ໂຢເອນ 2 - ພຣະຄຳພີສັກສິຕັກແຕນຄືໝາຍສຳຄັນບອກວັນຂອງອົງພຣະຜູ້ເປັນເຈົ້າ 1 ຈົ່ງເປົ່າແກຂຶ້ນເຕືອນໄພ ທີ່ເທິງພູເຂົາຊີໂອນສາ ພູເຂົາສັກສິດຂອງພຣະເຈົ້າເອີຍ ຈົ່ງສັ່ນສະທ້ານເຖີດ ປະຊາຊົນຢູດາເອີຍ ເຖິງວັນຂອງພຣະເຈົ້າຢາເວແລ້ວ ວັນນັ້ນກຳລັງຫຍັບເຂົ້າມາໃກ້ແລ້ວ. 2 ວັນນັ້ນຈະມືດຄື້ມ ແລະມືດມົວຫລາຍ ເປັນວັນທີ່ມີເມກຕຶບ ແລະມືດໜາແທ້ໆ. ຝູງຕັກແຕນບຸກໜ້າເປັນກອງທັບອັນໃຫຍ່ ດັ່ງມືດກຳລັງແຜ່ອອກໄປທົ່ວໜ່ວຍພູເຂົາ. ບໍ່ເຄີຍມີຜູ້ໃດເຫັນສິ່ງນີ້ມາແຕ່ກ່ອນເລີຍ ແລະຈະບໍ່ມີຜູ້ໃດເຫັນເຊັ່ນນີ້ຕໍ່ໄປອີກ. 3 ມັນກິນເຄື່ອງປູກກ້ຽງ ດັ່ງໄຟໄໝ້ເຜົາຜານ ດິນແດນເບື້ອງໜ້າ ມັນເປັນດັ່ງສວນເອເດນພຸ້ນ ແຕ່ເບື້ອງຫລັງນັ້ນ ເປັນຖິ່ນແຫ້ງແລ້ງກັນດານ ທີ່ບໍ່ມີຫຍັງຈະໜີພົ້ນຈາກມັນໄປໄດ້. 4 ຕ່າງຄົນກໍເວົ້າວ່າ ມັນເປັນຝູງກອງທັບມ້າເສິກ ພາກັນແລ່ນໄປໄວດັ່ງຝູງມ້າຮົບ. 5 ເມື່ອມັນກະໂດດເຕັ້ນຢູ່ເທິງຈອມພູເຂົາທັງຫລາຍ ກໍມີສຽງດັງເໝືອນສຽງລົດຮົບ; ດັງປັອກແປັກຄືສຽງໄຟໄໝ້ຫຍ້າແຫ້ງຕາມທົ່ງນາ ມາເປັນຖັນແຖວຄືກອງທັບໃຫຍ່ເຂົ້າສູ່ສະໜາມຮົບ. 6 ເມື່ອມັນເຂົ້າມາໃກ້ໆ ທຸກຄົນຕ່າງກໍຢ້ານກົວ ຈົນໜ້າແຕ່ລະຄົນຊີດຂາວໄປ. 7 ມັນໂຈມຕີເກັ່ງ ດັ່ງນັກຮົບໂຈມຕີ ມັນປີນກຳແພງດັ່ງທະຫານປີນຂຶ້ນ. ທັງໝົດຕ່າງກໍກ້າວເດີນໄປເປັນຖັນແຖວ ເດີນໄປຊື່ກົງບໍ່ຫັນປ່ຽນໄປທິດອື່ນ 8 ຫລືບໍ່ກັກກັ້ນທາງເດີນຂອງກັນແລະກັນ ໄຕ່ບຸກຜ່ານແນວປ້ອງກັນໂດຍບໍ່ມີຜູ້ໃດຢຸດຢັ້ງໄດ້. 9 ມັນຟ້າວບຸກເຂົ້າ ແລະກະຈາຍໄປທົ່ວເມືອງ ແລ້ວຕ່າງກໍແລ່ນຂ້າມກຳແພງໄປ; ມັນປີນຂຶ້ນໄປສູ່ເທິງເຮືອນທັງຫຼາຍ ແລະລອດປ່ອງເຂົ້າໄປດັ່ງຂະໂມຍງັດແງະ. 10 ແຜ່ນດິນໂລກແລະຟ້າສະຫວັນກໍສັ່ນສະເທືອນ ເມື່ອມັນພາກັນບຸກໜ້າເຂົ້າໄປນັ້ນ; ດວງອາທິດແລະດວງຈັນກໍຄ່ອຍມືດດຳໄປ ດວງດາວບໍ່ສ່ອງແສງຕໍ່ໄປອີກ. 11 ພຣະເຈົ້າຢາເວຮ້ອງສັ່ງກອງທັບຂອງພຣະອົງ ກອງທັບທີ່ເຊື່ອຟັງ ມີຈຳນວນຫລາຍແລະມີຣິດ. ວັນຂອງພຣະເຈົ້າຢາເວໜ້າຢ້ານກົວທີ່ສຸດ ແມ່ນຜູ້ໃດແດ່ເດຈະລອດຊີວິດໄປໄດ້? ພຣະເຈົ້າເອີ້ນໃຫ້ກັບໃຈໃໝ່ 12 ພຣະເຈົ້າຢາເວກ່າວວ່າ, “ແຕ່ມາດຽວນີ້ ຈົ່ງກັບໃຈໃໝ່ຢ່າງແທ້ຈິງສາເຖີດ ແລະຈົ່ງກັບຄືນມາຫາເຮົາຢ່າງເຕັມໃຈ ດ້ວຍການອົດອາຫານແລະຮ້ອງໄຫ້ໄວ້ທຸກ. 13 ໃຫ້ໃຈປວດລ້າວສໍ່ໃຫ້ເຫັນເຈົ້າເສົ້າເສຍໃຈ ຈີກເຄື່ອງນຸ່ງຂອງຕົນບໍ່ເປັນການພຽງພໍດອກ.” ຈົ່ງກັບມາຫາພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າສາ ພຣະອົງຊົງຄຸນຄວາມດີແລະເມດຕາເຕັມລົ້ນ; ພຣະອົງອົດທົນແລະເຮັດທຸກຢ່າງຕາມພຣະສັນຍາ ພ້ອມສະເໝີທີ່ຈະໃຫ້ອະໄພແລະຍົກໂທດໃຫ້. 14 ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າອາດປ່ຽນໃຈ ແລະອວຍພອນໃຫ້ມີພືດຜົນຢ່າງສົມບູນກໍໄດ້. ແລ້ວເຈົ້າກໍຈະໄດ້ຖວາຍບູຊາແກ່ພຣະອົງ ຄືຖວາຍເຂົ້າແລະເຫຼົ້າອະງຸ່ນດ້ວຍ. 15 ຈົ່ງເປົ່າແກຂຶ້ນຢູ່ທີ່ເທິງພູເຂົາຊີໂອນ ຈົ່ງສັ່ງໃຫ້ອົດອາຫານແລະເອີ້ນປະຊຸມກັນເຖີດ 16 ຈົ່ງບອກປະຊາຊົນໃຫ້ເຂົ້າມາເຕົ້າໂຮມກັນ ຕຽມພວກເຂົາໃຫ້ເຂົ້າຮ່ວມການປະຊຸມອັນສັກສິດນີ້; ຈົ່ງນຳພວກເຖົ້າແກ່ ແລະເຕົ້າໂຮມເດັກນ້ອຍຄືກັນ ແມ່ນແຕ່ຜູ້ທີ່ຫາກໍ່ແຕ່ງງານກໍໃຫ້ອອກມາດ້ວຍ. 17 ປະໂຣຫິດຜູ້ຮັບໃຊ້ພຣະເຈົ້າຢາເວກໍໃຫ້ມາຄືກັນ ລະຫວ່າງແທ່ນບູຊາແລະທາງເຂົ້າພຣະວິຫານນັ້ນ ຕ້ອງພາກັນຮ້ອງໄຫ້ແລະພາວັນນາອະທິຖານຄືກັນວ່າ, “ຂ້າແດ່ພຣະເຈົ້າຢາເວ ໂຜດສົງສານປະຊາຊົນດ້ວຍ. ຂໍຢ່າໃຫ້ຊົນຊາດອື່ນດູໝິ່ນພວກຂ້ານ້ອຍເລີຍ ຫຍໍ້ຫຍັນວ່າພຣະເຈົ້າຂອງພວກເຈົ້າຢູ່ໃສແລ້ວ?” ພຣະເຈົ້າໂຜດໃຫ້ແຜ່ນດິນອຸດົມສົມບູນໃໝ່ 18 ແລ້ວພຣະເຈົ້າຢາເວກໍໃຫ້ຄວາມເປັນຫ່ວງແກ່ດິນແດນ ຂອງພຣະອົງແລະອີດູປະຊາຊົນຂອງພຣະອົງດ້ວຍ. 19 ພຣະເຈົ້າຢາເວຕອບພວກເຂົາວ່າ, “ບັດນີ້ ເຮົາຈະໃຫ້ພວກເຈົ້າມີ ເຂົ້າ, ເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດ ແລະພວກເຈົ້າຈະກິນຢ່າງອີ່ມໜຳສຳລານ ຊົນຊາດອື່ນຈະບໍ່ຫຍໍ້ຫຍັນພວກເຈົ້າຕໍ່ໄປອີກ. 20 ເຮົາຈະໄລ່ກອງທັບຕັກແຕນມາແຕ່ເໜືອໜີໄປ ຍ້າຍມັນບາງຝູງໄປທີ່ຖິ່ນແຫ້ງແລ້ງກັນດານພຸ້ນ. ສ່ວນກອງໜ້າຂອງມັນນັ້ນ ຈະຖືກໄລ່ໄປສູ່ທະເລຕາຍ ຝ່າຍກອງຫລັງຈະໄປຕົກທະເລເມດີແຕຣາເນພຸ້ນ. ຊາກສົບຂອງມັນຈະເໝັນເນົ່າທົ່ວໄປ ເຮົາຈະທຳລາຍຍ້ອນທຸກສິ່ງທີ່ມັນໄດ້ກະທຳແກ່ເຈົ້າ. 21 ທົ່ງນາເອີຍ ຢ່າສູ່ຢ້ານແຕ່ປະການໃດ ແຕ່ຈົ່ງຊົມຊື່ນຍິນດີ ເພາະພຣະເຈົ້າຢາເວໄດ້ຊົງກະທຳການອັນໃຫຍ່ສຳລັບເຈົ້າ. 22 ຝູງສັດເອີຍ ຢ່າສູ່ຢ້ານແຕ່ປະການໃດເລີຍ ທີ່ທົ່ງລ້ຽງສັດຕ່າງໆ ກໍມີຫຍ້າຂຽວສົດແລ້ວ; ຕົ້ນໄມ້ຕ່າງໆ ກໍເກີດໝາກເກີດຜົນ ໝາກເດື່ອແລະໝາກອະງຸ່ນກໍມີເຕັມຢູ່. 23 ຊາວພູເຂົາຊີໂອນເອີຍ ຈົ່ງຊົມຊື່ນຍິນດີເຖີດ ຈົ່ງຊົມຊື່ນຍິນດີສຳລັບສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ກະທຳນັ້ນ ສຳລັບພວກເຈົ້າພຣະອົງເທຝົນ ລົງຕາມທີ່ພວກເຈົ້າຕ້ອງການ ໃຫ້ຝົນຕົ້ນລະດູແລະປາຍລະດູຄືແຕ່ກ່ອນ. 24 ໃນລານຟາດເຂົ້າຈະມີເຂົ້າຢ່າງຫລວງຫລາຍ ອ່າງບີບກໍມີແຕ່ນໍ້າອະງຸ່ນກັບນໍ້າມັນໝາກກອກເທດ. 25 ຜົນລະປູກທີ່ພວກເຈົ້າເສຍໃນປີທີ່ຝູງຕັກແຕນກິນ ເຮົາຈະທົດແທນໃຫ້ຄືນສິ່ງທີ່ໄດ້ເສຍໄປນັ້ນ. ແມ່ນເຮົາເອງທີ່ໄດ້ສົ່ງກອງທັບຕັກແຕນນີ້ມາ ເພື່ອວ່າໃຫ້ມັນໄດ້ຕໍ່ສູ້ພວກເຈົ້າ. 26 ບັດນີ້ ພວກເຈົ້າຈະມີອາຫານກິນຢ່າງອີ່ມໜຳສຳລານ ຈົ່ງພາກັນຍົກຍໍພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ເຮັດສິ່ງໜ້າງຶດງໍ້ຕ່າງໆໃຫ້ພວກເຈົ້າເຫັນ ປະຊາຊົນຂອງເຮົາຈະບໍ່ຖືກດູໝິ່ນອີກຈັກເທື່ອ. 27 ອິດສະຣາເອນເອີຍ ແລ້ວເຈົ້າຈະຮູ້ວ່າເຮົາສະຖິດຢູ່ນຳ ແລະຮູ້ວ່າເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ບໍ່ມີພຣະເຈົ້າອື່ນໃດອີກມີແຕ່ເຮົາເທົ່ານັ້ນ ປະຊາຊົນຂອງເຮົາຈະບໍ່ຖືກດູໝິ່ນອີກຈັກເທື່ອ. ວັນຂອງອົງພຣະຜູ້ເປັນເຈົ້າ 28 ແລ້ວເຮົາຈະເທວິນຍານຂອງເຮົາແກ່ຄົນທັງປວງ ລູກຊາຍຍິງພວກເຈົ້າຈະປະກາດພຣະທຳຂອງເຮົາໄດ້; ສ່ວນຜູ້ເຖົ້າຈະຝັນເຫັນສິ່ງຕ່າງໆນາໆ ແລະຊາຍໜຸ່ມຍິງສາວກໍຈະເຫັນນິມິດຕ່າງໆ. 29 ເວລານັ້ນເຮົາຈະເທວິນຍານ ຂອງເຮົາໃສ່ພວກຜູ້ຮັບໃຊ້ຂອງເຮົາ ທັງຊາຍແລະຍິງດ້ວຍ. 30 ເຮົາຈະເຮັດການອັດສະຈັນທັງຫລາຍ ໃນຈັກກະວານແລະທີ່ເທິງແຜ່ນດິນໂລກ; ຈະມີເລືອດ, ມີໄຟ ແລະມີຄວັນເປັນເສົາເມກ. 31 ກ່ອນວັນອັນຍິ່ງໃຫຍ່ໜ້າຢ້ານຂອງພຣະເຈົ້າຢາເວມາເຖິງ ອາທິດຈະມືດມົວທັງເດືອນຈະເປັນສີແດງດັ່ງເລືອດ. 32 ແຕ່ທຸກຄົນທີ່ຂໍຮ້ອງອອກນາມຊື່ຂອງພຣະເຈົ້າຢາເວໃຫ້ຊ່ວຍຊູ ກໍຈະພົ້ນໄພດັ່ງທີ່ພຣະເຈົ້າຢາເວໄດ້ກ່າວໄວ້: ‘ເທິງພູເຂົາຊີໂອນ ແລະໃນນະຄອນເຢຣູຊາເລັມບາງຄົນຈະປົບໜີໄປ ພວກທີ່ພຣະເຈົ້າຢາເວເລືອກເຟັ້ນໄວ້ ຈະມີຊີວິດຢູ່ລອດ.”’ |
@ 2012 United Bible Societies. All Rights Reserved.