ຜູ້​ລົງໂທດ​ພວກຂ້ອຍ.

24 ບໍ່ແມ່ນ​ດອກ ການ​ທີ່​ພວກຂ້ອຍ​ໄດ້​ສ້າງ​ແທ່ນບູຊາ​ນີ້​ຂຶ້ນ ເພາະ​ຢ້ານ​ວ່າ​ໃນ​ພາຍຂ້າງໜ້າ​ພວກ​ລູກຫລານ​ຂອງ​ພວກເຈົ້າ​ຈະ​ຖາມ ພວກ​ລູກຫລານ​ຂອງ​ພວກຂ້ອຍ​ວ່າ ‘ພວກເຈົ້າ​ມີ​ສ່ວນ​ກ່ຽວຂ້ອງ​ຫຍັງ​ກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ?

25 ພຣະເຈົ້າຢາເວ​ໄດ້​ກຳນົດ​ແມ່ນໍ້າ​ຈໍແດນ​ໃຫ້​ເປັນ​ເຂດແດນ​ລະຫວ່າງ​ພວກເຮົາ ແລະ​ພວກເຈົ້າ​ຜູ້​ເປັນ​ຊາວ​ຣູເບັນ, ຊາວ​ກາດ, ພວກເຈົ້າ​ບໍ່ມີ​ຫຍັງ​ກ່ຽວຂ້ອງ​ກັບ​ພຣະເຈົ້າຢາເວ.’ ແຕ່​ລູກຫລານ​ຂອງ​ພວກເຈົ້າ​ອາດ​ຈະ​ເຮັດ​ໃຫ້​ພວກ​ລູກຫລານ​ຂອງ​ພວກຂ້ອຍ ເຊົາ​ນະມັດສະການ​ພຣະເຈົ້າຢາເວ​ກໍໄດ້.

26 ດ້ວຍເຫດນີ້ ພວກຂ້ອຍ​ຈຶ່ງ​ໄດ້​ພາກັນ​ສ້າງ​ແທ່ນບູຊາ ບໍ່ແມ່ນ​ເພື່ອ​ເປັນ​ບ່ອນ​ເຜົາ​ເຄື່ອງຫອມ​ຖວາຍບູຊາ ຫລື​ຖວາຍ​ເຄື່ອງ​ບູຊາ​ໃດໆ.

27 ແຕ່​ເປັນ​ເຄື່ອງໝາຍ​ສຳລັບ​ຄົນ​ຂອງ​ພວກຂ້ອຍ​ແລະ​ຄົນ​ຂອງ​ພວກເຈົ້າ ແລະ​ສຳລັບ​ເຊື້ອສາຍ​ທີ່​ຈະ​ມາ​ພາຍຫລັງ​ພວກເຮົາ​ວ່າ ພວກເຮົາ​ນະມັດສະການ​ພຣະເຈົ້າຢາເວ​ແທ້ໆ​ຢູ່​ຕໍ່ໜ້າ​ຫໍເຕັນ​ສັກສິດ​ຂອງ​ພຣະອົງ ໂດຍ​ການ​ເຜົາ​ເຄື່ອງ​ຖວາຍບູຊາ, ການຖວາຍບູຊາ​ຕ່າງໆ ແລະ​ການຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ການກະທຳ​ເຊັ່ນນີ້​ກໍ​ເພື່ອ​ປ້ອງກັນ​ບໍ່​ໃຫ້​ລູກຫລານ​ຂອງ​ພວກເຈົ້າ​ເວົ້າ​ວ່າ ລູກຫລານ​ຂອງ​ພວກຂ້ອຍ​ບໍ່ມີ​ຫຍັງ​ກ່ຽວຂ້ອງ​ກັບ​ພຣະເຈົ້າຢາເວ.

28 ມັນ​ເປັນ​ຄວາມ​ນຶກຄິດ​ຂອງ​ພວກຂ້ອຍ​ທີ່​ວ່າ ຖ້າ​ເຫດການ​ຢ່າງ​ນີ້​ເກີດຂຶ້ນ ລູກຫລານ​ຂອງ​ພວກຂ້ອຍ​ອາດ​ເວົ້າ​ວ່າ, ‘ເບິ່ງແມ! ປູ່ຍ່າຕາຍາຍ​ພວກເຮົາ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ ຄ້າຍ​ຄື​ກັບ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ. ແທ່ນບູຊາ​ນີ້​ບໍ່ແມ່ນ​ເປັນ​ບ່ອນ​ເຜົາ​ເຄື່ອງຫອມ​ຖວາຍບູຊາ ຫລື​ເປັນ​ບ່ອນ​ຖວາຍບູຊາ​ໃດໆ ແຕ່​ເປັນ​ພຽງ​ເຄື່ອງໝາຍ​ສຳລັບ​ຄົນ​ຂອງ​ພວກຂ້ອຍ ແລະ​ຄົນ​ຂອງ​ພວກເຈົ້າ​ເທົ່ານັ້ນ.’

29 ພວກຂ້ອຍ​ບໍ່​ອາດ​ທໍລະຍົດ​ຕໍ່​ພຣະເຈົ້າຢາເວ ຫລື​ເຊົາ​ຕິດຕາມ​ພຣະເຈົ້າຢາເວ​ໃນ​ວັນນີ້ ໂດຍ​ສ້າງ​ແທ່ນບູຊາ​ຂຶ້ນ​ເພື່ອ​ເຜົາ​ເຄື່ອງ​ຖວາຍບູຊາ ຫລື​ເພື່ອ​ຖວາຍບູຊາ​ພືດຜົນ​ເປັນເມັດ ຫລື​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ພວກຂ້ອຍ​ບໍ່​ຍອມ​ສ້າງ​ແທ່ນບູຊາ​ໃດໆ​ດອກ ນອກຈາກ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຊຶ່ງ​ຕັ້ງ​ຢູ່​ຕໍ່ໜ້າ​ຫໍເຕັນ​ສັກສິດ​ຂອງ​ພຣະອົງ.”

30 ເມື່ອ​ປະໂຣຫິດ​ຟີເນຮາ, ພວກ​ຜູ້ນຳ​ປະຊາຊົນ​ອິດສະຣາເອນ, ພ້ອມ​ດ້ວຍ​ບັນດາ​ຫົວໜ້າ​ຄອບຄົວ​ເຜົ່າ​ຕ່າງໆ​ທາງ​ທິດ​ຕາເວັນຕົກ ໄດ້ຍິນ​ຄຳ​ອະທິບາຍ​ຂອງ​ປະຊາຊົນ​ໃນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ​ແລ້ວ ພວກເຂົາ​ກໍ​ພໍໃຈ.

31 ປະໂຣຫິດ​ຟີເນຮາ ລູກຊາຍ​ຂອງ​ເອເລອາຊາ ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ດຽວນີ້​ພວກເຮົາ​ຮູ້​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ທ່າມກາງ​ພວກເຮົາ. ພວກເຈົ້າ​ບໍ່ໄດ້​ກະບົດ​ຕໍ່​ພຣະເຈົ້າຢາເວ ແລະ​ຍັງ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ການ​ລົງໂທດ​ຂອງ​ພຣະເຈົ້າຢາເວ​ດ້ວຍ.”

32 ແລ້ວ​ຟີເນຮາ​ແລະ​ພວກ​ຜູ້ນຳ​ເຫຼົ່ານັ້ນ​ກໍໄດ້​ອຳລາ​ຈາກ​ພວກ​ຣູເບັນ, ພວກ​ກາດ, ໃນ​ດິນແດນ​ກີເລອາດ​ກັບ​ເມືອ​ລາຍງານ​ຕໍ່​ປະຊາຊົນ​ອິດສະຣາເອນ​ທີ່​ການາອານ.

33 ຊາວ​ອິດສະຣາເອນ​ໄດ້​ຮັບ​ຄວາມ​ພໍໃຈ ແລະ​ພາກັນ​ສັນລະເສີນ​ພຣະເຈົ້າ. ພວກເຂົາ​ບໍ່ໄດ້​ເວົ້າ​ເຖິງ​ເລື່ອງ​ອອກ​ໄປ​ເຮັດ​ເສິກ​ລ້າງຜານ​ແຜ່ນດິນ ບ່ອນ​ທີ່​ປະຊາຊົນ​ຣູເບັນ​ແລະ​ກາດ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ນັ້ນ​ອີກ​ຕໍ່ໄປ.

34 ປະຊາຊົນ​ຣູເບັນ​ແລະ​ກາດ​ເວົ້າ​ວ່າ, “ແທ່ນບູຊາ​ນີ້​ເປັນ​ພະຍານ​ຕໍ່​ພວກເຮົາ​ທຸກຄົນ​ວ່າ ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ໃສ່​ຊື່​ແທ່ນບູຊາ​ນີ້​ວ່າ, “ພະຍານ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan