Biblia Todo Logo
Bìoball air-loidhne

- Sanasan -

ໂຢຊວຍ 21 - ພຣະຄຳພີສັກສິ


ເມືອງ​ຕ່າງໆ​ຂອງ​ຊາວ​ເລວີ

1 ບັນດາ​ຫົວໜ້າ​ຂອງ​ຄອບຄົວ​ເລວີ​ໄດ້​ພາກັນ​ໄປ​ຫາ​ປະໂຣຫິດ​ເອເລອາຊາ, ໂຢຊວຍ ລູກຊາຍ​ຂອງ​ນູນ ແລະ​ຫົວໜ້າ​ຄອບຄົວ​ຕ່າງໆ​ຂອງ​ທຸກ​ເຜົ່າ​ໃນ​ຊາດ​ອິດສະຣາເອນ.

2 ພວກເຂົາ​ໄດ້​ກ່າວ​ແກ່​ພວກ​ເຫຼົ່ານີ້ ທີ່​ເມືອງ​ຊີໂລ​ໃນ​ດິນແດນ​ການາອານ​ວ່າ, “ພຣະເຈົ້າຢາເວ​ໄດ້​ສັ່ງ​ຜ່ານ​ທາງ​ໂມເຊ​ວ່າ ພວກເຮົາ​ຕ້ອງ​ໄດ້​ຮັບ​ເມືອງ​ເປັນ​ບ່ອນ​ຢູ່​ອາໄສ ໂດຍ​ໃຫ້​ມີ​ທົ່ງຫຍ້າ​ອ້ອມແອ້ມ​ສຳລັບ​ລ້ຽງ​ຝູງສັດ​ຂອງ​ພວກເຮົາ​ດ້ວຍ.”

3 ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ມອບ​ເມືອງ​ບາງ​ແຫ່ງ ພ້ອມ​ທັງ​ທົ່ງຫຍ້າ​ຈາກ​ເຂດແດນ​ໃນ​ສ່ວນ​ຕ່າງໆ​ຂອງ​ພວກເຂົາ​ໃຫ້​ແກ່​ພວກເລວີ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ.

4 ການ​ໃຊ້​ສະຫລາກ​ຄັ້ງ​ທຳອິດ​ໄດ້​ຕົກ​ຖືກ​ຄອບຄົວ​ຕ່າງໆ​ໃນ​ຕະກຸນ​ໂກຮາດ. ສ່ວນ​ຄອບຄົວ​ທີ່​ມາ​ແຕ່​ເຊື້ອສາຍ​ຂອງ​ປະໂຣຫິດ​ອາໂຣນ​ນັ້ນ​ໄດ້​ຮັບ 13 ຕົວເມືອງ ຈາກ​ເຂດແດນ​ສ່ວນ​ຕ່າງໆ​ຂອງ​ຢູດາ, ຊີເມໂອນ ແລະ​ເບັນຢາມິນ.

5 ສ່ວນ​ຕະກຸນ​ໂກຮາດ​ທີ່​ເຫຼືອ​ຢູ່​ນັ້ນ​ໄດ້​ຮັບ 10 ຕົວເມືອງ ຈາກ​ເຂດແດນ​ສ່ວນ​ຕ່າງໆ​ຂອງ​ເອຟຣາອິມ, ດານ ແລະ​ມານາເຊ​ຕາເວັນຕົກ.

6 ຕະກຸນ​ເກໂຊນ​ໄດ້​ຮັບ 13 ຕົວເມືອງ ຈາກ​ເຂດແດນ​ຂອງ​ເຜົ່າ​ອິດຊາຄາ, ອາເຊ, ເນັບທາລີ ແລະ​ມານາເຊ​ຕາເວັນອອກ.

7 ສ່ວນ​ບັນດາ​ຄອບຄົວ​ໃນ​ຕະກຸນ​ເມຣາຣີ​ນັ້ນ​ໄດ້​ຮັບ 12 ຕົວເມືອງ ຈາກ​ເຂດແດນ​ສ່ວນ​ຕ່າງໆ​ຂອງ​ຣູເບັນ, ກາດ ແລະ​ເຊບູໂລນ.

8 ປະຊາຊົນ​ອິດສະຣາເອນ​ໄດ້​ມອບ​ເມືອງ​ຕ່າງໆ​ພ້ອມ​ທັງ​ທົ່ງຫຍ້າ​ໃຫ້​ແກ່​ພວກ​ເລວີ ໂດຍ​ການ​ໃຊ້​ສະຫລາກ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ.

9 ຕໍ່ໄປນີ້​ແມ່ນ​ຊື່​ບັນດາ​ເມືອງ​ຈາກ​ເຂດແດນ​ສ່ວນຕ່າງໆ​ຂອງ​ຢູດາ​ແລະ​ຊີເມໂອນ ທີ່​ໄດ້​ຖືກ​ມອບໝາຍ​ໃຫ້

10 ເຊື້ອສາຍ​ຂອງ​ອາໂຣນ​ໃນ​ຕະກຸນ​ໂກຮາດ ຜູ້​ທີ່​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ເລວີ. ຕະກຸນ​ນີ້​ເປັນ​ພວກ​ທຳອິດ​ທີ່​ໄດ້​ຖືກ​ມອບໝາຍ​ເມືອງ​ໃຫ້.

11 ພວກເຂົາ​ໄດ້​ຮັບ​ເມືອງ​ກີຣິອາດ​ອາກບາ ຕະຫລອດ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມແອ້ມ​ນັ້ນ (ອາກບາ​ເປັນ​ພໍ່​ຂອງ​ອານາກ) ແຕ່​ໃນ​ເວລາ​ນີ້​ເອີ້ນ​ວ່າ​ເຮັບໂຣນ​ໃນ​ເຂດ​ພູດອຍ​ຂອງ​ຢູດາຍ.

12 ແຕ່​ທົ່ງນາ​ຂອງ​ເມືອງ​ນີ້ ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ໄດ້​ຖືກ​ມອບໝາຍ​ໃຫ້​ເປັນ​ກຳມະສິດ​ຂອງ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ.

13 ນອກຈາກ​ເຮັບໂຣນ (ໜຶ່ງ​ໃນ​ບັນດາ​ເມືອງ​ລີ້ໄພ) ເມືອງ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຊື້ອສາຍ​ຂອງ​ປະໂຣຫິດ​ອາໂຣນ ມີ​ດັ່ງນີ້: ລິບນາ,

14 ຢັດຕີ, ເອຊະເຕມົວ,

15 ໂຮໂລນ, ເດບີ,

16 ອາອິນ, ຢຸດຕາ ແລະ​ເບັດເຊເມດ​ພ້ອມ​ທັງ​ທົ່ງຫຍ້າ. ລວມ​ທັງໝົດ​ມີ 9 ຕົວເມືອງ ຈາກ​ເຜົ່າຢູດາ​ແລະ​ຊີເມໂອນ.

17 ຈາກ​ເຂດແດນ​ຂອງ​ເບັນຢາມິນ ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ກີເບໂອນ, ເກບາ,

18 ອານາທົດ ແລະ​ອານໂມນ​ພ້ອມ​ທັງ​ທົ່ງຫຍ້າ.

19 ລວມ​ທັງໝົດ​ມີ 13 ຕົວເມືອງ ພ້ອມ​ທັງ​ທົ່ງຫຍ້າ ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ປະໂຣຫິດ​ເຊື້ອສາຍ​ຂອງ​ອາໂຣນ.

20 ສ່ວນ​ຄອບຄົວ​ອື່ນໆ​ຂອງ​ຊາວ​ເລວີ​ໃນ​ຕະກຸນ​ໂກຮາດ ໄດ້​ຮັບ​ບາງເມືອງ​ຈາກ​ເຂດແດນ​ຂອງ​ເອຟຣາອິມ.

21 ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ຊີເຄມ​ແລະ​ທົ່ງຫຍ້າ​ທີ່​ຢູ່​ໃນ​ແຖບ​ເນີນພູ​ຂອງ​ເອຟຣາອິມ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ), ເກເຊ,

22 ກິບຊາອີມ ແລະ​ເບັດໂຮໂຣນ​ພ້ອມ​ທັງ​ທົ່ງຫຍ້າ.

23 ຈາກ​ເຂດແດນ​ຂອງ​ດານ ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ເອນເຕເກ, ກິບເບໂທນ,

24 ໄອຢາໂລນ ແລະ​ກາດຣິມໂມນ ພ້ອມ​ທັງ​ທົ່ງຫຍ້າ.

25 ຈາກ​ເຂດແດນ​ຂອງ​ມານາເຊ​ຕາເວັນຕົກ ພວກເຂົາ​ໄດ້​ຮັບ 2 ຕົວເມືອງ ມີ​ດັ່ງນີ້: ຕາອານັກ ແລະ​ກາດຣິມໂມນ ພ້ອມ​ທັງ​ທົ່ງຫຍ້າ.

26 ຄອບຄົວ​ເຫຼົ່ານີ້​ຂອງ​ຕະກຸນ​ໂກຮາດ​ໄດ້​ຮັບ​ທັງໝົດ 10 ຕົວເມືອງ ພ້ອມ​ທັງ​ທົ່ງຫຍ້າ.

27 ສ່ວນ​ຊາວ​ເລວີ​ພວກ​ອື່ນ​ຈາກ​ຕະກຸນ​ເກໂຊນ ໄດ້​ຮັບ​ຈາກ​ມານາເຊ​ຕາເວັນອອກ 2 ຕົວເມືອງ ມີ​ດັ່ງນີ້: ໂກລານ​ໃນ​ບາຊານ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ) ແລະ​ເບເອັດຊະເຕຣາ ພ້ອມ​ທັງ​ທົ່ງຫຍ້າ.

28 ຈາກ​ເຂດແດນ​ຂອງ​ອິດຊາຄາ ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ກີຊີໂອນ, ດາເບຣັດ,

29 ຢາຣະມຸດ ແລະ​ເອັນກັນນີມ​ພ້ອມ​ທັງ​ທົ່ງຫຍ້າ.

30 ຈາກ​ເຂດແດນ​ຂອງ​ອາເຊ​ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ມີຊັນ, ອັບໂດນ,

31 ເຮນກາດ ແລະ​ເຣໂຮບ ພ້ອມ​ທັງ​ທົ່ງຫຍ້າ.

32 ຈາກ​ເຂດແດນ​ຂອງ​ເນັບທາລີ ພວກເຂົາ​ໄດ້​ຮັບ 3 ຕົວເມືອງ ມີ​ດັ່ງນີ້: ເກເດັດ​ໃນ​ຄາລີເລ, ພ້ອມ​ທັງ​ທົ່ງຫຍ້າ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ), ຮາມໂມດ​ໂດເຣ ແລະ​ກາກຕານ ພ້ອມ​ທັງ​ທົ່ງຫຍ້າ.

33 ຄອບຄົວ​ຕ່າງໆ​ໃນ​ຕະກຸນ​ເກໂຊນ​ໄດ້​ຮັບ​ທັງໝົດ 13 ຕົວເມືອງ ພ້ອມ​ທັງ​ທົ່ງຫຍ້າ.

34 ສ່ວນ​ພວກ​ເລວີ​ທີ່​ເຫຼືອ​ຢູ່​ນັ້ນ ຄື​ຕະກຸນ​ເມຣາລີ ໄດ້​ຮັບ​ຈາກ​ເຂດແດນ​ຂອງ​ເຊບູໂລນ 4 ຕົວເມືອງ ມີ​ດັ່ງນີ້: ໂຢກເນອາມ, ກາກຕາ,

35 ດີມນາ ແລະ​ນາຮາລານ ພ້ອມ​ທັງ​ທົ່ງຫຍ້າ.

36 ຈາກ​ເຂດແດນ​ຂອງ​ຣູເບັນ ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ເບເຊ, ຢາຊາ,

37 ເກເດໂມດ ແລະ​ເມຟາອາດ ພ້ອມ​ທັງ​ທົ່ງຫຍ້າ.

38 ຈາກ​ເຂດແດນ​ຂອງ​ກາດ ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ຣາໂມດ​ໃນ​ກີເລອາດ ພ້ອມ​ທັງ​ທົ່ງຫຍ້າ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ), ມະຫານາອິມ,

39 ເຮັດຊະໂບນ ແລະ​ຢາເຊ ພ້ອມ​ທັງ​ທົ່ງຫຍ້າ.

40 ດັ່ງນັ້ນ ຕະກຸນ​ເມຣາຣີ​ຈຶ່ງ​ໄດ້​ຮັບ 12 ຕົວເມືອງ​ດ້ວຍ​ກັນ.

41-42 ພວກເລວີ​ໄດ້​ຮັບ​ດິນແດນ​ທີ່​ເປັນ​ສ່ວນ​ຂອງ​ປະຊາຊົນ​ອິດສະຣາເອນ; ລວມ​ທັງໝົດ​ມີ 48 ຕົວເມືອງ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ຊາດ​ອິດສະຣາເອນ​ຢຶດ​ດິນແດນ​ເປັນ​ກຳມະສິດ

43 ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ໃຫ້​ດິນແດນ​ທັງໝົດ​ນັ້ນ​ແກ່​ຊາດ​ອິດສະຣາເອນ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ. ເມື່ອ​ພວກເຂົາ​ຢຶດຄອງ​ດິນແດນ​ເປັນ​ກຳມະສິດ​ແລ້ວ ກໍ​ພາກັນ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ.

44 ພຣະເຈົ້າຢາເວ​ໄດ້​ໃຫ້​ພວກເຂົາ​ມີ​ສັນຕິສຸກ​ທົ່ວ​ດິນແດນ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ. ບໍ່ມີ​ສັດຕູ​ໃດໆ​ທີ່​ສາມາດ​ຕໍ່ຕ້ານ​ພວກເຂົາ​ໄດ້ ເພາະ​ພຣະເຈົ້າຢາເວ​ໄດ້​ມອບ​ພວກ​ສັດຕູ​ທັງໝົດ​ໃຫ້​ຢູ່​ໃນ​ກຳມື​ຂອງ​ພວກເຂົາ.

45 ພຣະເຈົ້າຢາເວ​ໄດ້​ຮັກສາ​ຄຳສັນຍາ​ທຸກໆ​ຂໍ້ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປະຊາຊົນ​ອິດສະຣາເອນ. ທຸກໆ​ຢ່າງ​ກໍໄດ້​ເກີດຂື້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan