Biblia Todo Logo
Bìoball air-loidhne

- Sanasan -

ໂຢຊວຍ 20 - ພຣະຄຳພີສັກສິ


ເມືອງ​ລີ້ໄພ

1 ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂຢຊວຍ ໃຫ້​ໄປ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ,

2 “ຈົ່ງ​ເລືອກ​ເອົາ​ບັນດາ​ເມືອງ​ລີ້ໄພ ຕາມ​ທີ່​ເຮົາ​ໄດ້​ສັ່ງ​ໂມເຊ​ໃຫ້​ບອກ​ພວກເຈົ້າ.

3 ບຸກຄົນ​ໜຶ່ງ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ​ເຂົ້າ​ໄປ​ທີ່​ນັ້ນ​ໄດ້ ແລະ​ຫລົບ​ໜີ​ຈາກ​ຜູ້​ຕາມຫາ​ແກ້ແຄ້ນ.

4 ລາວ​ແລ່ນ​ເຂົ້າ​ໄປ​ໃນ​ເມືອງໃດ​ເມືອງໜຶ່ງ​ໃນ​ເມືອງ​ເຫຼົ່ານີ້​ໄດ້ ຄື​ໄປ​ທີ່​ສານ​ບ່ອນ​ຕັດສິນ​ຄວາມ​ທີ່​ປະຕູ​ເຂົ້າ​ເມືອງ ແລະ​ອະທິບາຍ​ເຫດການ​ທີ່​ເກີດຂຶ້ນ​ແກ່​ພວກຜູ້ນຳ. ແລ້ວ​ພວກຜູ້ນຳ​ກໍ​ຈະ​ອະນຸຍາດ​ໃຫ້​ລາວ​ເຂົ້າ​ໄປ​ໃນ​ເມືອງ ທັງ​ຫາ​ບ່ອນ​ໃຫ້​ລາວ​ຢູ່​ໃນ​ເມືອງ​ຕໍ່ໄປ​ດ້ວຍ.

5 ຖ້າ​ຜູ້​ທີ່​ຕາມ​ຫາ​ແກ້ແຄ້ນ​ມາ​ເຖິງ​ເມືອງ​ນັ້ນ ຊາວ​ເມືອງ​ກໍ​ຈະ​ບໍ່​ຕ້ອງ​ມອບ​ເຂົາ​ໃຫ້​ຜູ້​ທີ່​ຕາມຫາ​ນັ້ນ. ພວກເຂົາ​ຕ້ອງ​ປ້ອງກັນ​ຄົນ​ເຫຼົ່ານີ້​ໄວ້ ເພາະ​ເຂົາ​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ ແລະ​ບໍ່ແມ່ນ​ຍ້ອນ​ຄວາມ​ຄຽດແຄ້ນ​ແຕ່​ຢ່າງ​ໃດ.

6 ເຂົາ​ອາດ​ຈະ​ຢູ່​ໃນ​ເມືອງ​ຈົນກວ່າ​ຈະ​ໄດ້​ຮັບ​ການ​ຕັດສິນ​ຕໍ່ໜ້າ​ມະຫາຊົນ ແລະ​ຈົນກວ່າ​ຜູ້​ທີ່​ເປັນ​ປະໂຣຫິດ​ໃນ​ເວລາ​ນັ້ນ​ຕາຍ​ກ່ອນ. ແລ້ວ​ເຂົາ​ກໍ​ຈະ​ໄດ້​ກັບຄືນ​ເມືອ​ສູ່​ເມືອງ​ຂອງຕົນ ບ່ອນ​ທີ່​ເຂົາ​ໄດ້​ປົບໜີ​ມາ​ນັ້ນ.”

7 ດັ່ງນັ້ນ ໃນ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ພວກເຂົາ​ຈຶ່ງ​ໄດ້​ເລືອກ​ເອົາ​ເມືອງ​ເກເດັດ​ໃນ​ຄາລີເລ ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເນັບທາລີ; ເມືອງ​ຊີເຄມ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເອຟຣາອິມ ແລະ​ກີຣີອາດ-ອາກບາ​ຄື​ເມືອງ​ເຮັບໂຣນ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ຢູດາ.

8 ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຕາມ​ພູພຽງ​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເຢຣິໂກ ພວກເຂົາ​ໄດ້​ເລືອກເອົາ​ເມືອງ​ເບເຊ​ໃນ​ເຂດແດນ​ຂອງ​ເຜົ່າ​ຣູເບັນ; ເມືອງ​ຣາໂມດ​ໃນ​ກີເລອາດ​ໃນ​ເຂດແດນ​ຂອງ​ເຜົ່າກາດ ແລະ​ເມືອງ​ໂກລານ​ແຫ່ງ​ບາຊານ​ໃນ​ເຂດແດນ​ຂອງ​ເຜົ່າ​ມານາເຊ.

9 ບ່ອນ​ເຫຼົ່ານີ້​ແມ່ນ​ເມືອງ​ລີ້ໄພ ຊຶ່ງ​ໄດ້​ຖືກ​ເລືອກ​ໄວ້​ໃຫ້​ປະຊາຊົນ​ອິດສະຣາເອນ ແລະ​ໃຫ້​ຄົນຕ່າງຊາດ​ທັງຫລາຍ​ທີ່​ອາໄສ​ຢູ່​ກັບ​ພວກເຂົາ. ຜູ້ໃດ​ຜູ້ໜຶ່ງ​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ ຈະ​ໄດ້​ຮັບ​ການ​ຄຸ້ມຄອງ​ຈາກ​ຜູ້​ຕາມຫາ​ແກ້ແຄ້ນ​ໃນ​ບ່ອນ​ນີ້; ຈະ​ບໍ່ມີ​ໃຜ​ຖືກ​ຂ້າ ໂດຍ​ບໍ່ໄດ້​ຮັບ​ການ​ຕັດສິນ​ຕໍ່ໜ້າ​ມະຫາຊົນ​ສາກ່ອນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan