ພຣະທຳໂຢບ 39 - ພຣະຄຳພີສັກສິ1 ເຈົ້າຮູ້ບໍວ່າແບ້ແມ່ທີ່ເທິງພູເຂົາເກີດມາເມື່ອໃດ? ເຈົ້າໄດ້ເຝົ້າເບິ່ງກວາງອອກລູກຫລືບໍ່? 2 ເຈົ້າຮູ້ວ່າມັນມີທ້ອງດົນນານປານໃດບໍ? ເຈົ້າຮູ້ວ່າເວລາໃດມັນເກີດມາຫລືບໍ່? 3 ເຈົ້າຮູ້ວ່າພວກມັນໝູບໂຕລົງເມື່ອໃດບໍ? ແລະເມື່ອໃດມັນເກີດລູກມາຢູ່ໃນໂລກນີ້ບໍ? 4 ໃນກາງປ່າ ລູກນ້ອຍມັນໃຫຍ່ຂຶ້ນແລະເຂັ້ມແຂງ ພວກມັນໜີໄປແລະບໍ່ກັບຄືນມາອີກ. 5 ຜູ້ໃດໄດ້ໃຫ້ອິດສະລະພາບແກ່ລໍປ່າທັງຫລາຍ? ຜູ້ໃດປ່ອຍໃຫ້ລໍປ່າແລ່ນໄປຢ່າງກະໂດດໂລດເຕັ້ນ? 6 ເຮົາໃຫ້ຖິ່ນແຫ້ງແລ້ງເປັນທີ່ອາໄສຂອງພວກມັນ ແລະປ່ອຍໃຫ້ຢູ່ຕາມທົ່ງພຽງທີ່ມີດິນເຄັມນັ້ນ. 7 ພວກມັນຢູ່ໄກຈາກເມືອງທີ່ອຶກກະທຶກສັບສົນ ແລະບໍ່ມີຜູ້ໃດເອົາມັນມາຝຶກແອບເຮັດວຽກໄດ້. 8 ເນີນພູແມ່ນທົ່ງຫຍ້າບ່ອນທີ່ມັນຫາຢູ່ຫາກິນ ຄືຊອກຫາພືດໃບຂຽວມາກິນເປັນອາຫານໄດ້. 9 ຄວາຍປ່ານັ້ນມັນຈະເຮັດວຽກໃຫ້ເຈົ້າບໍ? ມັນຈະຄ້າງຄືນຢູ່ໃນຄອກຂອງເຈົ້າຫລືບໍ່? 10 ເຈົ້າມັດໂຕໜຶ່ງໄວ້ແລະໃສ່ແອກໃຫ້ໄຖນາໄດ້ບໍ? ຫລືເຮັດໃຫ້ມັນແກ່ຄາດໃນນາຂອງເຈົ້າໄດ້ຫລືບໍ່? 11 ເຈົ້າເພິ່ງກຳລັງອັນຍິ່ງໃຫຍ່ຂອງມັນໄດ້ບໍ? ເຈົ້າຫວັງໃຫ້ມັນມາເຮັດວຽກໜັກໃຫ້ເຈົ້າໄດ້ຫລືບໍ່? 12 ເຈົ້າຫວັງໃຫ້ມັນແກ່ຜົນລະປູກໄປໄວ້ໄດ້ບໍ? ແລະຮິບໂຮມເມັດເຂົ້າໃນລານໄວ້ໄດ້ຫລືບໍ່? 13 ປີກນົກກະຈອກເທດພືອອກໄດ້ໄວສໍ່າໃດ ແຕ່ມັນບິນດັ່ງນົກກະສາດຳບໍ່ໄດ້. 14 ນົກກະຈອກເທດປ່ອຍໄຂ່ມັນໄວ້ຢູ່ເທິງໜ້າດິນ ເພື່ອຄວາມຮ້ອນໃນດິນຊ່ວຍຟັກໄຂ່ໃຫ້ມັນໄດ້. 15 ມັນບໍ່ຮູ້ວ່າຕີນຂອງພວກມັນອາດຈະຢຽບໄຂ່ມັນ ຫລືສັດປ່າໂຕໜຶ່ງຢຽບໄຂ່ນັ້ນໃຫ້ແຕກ. 16 ມັນເຮັດຄືວ່າໄຂ່ນັ້ນບໍ່ເປັນຂອງມັນເລີຍ ແລະບໍ່ເຄີຍຫ່ວງໃຍວ່າເຫື່ອແຮງຈະເສຍໄປລ້າໆ. 17 ເພາະວ່າພຣະເຈົ້າ ທີ່ໄດ້ເຮັດໃຫ້ມັນໂງ່ງ່າວ ແລະບໍ່ໃຫ້ມັນມີສະຕິປັນຍາຫຍັງຈັກດີ້. 18 ແຕ່ເມື່ອມັນເລີ່ມກ້າວແລ່ນອອກໄປ ມັນກໍຈະຫົວໃສ່ຄົນທີ່ຂີ່ມ້າຫອບໄປນັ້ນ. 19 ໂຢບເອີຍ ແມ່ນເຈົ້າບໍທີ່ເຮັດໃຫ້ມ້າແຂງແຮງ ແລະໃຫ້ມັນມີຂົນຫຸ້ມຄໍຂອງມັນນັ້ນ? 20 ເຈົ້າເຮັດໃຫ້ມ້າຫອບດັ່ງຕັກແຕນເຕັ້ນໄດ້ບໍ? ດ້ວຍສຽງຮ້ອງຂອງມັນເຮັດໃຫ້ຄົນຢ້ານຫລືບໍ່? 21 ໂບກຕີນມັນຄວັດພື້ນດິນທີ່ຮ່ອມພູຢ່າງກະຫາຍ; ຮີບຮ້ອນເຂົ້າສູ່ເສິກຢ່າງສຸດກຳລັງຂອງມັນນັ້ນ. 22 ມັນບໍ່ຮູ້ວ່າຄວາມຢ້ານໝາຍຄວາມວ່າຢ່າງໃດ? ແລະບໍ່ມີດາບດວງໃດທີ່ຈະໃຫ້ມັນຫັນຄືນໄດ້. 23 ພວກຄົນຂີ່ມ້າຜູ້ທີ່ຖືອາວຸດຢູ່ໃນມື ດາດກັນດັງຕອບແສງຕາເວັນມາບໆ. 24 ເຂົາສັ່ນຢ່າງຕື່ນເຕັ້ນ ເມື່ອມ້າຫອບແລ່ນໄປ ເມື່ອສຽງແກດັງ ມັນກໍຢືນເສີຍຢູ່ຕໍ່ໄປບໍ່ໄດ້. 25 ເມື່ອສຽງແກດັງຂຶ້ນ ມັນກໍຮ້ອງຂຶ້ນຄືກັນ ມັນສາມາດດົມກິ່ນຂອງການສູ້ຮົບໄດ້. ແມ່ນແຕ່ກ່ອນໄປຮອດສະໜາມຮົບກໍຕາມ ມັນກໍໄດ້ຍິນນາຍທະຫານຮ້ອງສັ່ງໃຫ້ສູ້ຮົບ. 26 ແຫລວໂຕໜຶ່ງນັ້ນ ມັນຮຽນບິນນຳເຈົ້າບໍ? ເມື່ອມັນພືປີກບິນອອກໄປທາງທິດໃຕ້? 27 ແຮ້ງໂຕໜຶ່ງນັ້ນ ລໍຖ້າຄຳສັ່ງຈາກເຈົ້າບໍ? ເພື່ອສ້າງຮັງຂອງມັນທີ່ພູສູງນັ້ນ? 28 ມັນສ້າງຮັງຂອງມັນຢູ່ທີ່ເທິງໂງ່ນຫີນສູງ ໃຊ້ຈອມຜາສູງເປັນປ້ອມຫໍຄອຍແນມເບິ່ງ. 29 ມັນເຝົ້າແນມເບິ່ງຈາກທີ່ນັ້ນທັງທີ່ໃກ້ທີ່ໄກ ເພື່ອຂ້າເຫຍື່ອກິນເປັນອາຫານ. 30 ໂຕແຮ້ງໂຮມກັນຢູ່ອ້ອມຊາກສົບທັງຫລາຍ ແລະໂຕແຮ້ງໜຸ່ມກໍພາກັນດູດກິນເລືອດ.” |
@ 2012 United Bible Societies. All Rights Reserved.