Biblia Todo Logo
Bìoball air-loidhne

- Sanasan -

ພຣະທຳ​ໂຢບ 34 - ພຣະຄຳພີສັກສິ

1-2 “ພວກເຈົ້າ​ເປັນ​ຄົນ​ສະຫລາດ​ແລະ​ຫລັກແຫລມ ບັດນີ້ ຈົ່ງ​ພາກັນ​ຟັງ​ສິ່ງ​ທີ່​ຂ້ອຍ​ຈະ​ເວົ້າ.

3 ພວກເຈົ້າ​ຮູ້​ວ່າ​ອາຫານ​ແຊບ ເມື່ອ​ພວກເຈົ້າ​ຊີມ​ມັນ ແຕ່​ເມື່ອ​ໄດ້ຍິນ​ຄຳເວົ້າ​ອັນ​ມີ​ປັນຍາ​ພັດ​ເຂົ້າໃຈ​ບໍ່ໄດ້.

4 ສະນັ້ນ ຈົ່ງ​ຊອກ​ຫາ​ສິ່ງ​ທີ່​ຊອບທຳ​ເບິ່ງດູ ແລະ​ຊອກຮູ້​ນຳ​ກັນ​ສິ່ງໃດ​ທີ່​ຖືກຕ້ອງ.

5 ໂຢບ​ອ້າງ​ຕົນ​ວ່າ​ເປັນ​ຄົນ​ບໍ່ມີ​ຄວາມຜິດ ວ່າ​ພຣະເຈົ້າ​ບໍ່​ຍອມ​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຕົນ​ໄດ້.

6 ລາວ​ຖາມ​ວ່າ, ‘ຂ້ອຍ​ຕົວະ​ວ່າ​ຂ້ອຍ​ມີ​ຜິດ​ໄດ້​ຢ່າງໃດ? ທັງໆ​ທີ່​ຂ້ອຍ​ເປັນ​ຄົນ​ຊອບທຳ, ຂ້ອຍ​ບາດເຈັບ​ສາຫັດ​ແຕ່​ຂ້ອຍ​ບໍ່ໄດ້​ເຮັດ​ບາບ.’

7 ພວກເຈົ້າ​ເຄີຍ​ເຫັນ​ຜູ້ໃດ​ແດ່​ຄື​ໂຢບ​ຄົນ​ນີ້​ບໍ? ລາວ​ບໍ່​ໃຫ້​ຄວາມນັບຖື​ຕໍ່​ພຣະເຈົ້າ​ຈັກເທື່ອ.

8 ລາວ​ເປັນ​ດັ່ງ​ພັກພວກ​ຄົນຊົ່ວຮ້າຍ​ທັງຫລາຍ ແລະ​ວົນວຽນ​ໄປມາ​ກັບ​ພວກ​ຄົນບາບ.

9 ລາວ​ເວົ້າ​ວ່າ ຈະ​ມີ​ສິ່ງ​ດີ​ຫຍັງ​ແດ່​ກັບ​ຕົວ​ລາວ​ເອງ ທີ່​ພະຍາຍາມ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະເຈົ້າ.

10 ຈົ່ງ​ຟັງ​ຂ້ອຍ​ເວົ້າ ພວກເຈົ້າ​ຜູ້​ເຂົ້າໃຈ​ເອີຍ ພຣະເຈົ້າ​ອົງ​ຍິ່ງໃຫຍ່​ບໍ່​ຫ່ອນ​ຈະ​ເຮັດ​ຜິດພາດ​ໄດ້?

11 ພຣະອົງ​ໃຫ້​ບຳເໜັດ​ມະນຸດ​ໃນ​ສິ່ງ​ທີ່​ພວກເຂົາ​ກະທຳ​ ແລະ​ເຮັດ​ຕໍ່​ພວກເຂົາ ສົມ​ກັບ​ສິ່ງ​ທີ່​ພວກເຂົາ​ຄວນ​ໄດ້​ຮັບ.

12 ພຣະເຈົ້າ​ອົງ​ຍິ່ງໃຫຍ່​ນັ້ນ ບໍ່ເຄີຍ​ເຮັດ​ຊົ່ວ​ຫຍັງ​ເລີຍ ພຣະອົງ​ບໍ່ເຄີຍ​ອະຍຸດຕິທຳ ກັບ​ຜູ້ໃດ​ຜູ້ໜຶ່ງ​ທັງ​ນັ້ນ.

13 ພຣະເຈົ້າ​ໄດ້​ຮັບ​ອຳນາດ​ມາ​ຈາກ​ຜູ້ໃດ​ຜູ້ໜຶ່ງ​ຊັ້ນບໍ? ຜູ້ໃດ​ຜູ້ໜຶ່ງ​ໄດ້​ໃຫ້​ພຣະອົງ​ເບິ່ງແຍງ​ໂລກ​ເຮົາ​ຫລື​ນີ້?

14 ຖ້າ​ພຣະເຈົ້າ​ສົນໃຈ​ໃນ​ແຕ່​ພຣະອົງ​ເອງ ແລະ​ເອົາ​ລົມຫາຍໃຈ​ຄືນ​ໄປ​ຢ່າງ​ໝົດສິ້ນ

15 ແລ້ວ​ທຸກໆ​ຄົນ​ທີ່​ມີ​ຊີວິດ​ຢູ່​ກໍ​ຈະ​ຕາຍໄປ​ໝົດ ຕ່າງ​ກໍ​ຈະ​ພາກັນ​ກັບຄືນ​ເປັນ​ຂີ້ຝຸ່ນ​ດິນ​ອີກ.

16 ບັດນີ້ ຈົ່ງ​ຟັງ​ຂ້ອຍ ຖ້າ​ເຈົ້າ​ເປັນ​ຄົນມີ​ປັນຍາ ແລະ​ຈົ່ງ​ເອົາໃຈໃສ່​ໃຫ້​ດີ​ຕໍ່​ສິ່ງ​ທີ່​ຂ້ອຍ​ຈະ​ເວົ້າ.

17 ພວກເຈົ້າ​ກຳລັງ​ປະນາມ​ພຣະເຈົ້າ​ອົງ​ຍຸດຕິທຳ​ບໍ? ເຈົ້າ​ຄິດ​ວ່າ​ພຣະອົງ​ຊັງ​ຄວາມ​ຍຸດຕິທຳ​ຫລື​ນີ້?

18 ພຣະອົງ​ປະນາມ​ກະສັດ​ແລະ​ຜູ້​ປົກຄອງ​ທັງຫລາຍ ເມື່ອ​ພວກເຂົາ​ສິ້ນ​ຄຸນຄ່າ​ຫລື​ເຮັດ​ໃນ​ສິ່ງ​ທີ່​ຊົ່ວຊ້າ.

19 ພຣະອົງ​ບໍ່ໄດ້​ເຂົ້າຂ້າງ​ພວກ​ນັກປົກຄອງ​ເລີຍ ທັງ​ບໍ່ເຄີຍ​ເຫັນດີ​ນຳ​ຄົນ​ຮັ່ງມີ​ດ້ວຍ ຄື​ຄົນ​ຮັ່ງມີ​ທີ່​ເອົາປຽບ​ຄົນຍາກຈົນ ເພາະ​ທຸກໆ​ຄົນ​ແມ່ນ​ພຣະອົງ​ໄດ້​ສ້າງ.

20 ຄົນ​ໜຶ່ງ​ອາດ​ຕາຍ​ກະທັນຫັນ​ໃນ​ຕອນ​ກາງຄືນ ພຣະເຈົ້າ​ຕີ​ມະນຸດ​ໃຫ້​ລົ້ມລົງ ແລະ​ເຂົາ​ກໍ​ຕາຍໂລດ ພຣະອົງ​ຂ້າ​ມະນຸດ​ໄດ້​ຢ່າງ​ແສນ​ງ່າຍດາຍ ໂດຍ​ບໍ່ໄດ້​ໃຊ້​ຄວາມ​ພະຍາຍາມ​ຫຍັງ​ຈັກດີ້.

21 ທີ່ຈິງ ພຣະອົງ​ເຝົ້າເບິ່ງ​ການກະທຳ​ຂອງ​ທຸກຄົນ ຂີດໝາຍ​ການ​ເດີນ​ໄປ​ຂອງ​ມະນຸດ​ທຸກ​ບາດກ້າວ.

22 ບໍ່ມີ​ຄວາມມືດ​ອັນໃດ​ທີ່​ຈະ​ມືດໜາ​ຫລາຍ ພໍ​ທີ່​ຈະ​ປິດບັງ​ຄົນ​ບາບໜາ​ຈາກ​ພຣະເຈົ້າ​ໄວ້​ໄດ້.

23 ພຣະເຈົ້າ​ບໍ່​ຈຳເປັນ​ຕັ້ງ​ເວລາໃດ​ເວລາໜຶ່ງ ​ໄວ້ ເພື່ອ​ຈະ​ນຳ​ມະນຸດ​ຂຶ້ນ​ໄປ​ຍັງ​ສານ​ຕັດສິນ.

24 ພຣະອົງ​ບໍ່​ຈຳເປັນ​ຕ້ອງ​ໄປ​ສືບສວນ​ໃດໆ​ໝົດ ເພື່ອ​ຍ້າຍ​ພວກຜູ້ນຳ ແລະ​ເອົາ​ຄົນອື່ນ​ມາ​ແທນທີ່.

25 ເພາະວ່າ​ພຣະອົງ​ຮູ້​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ ພຣະອົງ​ໂຄ່ນລົ້ມ ແລະ​ທຳລາຍ​ພວກເຂົາ​ໃນ​ກາງຄືນ​ໂລດ.

26 ພຣະອົງ​ລົງໂທດ​ໃນ​ຄວາມ​ຊົ່ວຊ້າ​ຂອງ​ພວກເຂົາ ຄື​ໃນ​ບ່ອນ​ທີ່​ທຸກຄົນ​ເບິ່ງ​ເຫັນ​ພວກເຂົາ​ໄດ້

27 ເພາະ​ເຂົາ​ຍົກເລີກ​ທີ່​ຈະ​ຕິດຕາມ​ພຣະອົງ​ໄປ ແລະ​ບໍ່ໄດ້​ໃສ່ໃຈ​ຕໍ່​ຂໍ້​ບັນຊາ​ຂອງ​ພຣະເຈົ້າ.

28 ພວກເຂົາ​ບັງຄັບ​ຄົນ​ທຸກໄຮ້ ທີ່​ຮ້ອງຫາ​ພຣະເຈົ້າ​ໃຫ້​ຊ່ວຍເຫຼືອ ແລະ​ພຣະອົງ​ກໍ​ໄດ້​ຍິນ​ຄຳຮ້ອງຂໍ​ຂອງ​ເຂົາເຈົ້າ.

29 ຖ້າ​ພຣະເຈົ້າ​ຕັດສິນໃຈ​ບໍ່​ເຮັດ​ສິ່ງໜຶ່ງ​ສິ່ງໃດ ກໍ​ບໍ່ມີ​ຜູ້ໃດ​ຕິຕຽນ​ວ່າ​ກ່າວ​ພຣະອົງ​ໄດ້. ຖ້າ​ພຣະອົງ​ເຊື່ອງ​ໜ້າ ມະນຸດ​ກໍ​ຂາດ​ທີ່​ເພິ່ງພາ​ອາໄສ ແຕ່​ພຣະອົງ​ບັງຄັບ​ທຸກ​ຊາດ ແລະ​ທຸກ​ພາສາ​ໄດ້.

30 ບໍ່ມີ​ຫຍັງ​ທີ່​ຊົນຊາດ​ຕ່າງໆ​ເຮັດ​ໄດ້​ເພື່ອ​ປ້ອງກັນ ຄົນ​ບໍ່​ນັບຖື​ພຣະເຈົ້າ​ໃຫ້​ມາ​ປົກຄອງ​ຢ່າງ​ກົດຂີ່.

31 ໂຢບ​ເອີຍ ເຈົ້າ​ສາລະພາບ​ບາບ​ຕໍ່​ພຣະເຈົ້າ​ແລ້ວ​ບໍ? ແລະ​ໄດ້​ສັນຍາ​ວ່າ​ເຈົ້າ​ເອງ​ຈະ​ບໍ່​ເຮັດ​ບາບ​ອີກ?

32 ເຈົ້າ​ໄດ້​ຂໍ​ໃຫ້​ພຣະເຈົ້າ​ຊີ້​ຄວາມຜິດ​ຂອງ​ເຈົ້າ​ແລ້ວ​ບໍ? ແລະ​ຕົກລົງ​ປົງໃຈ​ຈະ​ເຊົາ​ເຮັດ​ຊົ່ວ​ແລ້ວ​ຫລື​ບໍ່?

33 ໃນ​ເມື່ອ​ເຈົ້າ​ຄັດຄ້ານ​ຕໍ່​ສິ່ງ​ທີ່​ພຣະເຈົ້າ​ກະທຳ ເຈົ້າ​ຫວັງ​ໃຫ້​ພຣະອົງ​ເຮັດ​ຕາມ​ເຈົ້າ​ຕ້ອງການ​ໄດ້​ບໍ່? ການ​ຕັດສິນໃຈ​ແມ່ນ​ເຈົ້າ​ແລະ​ບໍ່ແມ່ນ​ຂ້ອຍ​ເດີ ບັດນີ້ ຈົ່ງ​ບອກ​ພວກເຮົາ​ມາ​ວ່າ​ເຈົ້າ​ຄິດ​ຢ່າງໃດ​ແລ້ວ?

34 ຄົນໃດ​ທີ່​ສຳນຶກ​ຕົນ​ໄດ້​ກໍ​ຈະ​ຍິນຍອມ​ແນ່ນອນ ຄົນໃດ​ທີ່​ມີ​ປັນຍາ​ກໍ​ຈະ​ໄດ້ຍິນ​ຂ້ອຍ​ເວົ້າ

35 ໂຢບ​ກຳລັງ​ເວົ້າ​ມາ​ຈາກ​ຄວາມ​ໂງ່ງ່າວ​ຂອງຕົນ ແລະ​ສິ່ງ​ທີ່​ລາວ​ເວົ້າ​ມາ​ບໍ່ມີ​ແກ່ນສານ​ຈັກດີ້.

36 ຈົ່ງ​ຄິດ​ເບິ່ງ​ຄັກໆ​ທຸກສິ່ງ​ທີ່​ໂຢບ​ໄດ້​ເວົ້າ​ມາ ພວກເຈົ້າ​ຈະ​ເຫັນ​ວ່າ​ລາວ​ເວົ້າ​ຈາ​ດັ່ງ​ຄົນຊົ່ວຊ້າ.

37 ໃນ​ບາບ​ຂອງ​ລາວ​ນັ້ນ ລາວ​ພັດ​ຕື່ມ​ການ​ກະບົດ ຢູ່​ຕໍ່ໜ້າ​ພວກເຮົາ​ທັງໝົດ ລາວ​ເຍາະເຍີ້ຍ​ພຣະເຈົ້າ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan