Biblia Todo Logo
Bìoball air-loidhne

- Sanasan -

ພຣະທຳ​ໂຢບ 36 - ພຣະຄຳພີສັກສິ

1-2 “ຈົ່ງ​ອົດທົນ​ຟັງ​ຂ້ອຍ​ເວົ້າ​ຕໍ່ໄປ​ຈັກໜ່ອຍ​ແດ່ ແລະ​ສິ່ງ​ທີ່​ຂ້ອຍ​ເວົ້າ​ເພື່ອ​ເຫັນ​ແກ່​ພຣະເຈົ້າ.

3 ຄວາມ​ຮອບຮູ້​ຂ້ອຍ​ກວ້າງ ຂ້ອຍ​ຈະ​ໃຊ້​ສິ່ງ​ທີ່​ຮູ້​ມາ ເພື່ອ​ໃຫ້​ຮູ້​ວ່າ​ພຣະເຈົ້າ ພຣະຜູ້​ສ້າງ​ຂ້ອຍ​ຍຸດຕິທຳ​ແທ້.

4 ບໍ່ມີ​ສິ່ງໃດ​ທີ່​ຂ້ອຍ​ເວົ້າ​ກັບ​ພວກເຈົ້າ ເປັນ​ຄວາມ​ບໍ່ຈິງ ພວກເຈົ້າ​ໄດ້​ເຫັນ​ກັບ​ຕາ ຄົນ​ສະຫລາດ​ຈິງໆ​ຜູ້ໜຶ່ງ.

5 ພຣະເຈົ້າ​ຍິ່ງໃຫຍ່​ແທ້ ພຣະອົງ​ບໍ່​ລໍ້ລວງ​ຜູ້ໃດ; ບໍ່ມີ​ສິ່ງໃດ​ເລີຍ ທີ່​ພຣະອົງ​ເຂົ້າໃຈ​ບໍ່ໄດ້.

6 ພຣະອົງ​ບໍ່​ປ່ອຍ​ໃຫ້​ຄົນບາບ ມີ​ຊີວິດ​ຢູ່​ຕໍ່ໄປ ແລະ​ພຣະອົງ​ເຮັດ​ຕໍ່​ຄົນ​ຈົນ ຢ່າງ​ຍຸດຕິທຳ​ເລື້ອຍໆ.

7 ພຣະອົງ​ປົກປ້ອງ​ຄົນ​ຊອບທຳ ໃຫ້​ໄດ້​ຮັບ​ກຽດ​ສືບໄປ ພຣະອົງ​ໃຫ້​ພວກເຂົາ​ໄດ້​ປົກຄອງ ດັ່ງ​ກະສັດ​ຜູ້​ຍິ່ງໃຫຍ່.

8 ແຕ່​ຖ້າ​ປະຊາຊົນ​ຖືກ​ລ່າມໂສ້​ແລະ​ຄຸມຂັງ ທົນທຸກ​ສຳລັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ

9 ພຣະເຈົ້າ​ກໍ​ສຳແດງ​ໃຫ້​ພວກເຂົາ​ເຫັນ​ການບາບ​ຂອງ​ພວກເຂົາ ພ້ອມ​ທັງ​ຄວາມ​ອວດອ້າງ​ຈອງຫອງ​ດ້ວຍ.

10 ພຣະອົງ​ເຮັດ​ໃຫ້​ພວກເຂົາ​ໄດ້ຍິນ​ຄຳ​ຕັກເຕືອນ​ຂອງ​ພຣະອົງ ເພື່ອ​ໃຫ້​ພາກັນ​ຫັນໜີ​ຈາກ​ຄວາມ​ຊົ່ວຊ້າ.

11 ຖ້າ​ພວກເຂົາ​ເຊື່ອຟັງ​ພຣະເຈົ້າ ແລະ​ຮັບໃຊ້​ພຣະອົງ ພວກເຂົາ​ກໍ​ໃຊ້​ຊີວິດ​ຢ່າງ​ສະຫງົບສຸກ ແລະ​ຮຸ່ງເຮືອງ​ໄດ້.

12 ແຕ່​ຖ້າບໍ່​ດັ່ງນັ້ນ ກໍ​ຈະ​ຕາຍ​ເສຍ​ຢ່າງ​ໂງ່ງ່າວ ແລະ​ຈະ​ຂ້າມ​ແມ່ນໍ້າ​ເຂົ້າ​ໄປ​ສູ່​ແດນ​ມໍຣະນາ.

13 ຄົນ​ບໍ່​ນັບຖື​ພຣະເຈົ້າ​ກໍ​ສືບຕໍ່​ໃຈ​ໂມໂຫ ແມ່ນແຕ່​ຖືກ​ໂທດທັນ ກໍ​ບໍ່​ພາວັນນາ​ອະທິຖານ​ຂໍ​ໃຫ້​ຊ່ວຍ.

14 ພວກເຂົາ​ຕາຍໄປ ເມື່ອ​ຍັງ​ໜຸ່ມແໜ້ນ​ແຂງແຮງ​ດີ ຊີວິດ​ຊຸດໂຊມ​ລົງ​ເສື່ອມເສຍ​ກຽດ ແລະ​ສັກສີ​ດ້ວຍ.

15 ແຕ່​ພຣະເຈົ້າ​ສອນ​ມະນຸດ​ຜ່ານ​ການ​ທົນທຸກ​ໃດ ແລະ​ໃຊ້​ຄວາມທຸກໃຈ​ເພື່ອ​ເປີດຕາ​ພວກ​ເຂົາເຈົ້າ.

16 ພຣະເຈົ້າ​ໄດ້​ນຳ​ພວກເຈົ້າ​ອອກ​ຈາກ​ອຸບປະສັກ ແລະ​ໃຫ້​ມ່ວນຊື່ນ​ຢູ່​ກັບ​ຄວາມ​ປອດໄພ​ໄດ້. ທີ່​ເທິງ​ໂຕະ​ຂອງ​ເຈົ້າ​ເຕັມ​ໄປ​ດ້ວຍ​ຂອງ​ດີ ມີ​ອາຫານ​ການກິນ​ຢ່າງ​ເຫລືອລົ້ນ.

17 ແຕ່​ມາ​ດຽວ​ນີ້ ເຈົ້າ​ພັດ​ໄດ້​ຮັບ​ໂທດກຳ ຄື​ໂທດກຳ​ທີ່​ຄົນຊົ່ວ​ສົມຄວນ​ໄດ້​ຮັບ.

18 ຈົ່ງ​ລະວັງ ຢ່າ​ໃຫ້​ສິນຈ້າງ​ລາງວັນ​ຫລອກລວງ ຫລື​ຄວາມຮັ່ງມີ ພາ​ເຈົ້າ​ໄປ​ທາງ​ຜິດ​ຍ້ອນ.

19 ສຽງ​ຮ້ອງ​ຂອງ​ເຈົ້າ ຈະ​ບໍ່​ຊ່ວຍ​ເຈົ້າ​ໃຫ້​ດີ​ຂຶ້ນ​ເລີຍ ບັດນີ້ ກຳລັງ​ຂອງ​ເຈົ້າ​ທັງໝົດ​ກໍ​ຊ່ວຍ​ຫຍັງ​ບໍ່ໄດ້.

20 ຢ່າ​ຫວັງ​ວ່າ​ກາງຄືນ​ນັ້ນ​ຈະ​ມາ​ເຖິງ​ເລີຍ ຄື​ເວລາ​ທີ່​ຊົນຊາດ​ທັງຫລາຍ​ຈະ​ຈິບຫາຍ​ນັ້ນ.

21 ຈົ່ງ​ລະວັງ ຢ່າ​ຫັນໜ້າ​ໄປ​ຫາ​ຄວາມຊົ່ວ ເຈົ້າ​ທົນທຸກ​ຢູ່​ນັ້ນ ກໍ​ເພື່ອ​ກີດກັ້ນ​ຈາກ​ສິ່ງ​ນີ້ແຫລະ.

22 ຈົ່ງ​ຈົດຈຳ​ໄວ້​ວ່າ ພຣະເຈົ້າ​ຊົງຣິດຍິ່ງໃຫຍ່​ສໍ່າໃດ ພຣະອົງ​ເປັນ​ພຣະອາຈານ​ຜູ້​ໃຫຍ່ຍິ່ງ​ແທ້ໆ.

23 ບໍ່ມີ​ຜູ້ໃດ​ບອກ​ພຣະເຈົ້າ​ໄດ້​ວ່າ​ຕ້ອງ​ເຮັດ​ຢ່າງໃດ ຫລື​ກ່າວຫາ​ວ່າ​ພຣະອົງ​ເຮັດ​ສິ່ງ​ທີ່​ຊົ່ວຊ້າ.

24 ພຣະອົງ​ເປັນ​ທີ່​ຍົກຍໍ​ເລື້ອຍໆ​ໃນ​ສິ່ງ​ທີ່​ຊົງ​ກະທຳ ເຈົ້າ​ກໍ​ເຊັ່ນກັນ​ຕ້ອງ​ຍົກຍ້ອງ​ສັນລະເສີນ​ພຣະເຈົ້າ.

25 ທຸກໆ​ຄົນ​ຕ່າງ​ກໍໄດ້​ເຫັນ​ສິ່ງ​ທີ່​ພຣະອົງ​ກະທຳ ແຕ່​ພວກເຮົາ​ເບິ່ງ​ເຫັນ​ພຽງ​ຢູ່​ໄກໆ​ເທົ່ານັ້ນ.

26 ພວກເຮົາ​ຮູ້​ບໍ່ໄດ້​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ທັງໝົດ ຫລື​ນັບ​ຈຳນວນ​ປີ​ທັງຫລາຍ​ຂອງ​ພຣະອົງ​ໄດ້.

27 ແມ່ນ​ພຣະເຈົ້າ​ທີ່​ເອົາ​ນໍ້າ​ຈາກ​ແຜ່ນດິນ​ໂລກ​ເຮົາ ແລະ​ປ່ຽນ​ໃຫ້​ເປັນເມັດ​ຝົນ​ຕົກລົງ​ມາ​ສູ່​ໂລກ.

28 ພຣະອົງ​ເຮັດ​ໃຫ້​ຝົນ​ຕົກ​ຈາກ​ກ້ອນ​ເມກ​ທັງຫລາຍ ເປັນ​ສາຍ​ຝົນ​ຫລັ່ງລິນ​ລົງ​ມາ​ສຳລັບ​ມະນຸດ.

29 ບໍ່ມີ​ຜູ້ໃດ​ຮູ້​ວ່າ​ກ້ອນ​ເມກ​ເຄື່ອນຍ້າຍ​ໄປມາ​ຢ່າງໃດ ຫລື​ສຽງ​ຟ້າຮ້ອງ​ຜ່ານ​ທ້ອງຟ້າ​ບ່ອນ​ພຣະເຈົ້າ​ຢູ່​ນັ້ນ.

30 ພຣະອົງ​ສົ່ງ​ຟ້າ​ແມບເຫລື້ອມ​ຜ່ານ​ທ້ອງຟ້າ​ໄປ ແຕ່​ຄວາມເລິກ​ທ້ອງ​ທະເລ​ກໍ​ຍັງ​ຄົງ​ດຳມືດ.

31 ພຣະເຈົ້າ​ລ້ຽງ ມະນຸດ​ເຊັ່ນດຽວ​ກັນ ໂດຍ​ຈັດຫາ​ອາຫານ​ໃຫ້​ມີ​ຢ່າງ​ອຸດົມສົມບູນ​ໄວ້.

32 ພຣະອົງ​ຈັບ​ຟ້າ​ແມບເຫລື້ອມ​ໄວ້​ດ້ວຍ​ມື​ພຣະອົງ ແລະ​ສັ່ງ​ໃຫ້​ມັນ​ຜ່າ​ຖືກ​ຈຸດ​ທີ່​ໝາຍໄວ້.

33 ສຽງ​ຟ້າຮ້ອງ​ປະກາດ​ບອກ​ວ່າ, ລົມພະຍຸ​ກຳລັງ​ມາ ແລະ​ຝູງງົວ​ກໍ​ຮູ້​ວ່າ​ລົມ​ກຳລັງ​ພັດ​ມາ​ໃກ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan