Biblia Todo Logo
Bìoball air-loidhne

- Sanasan -

ພຣະທຳ​ໂຢບ 42 - ພຣະຄຳພີສັກສິ

1 ແລ້ວ​ໂຢບ​ກໍໄດ້​ຕອບ​ພຣະເຈົ້າຢາເວ.


ໂຢບ

2 “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແລະ​ພຣະອົງ​ເຮັດ​ທຸກໆ​ສິ່ງ​ຕາມ​ໃຈ​ມັກ​ດ້ວຍ.

3 ພຣະອົງ​ກ່າວ​ວ່າ, ‘ເປັນຫຍັງ​ກ້າ​ຖາມ​ເຖິງ​ພຣະ​ປັນຍາ ເພາະ​ຂ້ານ້ອຍ​ເອງ​ໂງ່ຈ້າ​ທີ່ສຸດ.’ ຂ້ານ້ອຍ​ໄດ້​ເວົ້າ​ເຖິງ​ສິ່ງ​ທີ່​ຂ້ານ້ອຍ​ບໍ່​ເຂົ້າໃຈ ເຖິງ​ສິ່ງ​ທີ່​ອັດສະຈັນ​ຍິ່ງໃຫຍ່​ທີ່​ຂ້ານ້ອຍ​ຈະ​ຮູ້​ໄດ້.

4 ພຣະອົງ​ໄດ້​ບອກ​ໃຫ້​ຂ້ານ້ອຍ​ຟັງ ເມື່ອ​ພຣະອົງ​ເວົ້າ​ຈາ ແລະ​ໃຫ້​ຊອກ​ຕອບ​ຄຳຖາມ ທີ່​ພຣະອົງ​ຖາມ​ນັ້ນ.

5 ແລ້ວ​ກໍ​ພຽງແຕ່​ໄດ້​ຮູ້​ສິ່ງ​ທີ່​ຄົນອື່ນ​ໄດ້​ບອກ​ຂ້ານ້ອຍ ແຕ່​ບັດນີ້ ຂ້ານ້ອຍ​ເຫັນ​ພຣະອົງ​ດ້ວຍ​ຕາ​ແລ້ວ.

6 ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ອັບອາຍ​ຕໍ່​ສິ່ງ​ທີ່​ໄດ້​ກ່າວ​ຈາ ຂ້ານ້ອຍ​ເສຍໃຈ ຈຶ່ງ​ນັ່ງ​ທີ່​ຂີ້ຝຸ່ນ​ດິນ​ແລະ​ຂີ້ເຖົ່າ.”


ບົດ​ສົ່ງທ້າຍ

7 ຫລັງຈາກ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂຢບ​ສຸດ​ແລ້ວ ພຣະເຈົ້າຢາເວ​ກໍ​ກ່າວ​ຕໍ່​ເອລີຟັດ​ຊາວ​ເຕມານ​ວ່າ, “ເຮົາ​ໃຈຮ້າຍ​ໃຫ້​ເຈົ້າ ແລະ​ເພື່ອນ​ສອງ​ຄົນ​ຂອງ​ເຈົ້າ ເພາະ​ພວກເຈົ້າ​ບໍ່ໄດ້​ເວົ້າ​ຄວາມຈິງ​ກ່ຽວກັບ​ເຮົາ ຕາມ​ວິທີ​ທີ່​ໂຢບ​ຄົນ​ຮັບໃຊ້​ຂອງເຮົາ​ໄດ້​ເວົ້າ.

8 ບັດນີ້ ຈົ່ງ​ເອົາ​ງົວເຖິກ​ເຈັດ​ໂຕ ແລະ​ແກະເຖິກ​ເຈັດ​ໂຕ​ໄປ​ໃຫ້​ໂຢບ ເພື່ອ​ເຜົາບູຊາ​ສຳລັບ​ຄວາມຜິດ​ຂອງ​ພວກເຈົ້າ. ໂຢບ​ຈະ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ ແລະ​ເຮົາ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ລາວ ແລະ​ເຮົາ​ຈະ​ບໍ່​ເອົາ​ໂທດ ຕາມ​ທີ່​ພວກເຈົ້າ​ຄວນ​ໄດ້​ຮັບ. ພວກເຈົ້າ​ບໍ່ໄດ້​ເວົ້າ​ຄວາມຈິງ​ກ່ຽວກັບ​ເຮົາ​ດັ່ງ​ທີ່​ໂຢບ​ໄດ້​ເວົ້າ.”

9 ເອລີຟັດ​ຊາວ​ເຕມານ, ບິນດາດ​ຊາວ​ຊູອາ ແລະ​ໂຊພາ​ຊາວ​ນາອາມາ ກະທຳ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ພວກເຂົາ ແລະ​ພຣະເຈົ້າຢາເວ​ກໍໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ໂຢບ.

10 ຕໍ່ມາ ຫລັງຈາກ​ໂຢບ​ໄດ້​ພາວັນນາ​ອະທິຖານ​ສຳລັບ​ເພື່ອນ​ທັງ​ສາມ​ຄົນ​ແລ້ວ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ໂຢບ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່; ແລະ​ພຣະເຈົ້າຢາເວ​ໃຫ້​ເພິ່ນ​ຮັ່ງມີ​ຕື່ມ​ອີກ​ເຖິງ​ສອງ​ເທົ່າ ໃນ​ສິ່ງ​ທີ່​ເພິ່ນ​ເຄີຍ​ມີ​ມາ​ກ່ອນ.

11 ພວກອ້າຍ​ເອື້ອຍ​ນ້ອງ​ຂອງ​ໂຢບ ແລະ​ພວກ​ໝູ່ເພື່ອນ​ເກົ່າແກ່ ຕ່າງ​ກໍໄດ້​ມາ​ຢ້ຽມຢາມ​ໂຢບ ແລະ​ກິນລ້ຽງ​ສະຫລອງ​ທີ່​ເຮືອນ​ຂອງ​ເພິ່ນ. ພວກເຂົາ​ໄດ້​ສະແດງ​ຄວາມ​ເຫັນອົກເຫັນໃຈ ແລະ​ເລົ້າໂລມ​ເພິ່ນ​ສຳລັບ​ຄວາມ​ເດືອດຮ້ອນ​ທັງໝົດ ທີ່​ພຣະເຈົ້າຢາເວ​ໄດ້​ນຳ​ມາ​ສູ່​ເພິ່ນ, ແຕ່ລະຄົນ​ໃນ​ພວກເຂົາ​ໄດ້​ເອົາ​ເງິນ​ບາງສ່ວນ ແລະ​ແຫວນ​ຄຳ​ຜູ້ລະ​ວົງ​ໃຫ້​ໂຢບ.

12 ພຣະເຈົ້າຢາເວ​ໄດ້​ອວຍພອນ​ຊີວິດ​ບັ້ນປາຍ​ຂອງ​ໂຢບ ຫລາຍກວ່າ​ພຣະອົງ​ໄດ້​ອວຍພອນ​ຊີວິດ​ບັ້ນຕົ້ນ​ຂອງ​ເພິ່ນ. ໂຢບ​ມີ​ແກະ​ສິບສີ່ພັນ​ໂຕ, ອູດ​ຫົກພັນ​ໂຕ, ງົວ​ສອງພັນ​ໂຕ ແລະ​ລໍ​ໜຶ່ງພັນ​ໂຕ.

13 ເພິ່ນ​ໄດ້​ມີ​ລູກຊາຍ​ເຈັດ​ຄົນ ແລະ​ລູກສາວ​ສາມ​ຄົນ.

14 ເພິ່ນ​ໄດ້​ໃສ່​ຊື່​ລູກສາວ​ກົກ​ວ່າ ເຢມີມາ, ລູກສາວ​ຜູ້​ທີ​ສອງ​ວ່າ ເກຊີຢາ ແລະ​ລູກສາວ​ຜູ້ນ້ອຍ​ວ່າ ເກເຣັນຮັບປຸກ.

15 ບໍ່ມີ​ຍິງ​ຜູ້ໃດ​ໃນ​ໂລກນີ້ ທີ່​ງາມ​ເທົ່າ​ກັບ​ລູກສາວ​ຂອງ​ໂຢບ. ພໍ່​ຂອງ​ພວກເຂົາ​ໄດ້​ແບ່ງ​ສ່ວນ​ມໍຣະດົກ​ໃຫ້​ຄືກັນ​ກັບ​ອ້າຍ​ຂອງ​ພວກເຂົາ.

16 ຫລັງຈາກ​ນັ້ນ​ມາ ໂຢບ​ກໍ​ມີ​ຊີວິດ​ຢູ່​ອີກ​ໜຶ່ງຮ້ອຍ​ສີ່ສິບ​ປີ ນານ​ພໍ​ເຫັນ​ຫລານ​ເຫຼັນ​ຂອງຕົນ.

17 ແລ້ວ​ເພິ່ນ​ກໍໄດ້​ຕາຍໄປ ເມື່ອ​ເຖົ້າແກ່​ຫລາຍ​ທີ່ສຸດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan