ພຣະທຳໂຢບ 8 - ພຣະຄຳພີສັກສິບິນດາດ 1-2 “ຈັກເທື່ອແລ້ວທີ່ພວກເຮົາທົນຟັງຖ້ອຍຄຳດັ່ງນີ້ນໍ? ປານໃດຈຶ່ງຈະເຊົາເວົ້າຄຳລົມໆແລ້ງໆເຊັ່ນນີ້? 3 ພຣະເຈົ້າບໍ່ເຄີຍບິດເບືອນຄວາມຍຸດຕິທຳໃດໆ ພຣະອົງບໍ່ພາດພັ້ງຈາກສິ່ງທີ່ຖືກຕ້ອງຈັກເທື່ອ; 4 ລູກໆຂອງເຈົ້າອາດໄດ້ເຮັດບາບຕໍ່ສູ້ພຣະອົງ ດັ່ງນັ້ນ ພຣະອົງຈຶ່ງໃສ່ໂທດທີ່ພວກເຂົາຄວນໄດ້ຮັບ. 5 ແຕ່ບັດນີ້ ຈົ່ງຫັນມາພີ້ ແລະສູ້ຄະດີກັນເບິ່ງ ສູ້ຄະດີກັບພຣະເຈົ້າ ອົງຊົງຣິດອຳນາດຍິ່ງໃຫຍ່; 6 ຖ້າເຈົ້າສັດຊື່ແທ້ແລະເປັນຄົນບໍຣິສຸດ ແລ້ວພຣະເຈົ້າກໍຈະມາຊ່ວຍຊູເຈົ້າໄວ້ ທັງຈະປົວແປງເຈົ້າກັບຄອບຄົວຂຶ້ນໃໝ່ ພຣະອົງຈະໃຫ້ບຳເໜັດແກ່ເຈົ້າເຊັ່ນກັນ. 7 ຊັບສິນຂອງເຈົ້າຈາກສິ່ງທີ່ໄດ້ເສຍໄປ ກໍບໍ່ເທົ່າໃດດອກ ເມື່ອທຽບໃສ່ກັບທີ່ພຣະອົງຈະໃຫ້ເຈົ້າເທື່ອໃໝ່. 8 ຈົ່ງຄົ້ນຫາສະຕິປັນຍາຂອງຄົນໃນສະໄໝບູຮານເບິ່ງແມ ຈົ່ງພິຈາລະນາຫາຄວາມຈິງທີ່ພໍ່ພວກເຮົາຮໍ່າຮຽນນັ້ນ. 9 ຊີວິດພວກເຮົາສັ້ນ ພວກເຮົາບໍ່ຮູ້ຈັກຫຍັງເລີຍ ເໝືອນດັ່ງເງົາຜ່ານກາຍໄປເທິງແຜ່ນດິນໂລກ. 10 ແຕ່ຂໍໃຫ້ນັກປາດບູຮານໄດ້ສອນເຈົ້າແດ່ ຟັງສິ່ງທີ່ເພິ່ນເວົ້າແຈ້ງສູ່ເຈົ້າຟັງເບິ່ງແດ່ດູ: 11 ຕົ້ນອໍ້ເກີດບໍ່ໄດ້ໃນບ່ອນບໍ່ມີນໍ້າ; ເຮົາຈະບໍ່ພົບມັນໃນບຶງບ່ອນທີ່ບໍ່ມີຕົມໄດ້ດອກ. 12 ຄັນນໍ້າແຫ້ງ ມັນກໍຈະຫ່ຽວແຫ້ງໄປ ໃນຂະນະທີ່ມັນຍັງອ່ອນໆພໍຈະຕັດນຳເອົາໄປໃຊ້ໄດ້. 13 ຄົນບໍ່ເຊື່ອຖືພຣະເຈົ້າ ກໍປຽບດັ່ງຕົ້ນອໍ້ນັ້ນແຫລະ ພວກເຂົາສິ້ນຫວັງໝົດ ເພາະພວກເຂົາລືມໄລພຣະເຈົ້າ. 14-15 ພວກເຂົາວາງໃຈໃນເສັ້ນດ້າຍຄືໄຍແມງມູມ ຖ້າເອື່ອຍອີງແຕ່ໄຍເຫດໃດມັນຈະຍືນຍົງຢູ່ໄດ້? ຖ້າໂຕແມງມູມນັ້ນພຽງແຕ່ຈັບເສັ້ນໄຍ ໄຍມັນກໍຊ່ວຍຊູໃຫ້ມັນຍືນຍົງຢູ່ບໍ່ໄດ້. 16 ຄົນຊົ່ວງອກຂຶ້ນດັ່ງຕົ້ນຫຍ້າໃຕ້ແສງຕາເວັນ ດັ່ງຕົ້ນຫຍ້າແຜ່ຂະຫຍາຍທົ່ວທັງສວນນັ້ນ. 17 ຮາກຂອງມັນຫຸ້ມຫໍ່ອ້ອມກ້ອນຫີນ ແລະຈັບຫີນທຸກກ້ອນຢ່າງໄວວາໄວ້ໄດ້. 18 ຖ້າພວກເຂົາຖືກທຳລາຍຈາກບ່ອນທີ່ພວກເຂົາອາໄສຢູ່, ຫຼັງຈາກນັ້ນ ພວກເຂົາກໍຈະຖືກປະຕິເສດໂດຍເວົ້າວ່າ, ‘ຂ້ອຍບໍ່ເຄີຍຮູ້ຈັກເຈົ້າ.’ 19 ເທົ່ານັ້ນແຫຼະ ທີ່ຄົນຊົ່ວໄດ້ຊົມຊື່ນຍິນດີ ບັດນີ້ ຄົນອື່ນກໍມາແທນບ່ອນພວກເຂົາສາແລ້ວ. 20 ເບິ່ງແມ! ພຣະເຈົ້າຈະບໍ່ປະຖິ້ມຄົນທີ່ສັດຊື່ ຫລືຊ່ວຍເຫລືອຄົນທີ່ໄດ້ເຮັດຊົ່ວເອົາໄວ້. 21 ພຣະອົງຈະຊ່ວຍເຈົ້າໃຫ້ຫົວເລາະອີກທີ ໃຫ້ສຽງໂຮຮ້ອງຍິນດີລົ້ນຈາກປາກຂອງເຈົ້າອີກ 22 ແຕ່ພຣະອົງຈະໃຫ້ຜູ້ກຽດຊັງເຈົ້າຖືກອັບອາຍ ແລະເຮືອນຄົນຊົ່ວທັງຫລາຍຈະບໍ່ມີຕໍ່ໄປອີກ.” |
@ 2012 United Bible Societies. All Rights Reserved.