Biblia Todo Logo
Bìoball air-loidhne

- Sanasan -

ໂຢນາ 4 - ພຣະຄຳພີສັກສິ


ໂຢນາ​ໂກດຮ້າຍ ແຕ່​ພຣະເຈົ້າ​ເມດຕາ

1 ໂຢນາ​ຄຽດ​ແລະ​ບໍ່​ພໍໃຈ​ຫລາຍ​ທີ່ສຸດ​ໃນ​ເລື່ອງ​ນີ້.

2 ດັ່ງນັ້ນ ເພິ່ນ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ໄດ້​ເວົ້າ​ກັບ​ພຣະອົງ​ແລ້ວ ກ່ອນ​ຈາກ​ເຮືອນ​ມາ​ບໍ່ແມ່ນ​ຫລື​ວ່າ ພຣະອົງ​ຈະ​ຕ້ອງ​ກະທຳ​ເຊັ່ນນີ້? ສະນັ້ນ ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ສຸດຂີດ ທີ່​ຈະ​ໜີໄປ​ຕາກຊິດ ເພາະ​ຂ້ານ້ອຍ​ຮູ້​ວ່າ ພຣະອົງ​ເປັນ​ພຣະເຈົ້າ​ທີ່​ມີ​ຄວາມຮັກ​ແລະ​ມີ​ຄວາມ​ເມດຕາ ອົດທົນ​ສະເໝີ, ໃຈດີ​ສະເໝີ, ພ້ອມ​ທີ່​ຈະ​ປ່ຽນໃຈ​ສະເໝີ​ແລະ​ບໍ່​ລົງໂທດ.

3 ແຕ່​ບັດນີ້ ພຣະເຈົ້າຢາເວ​ເອີຍ ຈົ່ງ​ປ່ອຍ​ໃຫ້​ຂ້ານ້ອຍ​ຕາຍ​ເສຍ. ຂ້ານ້ອຍ​ຕາຍໄປ​ກໍດີກວ່າ​ທີ່​ຈະ​ມີ​ຊີວິດ​ຢູ່.”

4 ແຕ່​ພຣະເຈົ້າຢາເວ​ຕອບ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ຈະ​ໂກດຮ້າຍ?”

5 ໂຢນາ​ໄດ້​ອອກ​ໄປ​ຈາກ​ເມືອງ​ທາງທິດ​ຕາເວັນອອກ ແລະ​ນັ່ງ​ລົງ. ເພິ່ນ​ເຮັດ​ບ່ອນຊົ້ນ​ສຳລັບ​ເພິ່ນເອງ ແລະ​ນັ່ງ​ຢູ່​ໃຕ້​ຮົ່ມ​ຂອງ​ບ່ອນຊົ້ນ​ນັ້ນ ໂດຍ​ລໍຖ້າ​ເບິ່ງ​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ກັບ​ເມືອງ​ນີເນເວ.

6 ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ກໍໄດ້​ບັນດານ ໃຫ້​ຕົ້ນໄມ້​ເກີດຂຶ້ນ​ສູງກວ່າ​ໂຢນາ ໃຫ້​ເພິ່ນ​ໄດ້​ຊົ້ນ​ຮົ່ມ ເພື່ອ​ເພິ່ນ​ຈະ​ໄດ້​ຢູ່​ສະບາຍ​ຫລາຍ​ຂຶ້ນ. ໂຢນາ​ດີໃຈ​ຫລາຍ​ທີ່ສຸດ​ນຳ​ຕົ້ນໄມ້​ນັ້ນ.

7 ແຕ່​ໃນ​ຕອນເຊົ້າ​ຂອງ​ມື້​ຕໍ່ມາ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ ດ້ວງ​ໂຕໜຶ່ງ​ໄດ້​ກັດ​ກິນ​ຕົ້ນໄມ້​ນັ້ນ ແລະ​ມັນ​ກໍໄດ້​ຫ່ຽວແຫ້ງ​ຕາຍໄປ.

8 ຫລັງຈາກ​ຕາເວັນ​ໄດ້​ຂຶ້ນ​ແລ້ວ ພຣະເຈົ້າ​ກໍ​ບັນດານ​ໃຫ້​ລົມຮ້ອນ​ພັດ​ມາ​ແຕ່​ທາງທິດ​ຕາເວັນອອກ ແລະ​ໂຢນາ​ເກືອບ​ສະຫລົບ​ໄປ ຍ້ອນ​ຄວາມຮ້ອນ​ຂອງ​ແສງ​ແດດ​ເຜົາ. ສະນັ້ນ ເພິ່ນ​ຈຶ່ງ​ຄິດ​ຢາກ​ຕາຍ. ເພິ່ນ​ເວົ້າ​ວ່າ, “ຂ້ານ້ອຍ​ຕາຍໄປ​ກໍດີກວ່າ​ທີ່​ຈະ​ມີ​ຊີວິດ​ຢູ່.”

9 ແຕ່​ພຣະເຈົ້າ​ໄດ້ກ່າວ​ຕໍ່​ໂຢນາ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ຈະ​ໂກດຮ້າຍ​ໃຫ້​ຕົ້ນໄມ້​ນີ້?” ໂຢນາ​ຕອບ​ພຣະເຈົ້າ​ວ່າ, “ຂ້ານ້ອຍ​ມີ​ສິດ​ທຸກຢ່າງ​ທີ່​ຈະ​ໂກດຮ້າຍ ໂກດຮ້າຍ​ຈົນ​ຂ້ານ້ອຍ​ຕາຍໄປ.”

10 ແຕ່​ພຣະເຈົ້າຢາເວ​ໄດ້ກ່າວ​ວ່າ, “ຕົ້ນໄມ້​ນີ້​ໃຫຍ່​ຂຶ້ນ​ພຽງ​ຄືນດຽວ​ເທົ່ານັ້ນ ແລະ​ໄດ້​ຫ່ຽວແຫ້ງ​ຕາຍໄປ​ໃນ​ມື້​ຕໍ່ມາ; ເຈົ້າ​ບໍ່ໄດ້​ເຮັດ​ຫຍັງ​ເພື່ອ​ມັນ ແລະ​ບໍ່ໄດ້​ເຮັດ​ໃຫ້​ມັນ​ໃຫຍ່​ຂຶ້ນ, ແຕ່​ເຈົ້າ​ພັດ​ຮູ້ສຶກ​ເສຍດາຍ​ມັນ.

11 ແລ້ວ​ເຮົາ​ກໍ​ສົມຄວນ​ມີ​ຄວາມ​ເມດຕາ​ຕໍ່​ນີເນເວ​ເມືອງ​ໃຫຍ່​ນີ້ ຫລາຍກວ່າ​ມັນ​ເທົ່າໃດ. ຈົ່ງ​ພິຈາລະນາ​ເບິ່ງ​ໃຫ້​ດີ ເມືອງ​ນີ້​ມີ​ເດັກນ້ອຍ​ທີ່​ບໍ່​ຮູ້​ດຽງສາ​ຫຼາຍກວ່າ​ແສນສອງໝື່ນ​ຄົນ ແລະ​ມີ​ສັດ​ລ້ຽງ​ເປັນ​ຈຳນວນ​ຫລວງຫລາຍ​ອີກ​ດ້ວຍ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan