ພຣະທຳໂຢບ 6 - ພຣະຄຳພີສັກສິໂຢບ 1-2 “ຖ້າເອົາຄວາມເດືອດຮ້ອນຂ້ອຍຊັ່ງເທິງຊິງ ແລະຄວາມໂສກເສົ້າຂ້ອຍມາຕີລາຄາເບິ່ງ 3 ກໍຈະໜັກຫລາຍກວ່າເມັດຊາຍທີ່ແຄມທະເລ ສະນັ້ນ ເຈົ້າຄົງບໍ່ຕົກໃຈຍ້ອນຂ້ອຍເວົ້າຢ່າງບ້າໆ. 4 ລູກໜ້າໜ້ອງໄດ້ລາມໄປທົ່ວທັງຕົວຂ້ອຍເດີ ທີ່ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ຍິງໃສ່ຂ້ອຍ. ພຣະເຈົ້າໄດ້ນຳສິ່ງທີ່ຂ້ອຍຢ້ານກົວທັງໝົດ ລຽນເປັນຖັນແຖວສຸມເຂົ້າມາຕໍ່ສູ້ຂ້ອຍ. 5 ລໍປ່າດີໃຈ ໃນເມື່ອມັນມີຫຍ້າອ່ອນກິນ ງົວກໍມິດງຽບໄປ ເມື່ອມັນມີເຟືອງຫຍໍ້າ. 6 ແຕ່ຜູ້ໃດກິນຂອງຈືດຈາງໄດ້ບໍ່ໃສ່ເກືອແດ່? ເປືອກໄຂ່ຂາວນັ້ນມັນມີຣົດຊາດຢ່າງໃດ? 7 ອາຫານຢ່າງນັ້ນ ຂ້ອຍເອງກໍບໍ່ຢາກກິນ ອາຫານທີ່ກິນພັດເຮັດໃຫ້ຂ້ອຍເຈັບໂຊຊໍ້າ. 8 ເປັນຫຍັງພຣະເຈົ້າບໍ່ຍອມໃຫ້ສິ່ງທີ່ຂ້ອຍຮ້ອງຂໍ? ເປັນຫຍັງຈຶ່ງບໍ່ຕອບຄຳພາວັນນາອະທິຖານຂອງຂ້ອຍ? 9-10 ຖ້າພຣະອົງເຮັດໄດ້ ຂ້າຂ້ອຍເສຍກໍຄົງຈະດີ ຖ້າຂ້ອຍຮູ້ວ່າພຣະອົງຈະຂ້າອີຫລີ ກໍເປັນການດີແທ້ ຂ້ອຍຈະກະໂດດໂລດເຕັ້ນຢ່າງຊົມຊື່ນຍິນດີ; ເຖິງແມ່ນວ່າຂ້ອຍມີຄວາມເຈັບປວດກໍຕາມ. ຂ້ອຍຮູ້ວ່າພຣະເຈົ້ານັ້ນເປັນອົງບໍຣິສຸດ; ຂ້ອຍບໍ່ເຄີຍຂັດຂວາງສິ່ງທີ່ພຣະອົງໄດ້ສັ່ງ. 11 ຂ້ອຍມີຊີວິດຢູ່ໄດ້ແມ່ນຜູ້ໃດໃຫ້ເຫື່ອແຮງ? ຂ້ອຍຈະຢູ່ໄປເຮັດຫຍັງ ເມື່ອບໍ່ມີຄວາມຫວັງຈັກດີ້? 12 ຂ້ອຍຖືກປະກອບຂຶ້ນດ້ວຍກ້ອນຫີນຊັ້ນບໍ? ຮ່າງກາຍຂ້ອຍເປັນທອງສຳຣິດຫລືນີ້? 13 ຂ້ອຍບໍ່ມີກຳລັງພໍທີ່ຈະຊ່ວຍຕົນເອງໄດ້ເລີຍ; ຂ້ອຍບໍ່ມີບ່ອນໄປຂໍຄວາມຊ່ວຍເຫລືອໄດ້ແລ້ວ. 14 ໃນຍາມລຳບາກເຊັ່ນນີ້ ຂ້ອຍຢາກມີເພື່ອນທີ່ສັດຊື່ ເຖິງວ່າຂ້ອຍປະຖິ້ມພຣະເຈົ້າໄປຫລືບໍ່ກໍຕາມ. 15 ແຕ່ພວກເຈົ້າທໍລະຍົດຂ້ອຍດັ່ງສາຍນໍ້າໂຄ້ງແຄງ ເໝືອນດັ່ງແມ່ນໍ້າໄຫລລົ້ນລັ່ງມາ. 16 ເມື່ອສິ້ນລະດູໜາວແລ້ວນໍ້າຂຸ່ນກໍໄຫລມາ ເວລາທີ່ຫິມະແລະນໍ້າແຂງເປື່ອຍລະລາຍໄປນັ້ນ 17 ແຕ່ພໍເຖິງລະດູຮ້ອນກໍເຫືອດແຫ້ງໄປ ສາຍນໍ້າທີ່ຍາວກໍເຜີຍແບເພາະແຫ້ງແລ້ງ. 18 ຂະບວນອູດຫລົງທາງຍ້ອນຫານໍ້າດື່ມບໍ່ມີ; ພວກເຂົາເລາະຫາແລະຕາຍຕາມຖິ່ນແຫ້ງແລ້ງ. 19 ຂະບວນໂຕອູດຈາກເຕມາແລະເຊບາ ກໍຊອກຫານໍ້າກິນແຕ່ກໍຜິດຫວັງທັງນັ້ນ 20 ຄວາມຫວັງຂອງພວກເຂົານັ້ນຈຶ່ງສູນສິ້ນໄປໝົດ ທີ່ແຄມສາຍທາລາອັນແຫ້ງແລ້ງ. 21 ສ່ວນພວກເຈົ້ານັ້ນກໍຄື ແມ່ນໍ້າເຫຼົ່ານັ້ນບໍ່ມີຜິດ ເມື່ອເຫັນໂຊກຊາຕາຂອງຂ້ອຍກໍຖອຍໜີ ແລະຢ້ານ 22 ປານວ່າຂ້ອຍຂໍພວກເຈົ້າໃຫ້ນຳຂອງຂວັນມາ ຫລືວ່າໄປຊື້ຈ້າງຈອບອອຍຜູ້ໃດຜູ້ໜຶ່ງໃຫ້ 23 ຫລືວ່າເພື່ອຂໍພວກເຈົ້າໃຫ້ຊ່ວຍຂ້ອຍຈາກສັດຕູ ແລະປົດປ່ອຍຂ້ອຍໃຫ້ຫວິດຈາກຜູ້ທີ່ກົດຂີ່. 24 ຈົ່ງສັ່ງສອນ ແລະບອກຂ້ອຍວ່າຜິດຫຍັງ ຂ້ອຍຈະນັ່ງມິດງຽບຟັງພວກເຈົ້າວ່າກ່າວ. 25 ຄຳເວົ້າອັນສັດຊື່ນັ້ນ ເຮັດໃຫ້ແນ່ນອນໃຈໃດ ແຕ່ພວກເຈົ້າກຳລັງເວົ້າຄຳໃນສິ່ງທີ່ຜິດທັງນັ້ນ. 26 ພວກເຈົ້າຄິດວ່າຖ້ອຍຄຳຂອງຂ້ອຍເປັນພຽງແຕ່ລົມປາກຊື່ໆຊັ້ນບໍ? ແລ້ວເປັນຫຍັງບໍ່ຕອບຄຳເວົ້າອັນໝົດຫວັງນັ້ນ? 27 ພວກເຈົ້າຈົກສະຫລາກເອົາເດັກກຳພ້າເປັນທາດຮັບໃຊ້ ແລະສ້າງຮັ່ງຄູນມີເທິງຫລັງເພື່ອນສະໜິດໄດ້ 28 ຈົ່ງແນມເບິ່ງຂ້ອຍໃນໃບໜ້າແດ່ແມ ຂ້ອຍບໍ່ໄດ້ເວົ້າຕົວະໃດໆທັງສິ້ນ. 29 ພວກເຈົ້າຄິດຜິດຫລາຍແລ້ວ ເຊົາເປັນຄົນອະຍຸດຕິທຳສາເທາະ ຂໍຢ່າສູ່ຢຽບຫຍາມປະນາມຂ້ອຍ ຂ້ອຍນີ້ຍັງເປັນຄົນຊອບທຳຢູ່ເດີ 30 ແຕ່ພວກເຈົ້າພັດຄິດວ່າຂ້ອຍນັ້ນ ກຳລັງເວົ້າຄວາມຕົວະຊັ້ນບໍ? ພວກເຈົ້າຄິດວ່າຂ້ອຍໄຈ້ແຍກມານຍາ ຕາມຄວາມເປັນຈິງບໍ່ໄດ້ຫລືນີ້? |
@ 2012 United Bible Societies. All Rights Reserved.