Biblia Todo Logo
Bìoball air-loidhne

- Sanasan -

ໂຢນາ 3 - ພຣະຄຳພີສັກສິ


ໂຢນາ​ເຊື່ອຟັງ​ອົງພຣະ​ຜູ້​ເປັນເຈົ້າ

1 ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍ​ໄດ້​ມາເຖິງ​ໂຢນາ​ຄັ້ງ​ທີສອງ

2 ວ່າ, “ຈົ່ງ​ໄປ​ທີ່​ນີເນເວ​ເມືອງ​ໃຫຍ່ ແລະ​ປະກາດ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ​ແກ່​ປະຊາຊົນ.”

3 ດັ່ງນັ້ນ ໂຢນາ​ຈຶ່ງ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ໄດ້​ໄປ​ນີເນເວ ເມືອງ​ໃຫຍ່​ທີ່ສຸດ ຊຶ່ງ​ຕ້ອງ​ໃຊ້​ເວລາ​ຍ່າງ​ເຖິງ​ສາມ​ວັນ ຈຶ່ງ​ຈະ​ພົ້ນ​ຕົວເມືອງ.

4 ໂຢນາ​ໄດ້​ຕັ້ງຕົ້ນ​ຍ່າງ​ເຂົ້າ​ໄປ​ໃນເມືອງ ແລະ​ຫລັງຈາກ​ຍ່າງ​ໄດ້​ສາມ​ວັນ​ເຕັມ ເພິ່ນ​ຈຶ່ງ​ປະກາດ​ວ່າ, “ໃນ​ສີ່ສິບ​ວັນ ເມືອງ​ນີເນເວ​ຈະ​ຖືກ​ທຳລາຍ.”

5 ປະຊາຊົນ​ໃນ​ເມືອງ​ນີເນເວ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ. ສະນັ້ນ ພວກເຂົາ​ຈຶ່ງ​ຕັດສິນໃຈ​ໃຫ້​ທຸກຄົນ ບໍ່​ວ່າ​ຄົນ​ຊັ້ນສູງ​ຫລື​ຄົນ​ຊັ້ນຕໍ່າ ຕ້ອງ​ອົດອາຫານ ແລະ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ເພື່ອ​ສະແດງ​ວ່າ​ພວກເຂົາ​ສຳນຶກ​ຜິດ​ແລ້ວ.

6 ເມື່ອ​ກະສັດ​ນີເນເວ​ໄດ້ຍິນ​ເຖິງ​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ລຸກຂຶ້ນ​ຈາກ​ບັນລັງ​ແກ້​ເຄື່ອງ​ກະສັດ​ອອກ ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ​ແລະ​ນັ່ງ​ເທິງ​ຂີ້ເຖົ່າ.

7 ເພິ່ນ​ໄດ້​ປະກາດ​ໃຫ້​ປະຊາຊົນ​ຢູ່​ໃນ​ເມືອງ​ນີເນເວ​ຮູ້​ທົ່ວເຖິງກັນ​ວ່າ, “ຕໍ່ໄປນີ້ ແມ່ນ​ຄຳສັ່ງ​ຈາກ​ກະສັດ​ແລະ​ບັນດາ​ຂ້າຣາຊການ​ຂອງເພິ່ນ: ຢ່າ​ໃຫ້​ຜູ້ໃດ​ກິນ​ຫຍັງ​ເລີຍ; ຊາວ​ເມືອງ​ທຸກຄົນ ຝູງງົວ ແລະ​ຝູງແກະ​ທຸກ​ໂຕ ຫ້າມ​ກິນ​ຫລື​ດື່ມ​ສິ່ງໃດໆ​ທັງນັ້ນ.

8 ປະຊາຊົນ​ທຸກຄົນ ແລະ​ສັດ​ທຸກ​ໂຕ ຕ້ອງ​ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ. ທຸກຄົນ​ຕ້ອງ​ຕັ້ງໃຈ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ ແລະ​ຕ້ອງ​ເລີກ​ປະພຶດ​ການຊົ່ວ​ແລະ​ເຊົາ​ເຮັດ​ການ​ໂຫດຮ້າຍ​ຂອງຕົນ​ສາ.

9 ບາງທີ​ພຣະເຈົ້າ​ອາດ​ຈະ​ປ່ຽນໃຈ; ບາງທີ​ພຣະອົງ​ອາດ​ຈະ​ເຊົາ​ໂກດຮ້າຍ; ແລະ​ພວກເຮົາ​ຈະ​ບໍ່​ຕາຍ.”

10 ເມື່ອ​ພຣະເຈົ້າ​ເຫັນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ; ພຣະອົງ​ເຫັນ​ວ່າ​ພວກເຂົາ​ເຊົາ​ປະພຶດ​ຊົ່ວ. ສະນັ້ນ ພຣະອົງ​ຈຶ່ງ​ປ່ຽນໃຈ​ແລະ​ບໍ່​ລົງໂທດ​ພວກເຂົາ ຕາມ​ທີ່​ພຣະອົງ​ໄດ້​ກ່າວຂູ່​ໄວ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan