ໂຢຊວຍ 16 - ພຣະຄຳພີສັກສິເຂດແດນທີ່ໄດ້ຖືກມອບໝາຍໃຫ້ເອຟຣາອິມແລະມານາເຊຕາເວັນຕົກ 1 ຊາຍແດນພາກໃຕ້ຂອງດິນແດນທີ່ໄດ້ຖືກມອບໝາຍໃຫ້ເຊື້ອສາຍຂອງໂຢເຊັບ ເລີ່ມແຕ່ເຂດແມ່ນໍ້າຈໍແດນໃກ້ກັບເມືອງເຢຣິໂກ ທາງທິດຕາເວັນອອກຂອງບໍ່ນໍ້າເຢຣິໂກ ໄປຈົນເຖິງຖິ່ນແຫ້ງແລ້ງກັນດານ. ຊາຍແດນນີ້ເລີ່ມແຕ່ເມືອງເຢຣິໂກ ຂຶ້ນໄປຈົນເຖິງເຂດເນີນພູແລະເມືອງເບັດເອນ. 2 ແຕ່ເບັດເອນໄປທາງເມືອງລູເຊ ຜ່ານໄປທາງອາຕາໂຣດອັດດາ ບ່ອນທີ່ພວກອາກກີໄດ້ອາໄສຢູ່. 3 ແລ້ວຊາຍແດນນີ້ກໍໄປທາງທິດຕາເວັນຕົກ ທາງເຂດຂອງພວກຢາຟະເລດ ຈົນເຖິງເຂດເບັດໂຮໂຣນລຸ່ມ, ແຕ່ບ່ອນນີ້ເລີຍໄປຈົນເຖິງເກເຊ ແລະສຸດທີ່ທະເລເມດີແຕຣາເນ. 4 ພວກເຊື້ອສາຍຂອງໂຢເຊັບ ຄືເຜົ່າເອຟຣາອິມແລະເຜົ່າມານາເຊຕາເວັນຕົກ ໄດ້ຮັບດິນແດນເຫຼົ່ານີ້ເປັນກຳມະສິດຂອງພວກເຂົາ. ເອຟຣາອິມ 5 ຕໍ່ໄປນີ້ແມ່ນເຂດແດນຂອງຄອບຄົວຕ່າງໆໃນເຜົ່າເອຟຣາອິມ: ຊາຍແດນຂອງພວກເຂົາເລີ່ມແຕ່ອາຕາໂຣດອັດດາ ທາງທິດຕາເວັນອອກໄປຈົນເຖິງເບັດໂຮໂຣນເທິງ 6 ແລະຈາກບ່ອນນັ້ນໄປສູ່ທະເລເມດີແຕຣາເນ. ມິກເມທັດທາງດ້ານເໜືອ ຈາກທິດຕາເວັນອອກຂອງບ່ອນນີ້ ຊາຍແດນໄດ້ເລີຍໄປຈົນເຖິງຕາອານາດຊີໂລ ແລະຜ່ານໄປຈົນເຖິງທາງທິດຕາເວັນອອກສູ່ຢາໂນອາ. 7 ແລ້ວຈາກຢາໂນອາລົງມາເຖິງອາຕາໂຣດແລະນາອາຣາ ຈົນໄປເຖິງເມືອງເຢຣິໂກແລະສຸດທີ່ແມ່ນໍ້າຈໍແດນ. 8 ຊາຍແດນນີ້ທາງທິດຕາເວັນຕົກ ຈາກຕັບປູອາເຖິງຫ້ວຍນໍ້າການາ ແລະສຸດລົງທີ່ທະເລເມດີແຕຣາເນ. ນີ້ແມ່ນດິນແດນທີ່ໄດ້ຖືກມອບໝາຍໃຫ້ ເປັນກຳມະສິດຂອງຄອບຄົວຕ່າງໆໃນເຜົ່າເອຟຣາອິມ 9 ລວມທັງບາງເມືອງກັບບ້ານຕ່າງໆ ຢູ່ພາຍໃນເຂດຊາຍແດນຂອງມານາເຊ ຊຶ່ງໄດ້ຖືກມອບໝາຍໃຫ້ພວກເອຟຣາອິມ. 10 ແຕ່ພວກເຂົາບໍ່ໄດ້ຂັບໄລ່ພວກການາອານ ທີ່ຢູ່ໃນເມືອງເກເຊໃຫ້ອອກໄປ. ດ້ວຍເຫດນີ້ ພວກການາອານຈຶ່ງຍັງຢູ່ຮ່ວມກັບພວກເອຟຣາອິມຈົນເຖິງທຸກວັນນີ້. ແຕ່ພວກເອຟຣາອິມໄດ້ບັງຄັບພວກເຂົາໃຫ້ເຮັດວຽກດັ່ງທາດຮັບໃຊ້. |
@ 2012 United Bible Societies. All Rights Reserved.