ໂຢເອນ 3 - ພຣະຄຳພີສັກສິພຣະເຈົ້າຈະຕັດສິນບັນດາຊົນຊາດ 1 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເວລານັ້ນເຮົາຈະເຮັດໃຫ້ ຢູດາແລະເຢຣູຊາເລັມຈະເລີນຮຸ່ງເຮືອງຂຶ້ນໃໝ່. 2 ເຮົາຈະນຳທຸກຊົນຊາດໃຫ້ມາເຕົ້າໂຮມກັນ ແລະນຳພວກເຂົາໄປສູ່ຮ່ອມພູແຫ່ງການຕັດສິນນັ້ນ. ແລ້ວໃນທີ່ນັ້ນເຮົາກໍຈະຕັດສິນພວກເຂົາ ຕາມທີ່ພວກເຂົາທັງໝົດໄດ້ເຮັດຕໍ່ປະຊາຊົນຂອງເຮົານັ້ນ. ພວກເຂົາໄດ້ໃຫ້ຊາວອິດສະຣາເອນແຕກຊະໄປແດນອື່ນໄກ ແບ່ງແຍກອິດສະຣາເອນ ດິນແດນຂອງເຮົາດ້ວຍ. 3 ພວກເຂົາໃຊ້ສະຫລາກຊີ້ຂາດຊາຕາກຳຂອງປະຊາຊົນ ຄືປະຊາຊົນຂອງເຮົາຜູ້ທີ່ພວກເຂົາໄດ້ຈັບໄປນັ້ນ. ພວກເຂົາໄດ້ຂາຍເດັກຊາຍຍິງທັງຫລາຍໃຫ້ເປັນທາດ. ເອົາເງິນໄປຈ່າຍໂສເພນີແລະຊື້ເຫຼົ້າອະງຸ່ນດື່ມ. 4 ເມືອງຕີເຣ, ເມືອງຊີໂດນ ແລະທົ່ວທັງປະເທດຟີລິດສະຕິນເອີຍ ພວກເຈົ້າຢາກຈະເຮັດຫຍັງກັບເຮົາ? ພວກເຈົ້າພະຍາຍາມແກ້ແຄ້ນເຮົາຊັ້ນບໍ? ຖ້າພວກເຈົ້າຄິດແກ້ແຄ້ນເຮົາ ເຮົາກໍຈະຕອບໂຕ້ຄືນໃນທັນທີ. 5 ພວກເຈົ້າໄດ້ຂົນເອົາເງິນແລະຄຳ ຕະຫລອດທັງຂອງມີຄ່າຂອງເຮົາ ໄປໄວ້ໃນບັນດາວິຫານຂອງພວກເຈົ້າ. 6 ພວກເຈົ້າໄດ້ນຳເອົາປະຊາຊົນຢູດາແລະເຢຣູຊາເລັມ ໄປຈາກປະເທດຂອງພວກເຂົາ ເພື່ອຂາຍໃຫ້ແກ່ຊາວກຣີກ. 7 ບັດນີ້ ເຮົາຈະນຳພວກເຂົາອອກມາຈາກບ່ອນທີ່ພວກເຈົ້າໄດ້ຂາຍພວກເຂົາໄປນັ້ນ. ເຮົາຈະເຮັດຕໍ່ພວກເຈົ້າ ດັ່ງທີ່ພວກເຈົ້າໄດ້ເຮັດຕໍ່ພວກເຂົາ. 8 ເຮົາຈະຂາຍລູກຊາຍຍິງຂອງພວກເຈົ້າໃຫ້ຊາວຢູດາ ແລ້ວຊາວຢູດາກໍຈະຂາຍພວກເຂົາຕໍ່ ໃຫ້ຊາວຊາເບອານໃນດິນແດນທີ່ຫ່າງໄກ. ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ. 9 ຈົ່ງປະກາດຂໍ້ຄວາມນີ້ໃຫ້ນາໆຊາດຮູ້ຈັກວ່າ, ‘ຈົ່ງຈັດຕຽມລົງມືເຮັດເສິກເຖີດ ຈົ່ງລະດົມພົນໄວ້ໃຫ້ມີພຽງພໍ ຈົ່ງລວບລວມທະຫານແລະຍົກທັບອອກໄປເຖີດ 10 ຈົ່ງຕີໝາກສົບໄຖເປັນດາບ ແລະກ່ຽວເປັນຫອກສາ ແມ່ນແຕ່ຄົນອ່ອນແອກໍຕ້ອງລຸກຂຶ້ນຕໍ່ສູ້. 11 ທຸກຊົນຊາດທີ່ຢູ່ອ້ອມແອ້ມຈົ່ງຟ້າວມາໄວໆ ຈົ່ງໃຫ້ເຕົ້າໂຮມກັນຢູ່ໃນຮ່ອມພູນັ້ນ.”’ ຂ້າແດ່ພຣະເຈົ້າຢາເວ ໂຜດສົ່ງກອງທັບມາສາ ຄືກອງທັບຂອງພຣະອົງມາບຸກໂຈມຕີພວກເຂົາເຖີດ. 12 “ບັນດາຊົນຊາດຕ້ອງຕຽມມາສູ່ຮ່ອມພູຕັດສິນ ບ່ອນທີ່ເຮົາຈະນັ່ງຕັດສິນທຸກຊົນຊາດອ້ອມແອ້ມ. 13 ຈົ່ງກ່ຽວພວກເຂົາດັ່ງກ່ຽວເຂົ້າໃນລະດູມັນສຸກ ຈົ່ງບີບພວກເຂົາດັ່ງບີບໝາກອະງຸ່ນເຖີດ ໃນເຄື່ອງບີບອະງຸ່ນທີ່ເຕັມລົ້ນຈົນໄຫລອອກມາ ເພາະວ່າພວກເຂົາຕ່າງກໍຊົ່ວຊ້າຫລາຍແທ້ໆ.” 14 ມີຫລາຍພັນຄົນທີ່ມີໜ້າຢູ່ໃນຮ່ອມພູຕັດສິນ ວັນຂອງພຣະເຈົ້າຢາເວຈະມາໄວໆນີ້ແຫຼະ. 15 ສ່ວນດວງອາທິດ ແລະດວງເດືອນກໍຈະມືດມົວໄປ ດາວທັງຫລາຍຈະບໍ່ສ່ອງແສງຕໍ່ໄປອີກ. ພຣະເຈົ້າຈະອວຍພອນປະຊາຊົນຂອງພຣະອົງ 16 ພຣະເຈົ້າຢາເວເປັ່ງສຽງຮ້ອງຈາກພູເຂົາຊີໂອນ ສຽງພຣະອົງດັງສະໜັ່ນຈາກນະຄອນເຢຣູຊາເລັມພຸ້ນ; ຈັກກະວານ ແລະແຜ່ນດິນໂລກກໍສັ່ນສະທ້ານຫວັ່ນໄຫວ ແຕ່ພຣະເຈົ້າຢາເວຈະປ້ອງກັນປະຊາຊົນຂອງພຣະອົງໄວ້. 17 ແລ້ວພວກເຈົ້າກໍຈະຮູ້ຈັກ ວ່າ ເຮົານີ້ແຫຼະແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເຮົາຢູ່ເທິງຊີໂອນ ເນີນພູສັກສິດຂອງເຮົານັ້ນ; ສ່ວນເຢຣູຊາເລັມນັ້ນຈະເປັນນະຄອນທີ່ສັກສິດ ຊາວຕ່າງດ້າວຈະບໍ່ຊະນະນະຄອນນີ້ໄດ້ຈັກເທື່ອ. 18 ໃນເວລານັ້ນເທິງພູນີ້ຈະມີແຕ່ເຄືອໝາກອະງຸ່ນ ຈະມີສັດລ້ຽງທັງຫລາຍຢູ່ຕາມເນີນພູທຸກໆໜ່ວຍ; ນໍ້າຈະມີເຕັມຢູ່ທຸກຫ້ວຍຮ່ອງໃນຢູດາ ນໍ້າບໍ່ຈະໄຫລຈາກວິຫານຂອງພຣະເຈົ້າຢາເວ ຫົດຮ່ອມພູຊິດຕິມ. 19 ປະເທດເອຢິບຈະກາຍເປັນຖິ່ນແຫ້ງແລ້ງກັນດານ ເອໂດມຈະຖືກທຳລາຍໃຫ້ຮາບກ້ຽງ ເພາະວ່າພວກເຂົາໄດ້ໂຈມຕີດິນແດນຢູດາຍ ແລະຂ້າປະຊາຊົນຜູ້ບໍ່ມີຄວາມຜິດໃນທີ່ນັ້ນ. 20-21 ເຮົາຈະແກ້ແຄ້ນ ແທນຜູ້ທີ່ຖືກສັງຫານ ເຮົາຈະບໍ່ເມດຕາປານີຜູ້ທີ່ເຮັດຜິດ. ແຕ່ຢູດາແລະເຢຣູຊາເລັມຈະຢູ່ໃນທີ່ນັ້ນສືບໄປ ພຣະເຈົ້າຢາເວສະຖິດຢູ່ເທິງພູເຂົາຊີໂອນພຸ້ນ. |
@ 2012 United Bible Societies. All Rights Reserved.