Biblia Todo Logo
Bìoball air-loidhne

- Sanasan -

ໂຢຊວຍ 17 - ພຣະຄຳພີສັກສິ


ມານາເຊ​ຕາເວັນຕົກ

1 ດິນແດນ​ສ່ວນ​ໜຶ່ງ​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ໄດ້​ຖືກ​ມອບໝາຍ​ໃຫ້​ບາງ​ຄອບຄົວ​ໃນ​ເຜົ່າ​ມານາເຊ ເນື່ອງ​ຈາກ​ວ່າ​ມານາເຊ​ເປັນ​ລູກຊາຍກົກ​ຂອງ​ໂຢເຊັບ. ມາກີ​ພໍ່​ຂອງ​ກີເລອາດ ເປັນ​ລູກຊາຍກົກ​ຂອງ​ມານາເຊ​ແລະ​ເປັນ​ວິລະບູລຸດ​ຜູ້​ເກັ່ງກ້າ; ດັ່ງນັ້ນ ເຂດແດນ​ກີເລອາດ​ກັບ​ບາຊານ​ທາງທິດ​ຕາເວັນອອກ​ແມ່ນໍ້າ​ຈໍແດນ ຈຶ່ງ​ຖືກ​ມອບໝາຍ​ໃຫ້​ແກ່​ມາກີ.

2 ສ່ວນ​ດິນແດນ​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ​ນັ້ນ ຖືກ​ມອບໝາຍ​ໃຫ້​ຄອບຄົວ​ຕ່າງໆ​ທີ່​ເຫຼືອ​ຢູ່​ໃນ​ເຜົ່າ​ມານາເຊ​ດັ່ງນີ້: ອາບີເອເຊ, ເຮເລັກ, ອາສະຣິເອນ, ເຊເຄມ, ເຮເຟ ແລະ ເຊມີດາ. ຄົນ​ເຫຼົ່ານີ້​ແມ່ນ​ພວກ​ຜູ້ຊາຍ​ຈາກ​ເຊື້ອສາຍ​ຂອງ​ມານາເຊ ລູກຊາຍ​ຂອງ​ໂຢເຊັບ; ພວກເຂົາ​ຕ່າງ​ກໍ​ເປັນ​ຫົວໜ້າ​ຄອບຄົວ.

3 ເຊໂລເຟຮັດ​ເປັນ​ລູກຊາຍ​ຂອງ​ເຮເຟ, ເຮເຟ​ເປັນ​ລູກຊາຍ​ຂອງ​ກີເລອາດ, ກີເລອາດ​ເປັນ​ລູກຊາຍ​ຂອງ​ມາກີ, ມາກີ​ເປັນ​ລູກຊາຍ​ຂອງ​ມານາເຊ. ເຊໂລເຟຮັດ​ບໍ່ມີ​ລູກ​ຜູ້ຊາຍ ແຕ່​ມີ​ລູກ​ຜູ້ຍິງ​ທັງໝົດ. ພວກເຂົາ​ຊື່​ວ່າ: ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະ ຕີຣະຊາ.

4 ພວກ​ນາງ​ໄດ້​ໄປ​ຫາ​ປະໂຣຫິດ​ເອເລອາຊາ, ໂຢຊວຍ​ລູກຊາຍ​ຂອງ​ນູນ, ພ້ອມ​ທັງ​ບັນດາ​ຜູ້ນຳ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ມອບ​ດິນແດນ​ສ່ວນ​ໜຶ່ງ ໃຫ້​ເປັນ​ກຳມະສິດ​ຂອງ​ພວກ​ຂ້ານ້ອຍ ຄື​ກັນ​ກັບ​ບັນດາ​ຜູ້ຊາຍ​ທີ່​ເປັນ​ຍາດຕິພີ່ນ້ອງ​ຂອງ​ພວກ​ຂ້ານ້ອຍ.” ດັ່ງນັ້ນ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພວກ​ນາງ​ຈຶ່ງ​ໄດ້​ຮັບ​ດິນແດນ​ເໝືອນກັນ​ກັບ​ພວກ​ຜູ້ຊາຍ ທີ່​ເປັນ​ຍາດຕິພີ່ນ້ອງ​ຂອງ​ພວກຕົນ.

5 ດ້ວຍເຫດນີ້ ພວກ​ມານາເຊ​ຈຶ່ງ​ໄດ້​ຮັບ​ສິບ​ສ່ວນ ລວມທັງ​ກີເລອາດ ແລະ​ບາຊານ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ

6 ຍ້ອນ​ພວກ​ເຊື້ອສາຍ​ເພດຍິງ​ໄດ້​ຮັບ​ສ່ວນ ເໝືອນກັນ​ກັບ​ພວກ​ເຊື້ອສາຍ​ເພດ​ຊາຍ. ພວກ​ເຊື້ອສາຍ​ຂອງ​ມານາເຊ​ທີ່​ເຫຼືອ​ຢູ່​ຈຶ່ງ​ໄດ້​ຮັບ​ສ່ວນ​ໃນ​ດິນແດນ​ກີເລອາດ.

7 ເຂດແດນ​ຂອງ​ມານາເຊ​ເລີ່ມ​ແຕ່​ອາເຊ​ເຖິງ​ມິກເມທັດ​ທາງທິດ​ຕາເວັນອອກ. ແລ້ວ​ຊາຍແດນ​ຂອງ​ພວກເຂົາ​ກໍ​ລົງ​ໄປ​ທາງໃຕ້ ເພື່ອ​ລວມເອົາ​ຊາວ​ເອນ​ຕັບປູອາ.

8 ດິນແດນ​ທີ່​ຢູ່​ອ້ອມແອ້ມ​ຕັບປູອາ​ເປັນ​ຂອງ​ເຜົ່າ​ມານາເຊ ແຕ່​ເມືອງ​ຕັບປູອາ​ທີ່​ຢູ່​ຊາຍແດນ​ນັ້ນ​ເປັນ​ຂອງ​ເຊື້ອສາຍ​ເອຟຣາອິມ.

9 ແລ້ວ​ຊາຍແດນ​ນີ້​ກໍ​ລົງ​ໄປ​ຈົນເຖິງ​ຫ້ວຍນໍ້າ​ການາ. ເມືອງ​ຕ່າງໆ​ທີ່​ຢູ່​ໃນ​ເຂດແດນ​ຂອງ​ມານາເຊ​ທາງໃຕ້​ຫ້ວຍນໍ້າ​ນີ້ ເປັນ​ຂອງ​ເຜົ່າ​ເອຟຣາອິມ ເຖິງ​ແມ່ນ​ຢູ່​ໃນ​ເຂດແດນ​ຂອງ​ເຜົ່າ​ມານາເຊ​ກໍຕາມ. ຊາຍແດນ​ຂອງ​ເຜົ່າມານາເຊ​ນີ້​ຍາວ​ໄປ​ຕາມ​ຫ້ວຍນໍ້າ​ທາງທິດເໜືອ ແລະ​ໄປ​ສຸດ​ທີ່​ທະເລ​ເມດີແຕຣາເນ.

10 ເຜົ່າ​ເອຟຣາອິມ​ໄດ້​ດິນແດນ​ທາງທິດໃຕ້ ແລະ​ເຜົ່າ​ມານາເຊ​ໄດ້​ດິນແດນ​ທາງທິດເໜືອ ໂດຍ​ມີ​ທະເລ​ເມດີແຕຣາເນ​ເປັນ​ຊາຍແດນ​ທາງດ້ານ​ທິດ​ຕາເວັນຕົກ. ສ່ວນ​ເຜົ່າ​ອາເຊ​ໄດ້​ດິນແດນ​ທາງທິດ​ຕາເວັນຕົກ​ສ່ຽງເໜືອ ແລະ​ເຜົ່າ​ອິດຊາຄາ​ໄດ້​ດິນແດນ​ທາງທິດ​ຕາເວັນອອກ​ສ່ຽງເໜືອ.

11 ພາຍ​ໃນ​ເຂດແດນ​ຂອງ​ເຜົ່າ​ອິດຊາຄາ​ແລະ​ອາເຊ​ນັ້ນ ມານາເຊ​ໄດ້​ເມືອງ​ເບັດ​ເຊອານ​ແລະ​ເມືອງ​ອິບເລອາມ ລວມທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຕະຫລອດ​ທັງ​ໂດເຣ (ເມືອງ​ຝັ່ງ​ທະເລ), ເອນໂດເຣ, ຕາອານັກ, ເມກິດໂດ ແລະ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.

12 ເຖິງ​ຢ່າງ​ໃດ​ກໍຕາມ ເຜົ່າ​ມານາເຊ​ບໍ່​ສາມາດ​ຂັບໄລ່​ພວກ​ທີ່​ຢູ່​ໃນ​ເມືອງ​ເຫຼົ່ານີ້​ອອກ​ໄປ​ໄດ້. ດັ່ງນັ້ນ ຊາວ​ການາອານ​ຈຶ່ງ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານີ້​ຕໍ່ໄປ.

13 ເຖິງ​ແມ່ນ​ວ່າ ເມື່ອ​ຊາວ​ອິດສະຣາເອນ​ມີ​ກຳລັງ​ເຂັ້ມແຂງ​ຂຶ້ນ​ແລ້ວ​ກໍດີ ພວກເຂົາ​ກໍ​ບໍ່ໄດ້​ໄລ່​ພວກ​ການາອານ​ອອກ​ໄປ​ໃຫ້​ໝົດ. ແຕ່​ຊໍ້າ​ບັງຄັບ​ພວກເຂົາ​ເຮັດ​ວຽກ​ໜັກ​ໃຫ້​ແກ່​ພວກ​ຕົນ.


ເອຟຣາອິມ ແລະ ມານາເຊ​ຕາເວັນຕົກ​ຂໍຮ້ອງ​ເອົາ​ດິນແດນ​ຕື່ມ​ອີກ

14 ພວກ​ເຊື້ອສາຍ​ຂອງ​ໂຢເຊັບ​ໄດ້​ຖາມ​ໂຢຊວຍ​ວ່າ, “ເຫດໃດ​ທ່ານ​ຈຶ່ງ​ແບ່ງປັນ​ດິນແດນ​ພຽງ​ສ່ວນ​ດຽວ​ເທົ່ານັ້ນ ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຮົາ? ພວກເຮົາ​ມີ​ຄົນ​ຫລາຍ ເພາະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ພວກເຮົາ.”

15 ໂຢຊວຍ​ຈຶ່ງ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ມີ​ຄົນ​ຫລາຍ ແລະ​ເຂດ​ເນີນພູ​ເອຟຣາອິມ​ນີ້​ນ້ອຍ​ໂພດ​ສຳລັບ​ພວກເຈົ້າ​ແລ້ວ ໃຫ້​ພວກເຈົ້າ​ອອກ​ໄປ​ຖາງ​ເອົາ​ປ່າ ທາງ​ດິນແດນ​ຂອງ​ຊາວ​ເປຣີຊີ​ແລະ​ຊາວ​ເຣຟາອິມ.”

16 ແລ້ວ​ພວກເຂົາ​ກໍ​ຕອບ​ວ່າ, “ທາງ​ເຂດ​ເນີນພູ​ນີ້​ນ້ອຍ​ໂພດ​ສຳລັບ​ພວກເຮົາ ສ່ວນ​ພວກ​ການາອານ​ທີ່​ຢູ່​ຕາມ​ທົ່ງພຽງ ຕ່າງ​ກໍ​ມີ​ລົດຮົບ​ເຫຼັກ ທັງ​ພວກ​ທີ່​ຢູ່​ໃນ​ເບັດ​ເຊອານ ແລະ​ພວກ​ທີ່​ຢູ່​ຕາມ​ເມືອງເລັກ​ເມືອງນ້ອຍ​ອ້ອມແອ້ມ ແລະ​ພວກ​ທີ່​ຢູ່​ໃນ​ຮ່ອມພູ​ຢິດຊະເຣນ.”

17 ໂຢຊວຍ​ໄດ້​ກ່າວ​ແກ່​ເຜົ່າ​ເອຟຣາອິມ ແລະ​ມານາເຊ​ຕາເວັນຕົກ​ວ່າ, “ຕາມ​ທີ່​ຈິງ​ແລ້ວ ພວກເຈົ້າ​ມີ​ຄົນ​ຫລາຍ ແລະ​ມີ​ອຳນາດ​ເຂັ້ມແຂງ. ພວກເຈົ້າ​ຄວນ​ຈະ​ໄດ້​ຮັບ​ເກີນກວ່າ​ໜຶ່ງ​ສ່ວນ.

18 ດັ່ງນັ້ນ ທາງ​ເຂດ​ເນີນພູ​ຈຶ່ງ​ຈະ​ເປັນ​ຂອງ​ພວກເຈົ້າ. ເຖິງ​ແມ່ນ​ວ່າ​ມັນ​ເປັນ​ປ່າ​ກໍຕາມ ແຕ່​ພວກເຈົ້າ​ກໍ​ສາມາດ​ຖາງ​ໃຫ້​ແປນ ແລະ​ຢຶດຄອງ​ຈາກ​ສົ້ນ​ເບື້ອງນີ້​ຈົນເຖິງ​ສົ້ນ​ເບື້ອງນັ້ນ ເປັນ​ກຳມະສິດ​ຂອງ​ພວກເຈົ້າ​ໄດ້. ສຳລັບ​ພວກ​ການາອານ​ນັ້ນ ເຖິງ​ແມ່ນ​ວ່າ​ພວກເຂົາ​ມີ​ລົດຮົບ​ເຫຼັກ ແລະ​ມີ​ກຳລັງ​ຫລາຍ​ກໍຕາມ ພວກເຈົ້າ​ກໍ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ​ໄດ້.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan