Biblia Todo Logo
Bìoball air-loidhne

- Sanasan -

ພຣະທຳ​ໂຢບ 9 - ພຣະຄຳພີສັກສິ


ໂຢບ

1-2 “ແມ່ນແລ້ວ ຂ້ອຍ​ກໍ​ຮູ້​ທຸກສິ່ງ​ທີ່​ເຈົ້າ​ເວົ້າ​ມາ​ນັ້ນ ແຕ່​ຈະ​ຫາ​ເຫດຜົນ​ຫຍັງ​ສູ້​ຄະດີ​ຕໍ່ໜ້າ​ພຣະເຈົ້າ​ໄດ້?

3 ມີ​ຜູ້ໃດ​ແດ່​ບໍ ທີ່​ຖົກຖຽງ​ກັບ​ພຣະອົງ​ໄດ້​ເດ? ພຣະອົງ​ຖາມ​ພັນໆ​ບັນຫາ​ແລະ​ບໍ່ມີ​ຜູ້ໃດ​ຕອບ​ໄດ້.

4 ພຣະເຈົ້າ​ແສນ​ສະຫລາດ​ແລະ​ຊົງ​ຣິດອຳນາດ​ຍິ່ງ ບໍ່ມີ​ມະນຸດ​ຄົນໃດ​ສູ້​ຄະດີ​ກັບ​ພຣະອົງ​ໄດ້​ດອກ.

5 ພຣະອົງ​ບໍ່ໄດ້​ເຕືອນ​ກ່ອນ​ເມື່ອ​ຊົງ​ຍົກຍ້າຍ​ພູເຂົາ, ພຣະອົງ​ທຳລາຍ​ພູຜາ​ໃນ​ຄວາມ​ໂກດຮ້າຍ.

6 ພຣະອົງ​ໃຫ້​ໂລກ​ໄຫວຫວັ່ນ​ທັງ​ພື້ນດິນ​ສະເທືອນ ແລະ​ໂງ່ນຫີນ​ທີ່​ອູ້ມຊູ​ໂລກ​ກໍ​ຄອນແຄນ​ດ້ວຍ.

7 ພຣະອົງ​ດຶງ​ຕາເວັນ​ໄວ້​ໄດ້​ບໍ່​ໃຫ້​ມັນ​ຂຶ້ນ​ມາ ແລະ​ໝູ່​ດວງດາວ​ບໍ່​ໃຫ້​ສ່ອງແສງ​ຮຸ່ງ​ແຈ້ງ.

8 ບໍ່ມີ​ຜູ້ໃດ​ຊ່ວຍ​ພຣະເຈົ້າ​ຄຶງ​ຟ້າ​ສະຫວັນ​ອອກ ຫລື​ຢຽບຢໍ່າ​ມັງກອນ​ກັບຄືນ​ສູ່​ທະເລ​ໄດ້.

9 ພຣະເຈົ້າ​ແຂວນ​ດວງດາວ​ໃຫ້​ສ່ອງແສງ: ດາວ​ແຂ້ ດາວ​ໄຖ ດາວ​ລູກໄກ່ ແລະ​ດາວ​ທິດໃຕ້.

10 ພວກເຮົາ​ເຂົ້າໃຈ​ບໍ່ໄດ້​ສິ່ງ​ຍິ່ງໃຫຍ່​ທີ່​ຊົງ​ກະທຳ ແລະ​ການ​ອັດສະຈັນ​ອັນ​ບໍ່ມີ​ທີ່​ສິ້ນສຸດ​ເປັນໄດ້.

11 ຖ້າ​ພຣະເຈົ້າ​ກາຍໄປ​ໃກ້ໆ ເຮົາ​ກໍ​ບໍ່​ເຫັນ​ພຣະອົງ ຖ້າ​ພຣະອົງ​ມາ​ຈົນ​ຈຸ ເຮົາ​ກໍ​ແນມເຫັນ​ພຣະອົງ​ບໍ່ໄດ້.

12 ພຣະອົງ​ເອົາ​ສິ່ງ​ທີ່​ຊົງ​ຢາກໄດ້ ຜູ້ໃດ​ຢຸດຢັ້ງ​ໄດ້ນໍ; ບໍ່ມີ​ຜູ້ໃດ​ກ້າ​ຖາມ​ວ່າ, ‘ກຳລັງ​ເຮັດ​ຫຍັງ?’

13 ພຣະເຈົ້າ​ບໍ່​ຢຸດຢັ້ງ​ໃນ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ຜູ້​ທີ່​ຍິນດີ​ໃນ​ຄວາມ​ຈອງຫອງ​ຈະ​ຖືກ​ປາບລົງ

14 ດັ່ງນັ້ນ ຂ້ອຍ​ຈະ​ຫາ​ຄຳຕອບ​ພຣະອົງ​ໄດ້​ຢ່າງໃດ? ຈະ​ເອົາ​ຄຳ​ໂຕ້ຖຽງ​ຫຍັງ​ມາ​ຕໍ່ສູ້​ພຣະອົງ​ໄດ້.

15 ສິ່ງ​ທີ່​ຂ້ອຍ​ພໍເຮັດໄດ້​ເຖິງ​ແມ່ນ​ບໍ່ມີ​ຄວາມຜິດ ຄື​ຂໍ​ຄວາມ​ເມດຕາ​ຈາກ​ພຣະເຈົ້າ​ຜູ້​ພິພາກສາ​ຂ້ອຍ.

16 ເຖິງ​ແມ່ນ​ວ່າ​ຖ້າ​ພຣະອົງ​ປ່ອຍ​ໃຫ້​ຂ້ອຍ​ເວົ້າຈາ ຂ້ອຍ​ບໍ່​ເຊື່ອ​ວ່າ​ພຣະອົງ​ຈະ​ຟັງ​ຄຳຮ້ອງຂໍ​ຂອງຂ້ອຍ.

17 ພຣະອົງ​ໃຊ້​ພະຍຸ​ມາ​ທຸບຕີ​ຂ້ອຍ​ໃຫ້​ເຈັບຊໍ້າ​ທັງຕົວ ໂດຍ​ປາສະຈາກ​ເຫດຜົນ​ໃດໆ​ທັງນັ້ນ.

18 ພຣະອົງ​ບໍ່​ປ່ອຍ​ຂ້ອຍ ແມ່ນແຕ່​ໃຫ້​ໄດ້​ຫາຍໃຈ, ໃຫ້​ຊີວິດ​ຂ້ອຍ​ເຕັມ​ແຕ່​ຄວາມ​ລະທົມ​ຂົມຂື່ນ.

19 ຂ້ອຍ​ຈະ​ລອງ​ໃຊ້​ກຳລັງ​ກັບ​ພຣະເຈົ້າ​ຊັ້ນບໍ? ຜູ້ໃດ​ນໍ ຈະ​ຊອກ​ຫາ​ບັງຄັບ​ພຣະອົງ​ໄດ້? ຂ້ອຍ​ຈະ​ນຳ​ພຣະອົງ​ຂຶ້ນ​ສານ​ສູ້​ຄວາມ​ກັນ​ບໍ່​ໄດ້ຕີ້? ຜູ້ໃດ​ແດ່​ຊອກ​ນຳ​ພຣະອົງ​ໃຫ້​ໄປ​ຂຶ້ນ​ສານ​ໄດ້?

20 ຂ້ອຍ​ບໍຣິສຸດ​ແລະ​ສັດຊື່ ແຕ່​ຄຳເວົ້າ​ຂອງຂ້ອຍ​ຄື​ມີ​ຄວາມຜິດ ທຸກໆສິ່ງ​ທີ່​ຂ້ອຍ​ເວົ້າ ກໍ​ປາກົດ​ວ່າ​ປະນາມ​ຂ້ອຍ.

21 ຂ້ອຍ​ບໍ່​ຜິດ​ແທ້, ສະນັ້ນ ຂ້ອຍ​ຈຶ່ງ​ບໍ່​ຫ່ວງຫຍັງ ຂ້ອຍ​ເບື່ອໜ່າຍ​ຊີວິດ​ຂ້ອຍເອງ.

22 ເປັນ​ຜູ້ຜິດ​ຫລື​ຜູ້ຖືກ ມັນ​ກໍ​ບໍ່​ສຳຄັນ​ຫຍັງ ເຖິງຢ່າງໃດ​ພຣະເຈົ້າ​ກໍ​ຈະ​ທຳລາຍ​ຖິ້ມ.

23 ເມື່ອ​ຄວາມຕາຍ​ມາ​ເຖິງ​ຄົນ​ທີ່​ບໍ່ມີ​ຄວາມຜິດ ພຣະອົງ​ກໍ​ຊົງ​ຫົວ​ເຢາະເຢີ້ຍ​ໃສ່​ເຂົາ.

24 ພຣະເຈົ້າ​ມອບ​ໂລກນີ້​ໃຫ້​ແກ່​ຄົນຊົ່ວ​ປົກຄອງ ແລະ​ເຮັດ​ໃຫ້​ຜູ້​ຕັດສິນ​ຄວາມ​ຕາບອດ​ໝົດ​ແລ້ວ. ຖ້າ​ບໍ່ແມ່ນ​ພຣະອົງ​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ ແມ່ນ​ຜູ້ໃດ​ເດນໍ​ທີ່​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້.

25 ວັນ​ຂອງຂ້ອຍ​ຜ່ານ​ໄປ​ໄວ ດັ່ງ​ນັກ​ແລ່ນແຂ່ງ ຜ່ານ​ໄປແຮງ​ຢ່າງ​ນັ້ນ​ຫາ​ອັນດີ​ໄວ້​ບໍ່ມີ​ເລີຍ.

26 ຊີວິດ​ຂ້ອຍ​ຜ່ານ​ໄປ​ໄວ ດັ່ງ​ຖືກ​ລົມ​ພັດ​ເຮືອໃບ ໄວກວ່າ​ນົກອິນຊີ​ເຈີດ​ລົງ​ຂຸບ​ກິນ​ກະຕ່າຍ.

27 ຂ້ອຍ​ຄິດ​ວ່າ​ເມື່ອ​ຂ້ອຍ​ຍິ້ມຫົວ​ໄດ້​ກໍ​ເປັນ​ສິ່ງ​ທີ່​ດີ ນັ້ນ​ຄື​ວິທີ​ຊອກຫາ​ລືມໄລ​ຄວາມ​ເຈັບປວດ;

28 ຂ້ອຍ​ຕົກໃຈ​ຢ້ານ​ຕໍ່​ຄວາມທຸກ​ທັງໝົດ​ຂອງຂ້ອຍ ເພາະ​ຂ້ອຍ​ຮູ້​ວ່າ​ພຣະອົງ​ຈະ​ຈົດຈຳ​ວ່າ​ຂ້ອຍ​ເປັນ​ຄົນຜິດ.

29 ຖ້າ​ວ່າ​ຂ້ອຍ​ນີ້​ຄື​ຄົນຜິດ​ສຳລັບ​ພຣະອົງ ເປັນຫຍັງ​ຈຶ່ງ​ຕ້ອງ​ມາ​ລົບກວນ​ຂ້ອຍ​ຢ່າງນີ້?

30 ເຖິງ​ແມ່ນ​ຂ້ອຍ​ລ້າງ​ຕົນເອງ​ດ້ວຍ​ສະບູ ຫລື​ຊຳລະລ້າງ​ຕົນ​ຈາກ​ການບາບ.

31 ພຣະເຈົ້າ​ກໍ​ຈະ​ໂຍນ​ຂ້ອຍ​ໃສ່​ໃນ​ຫລຸມ​ຂີ້ຕົມ, ເສື້ອຜ້າ​ຂ້ອຍເອງ​ກໍ​ອັບອາຍ​ຕົນຕົວ​ຂ້ອຍ.

32 ຖ້າ​ພຣະເຈົ້າ​ເປັນ​ມະນຸດ ຂ້ອຍ​ອາດ​ຕອບ​ພຣະອົງ ແລະ​ພາກັນ​ໄປ​ສູ້​ຄວາມ ຢູ່​ສານ​ຕັດສິນ​ໄດ້.

33 ແຕ່​ອັນ​ນີ້​ບໍ່ມີ​ຜູ້ໃດ​ກ້າ​ເປັນ​ຄົນກາງ​ໃຫ້​ພວກເຮົາ ບໍ່ມີ​ຜູ້ໃດ​ຕັດສິນ​ຄວາມ​ໃຫ້​ຂ້ອຍ​ກັບ​ພຣະເຈົ້າ​ໄດ້.

34 ຂ້າແດ່​ພຣະເຈົ້າ ຂໍໂຜດ​ຢຸດ​ລົງໂທດ​ຂ້ານ້ອຍ​ສາ ເອົາ​ຄວາມຢ້ານ​ໃຫຍ່​ໄປ​ຈາກ​ຂ້ານ້ອຍ​ສາ

35 ຂ້ານ້ອຍ​ບໍ່​ຢ້ານ​ທີ່​ຈະ​ເວົ້າ​ຢູ່​ຢ່າງນີ້​ອີກ​ຕໍ່ໄປ ເພາະ​ຂ້ານ້ອຍ​ຮູ້​ຈິດໃຈ​ຂອງຕົນເອງ​ດີ​ຢູ່​ແລ້ວ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan