Biblia Todo Logo
Bìoball air-loidhne

- Sanasan -

ໂຢຊວຍ 15 - ພຣະຄຳພີສັກສິ


ເຂດແດນ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຜົ່າ​ຢູດາ

1 ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ຢູດາ​ໄດ້​ຮັບ​ສ່ວນ​ໜຶ່ງ​ຂອງ​ດິນແດນ​ມີ​ດັ່ງນີ້: ດິນແດນ​ທາງທິດໃຕ້​ໄປ​ຈົນເຖິງ​ໃຕ້​ສຸດ​ຮອດ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ ທີ່​ຊາຍແດນ​ຂອງ​ດິນແດນ​ເອໂດມ.

2 ດິນແດນ​ທາງທິດໃຕ້​ນີ້​ເລີ່ມ​ແຕ່​ທາງ​ໃຕ້​ສຸດ​ຂອງ​ທະເລຕາຍ

3 ສູ່​ທາງໃຕ້​ຈາກ​ຊ່ອງແຄບ​ອັກຣັບບິມ​ໄປ​ຈົນເຖິງ​ຊິນ. ດິນແດນ​ນີ້​ແຕ່​ຕອນ​ໃຕ້​ຂອງ​ກາເດັດ​ບາກເນອາ ຕ້ອງ​ໄດ້​ຜ່ານ​ໄປ​ທາງ​ເມືອງ​ເຮຊະໂຣນ, ຂຶ້ນ​ໄປ​ທາງ​ອັດດາ, ລ້ຽວ​ໄປ​ທາງ​ກາກກາ,

4 ຂຶ້ນ​ໄປ​ທາງ​ອາຊະໂມນ ແລະ​ລຽບ​ໄປ​ຕາມ​ລຳນໍ້າ​ຂອງ​ຊາຍແດນ​ແຫ່ງ​ປະເທດ​ເອຢິບ ລົງ​ສູ່​ທະເລ​ເມດີແຕຣາເນ. ອັນນີ້​ແມ່ນ​ຊາຍແດນ​ທາງທິດໃຕ້​ຂອງ​ເຜົ່າຢູດາ.

5 ສ່ວນ​ຊາຍແດນ​ທາງທິດ​ຕາເວັນອອກ​ນັ້ນ​ແມ່ນ​ທະເລຕາຍ ແລະ​ເລີຍ​ຂຶ້ນ​ໄປ​ຈົນເຖິງ​ອ່າວ​ບ່ອນ​ທີ່​ແມ່ນໍ້າ​ຈໍແດນ​ໄຫລ​ໄປ​ສູ່​ນັ້ນ. ສ່ວນ​ຊາຍແດນ​ທາງທິດເໜືອ​ເລີ່ມ​ແຕ່​ອ່າວ​ຂອງ​ທະເລ​ນີ້

6 ໄປ​ຈົນເຖິງ​ເບັດ​ໂຮກະລາ ແລະ​ເລີຍ​ໄປ​ທາງເໜືອ​ຂອງ​ເບັດ​ອາຣາບາ ແລ້ວ​ກໍ​ຂຶ້ນ​ໄປ​ຈົນເຖິງ​ໂງ່ນຫີນ​ໂບຮານ (ໂບຮານ​ເປັນ​ລູກຊາຍ​ຂອງ​ຣູເບັນ).

7 ແຕ່​ຮ່ອມພູ​ອາໂຄ​ຂຶ້ນ​ໄປ​ຈົນເຖິງ​ເດບີ ແລະ​ລ້ຽວ​ໄປ​ທາງເໜືອ​ຮອດ​ກິນການ ທີ່​ຫັນ​ໜ້າ​ໃສ່​ຊ່ອງແຄບ​ອາດຸມມິມ​ທາງ​ເບື້ອງໃຕ້​ຂອງ​ຮ່ອມພູ. ແລ້ວ​ດິນແດນ​ນີ້​ກໍ​ຜ່ານ​ໄປ​ຈົນເຖິງ​ນໍ້າພຸ​ເອນເຊເມດ ອອກ​ໄປ​ທີ່​ເອນໂຣເກນ

8 ແລະ​ຜ່ານ​ຂຶ້ນ​ໄປ​ທາງ​ຮ່ອມພູ​ຮິນໂນມ​ທາງ​ເບື້ອງໃຕ້​ຂອງ​ເນີນພູ ບ່ອນ​ທີ່​ເຢຣູຊາເລັມ​ເມືອງ​ຂອງ​ຊາວ​ເຢບຸດ​ໄດ້​ຕັ້ງ​ຢູ່. ແລ້ວ​ຊາຍແດນ​ນີ້​ກໍ​ເລີຍ​ຂຶ້ນ​ໄປ​ຈົນເຖິງ​ຍອດພູ ທາງທິດ​ຕາເວັນຕົກ​ຂອງ​ຮ່ອມພູ​ຮິນໂນມ ທີ່​ສົ້ນ​ເໜືອ​ສຸດ​ຂອງ​ຮ່ອມພູ​ເຣຟາອິມ.

9 ຈາກ​ບ່ອນ​ນີ້ ຊາຍແດນ​ໄດ້​ໄປ​ຈົນເຖິງ​ນໍ້າພຸ​ເນັບໂທອາ ແລະ​ອອກ​ໄປ​ຈົນເຖິງ​ເມືອງ​ຕ່າງໆ​ໃກ້​ກັບ​ພູ​ເອຟະໂຣນ. ໃນ​ທີ່ນັ້ນ ຊາຍແດນ​ນີ້​ໄດ້​ລ້ຽວ​ໄປ​ທາງ​ບາອາລາ (ຫລື​ກີຣີອາດ​ເຢອາຣີມ)

10 ໃນ​ບ່ອນ​ນີ້​ຊາຍແດນ​ໄດ້​ລ້ຽວ​ໂຄ້ງ​ໄປ​ທາງ​ບາອາລາ ຈົນເຖິງ​ເຂດ​ພູເຂົາ​ຂອງ​ເສອີ ທັງ​ຜ່ານ​ໄປ​ຈົນເຖິງ​ດ້ານ​ເໜືອ​ຂອງ​ພູ​ເຢອາຣິມ (ຫລື​ເກສາໂລນ) ແລະ​ລົງ​ໄປ​ຈົນເຖິງ​ເບັດ​ເຊເມດ​ແລະ​ຊ່ອງແຄບ​ຕິມນາ.

11 ແລ້ວ​ຊາຍແດນ​ນັ້ນ​ກໍໄດ້​ຍາວ​ອອກ​ໄປ ຈົນເຖິງ​ເນີນພູ​ດ້ານ​ເໜືອ​ຂອງ​ເມືອງ​ເອັກໂຣນ ລ້ຽວ​ໄປ​ທາງ​ຊິກເກໂຣນ, ຜ່ານ​ພູ​ບາອາລາ ແລະ​ໄປ​ຈົນເຖິງ​ຢຳນີຢາ. ເຂດແດນ​ນີ້​ເລີຍ​ໄປ​ສຸດ​ລົງ​ທີ່​ທະເລ​ເມດີແຕຣາເນ

12 ຊຶ່ງ​ເປັນ​ຊາຍແດນ​ທາງທິດ​ຕາເວັນຕົກ. ລະຫວ່າງ​ຊາຍແດນ​ເຫຼົ່ານີ້​ແມ່ນ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ຢູດາ​ອາໄສ​ຢູ່.


ກາເລັບ​ຕີ​ເອົາ​ເຮັບໂຣນ​ແລະ​ເດບີ
( ຜປ 1:11-15 )

13 ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ແກ່​ໂຢຊວຍ ເພິ່ນ​ຈຶ່ງ​ໄດ້​ມອບ​ເຂດແດນ​ທີ່​ເປັນ​ສ່ວນ​ຂອງ​ເຜົ່າ​ຢູດາ ໃຫ້​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ຄົນ​ໃນ​ເຜົ່າຢູດາ. ກາເລັບ​ໄດ້​ຮັບ​ເຮັບໂຣນ ເມືອງ​ຂອງ​ອາກບາ​ຜູ້​ທີ່​ເປັນ​ພໍ່​ຂອງ​ອານາກ.

14 ສ່ວນ​ກາເລັບ​ກໍໄດ້​ຂັບໄລ່​ເຊື້ອສາຍ​ຂອງ​ອານາກ ຄື​ຕະກຸນ​ເຊຊາຍ, ອາຮີມານ ແລະ​ຕານໄມ​ອອກ​ໄປ​ຈາກ​ເມືອງ.

15 ຈາກນັ້ນ ກາເລັບ​ໄດ້​ອອກ​ໄປ​ໂຈມຕີ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເດບີ (ເມືອງ​ນີ້​ເຄີຍ​ມີ​ຊື່​ວ່າ ກີຣິອາດ​ເຊເຟ).

16 ກາເລັບ​ໄດ້​ກ່າວ​ວ່າ, “ຜູ້ໃດ​ຢຶດຄອງ​ເມືອງ​ກີຣິອາດ​ເຊເຟ​ນີ້​ໄດ້​ສຳເລັດ​ຈະ​ໄດ້​ແຕ່ງງານ​ກັບ​ອັກສາ ລູກສາວ​ຂອງ​ຂ້າພະເຈົ້າ.”

17 ໂອດນີເອນ ລູກຊາຍ​ຂອງ​ເກນາດ​ນ້ອງຊາຍ​ຂອງ​ກາເລັບ​ຢຶດ​ເມືອງ​ນັ້ນ​ໄດ້. ດັ່ງນັ້ນ ກາເລັບ​ຈຶ່ງ​ໄດ້​ຍົກ​ອັກສາ​ລູກສາວ​ຂອງຕົນ ໃຫ້​ແຕ່ງງານ​ກັບ​ລາວ.

18 ຢູ່​ມາ​ຫລັງຈາກ​ແຕ່ງງານ​ແລ້ວ ໂອດນີເອນ​ໄດ້​ຊັກຊວນ​ນາງ ໃຫ້​ຂໍ​ທົ່ງນາ​ຈາກ​ຜູ້​ເປັນ​ພໍ່. ເມື່ອ​ນາງ​ລົງ​ຈາກ​ຫລັງ​ລໍ ກາເລັບ​ກໍໄດ້​ຖາມ​ວ່າ, “ລູກ​ຢາກ​ໄດ້​ຫຍັງ?”

19 ນາງ​ຈຶ່ງ​ຕອບ​ວ່າ, “ລູກ​ຢາກ​ໄດ້​ດິນແດນ​ເນເກັບ​ພ້ອມທັງ​ບໍ່ນໍ້າ​ບາງ​ແຫ່ງ ເພາະ​ບ່ອນ​ທີ່​ພໍ່​ໄດ້​ມອບ​ໃຫ້​ລູກ​ນັ້ນ​ເປັນ​ດິນ​ແຫ້ງແລ້ງ.” ດັ່ງນັ້ນ ກາເລັບ​ຈຶ່ງ​ໄດ້​ມອບ​ບໍ່ນໍ້າ​ທາງເໜືອ​ແລະ​ທາງໃຕ້​ໃຫ້​ແກ່​ນາງ.


ເມືອງ​ຕ່າງໆ​ທີ່​ເປັນ​ຂອງ​ເຜົ່າຢູດາ

20 ຕໍ່ໄປນີ້​ແມ່ນ​ດິນແດນ​ທີ່​ຄອບຄົວ​ຕ່າງໆ​ໃນ​ເຜົ່າຢູດາ ໄດ້​ຮັບ​ເປັນ​ກຳມະສິດ​ຂອງຕົນ.

21 ເມືອງ​ຕ່າງໆ​ທາງ​ທິດໃຕ້​ສຸດ​ທີ່​ເປັນ​ຂອງ​ພວກເຂົາ ດ້ານ​ທີ່​ຢູ່​ໃກ້​ເຂດ​ເອໂດມ ມີ​ດັ່ງນີ້: ກັບເຊເອນ, ເອເດ, ຢາກູເຣ,

22 ກີນາ, ດີໂມນາ, ອາດາດາ,

23 ເກເດັດ, ຮາໂຊ, ອິດນັນ,

24 ຊີເຟ, ເຕເລັມ, ເບອາໂລດ,

25 ຮາໂຊຮາດັດຕາ, ເກຣິໂອດ​ເຮຊະໂຣນ (ຫລື​ວ່າ​ຮາໂຊ),

26 ອາມາມ, ເຊມາ, ໂມລາດາ,

27 ຮາຊາກັດດາ, ເຮຊະໂມນ, ເບັດ​ເປເລັດ,

28 ຮາຊາຊູອານ, ເບເອນເຊບາ, ບີຊີໂອທີຢາ,

29 ບາອາລາ, ອີອີມ, ເອເຊມ,

30 ເອນໂຕລັດ, ເກສິນ, ໂຮມາ,

31 ຊິກລັກ, ມາດມານນາ, ສັນສັນນາ,

32 ເລບາໂອດ, ຊິນຮີມ, ອາອິນ ແລະ​ຣິມໂມນ. ລວມ​ທັງໝົດ​ມີ 29 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.

33 ເມືອງ​ຕ່າງໆ​ທີ່​ຢູ່​ຕາມ​ຕີນ​ພູ ມີ​ດັ່ງນີ້: ເອຊະຕາໂອນ, ໂຊຣາ, ອາຊະນາ,

34 ຊາໂນອາ, ເອັນກັນນີມ, ຕັບປູອາ, ເອນາມ,

35 ຢາຣະມຸດ, ອາດຸນລຳ, ໂສໂກ, ອາເຊກາ,

36 ຊາອາຣາອິມ, ອາດີທາອີມ, ເກເດຣາ ແລະ​ເກເດໂຣທາອີມ. ລວມ​ທັງໝົດ​ມີ 14 ຕົວເມືອງ ຕະຫຼອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.

37 ມີ​ເມືອງ​ຕ່າງໆ​ອີກ​ດັ່ງນີ້: ເຊນານ, ຮາດາຊາ, ມິກດັນກາດ,

38 ດີເລອານ, ມີຊະປາ, ໂຢກເທເອນ,

39 ລາກິດ, ໂບຊະກາດ, ເອກໂລນ,

40 ກັບໂບນ, ລາມາມ, ກິດລິດ,

41 ເກເດໂຣດ, ເບັດ​ດາໂກນ, ນາອາມາ ແລະ​ມັກເກດາ. ລວມ​ທັງໝົດ​ມີ 16 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.

42 ມີ​ເມືອງ​ຕ່າງໆ​ອີກ​ດັ່ງນີ້: ລິບນາ, ເອເທ, ອາຊານ,

43 ອີຟະຕາ, ອາຊະນາ, ເນຊິບ,

44 ເກອີລາ, ອັກຊິບ ແລະ​ມາເຣຊາ. ລວມ​ທັງໝົດ​ມີ 9 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.

45 ຍັງ​ມີ​ເມືອງ​ເອັກໂຣນ​ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ກັບ​ໝູ່ບ້ານ​ຕ່າງໆ

46 ຕະຫລອດ​ທັງ​ເມືອງ​ຕ່າງໆ​ທັງໝົດ​ຊຶ່ງ​ຢູ່​ໃກ້​ກັບ​ອາຊະໂດດ ຕັ້ງແຕ່​ເອັກໂຣນ​ຈົນ​ໄປ​ເຖິງ​ທະເລ​ເມດີແຕຣາເນ.

47 ຍັງ​ມີ​ເມືອງ​ອາຊະໂດດ​ແລະ​ກາຊາ ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ກັບ​ໝູ່ບ້ານ​ຕ່າງໆ ໄປ​ຈົນເຖິງ​ລຳນໍ້າ​ທາງ​ຊາຍແດນ​ຂອງ​ປະເທດ​ເອຢິບ ແລະ​ທາງ​ຝັ່ງ​ທະເລ​ເມດີແຕຣາເນ.

48 ສ່ວນ​ທາງ​ເຂດ​ເນີນພູ​ນັ້ນ​ມີ​ດັ່ງນີ້: ຊາເມຍ, ຢັດຕີ, ໂສໂກ,

49 ດານນາ, ກີຣິອາດ​ສັນນາ (ຫລື​ວ່າ​ເດບີ),

50 ອານາບ, ເອຊະເຕມົວ, ອານີມ,

51 ໂກເຊັນ, ໂຮໂລນ ແລະ​ກິໂລ. ລວມ​ທັງໝົດ​ມີ 11 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.

52 ຍັງ​ມີ​ເມືອງ​ອາຣັບ, ດູມາ, ເອຊານ,

53 ຢານິມ, ເບັດ​ຕັບປູອາ, ອາເຟກາ,

54 ຮຸມຕາ, ກີຣີອາດ​ອາກບາ (ຊຶ່ງ​ແມ່ນ​ເມືອງ​ເຮັບໂຣນ) ແລະ​ຊີໂອເຣ. ລວມ​ທັງໝົດ​ມີ 9 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.

55 ແລະ​ຍັງ​ມີ​ເມືອງ​ມາໂອນ, ກາເມນ, ຊີເຟ, ຢຸດຕາ,

56 ຢິດຊະເຣນ, ຢົກເດອາມ, ຊາໂນອາ,

57 ກາອີນ, ກີເບອາ ແລະ​ຕິມນາ. ເມື່ອ​ລວມ​ທັງໝົດ​ມີ 10 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.

58 ຍັງ​ມີ​ເມືອງ​ຮັນຮູນ, ເບັດຊູເຣ, ເກໂດເຣ,

59 ມາອາຣາດ, ເບັດ​ອາໂນດ ແລະ​ເອນເຕໂກນ. ເມື່ອ​ລວມ​ທັງໝົດ​ມີ 6 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.

60 ຍັງ​ມີ​ເມືອງ​ກີຣິອາດ​ບາອານ (ຫລື​ວ່າ ກີຣີອາດ​ເຢອາຣີມ) ແລະ​ຣັບບາ. ເມື່ອ​ລວມ​ທັງໝົດ​ມີ 2 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.

61 ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ກັນດານ ມີ​ດັ່ງນີ້: ເບັດ​ອາຣາບາ, ມິດດິນ, ເສກາກາ,

62 ນິບຊານ, ເມືອງ​ບໍ່ເກືອ ແລະ​ເອນເກດີ. ລວມ​ທັງໝົດ​ມີ​ຢູ່ 6 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.

63 ແຕ່​ປະຊາຊົນ​ຢູດາ​ບໍ່​ສາມາດ​ຂັບໄລ່​ພວກ​ເຢບຸດ ຊຶ່ງ​ອາໄສ​ຢູ່​ນະຄອນ​ເຢຣູຊາເລັມ​ອອກ​ໄປ​ໄດ້. ພວກ​ເຢບຸດ​ຈຶ່ງ​ຍັງ​ອາໄສ​ຢູ່​ໃນ​ທີ່ນັ້ນ​ກັບ​ປະຊາຊົນ​ຢູດາ​ຈົນ​ເຖິງ​ທຸກ​ວັນ​ນີ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan