ໂຢຊວຍ 13 - ພຣະຄຳພີສັກສິດິນແດນທີ່ຍັງຈະຕ້ອງຢຶດຄອງ 1 ເມື່ອໂຢຊວຍເຖົ້າແກ່ແລະມີອາຍຸສູງແລ້ວ. ພຣະເຈົ້າຢາເວໄດ້ກ່າວແກ່ເພິ່ນວ່າ, “ເຈົ້າກໍເຖົ້າແກ່ແລະມີອາຍຸສູງແລ້ວ ແຕ່ຍັງມີດິນແດນຢູ່ອີກຫລາຍແຫ່ງທີ່ເຈົ້າຈະຕ້ອງຢຶດຄອງ ດັ່ງນີ້: 2 ເຂດແດນທັງໝົດຂອງຊາວຟີລິດສະຕິນແລະຊາວເກຊູ 3 ແລະດິນແດນຂອງຊາວອາວິມທີ່ຢູ່ທາງທິດໃຕ້. (ດິນແດນແຕ່ແມ່ນໍ້າຊີໂຮເຣ ຕາມຊາຍແດນຂອງປະເທດເອຢິບຂຶ້ນໄປທາງເໜືອ ຈົນເຖິງເຂດແດນເອັກໂຣນຖືວ່າເປັນຖິ່ນຂອງຊາວການາອານ; ບັນດາຜູ້ປົກຄອງຂອງຊາວຟີລິດສະຕິນ 5 ຄົນ ທີ່ຢູ່ໃນເມືອງກາຊາ, ເມືອງອາຊະໂດດ, ເມືອງອາຊະເກໂລນ, ເມືອງກາດ ແລະເມືອງເອັກໂຣນ). 4 ເຈົ້າຍັງຈະຢຶດຄອງດິນແດນທັງໝົດຂອງຊາວການາອານ ແລະຂອງຊາວເມອາຣາ (ຊຶ່ງເປັນຂອງຊາວຊີໂດນ) ຈົນເຖິງເມືອງອາເຟັກຊຶ່ງເປັນຊາຍແດນຂອງຊາວອາໂມ. 5 ຕະຫລອດທັງດິນແດນຂອງພວກເກບາ ເຂດແດນທັງໝົດຂອງເລບານອນໄປທາງທິດຕາເວັນອອກ ຄືຈາກບາອານກາດຢູ່ຕາມຕີນພູເຂົາເຮີໂມນຈົນເຖິງຊ່ອງແຄບຮາມັດ. 6 ດິນແດນເຫຼົ່ານີ້ລວມເອົາເຂດແດນທັງໝົດຂອງຊາວຊີໂດນ ຊຶ່ງຢູ່ຕາມເຂດເນີນພູລະຫວ່າງພູເລບານອນແລະເມືອງມີສະເຣໂຟດມາອີມ. ເຮົາຈະຂັບໄລ່ປະຊາຊົນເຫຼົ່ານີ້ທັງໝົດອອກໜີ ເມື່ອປະຊາຊົນອິດສະຣາເອນບຸກໜ້າເຂົ້າໄປ. ເຈົ້າຈະຕ້ອງແບ່ງປັນດິນແດນນີ້ໃຫ້ຊາວອິດສະຣາເອນ ຕາມທີ່ເຮົາໄດ້ສັ່ງເຈົ້າໃຫ້ເຮັດ. 7 ບັດນີ້ ໃຫ້ເຈົ້າແບ່ງປັນດິນແດນນີ້ໃຫ້ແກ່ເກົ້າເຜົ່າ ແລະເຜົ່າມານາເຊເຄິ່ງເຜົ່າ ເພື່ອໃຫ້ເປັນກຳມະສິດຂອງພວກເຂົາ.” ການແບ່ງປັນເຂດແດນທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ 8 ສ່ວນເຜົ່າຣູເບັນ, ເຜົ່າກາດ ແລະເຜົ່າມານາເຊເຄິ່ງເຜົ່າໄດ້ຮັບດິນແດນ ທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ແບ່ງປັນໃຫ້. ດິນແດນເຫຼົ່ານີ້ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ. 9 ເຂດແດນຂອງພວກເຂົາຍາວອອກໄປຈົນເຖິງເມືອງອາໂຣເອ (ແຄມຮ່ອມພູອາກໂນນ) ແລະເມືອງທີ່ຢູ່ທາງກາງຮ່ອມພູ ຕະຫລອດທັງພູພຽງຂອງເມືອງເມເດບາໄປຈົນເຖິງເມືອງດີໂບນ. 10 ດິນແດນນີ້ໄດ້ເລີຍໄປຈົນເຖິງຊາຍແດນຂອງເມືອງອຳໂມນ ແລະລວມທັງເມືອງຕ່າງໆທີ່ຂຶ້ນກັບເຈົ້າສີໂຫນ ກະສັດຂອງຊາວອາໂມຜູ້ໄດ້ປົກຄອງຢູ່ທີ່ເມືອງເຮັດຊະໂບນ. 11 ດິນແດນນັ້ນຍັງລວມເອົາທັງກີເລອາດ, ອານາເຂດຂອງຊາວເກຊູແລະຊາວມາອາກາ, ພູເຂົາເຮີໂມນທັງໝົດ ແລະພູພຽງບາຊານທັງໝົດຈົນເຖິງເມືອງສາເລກາ. 12 ດິນແດນນັ້ນຍັງລວມເອົາທັງອານາຈັກຂອງເຈົ້າໂອກ ກະສັດຄົນສຸດທ້າຍຂອງເຜົ່າເຣຟາອິມ ຜູ້ໄດ້ປົກຄອງຢູ່ທີ່ເມືອງອັດຊະຕາໂຣດແລະເອັດເຣອີ. ໂມເຊໄດ້ຊະນະພວກເຫຼົ່ານີ້ ແລະໄດ້ຂັບໄລ່ພວກເຂົາໃຫ້ອອກໄປຈາກເມືອງເຫຼົ່ານັ້ນ. 13 ເຖິງຢ່າງໃດກໍຕາມ ຊາວອິດສະຣາເອນບໍ່ໄດ້ຂັບໄລ່ພວກເກຊູ ແລະພວກມາອາກາໃຫ້ອອກໄປ, ແຕ່ພວກນີ້ຍັງຢູ່ຕາມດິນແດນອິດສະຣາເອນຕໍ່ໄປ. 14 ໂມເຊບໍ່ໄດ້ແບ່ງປັນດິນແດນໃຫ້ເຜົ່າເລວີ ເພາະອົງພຣະຜູ້ເປັນເຈົ້າໄດ້ບອກໄວ້ວ່າ, ພວກເຂົາໄດ້ຮັບເຄື່ອງຖວາຍເຜົາບູຊາດ້ວຍໄຟ ທີ່ເທິງແທ່ນບູຊາເປັນສ່ວນຂອງພວກເຂົາແລ້ວ ຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ສັ່ງໄວ້ກັບໂມເຊ. ເຂດແດນທີ່ໄດ້ມອບໝາຍໃຫ້ເຜົ່າຣູເບັນ 15 ໂມເຊໄດ້ມອບດິນແດນສ່ວນໜຶ່ງໃຫ້ຄອບຄົວຕ່າງໆໃນເຜົ່າຣູເບັນ ເພື່ອໃຫ້ເປັນກຳມະສິດຂອງພວກເຂົາ. 16 ເຂດແດນຂອງພວກເຂົາຍາວອອກໄປຈົນເຖິງເມືອງອາໂຣເອ (ຢູ່ທີ່ແຄມຮ່ອມພູອາກໂນນ) ແລະໄປຈົນເຖິງເມືອງທີ່ຢູ່ກາງຮ່ອມພູຕະຫລອດທັງພູພຽງທັງໝົດ ທີ່ຢູ່ອ້ອມແອ້ມເມືອງເມເດບາ. 17 ດິນແດນສ່ວນນີ້ກວມເອົາທັງເມືອງເຮັດຊະໂບນ ແລະເມືອງຕ່າງໆທີ່ພູພຽງນີ້ ມີດັ່ງນີ້, ດີໂບນ, ບາມົດບາອານ, ເບັດບາອານເມໂອນ, 18 ຢາຮາດ, ເກເດໂມດ, ເມຟາອາດ, 19 ກີຣິອາດທາອິມ, ສິບມາ, ເຊເຣັດຊາຮາ, ທີ່ຢູ່ເທິງພູນ້ອຍຕາມຮ່ອມພູນັ້ນ, 20 ເບັດເປອໍ, ເນີນພູປີສະກາ ແລະເບັດເຢຊີໂມດ. 21 ດິນແດນສ່ວນນີ້ຍັງໄດ້ລວມເອົາທັງເມືອງຕ່າງໆຕາມພູພຽງ ແລະອານາຈັກທັງໝົດຂອງເຈົ້າສີໂຫນກະສັດຂອງຊາວອາໂມ ຜູ້ໄດ້ປົກຄອງຢູ່ທີ່ເມືອງເຮັດຊະໂບນ. ໂມເຊໄດ້ຊະນະເຈົ້າສີໂຫນ ດັ່ງທີ່ໄດ້ຊະນະພວກຜູ້ປົກຄອງຂອງມີດີອານ: ເອວີ, ເຣເກມ, ຊູເຣ, ຮູເຣ ແລະເຣບາ. ພວກເຂົາທັງໝົດໄດ້ປົກຄອງດິນແດນໃຫ້ກະສັດສີໂຫນ. 22 ໃນຈຳນວນຄົນທີ່ພວກອິດສະຣາເອນໄດ້ຂ້ານັ້ນມີໝໍມໍບາລາອາມ ລູກຊາຍຂອງເບອໍຮ່ວມຢູ່ດ້ວຍ. 23 ແມ່ນໍ້າຈໍແດນເປັນຊາຍແດນທິດຕາເວັນຕົກຂອງເຜົ່າຣູເບັນ. ອັນນີ້ແມ່ນເມືອງຕ່າງໆ ທີ່ໄດ້ມອບໃຫ້ເປັນກຳມະສິດຂອງຄອບຄົວຕ່າງໆໃນເຜົ່າຣູເບັນ. ເຂດແດນທີ່ໄດ້ມອບໝາຍໃຫ້ເຜົ່າກາດ 24 ໂມເຊຍັງໄດ້ມອບດິນແດນສ່ວນໜຶ່ງໃຫ້ຄອບຄົວຕ່າງໆ ທີ່ຢູ່ໃນເຜົ່າກາດເພື່ອເປັນກຳມະສິດຂອງພວກເຂົາ. 25 ເຂດແດນຂອງພວກເຂົານັ້ນ ມີດັ່ງນີ້: ຢາເຊແລະເມືອງທັງໝົດຕາມພູກີເລອາດ, ດິນແດນເຄິ່ງໜຶ່ງຂອງຊາວອຳໂມນໄປຈົນເຖິງເມືອງອາໂຣເອ ທີ່ຢູ່ທາງທິດຕາເວັນອອກຂອງຣັບບາ 26 ດິນແດນຂອງພວກເຂົານັ້ນຍາວອອກໄປແຕ່ເມືອງເຮັດຊະໂບນ ຈົນເຖິງຣາມັດມີຊະເປແລະເບໂຕນີມ ແຕ່ມະຫານາອິມໄປຈົນເຖິງຊາຍແດນຂອງໂລເດບາ. 27 ສ່ວນທີ່ຢູ່ໃນຮ່ອມພູຈໍແດນນັ້ນມີດັ່ງນີ້: ເບັດຮາຣາມ, ເບັດນີມຣາ, ຊຸກໂກດ ແລະຊາໂຟນ ແລະອານາຈັກສ່ວນທີ່ເຫຼືອຂອງເຈົ້າສີໂຫນກະສັດແຫ່ງເຮັດຊະໂບນ. ສ່ວນເຂດແດນຂອງພວກເຂົາທາງດ້ານຕາເວັນຕົກນັ້ນ ແມ່ນແມ່ນໍ້າຈໍແດນເລີຍໄປທາງທິດເໜືອຈົນເຖິງທະເລສາບຄາລີເລ. 28 ອັນນີ້ແມ່ນເມືອງຕ່າງໆ ທີ່ໄດ້ຖືກມອບໝາຍໃຫ້ເປັນກຳມະສິດຂອງບັນດາຄອບຄົວໃນເຜົ່າກາດ. ເຂດແດນທີ່ຖືກມອບໝາຍໃຫ້ເຜົ່າມານາເຊຕາເວັນອອກ 29 ໂມເຊໄດ້ມອບໝາຍດິນແດນສ່ວນໜຶ່ງໃຫ້ຄອບຄົວຕ່າງໆ ໃນເຜົ່າມານາເຊເຄິ່ງເຜົ່າເພື່ອເປັນກຳມະສິດຂອງພວກເຂົາ. 30 ເຂດແດນຂອງພວກເຂົາຍາວອອກໄປຈົນເຖິງມະຫານາອິມ ຮ່ວມກັບພູພຽງບາຊານທັງໝົດມີດັ່ງນີ້: ອານາຈັກທັງໝົດຂອງເຈົ້າໂອກກະສັດແຫ່ງບາຊານ ລວມທັງຫົກສິບໝູ່ບ້ານຂອງຢາອີໃນບາຊານ 31 ຊຶ່ງໄດ້ກວມເອົາເຄິ່ງໜຶ່ງຂອງກີເລອາດ, ອັດຊະຕາໂຣດແລະເອັດເຣອີ ແລະເມືອງໃຫຍ່ໆໃນອານາຈັກຂອງເຈົ້າໂອກທີ່ບາຊານ. ທັງໝົດນີ້ແມ່ນໄດ້ຖືກມອບໝາຍໃຫ້ຄອບຄົວຕ່າງໆ ທີ່ສືບເຊື້ອສາຍມາຈາກມາກີລູກຊາຍຂອງມານາເຊ. 32 ນີ້ແມ່ນການແບ່ງປັນດິນແດນທີ່ຢູ່ທາງທິດຕາເວັນອອກ ຂອງເມືອງເຢຣິໂກແລະຂອງແມ່ນໍ້າຈໍແດນ ຊຶ່ງໂມເຊໄດ້ເຮັດໃນຄາວທີ່ເພິ່ນຢູ່ໃນທົ່ງພຽງຂອງໂມອາບ. 33 ແຕ່ໂມເຊບໍ່ໄດ້ມອບໝາຍດິນແດນສ່ວນໃດໆໃຫ້ເຜົ່າເລວີ. ເພິ່ນໄດ້ບອກພວກເຂົາວ່າ ສ່ວນແບ່ງຂອງພວກເຂົານັ້ນຄືການຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ. |
@ 2012 United Bible Societies. All Rights Reserved.