Biblia Todo Logo
Bìoball air-loidhne

- Sanasan -

ໂຢຊວຍ 2 - ພຣະຄຳພີສັກສິ


ໂຢຊວຍ​ສົ່ງ​ພວກ​ນັກສືບ​ສອດແນມ​ໄປ​ເມືອງ​ເຢຣິໂກ

1 ແລ້ວ​ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍໄດ້​ສົ່ງ​ສອດແນມ​ສອງ​ຄົນ​ຈາກ​ຄ້າຍພັກ​ທີ່​ຊິດຕິມ ພ້ອມ​ທັງ​ສັ່ງ​ໃຫ້​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ​ການາອານ​ຢ່າງ​ລັບໆ ໂດຍ​ສະເພາະ​ແລ້ວ​ແມ່ນ​ຕົວເມືອງ​ເຢຣິໂກ. ເມື່ອ​ມາ​ຮອດ​ເມືອງ​ເຢຣິໂກ​ແລ້ວ ສອດແນມ​ທັງສອງ​ຄົນ​ກໍໄດ້​ນອນ​ຄ້າງຄືນ​ຢູ່​ໃນ​ເຮືອນ​ຂອງ​ຍິງ​ໂສເພນີ​ຄົນ​ໜຶ່ງ​ຊື່​ວ່າ ຣາຮາບ.

2 ກະສັດ​ແຫ່ງ​ເມືອງ​ເຢຣິໂກ​ໄດ້ຍິນ​ຂ່າວ​ວ່າ ມີ​ຊາວ​ອິດສະຣາເອນ​ບາງຄົນ​ໄດ້​ເຂົ້າ​ມາ​ໃນ​ຄືນນັ້ນ ເພື່ອ​ສອດແນມ​ເບິ່ງ​ດິນແດນ.

3 ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ໃຊ້​ຄົນ​ໄປ​ບອກ​ນາງ​ຣາຮາບ​ວ່າ, “ຊາຍ​ທີ່​ມາ​ພັກ​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ​ນັ້ນ ໄດ້​ມາ​ສອດແນມ​ເບິ່ງ​ທົ່ວ​ດິນແດນ ຈົ່ງ​ນຳ​ພວກເຂົາ​ອອກ​ມາ.”

4-6 ນາງ​ຣາຮາບ​ໄດ້​ເອົາ​ນັກສືບ​ສອດແນມ​ທັງສອງ​ໄປ​ເຊື່ອງ​ໄວ້​ເທິງ​ຫລັງຄາ​ພຽງ ໃນ​ກອງ​ລຳຕົ້ນ​ປ່ານ​ທີ່​ນາງ​ລຽນ​ໄວ້​ຢູ່​ຂ້າງ​ເທິງ​ນັ້ນ. ນາງ​ໄດ້​ຕອບ​ກະສັດ​ວ່າ, “ພວກເຂົາ​ມາ​ພັກ​ຢູ່​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ແທ້ຈິງ, ແຕ່​ຂ້ານ້ອຍ​ບໍ່​ຮູ້​ວ່າ​ພວກເຂົາ​ມາ​ຈາກ​ໃສ. ພວກເຂົາ​ອອກ​ໜີໄປ​ແລ້ວ​ແຕ່​ເວລາ​ມືດຊຸ້ມ​ກ່ອນ​ປະຕູ​ເມືອງ​ຖືກ​ອັດ. ຂ້ານ້ອຍ​ເອງ​ກໍ​ບໍ່ໄດ້​ຖາມ​ວ່າ​ພວກເຂົາ​ຈະ​ໄປ​ທາງ​ໃດ ແຕ່​ຖ້າ​ທ່ານ​ຟ້າວ​ອອກ​ຕິດຕາມ ທ່ານ​ອາດ​ຈະ​ຕາມ​ໄປ​ທັນ​ແລະ​ຈັບ​ພວກເຂົາ​ໄດ້.”

7 ຄົນ​ຂອງ​ກະສັດ​ໄດ້​ອອກ​ຈາກ​ເມືອງ​ໄປ ແລ້ວ​ປະຕູ​ເມືອງ​ກໍ​ຖືກ​ອັດ. ພວກເຂົາ​ໄດ້​ໄປ​ຊອກ​ຫາ​ພວກ​ນັກສືບ​ສອດແນມ​ຊາວ​ອິດສະຣາເອນ ຈົນ​ຮອດ​ທ່າ​ຂ້າມ​ແມ່ນໍ້າ​ຈໍແດນ.

8 ກ່ອນ​ຊາຍ​ທັງສອງ​ຈະ​ນອນ ນາງ​ຣາຮາບ​ໄດ້​ຂຶ້ນ​ໄປ​ເທິງ​ຫລັງຄາ​ພຽງ

9 ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ຂ້ອຍ​ຮູ້​ວ່າ​ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ນີ້​ໃຫ້​ແກ່​ພວກເຈົ້າ ທຸກຄົນ​ໃນ​ດິນແດນ​ນີ້​ຢ້ານກົວ​ພວກເຈົ້າ​ຫລາຍ

10 ພວກເຮົາ​ຕ່າງ​ກໍ​ໄດ້​ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ທະເລແດງ​ແຫ້ງ​ຕໍ່ໜ້າ​ພວກເຈົ້າ ເມື່ອ​ພວກເຈົ້າ​ກຳລັງ​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຮົາ​ຍັງ​ໄດ້ຍິນ​ອີກ​ວ່າ ພວກເຈົ້າ​ໄດ້​ຂ້າ​ເຈົ້າສີໂຫນ​ແລະ​ເຈົ້າໂອກ ກະສັດ​ສອງ​ຄົນ​ຂອງ​ຊາວ​ອາໂມ​ຢ່າງ​ໃດ ທີ່​ທາງ​ທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ.

11 ພໍ​ເມື່ອ​ພວກເຮົາ​ໄດ້ຍິນ​ເລື່ອງລາວ​ຕ່າງໆ​ນັ້ນ​ແລ້ວ ພວກເຮົາ​ຈຶ່ງ​ຢ້ານ​ແລະ​ທຸກຄົນ​ຕ່າງ​ກໍ​ເສຍຂວັນ​ເພາະ​ພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແມ່ນ​ພຣະເຈົ້າ​ທີ່​ເທິງ​ສະຫວັນ​ແລະ​ທີ່​ເທິງ​ແຜ່ນດິນ​ໂລກ.

12 ບັດນີ້ ຈົ່ງ​ສາບານ​ຕໍ່​ພຣະເຈົ້າຢາເວ​ວ່າ ພວກເຈົ້າ​ຈະ​ປະຕິບັດ​ຕໍ່​ຄອບຄົວ​ຂອງຂ້ອຍ​ຢ່າງ​ມີ​ໃຈ​ເມດຕາ ເໝືອນ​ດັ່ງ​ທີ່​ຂ້ອຍ​ໄດ້​ປະຕິບັດ​ຕໍ່​ພວກເຈົ້າ ແລະ​ຈົ່ງ​ເຮັດ​ສັນຍາລັກ​ໃຫ້​ຂ້ອຍ​ໄດ້​ເຫັນ​ວ່າ​ພວກເຈົ້າ​ເປັນ​ຜູ້​ທີ່​ໄວ້ວາງໃຈ​ໄດ້

13 ຈົ່ງ​ສັນຍາ​ຕໍ່​ຂ້ອຍ​ວ່າ, ພວກເຈົ້າ​ຈະ​ໄວ້​ຊີວິດ​ພໍ່​ແມ່, ອ້າຍ​ເອື້ອຍ​ນ້ອງ ແລະ​ຄອບຄົວ​ຂອງ​ພວກເຂົາ. ຂໍ​ຢ່າ​ປ່ອຍ​ໃຫ້​ພວກເຮົາ​ຕ້ອງ​ຖືກ​ຂ້າ​ເລີຍ.”

14 ດັ່ງນັ້ນ ຊາຍ​ທັງສອງ​ຈຶ່ງ​ເວົ້າ​ວ່າ, “ຖ້າ​ເຈົ້າ​ບໍ່​ບອກ​ຜູ້ໃດ​ວ່າ ພວກຂ້ອຍ​ກຳລັງ​ມາ​ເຮັດ​ຫຍັງ, ພວກຂ້ອຍ​ກໍ​ຂໍ​ສັນຍາ​ວ່າ ເມື່ອໃດ​ທີ່​ພຣະເຈົ້າຢາເວ​ມອບ​ດິນແດນ​ນີ້​ໃຫ້​ພວກຂ້ອຍ​ແລ້ວ ພວກຂ້ອຍ​ຈະ​ປະຕິບັດ​ຕໍ່​ເຈົ້າ​ເປັນ​ຢ່າງດີ. ຖ້າ​ພວກຂ້ອຍ​ບໍ່​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ມາ​ນີ້ ຂໍ​ໃຫ້​ພຣະເຈົ້າ​ເອົາ​ຊີວິດ​ຂອງ​ພວກຂ້ອຍ​ໄປ​ເທີ້ນ.”

15 ເນື່ອງ​ຈາກ​ນາງ​ຣາຮາບ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​ຕິດ​ກັບ​ກຳແພງ​ເມືອງ. ດັ່ງນັ້ນ ນາງ​ຈຶ່ງ​ໄດ້​ຢ່ອນ​ເຊືອກ​ໃຫ້​ຊາຍ​ທັງສອງ​ລົງ​ທາງ​ປ່ອງຢ້ຽມ ແລະ​ບອກ​ວ່າ, “ເພື່ອ​ບໍ່​ໃຫ້​ຄົນ​ຂອງ​ກະສັດ​ພົບ​ພວກເຈົ້າ

16 ຈົ່ງ​ຂຶ້ນ​ໄປ​ລີ້​ຢູ່​ເນີນພູ​ນັ້ນ ໃຫ້​ລີ້​ຢູ່​ທີ່​ນັ້ນ​ສາມ​ວັນ ຈົນກວ່າ​ພວກເຂົາ​ກັບຄືນ​ມາ. ຫລັງຈາກ​ນັ້ນ​ແລ້ວ ພວກເຈົ້າ​ຈຶ່ງ​ເດີນທາງ​ໄປ​ຕໍ່.”

17 ສອດແນມ​ທັງສອງ​ຄົນ​ໄດ້​ບອກ​ນາງ​ວ່າ, “ພວກຂ້ອຍ​ຈະ​ເຮັດ​ຕາມ​ຄຳສັນຍາ​ທີ່​ມີ​ໄວ້​ກັບ​ເຈົ້າ.

18 ແຕ່​ເຈົ້າ​ຈະ​ຕ້ອງ​ເຮັດ​ດັ່ງນີ້: ເມື່ອ​ພວກຂ້ອຍ​ກັບ​ມາ​ບຸກໂຈມຕີ​ດິນແດນ​ຂອງ​ເຈົ້າ ໃຫ້​ເຈົ້າ​ເອົາ​ເຊືອກ​ສີແດງ​ນີ້ ຜູກ​ໃສ່​ປ່ອງຢ້ຽມ​ໄວ້​ໃນ​ບ່ອນ​ທີ່​ເຈົ້າ​ຢ່ອນ​ພວກຂ້ອຍ​ລົງ. ໃຫ້​ເອົາ​ພໍ່​ແມ່, ອ້າຍ​ເອື້ອຍ​ນ້ອງ ແລະ​ທຸກໆ​ຄອບຄົວ​ຂອງ​ເຈົ້າ​ທຸກຄົນ ມາ​ໂຮມກັນ​ຢູ່​ໃນ​ເຮືອນ​ຂອງເຈົ້າ.

19 ຖ້າ​ຜູ້ໃດ​ອອກ​ຈາກ​ເຮືອນ​ໄປ ລາວ​ຈະ​ຕ້ອງ​ຕາຍ​ເພາະ​ຄວາມຜິດ​ຂອງຕົນເອງ ພວກຂ້ອຍ​ຈະ​ບໍ່​ຮັບຜິດຊອບ, ແຕ່​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ທີ່​ຢູ່​ໃນ​ເຮືອນ​ນຳ​ເຈົ້າ​ຖືກ​ທຳຮ້າຍ ແລ້ວ​ພວກຂ້ອຍ​ກໍ​ຈະ​ເປັນ​ຜູ້​ຮັບຜິດຊອບ.

20 ເຖິງຢ່າງໃດ​ກໍຕາມ ຖ້າ​ເຈົ້າ​ບອກ​ຄົນ​ຜູ້ໃດ​ຜູ້ໜຶ່ງ​ວ່າ ພວກຂ້ອຍ​ມາ​ເຮັດ​ຫຍັງ​ໃນ​ທີ່​ນີ້ ແລ້ວ​ພວກຂ້ອຍ​ກໍ​ຈະ​ບໍ່​ຖື​ຮັກສາ​ຄຳສັນຍາ​ທີ່​ມີ​ໄວ້​ກັບ​ເຈົ້າ.”

21 ນາງ​ຣາຮາບ​ຕົກລົງ​ແລະ​ສົ່ງ​ຊາຍ​ທັງສອງ​ຄົນ​ນັ້ນ​ອອກ​ໜີໄປ. ເມື່ອ​ພວກເຂົາ​ໜີໄປ​ແລ້ວ ນາງ​ກໍ​ເອົາ​ເຊືອກ​ສີແດງ​ຜູກ​ໄວ້​ທີ່​ປ່ອງຢ້ຽມ.

22 ນັກສືບ​ສອດແນມ​ທັງສອງ​ຄົນ​ໄດ້​ຂຶ້ນ​ໄປ​ລີ້​ຢູ່​ເທິງ​ເນີນພູ. ສ່ວນ​ຄົນ​ຂອງ​ກະສັດ​ກໍ​ອອກ​ຄົ້ນ​ຫາ​ພວກເຂົາ ທົ່ວ​ຂົງເຂດ​ຊົນນະບົດ​ເປັນ​ເວລາ​ສາມ​ວັນ; ເມື່ອ​ຊອກ​ຫາ​ບໍ່​ພົບ ພວກເຂົາ​ຈຶ່ງ​ກັບ​ເມືອ​ເມືອງ​ເຢຣິໂກ.

23 ແລ້ວ​ນັກສືບ​ສອດແນມ​ທັງສອງ​ຄົນ ກໍ​ລົງ​ມາ​ຈາກ​ເນີນພູ​ຂ້າມ​ແມ່ນໍ້າ​ຄືນ​ໄປ​ຫາ​ໂຢຊວຍ ແລະ​ເລົ່າ​ເຫດການ​ທຸກຢ່າງ​ທີ່​ເກີດຂຶ້ນ​ສູ່​ເພິ່ນ​ຟັງ.

24 ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ແນ່ໃຈ​ວ່າ ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ທັງໝົດ​ໃຫ້​ແກ່​ພວກເຮົາ. ປະຊາຊົນ​ທຸກຄົນ​ໃນ​ເມືອງ​ນັ້ນ ຕ່າງ​ກໍ​ສະທ້ານ​ຢ້ານກົວ​ພວກເຮົາ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan