ໂຢຊວຍ 19 - ພຣະຄຳພີສັກສິເຂດແດນທີ່ຖືກມອບໝາຍໃຫ້ເຜົ່າຊີເມໂອນ 1 ການໃຊ້ສະຫລາກຄັ້ງທີສອງໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າຊີເມໂອນ. ເຂດແດນນີ້ຍາວໄປຈົນເຖິງດິນແດນທີ່ໄດ້ຖືກມອບໝາຍໃຫ້ເຜົ່າຢູດາ. 2 ດິນແດນນັ້ນມີດັ່ງນີ້: ເບເອນເຊບາ, ເຊບາ, ໂມລາດາ, 3 ຮາຊາຊູອານ, ບາລາ, ເອເຊມ, 4 ເອນໂຕລັດ, ເບັດອູນ, ໂຮມາ, 5 ຊິກລັກ, ເບັດມັກກາໂບດ, ຮາຊາສູສາ, 6 ເບັດເລບາໂອດ ແລະຊາຣູເຮນ. ລວມທັງໝົດມີ 13 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ. 7 ນອກນີ້ຍັງມີເມືອງອາອິນ, ຣິມໂມນ, ເອເທ ແລະອາຊານ. ຮວມທັງໝົດມີ 4 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ. 8 ເຂດແດນນີ້ຮວມເອົາທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມເມືອງເຫຼົ່ານີ້ ໄປຈົນເຖິງບາອາລາດເບເອ (ຫລືຣາມາໃນເນເກັບ) ທາງທິດໃຕ້. ເຂດແດນນີ້ເປັນສ່ວນທີ່ຄອບຄົວຕ່າງໆໃນເຜົ່າຊີເມໂອນໄດ້ຮັບເປັນກຳມະສິດຂອງພວກເຂົາ. 9 ດ້ວຍວ່າ, ສ່ວນທີ່ໄດ້ມອບໃຫ້ເຜົ່າຢູດານັ້ນໃຫຍ່ເກີນຄວາມຕ້ອງການ. ດັ່ງນັ້ນ ສ່ວນໜຶ່ງໃນເຂດແດນນີ້ຈຶ່ງຖືກມອບໝາຍໃຫ້ແກ່ເຜົ່າຊີເມໂອນ. ເຂດແດນທີ່ຖືກມອບໝາຍໃຫ້ເຜົ່າເຊບູໂລນ 10 ການໃຊ້ສະຫລາກຄັ້ງທີສາມໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າເຊບູໂລນ. ດິນແດນທີ່ພວກເຂົາໄດ້ຮັບນີ້ໄກອອກໄປຈົນເຖິງສາຣິດ. 11 ແຕ່ບ່ອນນັ້ນ ຊາຍແດນໄດ້ເລີຍໄປຈົນເຖິງທາງທິດຕາເວັນຕົກຮອດມາຣາລາ ຕິດກັບດັບເບເຊັດ ແລະທາງຫ້ວຍນໍ້າທີ່ທາງທິດຕາເວັນອອກຂອງໂຢກເນອາມ. 12 ສ່ວນທາງເບື້ອງອື່ນຂອງສາຣິດນັ້ນໄດ້ເລີຍໄປທາງທິດຕາເວັນອອກ ເຖິງຊາຍແດນຂອງກີສະໂລດຕາໂບເຣ ແລ້ວໄປທາງດາເບຣັດຈົນຂຶ້ນໄປຮອດຢາເຟຍ. 13 ຊາຍແດນນີ້ຍັງເລີຍໄປທາງທິດຕາເວັນອອກ ຄືຈາກບ່ອນນີ້ຈົນເຖິງກາດເຮເຟແລະເອັດກາຊິນ ໂດຍລ້ຽວໄປທາງເນອາຕາມທາງໄປສູ່ຣິມໂມນ. 14 ສ່ວນທາງເຂດເໜືອນັ້ນ ຊາຍແດນໄດ້ລ້ຽວໄປທາງຮັນນາໂທນ ແລະໄປສຸດລົງທີ່ຮ່ອມພູອິບຕາເຮນ. 15 ຊາຍແດນນີ້ໄດ້ລວມເອົາທັງກັດຕາດ, ນາຮາລານ, ຊີມໂຣນ, ອີດາລາ ແລະເບັດເລເຮັມ. ລວມທັງໝົດມີ 12 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ. 16 ເມືອງເຫຼົ່ານີ້ພ້ອມເມືອງເລັກເມືອງນ້ອຍທີ່ຢູ່ໃນດິນແດນນັ້ນ ຕົກເປັນຂອງຄອບຄົວຕ່າງໆໃນເຜົ່າເຊບູໂລນ. ພວກເຂົາໄດ້ຮັບເມືອງເຫຼົ່ານັ້ນມາເປັນກຳມະສິດຂອງພວກຕົນ. ເຂດແດນທີ່ຖືກມອບໝາຍໃຫ້ເຜົ່າອິດຊາຄາ 17 ການໃຊ້ສະຫລາກຄັ້ງທີສີ່ໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າອິດຊາຄາ. 18 ເຂດແດນຂອງພວກເຂົາມີດັ່ງນີ້: ຢິດຊະເຣນ, ເກສຸນໂລດ, ຊູເນມ, 19 ຮາຟາຣາອິມ, ຊິໂອນ, ອານາຮາຣັດ, 20 ຣັບບິດ, ກີຊີໂອນ, ເອເບເຊ, 21 ເຣເມັດ, ເອັນກັນນີມ, ເອນຮັດດາ ແລະເບັດປາເຊດ. 22 ຊາຍແດນນີ້ຕິດກັບຕາໂບ, ຊາຮາຊູມາ ແລະເບັດເຊເມດ ແລະໄປສຸດທີ່ແມ່ນໍ້າຈໍແດນ. ລວມທັງໝົດຊາຍແດນນີ້ໄດ້ຮວມເອົາ 16 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ. 23 ເມືອງເຫຼົ່ານີ້ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ໃນດິນແດນນັ້ນ ຕົກເປັນຂອງຄອບຄົວຕ່າງໆໃນເຜົ່າອິດຊາຄາ. ພວກເຂົາໄດ້ຮັບເມືອງເຫຼົ່ານັ້ນມາເປັນກຳມະສິດຂອງພວກຕົນ. ເຂດແດນທີ່ໄດ້ຮັບມອບໝາຍໃຫ້ເຜົ່າອາເຊ 24 ການໃຊ້ສະຫລາກຄັ້ງທີຫ້າໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າອາເຊ. 25 ເຂດແດນຂອງພວກເຂົາມີດັ່ງນີ້: ເຮນກາດ, ຮາລີ, ເບເຕນ, ອັກຊັບ, 26 ອັນລຳເມເລັກ, ອາມາດ ແລະມີຊັນ. ທາງທິດຕາເວັນຕົກໄປຈຸກັບພູກາເມນແລະຊີໂຮເຣລິບນາດ. 27 ເມື່ອລ້ຽວໄປທາງທິດຕາເວັນອອກ ຊາຍແດນນີ້ໄດ້ໄປຈົນເຖິງເບັດດາໂກນ ໂດຍຈຸກັບເຊບູໂລນແລະຮ່ອມພູອິບຕາເຮນ ໄປທາງເໜືອຈົນເຖິງເບັດເອເມກແລະເນອີເອນ. ຊາຍແດນນີ້ຍັງໄປເໜືອເລື້ອຍໆຈົນເຖິງກາບູນ, 28 ເອັບໂຣນ, ເຣໂຮບ, ຮາມໂມນ ແລະການາ, ຈົນໄປຮອດຊີໂດນ. 29 ແລ້ວຊາຍແດນນີ້ກໍໄດ້ລ້ຽວໄປທາງຣາມາ ໂດຍໄປຈຸກັບຕີເຣເມືອງທີ່ມີປ້ອມປ້ອງກັນ; ແລ້ວລ້ຽວໄປທາງໂຮສາແລະໄປສຸດທີ່ທະເລເມດີແຕຣາເນ. ດິນແດນນີ້ຍັງໄດ້ຮວມເອົາທັງມາຮາລາບ, ອັກຊິບ, 30 ອູມມາ, ອາເຟັກ ແລະເຣໂຮບ. ລວມທັງໝົດມີ 22 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ. 31 ເມືອງເຫຼົ່ານີ້ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ໃນດິນແດນນັ້ນ ຕົກເປັນຂອງຄອບຄົວຕ່າງໆໃນເຜົ່າອາເຊ. ພວກເຂົາໄດ້ຮັບເມືອງເຫຼົ່ານັ້ນມາເປັນກຳມະສິດຂອງພວກເຂົາ. ເຂດແດນທີ່ຖືກມອບໝາຍໃຫ້ເຜົ່າເນັບທາລີ 32 ການໃຊ້ສະຫລາກຄັ້ງທີຫົກໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າເນັບທາລີ. 33 ຊາຍແດນຂອງພວກເຂົາໄດ້ເລີ່ມແຕ່ເຮເລັບໄປສູ່ຕົ້ນໂອກ ທີ່ຊາອານັນນິມ, ໄປສູ່ອາດາມີເນເກັບ ແລະຢັບເນເອນ, ເລີຍໄປຈົນເຖິງລັກກູມ ແລະໄປສຸດທີ່ແມ່ນໍ້າຈໍແດນ. 34 ຈາກບ່ອນນີ້ຊາຍແດນໄດ້ລ້ຽວໄປທາງທິດຕາເວັນຕົກທາງອາຊະໂນດຕາໂບ ຈາກນັ້ນໄປສູ່ຮຸກໂກກໂດຍທາງໃຕ້ໄປຈຸກັບເຊບູໂລນ, ທາງທິດຕາເວັນຕົກຕິດກັບອາເຊ ແລະທາງທິດຕາເວັນອອກຕິດກັບແມ່ນໍ້າຈໍແດນ. 35 ສ່ວນເມືອງທີ່ມີກຳແພງນັ້ນມີດັ່ງນີ້: ຊິດດີມ, ເຊເຣ, ຮາມມັດ, ຣັກກັດ, ກິນເນເຣດ, 36 ອາດາມາ, ຣາມາ, ຮາໂຊ, 37 ເກເດັດ, ເອັດເຣອີ, ເອນຮາໂຊ, 38 ຢີໂຣນ, ມິກດາເລນ, ໂຮເຣັມ, ເບັດອານາດ ແລະເບັດເຊເມດ. ຮວມທັງໝົດມີ 19 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ. 39 ເມືອງເຫຼົ່ານີ້ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ໃນດິນແດນນັ້ນ ຕົກເປັນຂອງຄອບຄົວຕ່າງໆໃນເຜົ່າເນັບທາລີ. ພວກເຂົາໄດ້ຮັບເມືອງເຫຼົ່ານັ້ນ ມາເປັນກຳມະສິດຂອງພວກເຂົາ. ເຂດແດນທີ່ຖືກມອບໝາຍໃຫ້ເຜົ່າດານ 40 ການໃຊ້ສະຫລາກຄັ້ງທີເຈັດໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າດານ. 41 ເຂດແດນຂອງພວກເຂົາມີດັ່ງນີ້: ໂຊຣາ, ເອຊະຕາໂອນ, ອີຣະເຊເມດ, 42 ຊາອານບິມ, ໄອຢາໂລນ, ອິດລາ, 43 ເອໂລນ, ຕີມນາ, ເອັກໂຣນ, 44 ເອນເຕເກ, ກິບເບໂທນ, ບາອາລາດ, 45 ເຢຮຸດ, ເບເນເບຣັກ, ກາດຣິມໂມນ, 46 ເມຢາຣະໂກນ ແລະ ຣັກໂກນ, ຮວມທັງເຂດແດນທີ່ຢູ່ອ້ອມແອ້ມຢົບປາ. 47 ເມື່ອຊາວດານສູນເສຍດິນແດນຂອງພວກເຂົານັ້ນ ພວກເຂົາໄດ້ໄປໂຈມຕີແລະຢຶດຄອງເມືອງເລເຊມໂດຍຂ້າຄົນໃນເມືອງນັ້ນຖິ້ມ ແລະປະກາດເປັນເມືອງຂອງຕົນ. ພວກເຂົາໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນ ແລະປ່ຽນຊື່ຂອງເມືອງເລເຊມມາເປັນເມືອງດານ. 48 ເມືອງເຫຼົ່ານີ້ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ໃນດິນແດນນັ້ນ ຕົກເປັນຂອງຄອບຄົວຕ່າງໆໃນເຜົ່າດານ. ພວກເຂົາໄດ້ຮັບເມືອງເຫຼົ່ານັ້ນມາເປັນກຳມະສິດຂອງພວກຕົນ. ການແບ່ງປັນດິນແດນຄັ້ງສຸດທ້າຍ 49 ເມື່ອປະຊາຊົນອິດສະຣາເອນໄດ້ແບ່ງປັນດິນແດນຮຽບຮ້ອຍແລ້ວ ພວກເຂົາໄດ້ຍົກເອົາສ່ວນຂອງດິນແດນຕອນໜຶ່ງ ມອບໃຫ້ໂຢຊວຍລູກຊາຍຂອງນູນເພື່ອໃຫ້ເພິ່ນເປັນກຳມະສິດ. 50 ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ ພວກເຂົາໄດ້ມອບເມືອງຕີມນາດເສຣາ ໃນເຂດເນີນພູເອຟຣາອິມໃຫ້ຕາມທີ່ເພິ່ນຂໍຮ້ອງ. ດັ່ງນັ້ນ ເພິ່ນຈຶ່ງໄດ້ສ້າງເມືອງຂຶ້ນໃໝ່ແລະຕັ້ງຖິ່ນຖານຢູ່ທີ່ນັ້ນ. 51 ປະໂຣຫິດເອເລອາຊາ, ໂຢຊວຍ ລູກຊາຍຂອງນູນ ແລະພວກຫົວໜ້າຄອບຄົວຕ່າງໆໃນບັນດາເຜົ່າແຫ່ງຊາດອິດສະຣາເອນ ໄດ້ຮັບມອບໝາຍດິນແດນເຫຼົ່ານີ້ໂດຍການໃຊ້ສະຫລາກ ຕໍ່ໜ້າພຣະເຈົ້າຢາເວທີ່ເມືອງຊີໂລ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. ດ້ວຍການກະທຳດັ່ງທີ່ໄດ້ກ່າວມານີ້ ພວກເຂົາຈຶ່ງໄດ້ແບ່ງປັນດິນແດນເປັນທີ່ສຳເລັດ. |
@ 2012 United Bible Societies. All Rights Reserved.