ໂຢຊວຍ 12 - ພຣະຄຳພີສັກສິບັນດາກະສັດທີ່ໂມເຊຮົບຊະນະ 1 ຊາວອິດສະຣາເອນໄດ້ໄຊຊະນະ ແລະໄດ້ປົກຄອງດິນແດນ ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ຈາກຮ່ອມພູອາກໂນນຂຶ້ນໄປສູ່ຮ່ອມພູຈໍແດນ ແລະເລີຍໄປທາງພາກເໜືອຈົນເຖິງພູເຮີໂມນ. ພວກເຂົາຈັບກະສັດສອງຄົນໄດ້. 2 ຄົນທີໜຶ່ງຄືເຈົ້າສີໂຫນຜູ້ເປັນກະສັດຂອງຊາວອາໂມ ທີ່ປົກຄອງເມືອງເຮັດຊະໂບນ. ອານາຈັກຂອງເພິ່ນນັ້ນໄດ້ລວມເອົາເຄິ່ງໜຶ່ງຂອງກີເລອາດຄື: ຈາກອາໂຣເອ (ຕາມແຄມຮ່ອມພູອາກໂນນ) ແລະຈາກເມືອງຢູ່ໃນ ກາງຮ່ອມພູອາກໂນນຈົນເຖິງແມ່ນໍ້າຢັບໂບກ ເຂດແດນຂອງຊາວອຳໂມນ 3 ລວມທັງຮ່ອມພູຂອງແມ່ນໍ້າຈໍແດນ ແຕ່ທະເລສາບຄາລີເລໄປທາງທິດໃຕ້ ຈົນເຖິງເບັດເຢຊີໂມດ (ທາງທິດຕາເວັນອອກຂອງທະເລຕາຍ) ແລະຕີນພູປີສະກາ. 4 ພວກເຂົາຍັງໄດ້ຊະນະເຈົ້າໂອກກະສັດແຫ່ງບາຊານ ທີ່ເປັນຜູ້ສຸດທ້າຍເຫຼືອໃນພວກເຣຟາອິມ; ເພິ່ນໄດ້ປົກຄອງຢູ່ທີ່ເມືອງອັດຊະຕາໂຣດແລະເອັດເຣອີ. 5 ອານາຈັກຂອງເພິ່ນນັ້ນມີດັ່ງນີ້: ພູເຂົາເຮີໂມນ, ສາເລກາ ແລະທົ່ວທັງບາຊານໄກອອກໄປ, ຈົນເຖິງເຂດແດນຂອງພວກເກຊູແລະພວກມາອາກາ ລວມທັງເຄິ່ງໜຶ່ງຂອງກີເລອາດໄກອອກໄປຈົນເຖິງເຂດແດນຂອງເຈົ້າສີໂຫນ ກະສັດແຫ່ງເຮັດຊະໂບນ. 6 ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວແລະປະຊາຊົນອິດສະຣາເອນໄດ້ຮົບຊະນະພວກເຂົາ. ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບດິນແດນຂອງພວກເຂົາ ໃຫ້ເຜົ່າຣູເບັນກັບເຜົ່າກາດແລະເຜົ່າມານາເຊເຄິ່ງເຜົ່າ. ບັນດາກະສັດທີ່ໂຢຊວຍຮົບຊະນະ 7 ໂຢຊວຍແລະປະຊາຊົນອິດສະຣາເອນໄດ້ຊະນະບັນດາກະສັດທັງຫລາຍ ທີ່ຢູ່ເຂດແດນທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນ ຈາກບາອານກາດໃນຮ່ອມພູຂອງເລບານອນ ຈົນເຖິງພູຮາລັກຊຶ່ງຢູ່ທາງທິດໃຕ້ໃກ້ກັບດິນແດນເອໂດມ. ໂຢຊວຍໄດ້ແບ່ງປັນດິນແດນນີ້ໃຫ້ເຜົ່າຕ່າງໆໃນຊາດອິດສະຣາເອນ ເພື່ອເປັນກຳມະສິດຂອງພວກເຂົາຕະຫລອດໄປ. 8 ເຂດແດນນັ້ນມີ: ເຂດພູດອຍ, ຕີນພູທາງທິດຕາເວັນຕົກ, ຮ່ອມພູຈໍແດນແລະຕີນພູ, ເນີນພູທາງທິດຕາເວັນອອກ ແລະຖິ່ນແຫ້ງແລ້ງທາງທິດໃຕ້. ດິນແດນນີ້ເຄີຍເປັນຂອງຊາວຮິດຕີ, ຊາວອາໂມ, ຊາວການາອານ, ຊາວເປຣີຊີ, ຊາວຮີວີ ແລະຊາວເຢບຸດ. 9 ປະຊາຊົນອິດສະຣາເອນໄດ້ເອົາຊະນະບັນດາກະສັດຂອງເມືອງເຫຼົ່ານີ້: ເຢຣິໂກ, ອາອີ (ໃກ້ກັບເມືອງເບັດເອນ), 10 ກະສັດຂອງເຢຣູຊາເລັມ, ກະສັດຂອງເຮັບໂຣນ, 11 ກະສັດຂອງຢາຣະມຸດ, ກະສັດຂອງລາກິດ, 12 ກະສັດຂອງເອກໂລນ, ກະສັດຂອງເກເຊ, 13 ກະສັດຂອງເດບີ, ກະສັດຂອງເກເດ, 14 ກະສັດຂອງໂຮມາ, ກະສັດຂອງອາຣາດ, 15 ກະສັດຂອງລິບນາ, ກະສັດຂອງອາດຸນລຳ, 16 ກະສັດຂອງມັກເກດາ, ກະສັດຂອງເບັດເອນ, 17 ກະສັດຂອງຕັບປູອາ, ກະສັດຂອງເຮເຟ, 18 ກະສັດຂອງອາເຟັກ, ກະສັດຂອງລາຊາໂຣນ, 19 ກະສັດຂອງມາໂດນ, ກະສັດຂອງຮາໂຊ, 20 ກະສັດຂອງຊີມໂຣນເມໂຣນ, ກະສັດຂອງອັກຊັບ, 21 ກະສັດຂອງຕາອານັກ, ກະສັດຂອງເມກິດໂດ, 22 ກະສັດຂອງເກເດັດ, ກະສັດຂອງໂຢກເນອາມ (ທີ່ກາເມນ), 23 ກະສັດຂອງໂດເຣ (ທາງຝັ່ງທະເລ), ກະສັດຂອງໂກອີອີມ (ທີ່ຄາລີເລ ), 24 ແລະກະສັດຂອງຕີຣະຊາ. ລວມທັງໝົດມີກະສັດສາມສິບເອັດຄົນ. |
@ 2012 United Bible Societies. All Rights Reserved.