ພຣະທຳໂຢບ 4 - ພຣະຄຳພີສັກສິການສົນທະນາຄັ້ງທີໜຶ່ງ ເອລີຟັດ ( 4:1–14:22 ) 1-2 “ໂຢບເອີຍ ຖ້າຂ້ອຍເວົ້າຈະບໍ່ລົບກວນເຈົ້າບໍ? ຂ້ອຍອົດມິດເສີຍຕໍ່ໄປອີກບໍ່ໄດ້ແລ້ວ. 3 ເຈົ້າເຄີຍສອນຄົນມາແລ້ວຕັ້ງຫລວງຫລາຍ ແລະຊ່ວຍຊູຜູ້ອ່ອນແຮງໃຫ້ເຂັ້ມແຂງຂຶ້ນ. 4 ເມື່ອຄົນໜຶ່ງສະດຸດລົ້ມໝົດແຮງແລະເມື່ອຍອ່ອນ, ຄຳບອກສອນຂອງເຈົ້າກໍຊ່ວຍຍູ້ໃຫ້ເຂົາຢືນຂຶ້ນ. 5 ບັດນີ້ ແມ່ນທີຂອງເຈົ້າທີ່ລຳບາກຂັດສົນ ເຈົ້າສູ້ຈົນບໍ່ໄຫວຈຶ່ງເຮັດໃຫ້ເຈົ້າມຶນງົງຢູ່. 6 ເຈົ້າຢຳເກງພຣະເຈົ້າແລະຊີວິດກໍບໍ່ດ່າງພອຍ, ສະນັ້ນ ເຈົ້າຈົ່ງໝັ້ນໃຈ ແລະຫວັງໃຈເອົາໄວ້. 7 ບັດນີ້ ເຈົ້າຈົ່ງຄິດທົບທວນເບິ່ງດູວ່າ ມີຄົນທຳຊອບຜູ້ໃດເຄີຍພົບໄພພິບັດ. 8-9 ຂ້ອຍເຄີຍເຫັນຄົນໄຖຄາດຄວາມຊົ່ວນາໆ ແລະປູກຝັງຄວາມຜິດດັ່ງເມັດຂອງພັນພືດ; ບັດນີ້ ກໍເລີຍເກັບກ່ຽວໄດ້ສິ່ງຊົ່ວຮ້າຍແລະຜິດໆ ພຣະເຈົ້າໂກດຮ້າຍທັງທຳລາຍພວກເຂົາດັ່ງພະຍຸກ້າ. 10 ຄົນຊົ່ວແຜດສຽງຮ້ອງດັງກ້ອງດັ່ງໂຕສິງ, ແຕ່ພຣະເຈົ້າໃຫ້ພວກເຂົາມິດແລະຫັກແຂ້ວພວກເຂົາຖິ້ມ. 11 ດັ່ງສິງໂຕມີແຮງ ກໍຍັງພິນາດເພາະຂາດເຫຍື່ອ ແລະລູກຂອງສິງກໍແຕກກະຈັດກະຈາຍໄປ. 12 ຄັ້ງໜຶ່ງ ມີຖ້ອຍຄຳມາເຖິງຂ້ອຍຢ່າງງຽບໆ ສຽງດັງຄ່ອຍໆ ຈົນຂ້ອຍເກືອບບໍ່ໄດ້ຍິນ. 13 ດັ່ງຝັນຮ້າຍທີ່ກຸກກວນຂ້ອຍຕອນນອນຫລັບ ຂ້ອຍນອນຫລັບໆຕື່ນໆສັບສົນວຸ້ນວາຍໃຈຍ້ອນ. 14 ຂ້ອຍຈຶ່ງມົວແຕ່ຢ້ານ ແລະຂົນລຸກເຕັມຕົວ; ທົ່ວທັງຮ່າງກາຍສັ່ນເຊັນດ້ວຍຄວາມຢ້ານ. 15 ລົມເບົາໆພັດມາແຕະຕ້ອງໃບໜ້າຜ່ານໄປ ແລະຂົນລຸກຕາມຕົນຕົວສັ່ນເຊັນດ້ວຍຄວາມຢ້ານ. 16 ຂ້ອຍເຫັນສິ່ງໜຶ່ງຢູ່ຫັ້ນຢືນຈຶ້ງຢູ່ບໍ່ເໜັງຕີງ; ຂ້ອຍສັກຕາເບິ່ງແຕ່ບອກບໍ່ໄດ້ວ່າແມ່ນຫຍັງແທ້. ແລ້ວຂ້ອຍກໍໄດ້ຍິນສຽງໜຶ່ງພວມເວົ້າອອກມາ ເປັນສຽງທີ່ດັງມາຈາກຄວາມງຽບດັ່ງນີ້: 17 ມີຜູ້ໃດແດ່ຊອບທຳໃນສາຍຕາ ຂອງພຣະເຈົ້ານໍ ຫລືມີຜູ້ໃດແດ່ບໍຣິສຸດຕໍ່ໜ້າ ອົງພຣະຜູ້ສ້າງຂອງຕົນໄດ້? 18 ພຣະເຈົ້າບໍ່ໄວ້ໃຈຜູ້ຮັບໃຊ້ພຣະອົງໃນສະຫວັນ; ຊົງພົບແມ່ນແຕ່ຄວາມຜິດໃນຝູງເທວະດານັ້ນ. 19 ເຈົ້າຄິດວ່າພຣະອົງຈະໄວ້ວາງໃຈຕໍ່ ສິ່ງທີ່ຖືກສ້າງຈາກດິນໜຽວຊັ້ນບໍ? ສິ່ງທີ່ເປັນຂີ້ດິນອາດຖືກຢຽບໝຸ່ນ ໃຫ້ທະລາຍໄປດັ່ງແມງເມົ່າກໍໄດ້. 20 ຄົນໜຶ່ງອາດມີຊີວິດຢູ່ໄດ້ໃນຍາມເຊົ້າ ແຕ່ຕາຍຢ່າງບໍ່ຄາດຄິດ ເມື່ອຕອນແລງມາຮອດ. 21 ສິ່ງທັງໝົດທີ່ລາວມີຢູ່ ກໍສູນເສຍໄປໝົດ; ເມື່ອລາວຕາຍໄປກໍຍັງບໍ່ມີປັນຍາຊໍ້າ.” |
@ 2012 United Bible Societies. All Rights Reserved.