ໂຢນາ 1 - ພຣະຄຳພີສັກສິໂຢນາບໍ່ເຊື່ອຟັງອົງພຣະຜູ້ເປັນເຈົ້າ 1 ມື້ໜຶ່ງ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງໂຢນາລູກຊາຍຂອງອາມິດໄຕ 2 ວ່າ, “ຈົ່ງໄປທີ່ນີເນເວເມືອງໃຫຍ່ ແລະກ່າວຕໍ່ສູ້ເມືອງນີ້ ເຮົາຮູ້ວ່າປະຊາຊົນໃນເມືອງນີ້ປະພຶດຊົ່ວຊ້າສໍ່າໃດ.” 3 ແຕ່ໂຢນາກັບໄປທາງຕາກຊິດ ເພື່ອຫລົບໜີຈາກພຣະເຈົ້າຢາເວ. ເພິ່ນໄດ້ໄປທີ່ເມືອງຢົບປາ ທີ່ນັ້ນເພິ່ນໄດ້ພົບເຮືອລຳໜຶ່ງ ກຳລັງຈະໄປຕາກຊິດ. ເພິ່ນຈຶ່ງຈ່າຍຄ່າໂດຍສານ ແລະລົງເຮືອກັບພວກລູກເຮືອ, ແລ້ວກໍອອກເດີນທາງໄປສູ່ຕາກຊິດ ເພື່ອຫລົບໜີຈາກພຣະເຈົ້າຢາເວ. 4 ແຕ່ພຣະເຈົ້າຢາເວໄດ້ບັນດານໃຫ້ເກີດລົມພະຍຸໃຫຍ່ພັດຜ່ານທະເລມາ ແລະພັດແຮງທີ່ສຸດຈົນເຮືອຢູ່ໃນອັນຕະລາຍເກືອບຈະແຕກ. 5 ບັນດາລູກເຮືອຈຶ່ງເກີດສະທ້ານຢ້ານກົວຫລາຍ ແລະຕ່າງກໍຮ້ອງຂໍພຣະຂອງຕົນໃຫ້ຊ່ວຍເຫລືອ. ຕໍ່ມາ ເພື່ອເຮັດໃຫ້ເຮືອຫລຸດຜ່ອນຈາກອັນຕະລາຍ ພວກເຂົາຈຶ່ງໂຍນສິນຄ້າທີ່ໄດ້ບັນທຸກມານັ້ນ ຖິ້ມລົງໃນທະເລ. ໃນຂະນະດຽວກັນນັ້ນ ໂຢນາກໍລົງໄປນອນຫລັບສະໜິດຢູ່ໃນທ້ອງເຮືອ. 6 ນາຍເຮືອໄດ້ພົບເພິ່ນທີ່ນັ້ນ ແລະເວົ້າຕໍ່ເພິ່ນວ່າ, “ເຈົ້າມົວນອນຫລັບຢູ່ເຮັດຫຍັງ? ຈົ່ງລຸກຂຶ້ນ ແລະຮ້ອງຫາພຣະຂອງເຈົ້າໃຫ້ຊ່ວຍເຫລືອ. ບາງທີເພິ່ນອາດຈະເຫັນໃຈພວກເຮົາ ແລະໃຫ້ພວກເຮົາລອດຕາຍກໍໄດ້.” 7 ພວກລູກເຮືອໄດ້ເວົ້າຕໍ່ກັນແລະກັນວ່າ, “ໃຫ້ພວກເຮົາໃຊ້ສະຫລາກ ແລະຫາຕົວຜູ້ທີ່ເຮັດໃຫ້ພວກເຮົາຕ້ອງຕົກຢູ່ໃນອັນຕະລາຍເຊັ່ນນີ້.” ພວກເຂົາຈຶ່ງໃຊ້ສະຫລາກ ແລະສະຫລາກນັ້ນກໍຕົກຖືກຊື່ໂຢນາ. 8 ສະນັ້ນ ພວກເຂົາຈຶ່ງເວົ້າຕໍ່ເພິ່ນວ່າ, “ບັດນີ້ ຈົ່ງບອກໃຫ້ພວກເຮົາຮູ້ສາ ເຈົ້າເປັນຜູ້ເຮັດຜິດໃນເລື່ອງນີ້ບໍ? ເຈົ້າມາເຮັດຫຍັງຢູ່ໃນທີ່ນີ້? ເຈົ້າມາຈາກປະເທດໃດ? ເຈົ້າເປັນຄົນສັນຊາດໃດ?” 9 ໂຢນາຕອບວ່າ, “ຂ້ອຍເປັນຄົນເຮັບເຣີ ຂ້ອຍນະມັດສະການພຣະເຈົ້າຢາເວ ພຣະເຈົ້າແຫ່ງສະຫວັນ ຜູ້ໄດ້ສ້າງນໍ້າທະເລແລະແຜ່ນດິນໂລກ.” 10 ໂຢນາໄດ້ເວົ້າສູ່ພວກເຂົາຟັງຕໍ່ໄປວ່າ ຕົນໄດ້ປົບໜີຈາກອົງພຣະຜູ້ເປັນເຈົ້າ. ແລ້ວພວກລູກເຮືອຕ່າງກໍເກີດສະທ້ານຢ້ານກົວ ແລະເວົ້າຕໍ່ເພິ່ນວ່າ, “ແມ່ນຄວາມຜິດທີ່ຮ້າຍແຮງຫລາຍແທ້ໆ.” 11 ສ່ວນລົມພະຍຸກໍຍິ່ງພັດແຮງຂຶ້ນເລື້ອຍໆ. ດັ່ງນັ້ນ ພວກລູກເຮືອຈຶ່ງຖາມເພິ່ນວ່າ, “ເຮົາຄວນຈະເຮັດແນວໃດກັບເຈົ້າ ເພື່ອລົມພະຍຸຈະສະຫງົບລົງ?” 12 ໂຢນາຈຶ່ງຕອບວ່າ, “ຈົ່ງໂຍນຂ້ອຍລົງໃນທະເລ ແລະລົມພະຍຸກໍຈະສະຫງົບລົງ. ຂ້ອຍຮູ້ວ່າລົມພະຍຸອັນຮ້າຍແຮງນີ້ໄດ້ເກີດຂຶ້ນ ເພາະຂ້ອຍເຮັດຜິດ.” 13 ແຕ່ບັນດາລູກເຮືອຊໍ້າພະຍາຍາມແລ່ນເຮືອເຂົ້າຕາຝັ່ງ ແລະຕ່າງກໍພາຍເຮືອຈົນສຸດກຳລັງຂອງຕົນ, ແຕ່ກໍບໍ່ສຳເລັດ ເພາະລົມພະຍຸຍິ່ງພັດແຮງຂຶ້ນເລື້ອຍໆ. 14 ດັ່ງນັ້ນ ພວກເຂົາຈຶ່ງຮ້ອງໄຫວ້ວອນຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ ຢ່າໃຫ້ພວກຂ້ານ້ອຍຕ້ອງຕາຍຍ້ອນຂ້າຄົນຜູ້ນີ້ ຂ້າແດ່ພຣະເຈົ້າຢາເວ ພຣະອົງເອງເປັນຜູ້ຮັບຜິດຊອບສິ່ງທັງໝົດນີ້ ເພາະແມ່ນພຣະອົງທີ່ໃຫ້ເຫດການນີ້ເກີດຂຶ້ນ.” 15 ແລ້ວພວກເຂົາກໍຈັບໂຢນາໂຍນລົງທະເລ ແລະລົມພະຍຸຈຶ່ງສະຫງົບລົງທັນທີ. 16 ເຫດການເຊັ່ນນີ້ໄດ້ເຮັດໃຫ້ບັນດາລູກເຮືອ ຢ້ານຢຳພຣະເຈົ້າຢາເວຫລາຍທີ່ສຸດ ຈົນພວກເຂົາຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ ແລະສາບານວ່າຈະຮັບໃຊ້ພຣະອົງ. 17 ພຣະເຈົ້າຢາເວໄດ້ສັ່ງປາໃຫຍ່ໂຕໜຶ່ງໃຫ້ມາກືນກິນໂຢນາ ແລະເພິ່ນກໍຢູ່ໃນທ້ອງປາເປັນເວລາສາມວັນສາມຄືນ. |
@ 2012 United Bible Societies. All Rights Reserved.