Biblia Todo Logo
Bìoball air-loidhne

- Sanasan -

ໂຢຊວຍ 14 - ພຣະຄຳພີສັກສິ


ການ​ແບ່ງປັນ​ເຂດແດນ​ທາງທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ

1 ຕໍ່ໄປນີ້​ແມ່ນ​ການ​ແບ່ງປັນ​ດິນແດນ​ການາອານ ທີ່​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ​ໃຫ້​ປະຊາຊົນ​ອິດສະຣາເອນ. ປະໂຣຫິດ​ເອເລອາຊາ, ໂຢຊວຍ​ລູກຊາຍ​ຂອງ​ນູນ ແລະ​ບັນດາ​ຫົວໜ້າ​ຄອບຄົວ​ຂອງ​ຊາວ​ອິດສະຣາເອນ​ໃນ​ເຜົ່າ​ຕ່າງໆ ໄດ້​ແບ່ງປັນ​ດິນແດນ​ນີ້​ໃຫ້​ແກ່​ພົນລະເມືອງ​ຂອງ​ພວກເຂົາ.

2 ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ ເຂດແດນ​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ​ທີ່​ຖືກ​ມອບ​ໃຫ້​ເກົ້າ​ເຜົ່າ​ເຄິ່ງ​ນັ້ນ ໃຫ້​ພວກເຂົາ​ກຳນົດ​ເອົາ​ໂດຍ​ການ​ໃຊ້​ສະຫລາກ.

3 ໂມເຊ​ໄດ້​ມອບ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ໃຫ້​ຊາວ​ອິດສະຣາເອນ​ສອງ​ເຜົ່າ​ເຄິ່ງ​ແລ້ວ. (ເຊື້ອສາຍ​ຂອງ​ໂຢເຊັບ​ຖືກ​ແບ່ງ​ອອກ​ເປັນ​ສອງ​ເຜົ່າ: ມານາເຊ​ແລະ​ເອຟຣາອິມ) ເຖິງ​ຢ່າງ​ໃດ​ກໍຕາມ ໂມເຊ​ບໍ່ໄດ້​ມອບ​ດິນແດນ​ສ່ວນ​ໃດ​ເລີຍ​ໃຫ້​ຊາວ​ເລວີ.

4 ແຕ່​ພວກເຂົາ​ໄດ້​ຮັບ​ເມືອງ​ຕ່າງໆ​ອາໄສ​ຢູ່ ລວມທັງ​ທົ່ງ​ສຳລັບ​ລ້ຽງ​ຝູງງົວ​ແລະ​ຝູງແກະ​ຂອງ​ພວກເຂົາ.

5 ປະຊາຊົນ​ອິດສະຣາເອນ​ໄດ້​ແບ່ງປັນ​ດິນແດນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ.


ເຮັບໂຣນ​ຖືກ​ມອບໝາຍ​ໃຫ້​ກາເລັບ

6 ມື້ໜຶ່ງ ມີ​ບາງຄົນ​ຈາກ​ເຜົ່າ​ຢູດາ​ໄດ້​ມາ​ຫາ​ໂຢຊວຍ​ທີ່​ເມືອງ​ກິນການ. ກາເລັບ ລູກຊາຍ​ຂອງ​ເຢຟຸນເນ​ຊາວ​ເກນິດ ແມ່ນ​ຜູ້ໜຶ່ງ​ໃນ​ຈຳນວນ​ພວກ​ນີ້. ລາວ​ໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ທ່ານ​ກໍ​ຮູ້​ເຖິງ​ເລື່ອງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ທີ່​ກາເດັດ​ບາກເນອາ ເລື່ອງ​ຂອງທ່ານ​ແລະ​ຂ້າພະເຈົ້າ​ແກ່​ໂມເຊ​ຄົນ​ຂອງ​ພຣະເຈົ້າ.

7 ຄາວ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ ຈາກ​ກາເດັດ​ບາກເນອາ​ໄປ​ສຳຫລວດ​ເບິ່ງ​ດິນແດນ​ນັ້ນ ຂ້າພະເຈົ້າ​ມີ​ອາຍຸ​ສີ່ສິບ​ປີ. ຂ້າພະເຈົ້າ​ໄດ້​ກັບ​ມາ​ລາຍງານ​ຕໍ່​ເພິ່ນ​ຕາມ​ຄວາມ​ເປັນຈິງ

8 ແຕ່​ຄົນ​ທີ່​ໄປ​ນຳ​ຂ້າພະເຈົ້າ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຢ້ານກົວ. ສ່ວນ​ຂ້າພະເຈົ້າເອງ​ໄດ້​ເຊື່ອຟັງ​ຢ່າງ​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ.

9 ຍ້ອນ​ຂ້າພະເຈົ້າ​ໄດ້ຕິດຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ. ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ສັນຍາ​ວ່າ, ຂ້າພະເຈົ້າ​ແລະ​ພວກ​ລູກຫລານ​ຂອງ​ຂ້າພະເຈົ້າ​ຈະ​ໄດ້​ຮັບ​ດິນແດນ ຊຶ່ງ​ຂ້າພະເຈົ້າ​ຍ່າງ​ຢຽບ​ໄປ​ນັ້ນ​ເປັນ​ກຳມະສິດ​ຕະຫລອດໄປ.

10 ແຕ່​ດຽວ​ນີ້​ເບິ່ງແມ! ນັບ​ຕັ້ງແຕ່​ຄາວ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ໄດ້​ກ່າວ​ແກ່​ໂມເຊ ກໍ​ເປັນ​ເວລາ​ສີ່ສິບຫ້າ​ປີ​ແລ້ວ. ນັ້ນ​ແມ່ນ​ຄາວ​ທີ່​ຊາວ​ອິດສະຣາເອນ​ໄດ້​ເດີນທາງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ພຣະເຈົ້າຢາເວ​ກໍໄດ້​ໃຫ້​ຂ້າພະເຈົ້າ​ມີ​ຊີວິດ​ຕະຫລອດ​ມາ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ເບິ່ງດູ ດຽວ​ນີ້​ຂ້າພະເຈົ້າ​ມີ​ອາຍຸ​ແປດສິບຫ້າ​ປີ​ແລ້ວ

11 ແລະ​ຍັງ​ແຂງແຮງ​ຢູ່ ດັ່ງ​ຄາວ​ທີ່​ໂມເຊ​ໄດ້​ໃຊ້​ຂ້າພະເຈົ້າ​ອອກ​ໄປ​ນັ້ນ. ຂ້າພະເຈົ້າ​ຍັງ​ມີ​ແຮງ​ພຽງພໍ​ໃນ​ການ​ສູ້ຮົບ​ແລະ​ໃນ​ວຽກງານ​ອື່ນໆ.

12 ບັດນີ້ ຂໍ​ທ່ານ​ຈົ່ງ​ມອບ​ດິນແດນ​ທາງ​ເຂດ​ເນີນພູ​ໃຫ້​ຂ້າພະເຈົ້າ​ສາ ເພາະ​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ກັບ​ຂ້າພະເຈົ້າ ໃນ​ມື້​ທີ່​ຂ້າພະເຈົ້າ​ແລະ​ຄົນ​ຂອງ​ຂ້າພະເຈົ້າ​ໄດ້​ລາຍງານ. ໃນ​ສະໄໝ​ນັ້ນ ພວກ​ຂ້າພະເຈົ້າ​ໄດ້​ບອກ​ທ່ານ​ແລ້ວ​ວ່າ ມີ​ເຊື້ອຊາດ​ຂອງ​ຄົນ​ຮ່າງໃຫຍ່​ຊື່​ວ່າ, ອານາກີມ ໄດ້​ຢູ່​ໃນ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ. ຖ້າ​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ຂ້າພະເຈົ້າ​ແທ້ ຂ້າພະເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້​ນັ້ນ.”

13 ໂຢຊວຍ​ໄດ້​ອວຍພອນ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ແລະ​ໄດ້​ມອບ​ເມືອງ​ເຮັບໂຣນ​ໃຫ້​ເປັນ​ກຳມະສິດ​ຂອງ​ລາວ.

14 ຍ້ອນ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ຊາວ​ເກນິດ ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເຮັບໂຣນ​ຈຶ່ງ​ຍັງ​ເປັນ​ເມືອງ​ຂອງ​ກາເລັບ​ຕະຫລອດ​ມາ.

15 ກ່ອນ​ເຫດການ​ນີ້​ໄດ້​ເກີດຂຶ້ນ ເມືອງ​ເຮັບໂຣນ​ມີ​ຊື່​ວ່າ​ເມືອງ​ຂອງ​ອາກບາ. (ອາກບາ​ເປັນ​ເມືອງ​ໃຫຍ່​ທີ່ສຸດ​ຂອງ​ຊາວ​ອານາກີມ). ຕັ້ງແຕ່​ນັ້ນ​ມາ ດິນແດນ​ກໍ​ມີ​ຄວາມ​ສະຫງົບສຸກ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan