ພຣະທຳໂຢບ 40 - ພຣະຄຳພີສັກສິ1-2 ແລ້ວພຣະເຈົ້າຢາເວກໍໄດ້ຕອບໂຢບວ່າ, “ໂຢບເອີຍ ເຈົ້າທ້າທາຍແມ່ນແຕ່ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ມາບັດນີ້ ເຈົ້າຈະປ່ຽນໃຈແລະເຊົາ ຫລືຈະໃຫ້ເຮົາເອົາຄຳຕອບຈາກເຈົ້າ?” ໂຢບ 3-4 “ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍເວົ້າໄປຢ່າງໂງ່ຈ້າ ຂ້ານ້ອຍຈະຕອບພຣະອົງໄດ້ຢ່າງໃດ? ຂ້ານ້ອຍຈະບໍ່ພະຍາຍາມ ເວົ້າສິ່ງໃດໆຕໍ່ໄປອີກແລ້ວ. 5 ຂ້ານ້ອຍເວົ້າຫລາຍແລ້ວ ແລະຈະບໍ່ເວົ້າອີກຕໍ່ໄປ ຂ້ານ້ອຍຂໍຢືນຢັນວ່າຈະບໍ່ຂໍເວົ້າຫຍັງອີກ.” 6 ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ໂຢບອອກມາຈາກລົມພະຍຸເທື່ອໜຶ່ງອີກ. ພຣະເຈົ້າຢາເວ 7 “ບັດນີ້ ຈົ່ງລຸກຢືນຂຶ້ນດັ່ງລູກຜູ້ຊາຍຜູ້ໜຶ່ງ ຕອບຄຳຖາມທີ່ເຮົາຈະຖາມເຈົ້າມາເບິ່ງດູ. 8 ເຈົ້າກຳລັງລອງພິສູດເບິ່ງວ່າເຮົາບໍ່ທ່ຽງທຳບໍ? ຫາວ່າເຮົາເປັນຝ່າຍຜິດ ເຈົ້າເປັນຝ່າຍຖືກຫລືນີ້? 9 ເຈົ້າເຂັ້ມແຂງເທົ່າກັນກັບເຮົາບໍ? ສຽງເຈົ້າກ້ອງສະໜັ່ນດັ່ງສຽງຂອງເຮົາຫລືບໍ່? 10 ຖ້າດັ່ງນັ້ນ ຈົ່ງລຸກຂຶ້ນດ້ວຍກຽດສັກສີ ເອົາສະຫງ່າງາມແລະສະຫງ່າຣາສີຫຸ້ມຕົວເຈົ້າໄວ້. 11 ຈົ່ງຈ້ອງຕາເບິ່ງຄົນທີ່ອວດອົ່ງຈອງຫອງ ເທຄວາມໂກດຮ້າຍຂອງເຈົ້າລົງໃຫ້ພວກເຂົາອ່ອນນ້ອມ. 12 ແມ່ນແລ້ວ ຈົ່ງຈ້ອງຕາເບິ່ງຢຽບຢໍ່າພວກເຂົາລົງ ຢຽບຄົນຊົ່ວໃຫ້ໝຸ່ນທະລາຍ ໃນບ່ອນທີ່ພວກເຂົາຢືນຢູ່ນັ້ນ. 13 ຝັງພວກເຂົາທັງໝົດໄວ້ຢູ່ໃນພື້ນດິນສາ ມັດພວກເຂົາໄວ້ກັບແດນມໍຣະນາເຖີດ. 14 ແລ້ວເຮົາຈະເປັນຜູ້ທຳອິດທີ່ຈະກ່າວຊົມເຊີຍ ຍອມຮັບວ່າເຈົ້າເອງເປັນຜູ້ໄດ້ໄຊຊະນະ. 15 ຈົ່ງເບິ່ງເບເຮໂມດ ທີ່ເຮົາສ້າງດັ່ງໄດ້ສ້າງເຈົ້າມາ ມັນກໍກິນຫຍ້າເໝືອນກັນກັບງົວໂຕໜຶ່ງ 16 ແຕ່ໃນຮ່າງກາຍນັ້ນ ມັນມີກຳລັງເຫຼືອຫລາຍ ອຳນາດຫຍັງນໍທີ່ຢູ່ໃນກ້າມຊີ້ນຂອງມັນນັ້ນ 17 ຫາງຂອງມັນຊີ້ຂຶ້ນ ດັ່ງຕົ້ນສົນສີດາ ກ້າມຊີ້ນໃນຂາຂອງມັນ ກໍແຂງແຮງພີລຶກ. 18 ກະດູກຂອງມັນນັ້ນ ແຂງຄືກັບທອງເຫລືອງ ແລະຂາກໍແຂງຫລາຍ ຄືກັນກັບເຫລັກທ່ອນ. 19 ຊ່າງປະຫລາດແທ້ໆທຸກໆສິ່ງທີ່ເຮົາໄດ້ສ້າງມາ ມີແຕ່ພຣະຜູ້ສ້າງຂອງມັນເອົາຊະນະມັນໄດ້. 20 ເນີນພູຕ່າງໆມີອາຫານສຳລັບໄວ້ລ້ຽງມັນ ສັດປ່າທັງຫລາຍກໍພາກັນມາແລ່ນຫລີ້ນ. 21 ແຕ່ມັນຢຽດລົງນອນຢູ່ທີ່ກ້ອງຕົ້ນພຸ່ມໜາມ ແລະລີ້ຢູ່ທ່າມກາງຕົ້ນອໍ້ໃນໜອງໃຫຍ່. 22 ຕົ້ນໜາມແລະຕົ້ນໄຄ້ຕາມແມ່ນໍ້າລຳທານ ກໍແມ່ນຮົ່ມເປັນທີ່ພັກເຊົາແກ່ມັນທັງນັ້ນ. 23 ມັນບໍ່ຢ້ານ ເມື່ອແມ່ນໍ້າໄຫລຊຸມັນໄປ ມັນມິດງຽບສະໜິດ ເມື່ອນໍ້າໄຫລຊັດຖືກໜ້າ. 24 ຜູ້ໃດເຮັດໃຫ້ຕາມັນບອດ ແລະຈັບກຸມໄດ້ແດ່? ຫລືຜູ້ໃດເອົາບ້ວງຄ້ອງຮູດັງມັນດຶງໄວ້ໄດ້ນໍ? |
@ 2012 United Bible Societies. All Rights Reserved.