ໂຢນາ 2 - ພຣະຄຳພີສັກສິໂຢນາພາວັນນາອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ 1 ໃນຂະນະທີ່ໂຢນາຢູ່ໃນທ້ອງປານັ້ນ ເພິ່ນກໍໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນວ່າ, 2 “ໃນຄວາມທຸກໃຈຢ່າງນີ້ ຂ້ານ້ອຍຈຶ່ງຮ້ອງຫາພຣະເຈົ້າຢາເວ ພຣະອົງໄດ້ໃຫ້ຄຳຕອບແກ່ຂ້ານ້ອຍແລ້ວ. ແຕ່ບ່ອນເລິກຂອງພິພົບຄົນຕາຍ ຂ້ານ້ອຍຮ້ອງຂໍ ໃຫ້ຊ່ວຍແລະພຣະອົງກໍໄດ້ຍິນສຽງຂອງຂ້ານ້ອຍແລ້ວ. 3 ພຣະອົງໄດ້ໂຍນຂ້ານ້ອຍລົງໄປໃນບ່ອນເລິກ ສູ່ພື້ນທ້ອງຂອງທະເລເລິກນັ້ນເອງ ບ່ອນທີ່ກະແສນໍ້າອ້ອມຂ້ານ້ອຍໄວ້ທຸກແຈ ແລະຄື້ນແຮງໜັກກໍໄດ້ມ້ວນຂ້ານ້ອຍໄວ້. 4 ຂ້ານ້ອຍຄິດວ່າຖືກກຳຈັດຈາກພຣະອົງໄປ ແລະຄົງບໍ່ໄດ້ເຫັນພຣະວິຫານອັນສັກສິດຕໍ່ໄປແລ້ວ. 5 ນໍ້າໄດ້ຖ້ວມຂ້ານ້ອຍເຕັມທົນຫາຍໃຈຝືດຫລາຍ ຈົນນໍ້າທະເລໄດ້ຫຸ້ມຫໍ່ຕົວຂ້ານ້ອຍໄວ້ຢ່າງໝົດສິ້ນ ແລະເທົາທັງຫລາຍໃນທ້ອງທະເລອັນກວ້າງໃຫຍ່ ກໍພັນອ້ອມຫົວຂ້ານ້ອຍໄວ້ໝົດ. 6 ຂ້ານ້ອຍລົງໄປສູ່ຮາກຖານຕີນພູທັງຫລາຍ ໃນດິນແດນບ່ອນທີ່ມີປະຕູລົງໄລໄວ້ຕະຫລອດ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ມີແຕ່ພຣະອົງທີ່ໃຫ້ຄືນມີຊີວິດແຕ່ບ່ອນເລິກໄດ້. 7 ເມື່ອຊີວິດຂ້ານ້ອຍກຳລັງເລື່ອນລອຍຫາຍໄປ ຂ້ານ້ອຍກໍຄິດຫາພຣະເຈົ້າຢາເວ; ແລ້ວຂ້ານ້ອຍກໍໄດ້ພາວັນນາອະທິຖານຫາພຣະອົງ ໃນພຣະວິຫານອັນສັກສິດກໍຊົງໄດ້ຍິນຂ້ານ້ອຍ. 8 ພວກທີ່ຂາບໄຫວ້ຮູບເຄົາຣົບອັນບໍ່ມີປະໂຫຍດຫຍັງ ກໍໄດ້ປະຖິ້ມຄວາມສັດຊື່ຕໍ່ພຣະອົງສາແລ້ວ. 9 ແຕ່ຂ້ານ້ອຍຈະຮ້ອງເພງໂມທະນາຂອບພຣະຄຸນ ແລະຈະຖວາຍເຄື່ອງບູຊາແກ່ພຣະອົງ ແລະເຮັດຕາມສິ່ງທີ່ຂ້ານ້ອຍໄດ້ສັນຍາ ຄວາມພົ້ນມີມາໂດຍທາງພຣະເຈົ້າຢາເວ.” 10 ແລ້ວພຣະເຈົ້າຢາເວກໍສັ່ງໃຫ້ປາໃຫຍ່ໂຕນັ້ນ ຂຶ້ນມາຄາຍໂຢນາໄວ້ເທິງດິນແຫ້ງ ແລະມັນກໍໄດ້ເຮັດຕາມ. |
@ 2012 United Bible Societies. All Rights Reserved.