ພຣະທຳໂຢບ 5 - ພຣະຄຳພີສັກສິ1 “ໂຢບເອີຍ ຈົ່ງສົ່ງສຽງເອີ້ນ ມີຜູ້ໃດຈະຕອບແດ່ ມີເທວະດາຕົນໃດທີ່ເຈົ້າຫັນໜ້າຫາໄດ້ບໍ? 2 ຄວາມຮ້າຍຂ້າຄົນເບົາປັນຍາ, ຄວາມອິດສາຂ້າຄົນໂງ່. 3 ຂ້ອຍໄດ້ເຫັນຄົນໂງ່ຈ້າ ແຕ່ເບິ່ງຄືວ່າໝັ້ນຄົງ ແຕ່ເມື່ອຂ້ອຍຮ້ອງຂໍ ທັນໃດນັ້ນ ເຮືອນຂອງພວກເຂົາກໍຖືກສາບແຊ່ງ. 4 ພວກລູກຊາຍພວກເຂົາບໍ່ເຄີຍພົບຄວາມປອດໄພ ຈົນບໍ່ມີຜູ້ໃດຈະຢືນສູ້ຄວາມທີ່ສານໃຫ້ພວກເຂົາໄດ້. 5 ໂອ ຜົນເກັບກ່ຽວຂອງພວກເຂົານັ້ນ ຄົນຫິວກໍກິນເສຍ ແມ່ນແຕ່ສ່ວນທີ່ເອົາໜາມທຶບໄວ້ ພວກເຂົາກໍເອົາໄປ. ຄົນທີ່ຫິວໂຫຍນັ້ນ ກໍຈະຢຶດຊັບສົມບັດຂອງລາວຈົນໝົດກ້ຽງ. 6 ຄວາມຊົ່ວຊ້າບໍ່ໄດ້ງອກໃຫຍ່ຂຶ້ນຈາກດິນ ພື້ນດິນກໍບໍ່ໄດ້ຜະລິດຄວາມເດືອດຮ້ອນໃຫ້. 7 ບໍ່ແມ່ນດອກ ແມ່ນຄົນທີ່ເຮັດໃຫ້ຕົນເດືອດຮ້ອນເອງ ດັ່ງໝັດໄຟປິວອອກຈາກແປວໄຟນັ້ນແຫຼະ. 8 ຖ້າຂ້ອຍເປັນເຈົ້າກໍຈະຂໍໃຫ້ພຣະເຈົ້າເບິ່ງແຍງ ແລະສະເໜີເລື່ອງລາວໃຫ້ພຣະອົງຮູ້. 9 ພວກເຮົາເຂົ້າໃຈບໍ່ໄດ້ສິ່ງຍິ່ງໃຫຍ່ທີ່ພຣະອົງກະທຳ ແລະການອັດສະຈັນອັນບໍ່ມີທີ່ສິ້ນສຸດເປັນນັ້ນ. 10 ພຣະອົງໃຫ້ຝົນຕົກມາໃສ່ທົ່ວທັງດິນແດນ ແລະໃຫ້ທົ່ງໄຮ່ທົ່ງນາມີນໍ້າເພື່ອຫລໍ່ລ້ຽງ. 11 ຖືກຕ້ອງ ແມ່ນພຣະເຈົ້າຊົງຍົກຜູ້ທີ່ຖ່ອມຕົວລົງ ແລະຜູ້ທີ່ໄວ້ທຸກ ພຣະອົງກໍປະທານຄວາມປອດໄພໃຫ້. 12-14 ພຣະອົງຂັດຂວາງແຜນການຊົ່ວ ຂອງຄົນສະຫລາດແກມໂກງ ແລະດັກຈັບຄົນທີ່ຫລັກແຫລມ ຕາມກົນອຸບາຍຂອງເຂົາເຈົ້າ ເພື່ອວ່າພວກເຂົາຈະບໍ່ໄດ້ເຮັດໃຫ້ສຳເລັດຜົນ; ເຖິງແມ່ນກາງເວັນ ພວກເຂົາກໍງົມຢູ່ໃນຄວາມມືດ. 15 ແຕ່ພຣະເຈົ້າຊ່ວຍຄົນທຸກ ໃຫ້ພົ້ນຈາກຕາຍ; ພຣະອົງຊ່ວຍຄົນຂັດສົນຈາກການຖືກກົດຂີ່. 16 ພຣະອົງໃຫ້ຄົນທຸກລຳບາກມີຄວາມຫວັງໃຈ ແລະຊົງງັບປາກຄົນຊົ່ວໃຫ້ມິດງຽບ. 17 ຄວາມສຸກເປັນຂອງຜູ້ທີ່ພຣະເຈົ້າຕີສອນເດີ ຢ່າໂກດເຄືອງໃຈເມື່ອພຣະອົງຕຳໜິເຈົ້າ. 18 ພຣະອົງພັນບາດແຜໃຫ້ ເພາະຊົງໃຫ້ເກີດບາດເຈັບ; ມືພຣະອົງຂ້ຽນຕີ ແລະມືພຣະອົງປິ່ນປົວໃຫ້ດີໄດ້. 19 ພຣະອົງຈະຊ່ວຍເຈົ້າ ຈາກຖືກທຳຮ້າຍຫລາຍຄັ້ງຫລາຍຫົນ; 20 ເມື່ອມີຄວາມອຶດຢາກ ພຣະອົງຈະບໍ່ໃຫ້ຕາຍ ຍາມເສິກເສືອ ພຣະອົງຈະປ້ອງກັນເຈົ້າໄວ້. 21 ພຣະເຈົ້າຊ່ວຍກູ້ເອົາເຈົ້າໄວ້ຈາກຄົນນິນທາ; ພຣະອົງຈະຊ່ວຍເອົາ ເມື່ອຄວາມຈິບຫາຍມາຮອດ. 22 ເຈົ້າຈະຍີ້ມຫົວໃສ່ ຍາມລຳບາກແລະອຶດຫິວ ແລະບໍ່ຢ້ານກົວຕໍ່ສັດປ່ານາໆຊະນິດດ້ວຍ. 23 ທົ່ງນາທີ່ເຈົ້າໄຖນັ້ນ ຈະບໍ່ມີຫີນເຈືອປົນ ໝູ່ສັດຮ້າຍກໍຈະບໍ່ມາວົນວາຍທຳຮ້າຍເຈົ້າ. 24 ແລ້ວເຈົ້າຈະຢູ່ໃນທີ່ພັກຢ່າງເຕັມປ່ຽມສຸກສັນ; ເມື່ອແນມເບິ່ງຝູງແກະ ກໍຢູ່ສະບາຍຫາຍຮ້ອນ. 25 ເຈົ້າຈະມີລູກຫລານຫລວງຫລາຍເຫລືອຄະນານັບ ດັ່ງຫຍ້າຊ້ອນຂຽວຊອນລອນຕາມທົ່ງນາ. 26 ເໝືອນດັ່ງເຂົ້າສຸກແລ້ວ ລໍເຖິງລະດູກ່ຽວ ເຈົ້າຈະມີອາຍຸຍືນໝັ້ນຈົນແກ່ຊະຣາ. 27 ໂຢບເອີຍ ພວກເຮົາຮູ້ສິ່ງນີ້ ມາຕັ້ງແຕ່ນານ ມັນເປັນຄວາມຈິງ ບັດນີ້ ຈົ່ງຮັບເອົາມັນໄວ້ເຖີດ.” |
@ 2012 United Bible Societies. All Rights Reserved.