Biblia Todo Logo
Bìoball air-loidhne

- Sanasan -

ໂຢຊວຍ 11 - ພຣະຄຳພີສັກສິ


ໂຢຊວຍ​ຊະນະ​ຢາບິນ​ກັບ​ພັນທະມິດ

1 ເມື່ອ​ເຈົ້າ​ຢາບິນ​ກະສັດ​ແຫ່ງ​ຮາໂຊ ໄດ້ຍິນ​ເຖິງ​ໄຊຊະນະ​ຂອງ​ຊາວ​ອິດສະຣາເອນ ເພິ່ນ​ກໍໄດ້​ສົ່ງ​ຄົນ​ໄປ​ບອກ​ເຈົ້າ​ໂຢບັບ​ກະສັດ​ແຫ່ງ​ມາໂດນ, ກະສັດ​ແຫ່ງ​ຊີມໂຣນ ແລະ​ກະສັດ​ແຫ່ງ​ອັກຊັບ

2 ແລະ​ບັນດາ​ກະສັດ​ທີ່​ຢູ່​ຕາມ​ເຂດ​ເນີນພູ​ທາງ​ພາກເໜືອ, ຢູ່​ທາງ​ຮ່ອມພູ​ຈໍແດນ​ໃຕ້​ທະເລສາບ​ຄາລີເລ, ຢູ່​ຕາມ​ຕີນ​ພູ ແລະ​ຢູ່​ຕາມ​ຝັ່ງ​ທະເລ​ໃກ້​ກັບ​ເມືອງ​ໂດເຣ.

3 ແລ້ວ​ເພິ່ນ​ກໍ​ຍັງ​ສົ່ງ​ຄົນ​ໄປ​ບອກ​ຊາວ​ການາອານ ທີ່​ຢູ່​ທາງ​ສອງ​ຟາກ​ຂ້າງ​ຂອງ​ແມ່ນໍ້າ​ຈໍແດນ​ຄື: ຊາວ​ອາໂມ, ຊາວ​ຮິດຕີ, ຊາວ​ເປຣີຊີ ແລະ​ຊາວ​ເຢບຸດ​ທີ່​ຢູ່​ຕາມ​ເນີນພູ ຕະຫລອດ​ທັງ​ຊາວ​ຮີວີ​ທີ່​ຢູ່​ຕາມ​ຕີນ​ພູ​ເຮີໂມນ​ໃນ​ດິນແດນ​ມີຊະປາ.

4 ພວກ​ເຫຼົ່ານີ້ ໄດ້​ມາ​ພ້ອມ​ດ້ວຍ​ທະຫານ​ທັງໝົດ​ຂອງ​ພວກ​ຕົນ ເປັນ​ກອງທັບ​ທີ່​ປະກອບ​ດ້ວຍ​ຄົນ​ຢ່າງ​ຫລວງຫລາຍ ດັ່ງ​ເມັດ​ຊາຍ​ຕາມ​ແຄມ​ຝັ່ງ​ທະເລ. ພວກເຂົາ​ມີ​ທັງ​ມ້າ​ແລະ​ລົດຮົບ​ຢ່າງ​ຫລວງຫລາຍ.

5 ກະສັດ​ທັງໝົດ​ເຫຼົ່ານີ້​ໄດ້​ມາ​ໂຮມ​ກັນ​ຕັ້ງ​ຄ້າຍພັກ​ທີ່​ຫ້ວຍ​ນໍ້າ​ເມໂຣມ ເພື່ອ​ຕໍ່ສູ້​ພວກ​ອິດສະຣາເອນ.

6 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ຢ່າ​ຢ້ານ​ພວກເຂົາ ເພາະ​ມື້ອື່ນ​ໃນ​ເວລາ​ດຽວກັນ​ນີ້ ເຮົາ​ຈະ​ຂ້າ​ພວກເຂົາ​ທັງໝົດ​ໃຫ້​ຊາດ​ອິດສະຣາເອນ. ໃຫ້​ເຈົ້າ​ຕັດ​ເອັນຄະນ່ອງ​ມ້າ ແລະ​ຈູດ​ລົດຮົບ​ຂອງ​ພວກເຂົາ​ຖິ້ມ.”

7 ດັ່ງນັ້ນ ໂຢຊວຍ​ພ້ອມ​ດ້ວຍ​ທະຫານ​ທັງໝົດ​ຂອງຕົນ ຈຶ່ງ​ຫລອນ​ໂຈມຕີ​ພວກເຂົາ​ທີ່​ຫ້ວຍນໍ້າ​ເມໂຣມ.

8 ພຣະເຈົ້າຢາເວ​ໄດ້​ໃຫ້​ພວກ​ອິດສະຣາເອນ​ມີ​ໄຊຊະນະ. ພວກ​ອິດສະຣາເອນ​ໄດ້​ໂຈມຕີ ແລະ​ໄລ່​ຕິດຕາມ​ພວກເຂົາ​ໄປ​ທາງ​ທິດເໜືອ​ໄກ​ສຸດ ຈົນເຖິງ​ເມືອງ​ມີສະເຣໂຟດ​ມາອີມ​ແລະ​ຊີໂດນ​ເມືອງ​ໃຫຍ່ ແລະ​ໄປ​ທາງທິດ​ຕາເວັນອອກ​ໄກ​ສຸດ ຈົນເຖິງ​ຮ່ອມພູ​ຂອງ​ເມືອງ​ມີຊະປາ. ການ​ສູ້ຮົບ​ໄດ້​ດຳເນີນ​ໄປ ຈົນກວ່າ​ເຫຼົ່າ​ສັດຕູ​ໄດ້​ຖືກ​ຂ້າ​ໝົດ​ສິ້ນ.

9 ໂຢຊວຍ​ໄດ້​ເຮັດ​ຕໍ່​ພວກເຂົາ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ ຄື​ຕັດ​ເອັນຄະນ່ອງ​ມ້າ​ແລະ​ຈູດ​ລົດຮົບ​ທັງໝົດ​ຂອງ​ພວກເຂົາ​ຖິ້ມ.

10 ແລ້ວ​ໂຢຊວຍ​ກໍ​ຍົກທັບ​ກັບຄືນ​ມາ​ຢຶດຄອງ​ເມືອງ​ຮາໂຊ ແລະ​ຂ້າ​ກະສັດ​ຂອງ​ເມືອງ​ນີ້. (ໃນ​ຄາວນັ້ນ ຮາໂຊ​ເປັນ​ອານາຈັກ​ທີ່​ມີ​ອຳນາດ​ເໜືອ​ຣາຊ​ອານາຈັກ​ຕ່າງໆ).

11 ພວກເຂົາ​ໄດ້​ຂ້າ​ທຸກໆ​ຄົນ ແລະ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ ພ້ອມ​ທັງ​ໄດ້​ຈູດ​ເມືອງ​ຖິ້ມ​ດ້ວຍ.

12 ໂຢຊວຍ​ໄດ້​ຢຶດຄອງ​ເມືອງ​ຕ່າງໆ ທັງ​ຈັບ​ເອົາ​ກະສັດ​ຂອງ​ເມືອງ​ເຫຼົ່ານີ້. ເພິ່ນ​ໄດ້​ຂ້າ​ທຸກໆ​ຄົນ​ຕາມ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.

13 ແຕ່​ໂຢຊວຍ​ບໍ່ໄດ້​ຈູດ​ເມືອງ​ຕ່າງໆ​ຕາມ​ໂຄກ​ຕາມ​ເນີນ ເວັ້ນໄວ້​ແຕ່​ເມືອງ​ຮາໂຊ​ພຽງ​ເມືອງ​ດຽວ.

14 ປະຊາຊົນ​ອິດສະຣາເອນ​ໄດ້​ຢຶດເອົາ​ສິ່ງຂອງ​ຕ່າງໆ​ອັນ​ມີຄ່າ ຕະຫລອດ​ທັງ​ຝູງສັດ​ໃນ​ເມືອງ​ເຫຼົ່ານີ້​ມາ​ເປັນ​ຂອງ​ຕົນເອງ ແລະ​ພວກເຂົາ​ໄດ້​ຂ້າ​ທຸກໆ​ຄົນ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ.

15 ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຢ່າງໃດ ໂມເຊ​ໄດ້​ສັ່ງ​ໂຢຊວຍ​ຢ່າງນັ້ນ ແລະ​ໂຢຊວຍ​ກໍ​ປະຕິບັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.


ເຂດແດນ​ທີ່​ໂຢຊວຍ​ຢຶດ​ໄດ້

16 ໂຢຊວຍ​ໄດ້​ຍົກທັບ​ໄປ​ຢຶດຄອງ​ດິນແດນ​ທັງໝົດ ຄື​ດິນແດນ​ຕາມ​ເຂດ​ເນີນພູ ແລະ​ຕາມ​ຕີນ​ພູ​ທາງ​ທິດເໜືອ​ແລະ​ທິດໃຕ້, ເຂດ​ໂກເຊັນ​ທັງໝົດ​ກັບ​ດິນແດນ​ທີ່​ແຫ້ງແລ້ງ​ທາງທິດໃຕ້​ຂອງ​ເຂດ​ນັ້ນ, ຕະຫລອດ​ທັງ​ຮ່ອມພູ​ຈໍແດນ​ດ້ວຍ.

17-18 ເຂດແດນ​ນັ້ນ​ໄດ້​ຂະຫຍາຍ​ອອກ​ຕື່ມ ຈາກ​ພູ​ຮາລັກ​ຢູ່​ທາງທິດໃຕ້​ຕິດ​ກັບ​ເມືອງ​ເອໂດມ ຈົນເຖິງ​ບາອານກາດ​ທາງ​ພາກເໜືອ ໃນ​ຮ່ອມພູ​ເລບານອນ​ທີ່​ທາງທິດໃຕ້​ຂອງ​ພູເຂົາ​ເຮີໂມນ. ໂຢຊວຍ​ໄດ້​ເຮັດ​ເສິກ​ກັບ​ບັນດາ​ກະສັດ ໃນ​ເຂດແດນ​ເຫຼົ່ານີ້​ເປັນ​ເວລາ​ດົນນານ. ເພິ່ນ​ຈັບ​ກະສັດ​ເຫຼົ່ານີ້​ໄດ້ ແລະ​ໄດ້​ຂ້າ​ທຸກໆ​ຄົນ​ຖິ້ມ.

19 ມີ​ເມືອງ​ດຽວ​ເທົ່ານັ້ນ ທີ່​ໄດ້​ສ້າງ​ຄວາມ​ສະຫງົບສຸກ​ກັບ​ປະຊາຊົນ​ອິດສະຣາເອນ​ຄື: ເມືອງ​ກີເບໂອນ​ບ່ອນ​ທີ່​ຊາວ​ຮີວີ​ບາງ​ພວກ​ໄດ້​ອາໄສ​ຢູ່. ສ່ວນ​ເມືອງ​ອື່ນໆ​ທັງໝົດ​ນັ້ນ​ແມ່ນ​ໄດ້​ສູ້ຮົບ​ເອົາ.

20 ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຂົາ​ມີ​ໃຈ​ຢາກ​ສູ້ຮົບ​ຊາວ​ອິດສະຣາເອນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຖືກ​ທຳລາຍ​ຢ່າງ​ໝົດກ້ຽງ​ເປັນ​ການ​ລົງໂທດ ແລະ​ເພື່ອ​ທຸກຄົນ​ຈະ​ຖືກ​ຂ້າ​ຢ່າງ​ບໍ່​ປານີ ເໝືອນ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ.

21 ໃນ​ເທື່ອ​ນີ້ ໂຢຊວຍ​ໄດ້​ຍົກທັບ​ອອກ​ໄປ​ທຳລາຍ​ຄົນ​ຮ່າງ​ໃຫຍ່​ພວກ​ໜຶ່ງ ຊື່​ວ່າ ອານາກີມ. ຄົນ​ພວກ​ນີ້​ໄດ້​ອາໄສ​ຢູ່​ຕາມ​ເນີນພູ​ຕ່າງໆ ດັ່ງນີ້: ເຮັບໂຣນ, ເດບີ, ອານາບ, ແລະ​ຕາມ​ເນີນພູ​ທັງໝົດ​ຂອງ​ຢູດາ​ແລະ​ເນີນພູ​ທັງໝົດ​ຂອງ​ອິດສະຣາເອນ. ໂຢຊວຍ​ໄດ້​ທຳລາຍ​ພວກເຂົາ​ແລະ​ເມືອງ​ຂອງ​ພວກເຂົາ​ຈົນກ້ຽງ.

22 ບໍ່ມີ​ພວກ​ອານາກີມ​ຈັກ​ຄົນ​ທີ່​ເຫຼືອ​ຢູ່​ໃນ​ດິນແດນ​ອິດສະຣາເອນ ແຕ່​ຍັງ​ມີ​ບາງຄົນ​ທີ່​ໄດ້​ເຫຼືອ​ຢູ່​ໃນ​ເມືອງ​ກາຊາ, ເມືອງກາດ ແລະ​ເມືອງ​ອາຊະໂດດ.

23 ໂຢຊວຍ​ໄດ້​ຢຶດຄອງ​ດິນແດນ​ທັງໝົດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ. ເພິ່ນ​ໄດ້​ມອບ​ດິນແດນ​ນີ້​ໃຫ້​ເປັນ​ກຳມະສິດ​ຂອງ​ຊາວ​ອິດສະຣາເອນ ໂດຍ​ໄດ້​ແບ່ງປັນ​ດິນແດນ​ນັ້ນ​ເປັນ​ສ່ວນ​ໃຫ້​ແຕ່ລະເຜົ່າ. ສະນັ້ນ ປະຊາຊົນ​ຈຶ່ງ​ໄດ້​ເຊົາ​ສູ້ຮົບ ແລະ​ຢູ່​ຢ່າງ​ສະຫງົບສຸກ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan