ໂຢຊວຍ 18 - ພຣະຄຳພີສັກສິໂຢຊວຍແບ່ງປັນດິນແດນສ່ວນທີ່ເຫຼືອ 1 ຫລັງຈາກທີ່ພວກອິດສະຣາເອນຢຶດຄອງດິນແດນໄດ້ແລ້ວ ພວກເຂົາໄດ້ມາເຕົ້າໂຮມກັນທີ່ເມືອງຊີໂລ ແລະຕັ້ງຫໍເຕັນບ່ອນຊຸມນຸມໃນທີ່ນັ້ນ. 2 ແຕ່ໄດ້ມີປະຊາຊົນອິດສະຣາເອນຢູ່ເຈັດເຜົ່າ ທີ່ຍັງບໍ່ທັນໄດ້ຮັບດິນແດນເປັນສ່ວນແບ່ງຂອງພວກເຂົາ. 3 ດັ່ງນັ້ນ ໂຢຊວຍຈຶ່ງໄດ້ຖາມປະຊາຊົນອິດສະຣາເອນວ່າ, “ພວກເຈົ້າຈະລໍຖ້າຢູ່ອີກດົນປານໃດຈຶ່ງຈະເຂົ້າໄປຢຶດຄອງດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າໄດ້ມອບໃຫ້? 4 ຈົ່ງເລືອກເອົາສາມຄົນ ຈາກແຕ່ລະເຜົ່າໃຫ້ຂ້າພະເຈົ້າ. ຂ້າພະເຈົ້າຈະໃຊ້ພວກເຂົາອອກໄປທົ່ວທັງດິນແດນ ເພື່ອແຕ້ມແຜນທີ່ເຂດແດນ ຊຶ່ງພວກເຂົາຢາກໄດ້ເປັນກຳມະສິດ ແລ້ວໃຫ້ພວກເຂົາກັບຄືນມາຫາຂ້າພະເຈົ້າ. 5 ດິນແດນນີ້ຈະຕ້ອງແບ່ງອອກເປັນເຈັດສ່ວນໃຫ້ພວກເຂົາຄື: ເຜົ່າຢູດາໃຫ້ຢູ່ໃນດິນແດນຂອງພວກເຂົາທາງທິດໃຕ້ ແລະເຜົ່າໂຢເຊັບໃຫ້ຢູ່ໃນດິນແດນຂອງພວກເຂົາທາງທິດເໜືອ. 6 ໃຫ້ພວກເຈົ້າແຕ້ມແຜນທີ່ຂອງດິນແດນເຈັດສ່ວນເຫຼົ່ານີ້ ແລະນຳມາໃຫ້ຂ້າພະເຈົ້າ. ແລ້ວຂ້າພະເຈົ້າກໍຈະໃຊ້ສະຫລາກ ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາສຳລັບພວກເຈົ້າ. 7 ແຕ່ສຳລັບພວກເລວີແລ້ວ ພວກເຂົາຈະບໍ່ໄດ້ຮັບດິນແດນສ່ວນໃດໆເໝືອນດັ່ງພວກເຈົ້າ ເພາະສ່ວນຂອງພວກເຂົາແມ່ນຮັບໃຊ້ພຣະເຈົ້າຢາເວໃນຖານະເປັນປະໂຣຫິດ. ສ່ວນເຜົ່າກາດ, ເຜົ່າຣູເບັນ ແລະເຜົ່າມານາເຊຕາເວັນອອກນັ້ນໄດ້ຮັບດິນແດນ ທາງຝັ່ງຕາເວັນອອກຂອງແມ່ນໍ້າຈໍແດນແລ້ວ ຊຶ່ງໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຂົາ.” 8 ຄົນເຫຼົ່ານັ້ນກໍອອກໄປທົ່ວດິນແດນ ຫລັງຈາກທີ່ໂຢຊວຍໄດ້ໃຫ້ຄຳແນະນຳເຫຼົ່ານີ້ວ່າ, “ຈົ່ງອອກໄປທົ່ວທັງດິນແດນເພື່ອແຕ້ມແຜນທີ່ ແລະກັບຄືນມາຫາຂ້າພະເຈົ້າ. ແລ້ວໃນເມືອງຊີໂລນີ້ ທີ່ຂ້າພະເຈົ້າກໍຈະໃຊ້ສະຫລາກໃຫ້ພວກເຈົ້າຊ້ອງໜ້າພຣະເຈົ້າຢາເວ.” 9 ດັ່ງນັ້ນ ຄົນເຫຼົ່ານີ້ຈຶ່ງພາກັນອອກໄປທົ່ວດິນແດນ ແລະແຕ້ມແຜນທີ່ລົງໄປວ່າ ພວກຕົນຈະແບ່ງປັນດິນແດນນີ້ເປັນເຈັດສ່ວນ ແລະຂຽນລາຍຊື່ຂອງເມືອງຕ່າງໆໃສ່ຢ່າງໃດ. ແລ້ວພວກເຂົາກໍໄດ້ກັບຄືນມາຫາໂຢຊວຍທີ່ເມືອງຊີໂລ. 10 ໂຢຊວຍໄດ້ໃຊ້ສະຫລາກໃຫ້ພວກເຂົາຢູ່ທີ່ຊີໂລຊ້ອງໜ້າພຣະເຈົ້າຢາເວ ແລະໄດ້ມອບດິນແດນໃຫ້ແກ່ທຸກໆເຜົ່າທີ່ເຫຼືອຢູ່ນັ້ນ ຕາມສ່ວນແບ່ງຂອງໃຜລາວ. ດິນແດນທີ່ໄດ້ຮັບມອບໝາຍໃຫ້ເຜົ່າເບັນຢາມິນ 11 ດິນແດນທີ່ໃຊ້ສະຫລາກໄດ້ກ່ອນໝູ່ນັ້ນ ເປັນຂອງຄອບຄົວຕ່າງໆໃນເຜົ່າເບັນຢາມິນ. ດິນແດນຂອງພວກເຂົາແມ່ນຕັ້ງຢູ່ ລະຫວ່າງເຜົ່າຢູດາແລະເຜົ່າໂຢເຊັບ. 12 ທາງພາກເໜືອ ຊາຍແດນຂອງພວກເຂົາເລີ່ມແຕ່ແມ່ນໍ້າຈໍແດນ ຈົນຂຶ້ນໄປເຖິງເນີນພູທາງທິດເໜືອຂອງເມືອງເຢຣິໂກອອກໄປທາງທິດຕາເວັນຕົກ ໂດຍຜ່ານເຂດເນີນພູໄປຈົນເຖິງຖິ່ນແຫ້ງແລ້ງກັນດານເບັດອາເວນ. 13 ແລ້ວຊາຍແດນກໍເລີຍໄປຈົນເຖິງເນີນພູທາງໃຕ້ຂອງເມືອງລູເຊ (ມີຊື່ອີກວ່າເບັດເອນ) ແລ້ວລົງໄປຈົນເຖິງອາຕາໂຣດອັດດາ ທີ່ເທິງພູທາງໃຕ້ເມືອງເບັດໂຮໂຣນລຸ່ມ. 14 ແລ້ວຊາຍແດນນີ້ກໍອອກໄປທາງທິດໜຶ່ງອີກ ໂຄ້ງໄປທາງທິດໃຕ້ດ້ານທະເລ ຈາກທິດຕາເວັນຕົກຂອງພູນີ້ ແລະໄປຈົນເຖິງກີຣິອາດບາອານ (ຫລືກີຣີອາດເຢອາຣີມ) ຊຶ່ງເປັນເມືອງຂອງເຜົ່າຢູດາ. ນີ້ແມ່ນຊາຍແດນທາງທິດຕາເວັນຕົກ. 15 ສ່ວນຊາຍແດນທາງພາກໃຕ້ນັ້ນໄດ້ເລີ່ມແຕ່ແຄມເມືອງກີຣີອາດເຢອາຣີມ ແລະໄປຈົນເຖິງ ບໍ່ນໍ້າເນັບໂທອາ. 16 ແລ້ວຊາຍແດນນີ້ກໍໄດ້ລົງໄປ ຈົນເຖິງຕີນພູບ່ອນທີ່ຫລຽວເຫັນພູຮິນໂນມ ທາງເໜືອສຸດຂອງຮ່ອມພູເຣຟາອິມ. ແລ້ວຊາຍແດນນີ້ກໍໄດ້ເລີຍໄປທາງໃຕ້ຜ່ານຮ່ອມພູຮິນໂນມ ທາງໃຕ້ສັນພູຂອງຊາວເຢບຸດໄປທາງເອນໂຣເກນ. 17 ແລ້ວກໍລ້ຽວໄປທາງທິດເໜືອສູ່ເອນເຊເມດສູ່ເກລີໂລດ ຊຶ່ງກົງກັນຂ້າມກັບທາງຜ່ານຊ່ອງແຄບອາດຸມມິມ. ແລ້ວຊາຍແດນນີ້ກໍໄດ້ລົງໄປທາງໂງ່ນຫີນຂອງໂບຮານ (ໂບຮານເປັນລູກຊາຍຂອງຣູເບັນ) 18 ແລະຜ່ານໄປທາງສັນພູເບັດອາຣາບາບ່ອນທີ່ຫລຽວເຫັນຮ່ອມພູຈໍແດນ. ແລ້ວຊາຍແດນນີ້ກໍລົງໄປຈົນເຖິງຮ່ອມພູອາຣາບາ. 19 ໂດຍຜ່ານໄປທາງສັນພູເບັດໂຮກະລາ ແລະໄປສຸດທີ່ທາງເຂົ້າທະເລຕາຍເບື້ອງເໜືອ ບ່ອນທີ່ແມ່ນໍ້າຈໍແດນໄຫລໄປໃສ່. ນີ້ແມ່ນຊາຍແດນທາງທິດໃຕ້. 20 ແມ່ນໍ້າຈໍແດນເປັນຊາຍແດນທາງທິດຕາເວັນອອກ. ນີ້ແມ່ນຊາຍແດນຂອງດິນແດນ ທີ່ຄອບຄົວຕ່າງໆໃນເຜົ່າເບັນຢາມິນໄດ້ຮັບເປັນກຳມະສິດ. 21 ເມືອງທັງຫລາຍທີ່ເປັນສ່ວນຂອງຄອບຄົວຕ່າງໆໃນເຜົ່າເບັນຢາມິນນັ້ນ ມີດັ່ງນີ້: ເຢຣິໂກ, ເບັດໂຮກະລາ, ເອເມັກເກຊິດ, 22 ເບັດອາຣາບາ, ເຊມາຣາອິມ, ເບັດເອນ, 23 ອາວິມ, ປາຣາ, ໂອຟະຣາ, 24 ເກຟາອຳໂມນີ, ໂອຟະນີ ແລະເກບາ. ລວມທັງໝົດມີ 12 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ. 25 ນອກນີ້ກໍຍັງມີເມືອງກີເບໂອນ, ຣາມາ, ເບເອໂຣດ, 26 ມີຊະປາ, ເກຟີຣາ, ໂມຊາ, 27 ເຣເກມ, ອີຣະເປເອນ, ຕາຣາລາ, 28 ເຊລາ, ຮາເອເລັບ, ເຢບູ (ເມືອງເຢຣູຊາເລັມ), ກີເບອາ ແລະກີຣີອາດເຢອາຣີມ. ລວມທັງໝົດມີ 14 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ. ນີ້ແມ່ນດິນແດນທີ່ຄອບຄົວຕ່າງໆໃນເຜົ່າເບັນຢາມິນ ໄດ້ຮັບເປັນກຳມະສິດຂອງພວກເຂົາ. |
@ 2012 United Bible Societies. All Rights Reserved.