Biblia Todo Logo
Bìoball air-loidhne

- Sanasan -

ພຣະທຳ​ໂຢບ 41 - ພຣະຄຳພີສັກສິ

1 ຜູ້ໃດ​ແດ່​ຈັບ​ເລວີອາທັນ ໄດ້​ດ້ວຍ​ສາຍ​ເບັດ​ນໍ? ຫລື​ມັດ​ລີ້ນ​ມັນ​ດ້ວຍ​ເຊືອກ​ໄວ້​ໄດ້?

2 ເຈົ້າ​ເອົາ​ເຊືອກ​ຄ້ອງ​ຮູ​ດັງ​ມັນ​ໄວ້​ໄດ້​ບໍ? ຫລື​ໃຊ້​ຂໍເກາະ​ຄາງ​ມັນ​ຄຸມ​ໄວ້​ໄດ້​ຫລື​ບໍ່?

3 ມັນ​ຈະ​ຂໍຮ້ອງ​ເຈົ້າ​ໃຫ້​ປ່ອຍ​ມັນ​ໄປ​ບໍ? ມັນ​ຈະ​ຂໍ​ໃຫ້​ເຈົ້າ​ເມດຕາ​ມັນ​ຫລື​ບໍ່?

4 ມັນ​ຈະ​ຍິນຍອມ​ເຮັດ​ຂໍ້​ຕົກລົງ​ກັບ​ເຈົ້າ​ບໍ? ແລະ​ສັນຍາ​ຈະ​ຍອມ​ຮັບໃຊ້​ເຈົ້າ​ສືບໄປ​ຫລືບໍ່?

5 ເຈົ້າ​ຈະ​ມັດ​ມັນ​ໄວ້​ດັ່ງ​ມັດ​ນົກ​ລ້ຽງ​ໄດ້​ບໍ? ເພື່ອ​ເປັນ​ສິ່ງ​ເພີດເພີນ​ໃຫ້​ສາວ​ຮັບໃຊ້​ຂອງເຈົ້າ?

6 ຄົນ​ຫາປາ​ນັ້ນ ຈະ​ຕໍ່​ລອງ​ກັບ​ມັນ​ໄດ້​ບໍ? ພໍ່ຄ້າ​ຈະ​ຕັດ​ເປັນ​ຕ່ອນ​ຂາຍ​ທີ່​ຕະຫລາດ​ໄດ້​ຫລື​ບໍ່?

7 ເຈົ້າ​ເອົາ​ຫອກ​ສຽບ​ໜັງ​ຂອງ​ມັນ​ໄດ້​ບໍ? ຫລື​ໃຊ້​ຫລາວ​ແທງ​ຫົວ​ຂອງ​ມັນ​ໄດ້​ຫລື​ບໍ່?

8 ລອງ​ບາຍ​ມັນ​ເບິ່ງ​ເທື່ອໜຶ່ງ ຈະ​ບໍ່​ຢາກ​ລອງ​ອີກ​ເລີຍ ຖ້າ​ເຈົ້າ​ເຄີຍ​ຕໍ່ສູ້​ມັນ ເຈົ້າ​ຈະ​ລືມ​ບໍ່​ລົງ​ຈັກເທື່ອ.

9 ມະນຸດ​ໝົດ​ຫວັງ ທີ່​ຈະ​ປາບ​ມັນ​ໃຫ້​ຮູ້ຄວາມ ພໍ​ຫລຽວເຫັນ​ມັນ ກໍ​ຫງາຍ​ຫລັງ​ລົງ​ກັບ​ພື້ນ.

10 ເມື່ອ​ມັນ​ຕື່ນ​ຂຶ້ນ ມັນ​ກໍ​ໂຫດຮ້າຍ​ເຫລືອຫລາຍ ບໍ່ມີ​ຜູ້ໃດ​ກ້າ​ຢືນ​ຢູ່ ສູ້ໜ້າ​ກັບ​ມັນ​ໄດ້.

11 ຜູ້ໃດ​ແດ່​ໂຈມຕີ​ມັນ​ໄດ້ ແລະ​ຍັງ​ຢູ່​ຢ່າງ​ປອດໄພ? ບໍ່ມີ​ຜູ້ໃດ​ໃນ​ທົ່ວໂລກ​ນີ້ ທີ່​ສາມາດ​ເຮັດ​ໄດ້.

12 ຂໍ​ໃຫ້​ເຮົາ​ບອກ​ເຈົ້າ​ກ່ຽວກັບ​ຂາ​ຂອງ​ມັນ ເລົ່າ​ເຖິງ​ຄວາມ​ຍິ່ງໃຫຍ່​ແລະ​ເຫື່ອແຮງ​ມັນ​ພ້ອມ.

13 ບໍ່ມີ​ຜູ້ໃດ​ເອົາ​ເຄື່ອງ​ຊັ້ນນອກ​ມັນ​ມາ​ຈີກ​ໄດ້​ເລີຍ ຫລື​ແທງ​ເຂົ້າ​ໃນ​ເສື້ອຫຸມເກາະ ທີ່​ມັນ​ນຸ່ງ​ນັ້ນ​ໄດ້.

14 ຜູ້ໃດ​ເຮັດ​ໃຫ້​ມັນ​ອ້າ​ຄາງກະໄຕ​ໄດ້​ແດ່ ຊຶ່ງ​ມີ​ແຕ່​ແຂ້ວ​ຄົມ​ໜ້າ​ສະຫຍອງ​ຂວັນ?

15 ທີ່​ຫລັງ ມັນ​ນັ້ນ​ເຮັດ​ດ້ວຍ​ໂລ້​ເປັນ​ແຖວໆ ຜູກ​ມັດ​ເຂົ້າ​ກັນ ແລະ ແຂງ​ສໍ່າ​ກັບ​ຫີນ​ເປັນ​ກ້ອນ.

16 ແຕ່ລະອັນ​ຕິດ​ເຂົ້າ​ກັນ​ໄດ້​ໜາແໜ້ນ​ກັບ​ຕົວ ແມ່ນແຕ່​ລົມ​ກໍ​ພັດ​ຜ່ານ​ທາງກາງ​ເຂົ້າ​ໄປ​ບໍ່ໄດ້.

17 ທັງໝົດ​ນັ້ນ​ຜູກ​ກັນ​ເຂົ້າ​ສະໜິດແໜ້ນ​ທີ່ສຸດ ຊຶ່ງ​ບໍ່ມີ​ສິ່ງໃດ​ດຶງ​ມັນ​ອອກ​ເປັນ​ປ່ຽງໆ​ໄດ້.

18 ໄຟ​ມາບແມບ​ຂຶ້ນ ເມື່ອ​ມັນ​ຈາມ​ອອກ​ມາ ຕາ​ມັນ​ກໍ​ລຸກ​ແດງ​ເປັນ​ແສງ ດັ່ງ​ຕາເວັນ​ກຳລັງ​ຂຶ້ນ.

19 ແປວ​ໄຟ​ອອກ​ມາ​ຈາກ​ທາງ​ໃນ​ປາກ​ຂອງມັນ ແລະ​ມີ​ກະແສ​ໄຟ​ກະຈາຍ​ອອກ​ມາ​ພ້ອມ.

20 ຄວັນ​ກໍ​ຟົ້ງ​ອອກ​ມາ​ຈາກ​ທາງ​ຮູດັງ​ຂອງ​ມັນ ດັ່ງ​ຄວັນໄຟ​ໄໝ້​ຫຍ້າຄາ​ທີ່​ຟົ້ງ​ຂຶ້ນ​ຈາກ​ໃຕ້​ກົ້ນໝໍ້.

21 ລົມ​ຫາຍໃຈ​ມັນ​ຕິດໄຟ​ໃຫ້​ລຸກ​ໄໝ້​ໄດ້​ໃຫຍ່ ເປັນ​ແປວໄຟ​ທີ່​ພົ່ນ​ອອກ​ຈາກ​ໃນ​ປາກ​ຂອງ​ມັນ.

22 ຄໍ​ຂອງ​ມັນ​ນັ້ນ​ມີ​ອຳນາດ​ຢ່າງ​ມະຫາສານ ຊຶ່ງ​ທຸກຄົນ​ທີ່​ພົບ​ກໍ​ຢ້ານກົວ​ຕົວ​ສັ່ນເຊັນ​ທັງນັ້ນ.

23 ໃນ​ໜັງ​ມັນ​ນັ້ນ ບໍ່ມີ​ຈຸດ​ອ່ອນ​ບ່ອນ​ໃດ​ເລີຍ ມັນ​ແຂງແກ່ນ​ເຫລືອຫລາຍ​ຊໍ່າ​ກັບ​ເຫລັກກ້າ.

24 ຈິດໃຈ​ມັນ​ແຂງ​ກະດ້າງ ແລະ​ບໍ່​ຢ້ານ​ຫຍັງ​ເລີຍ ບໍ່ເຄີຍ​ຈຳນົນ​ຕໍ່​ຜູ້ໃດ ແລະ​ແຂງ​ດັ່ງ​ຫີນ​ໂມ້ແປ້ງ.

25 ເມື່ອ​ລຸກ​ຂຶ້ນ ຜູ້​ແຂງແຮງ​ທີ່ສຸດ ກໍ​ຍັງ​ສັ່ນເຊັນ; ພວກເຂົາ​ສິ້ນຫວັງ​ໝົດ ແລະ​ຕ່າງ​ກໍ​ເກີດ​ຢ້ານ.

26 ບໍ່ມີ​ດາບ​ໃດໆ ເຮັດ​ໃຫ້​ມັນ​ບາດເຈັບ​ໄດ້​ເລີຍ ແມ່ນແຕ່​ຫອກ​ຫລື​ລູກທະນູ​ຫລື​ຫລາວ​ກໍ​ບໍ່ໄດ້.

27 ສຳລັບ​ມັນ​ແລ້ວ​ໂລຫະ​ນັ້ນ​ເປັນ​ຄື​ກັບ​ເຟືອງ ແລະ​ທອງເຫລືອງ​ກໍ​ອ່ອນ​ດັ່ງ​ໄມ້ໂດກ.

28 ບໍ່ມີ​ລູກ​ໜ້າທະນູ​ໃດໆ ຈະ​ເຮັດ​ໃຫ້​ມັນ​ແລ່ນ​ໜີໄປ ເອົາ​ກ້ອນຫີນ​ແກວ່ງ​ໃສ່​ມັນ ກໍ​ສໍ່າ​ກັບ​ຕີ​ຕໍ​ເຟືອງ​ເທົ່ານັ້ນ.

29 ໄມ້ຄ້ອນ​ກໍ​ເປັນ​ພຽງແຕ່​ຕໍ​ເຟືອງ​ສຳລັບ​ມັນ ແລະ​ມັນ​ຫົວເລາະ​ຫຍໍ້ຫຍັນ​ເມື່ອ​ຄົນ​ຊັດ​ຫອກ​ໃສ່.

30 ທ້ອງ​ມັນ​ເປັນ​ດັ່ງ​ປ່ຽງ​ເສດ​ໝໍ້​ແຕກ​ອັນ​ຄົມໆ ມັນ​ບຸ​ຂີ້ຕົມ​ໄປ​ດັ່ງ​ຄາດ​ທີ່​ກຳລັງ​ຄາດ.

31 ມັນ​ເຮັດ​ໃຫ້​ທະເລ​ຟອງ​ຂຶ້ນ​ດັ່ງ​ນໍ້າ​ຮ້ອນ​ຟົດ ແລະ​ຟອງ​ເປັນ​ຈູມປວກ​ດັ່ງ​ນໍ້າ​ຟົດ​ໃນ​ໝໍ້ກາ.

32 ມັນ​ປະ​ທາງ​ເຫລື້ອມ​ແມບມາບ​ໄວ້​ເບື້ອງຫລັງ​ຂອງ​ມັນ ແລະ​ປ່ຽນ​ນໍ້າ​ທະເລ​ໃຫ້​ເປັນ​ຟອງ​ສີຂາວ​ປຸມປວກ.

33 ບໍ່ມີ​ສິ່ງໃດ​ໃນ​ໂລກນີ້ ຈະ​ປຽບ​ກັບ​ມັນ​ໄດ້​ເລີຍ ມັນ​ເປັນ​ສັດ​ທີ່​ຖືກ​ສ້າງ​ມາ ບໍ່​ໃຫ້​ມີ​ຄວາມຢ້ານ.

34 ມັນ​ຫຍໍ້ຫຍັນ​ສັດ​ຕ່າງໆ ທີ່​ທະນົງ​ຕົວ​ທີ່ສຸດ ເປັນ​ກະສັດ​ບັນດາ​ສັດ​ທຸກ​ໂຕ ທີ່​ອາໄສ​ຢູ່​ໃນ​ປ່າ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan