Biblia Todo Logo
Bìoball air-loidhne

- Sanasan -

ພຣະທຳ​ໂຢບ 33 - ພຣະຄຳພີສັກສິ

1 ໂຢບ​ເອີຍ ບັດນີ້​ຈົ່ງ​ຕັ້ງໃຈ​ຟັງ​ໃຫ້​ດີໆ ຟັງ​ສິ່ງ​ທັງໝົດ​ທີ່​ຂ້ອຍ​ຕ້ອງ​ເວົ້າ.

2 ຂ້ອຍ​ກຳລັງ​ອ້າ​ປາກ​ກ່າວ​ໄຂ​ວາຈາ ຖ້ອຍຄຳ​ຕ່າງໆ​ນາໆ​ກໍ​ຢູ່​ທີ່​ຮີມສົບ​ຂອງຂ້ອຍ.

3 ຄຳເວົ້າ​ທັງໝົດ​ຂອງຂ້ອຍ​ຈິງໃຈ​ແລະ​ສັດຊື່ ຄື​ຂ້ອຍ​ກຳລັງ​ຈະ​ເວົ້າ​ຄວາມຈິງ​ທຸກປະການ.

4 ວິນຍານ​ຂອງ​ພຣະເຈົ້າ​ໄດ້​ສ້າງ​ຂ້ອຍ​ຂຶ້ນ​ມາ ວິນຍານ​ຂອງ​ພຣະອົງ​ໄດ້​ໃຫ້​ຊີວິດ​ແກ່​ຂ້ອຍ.

5 ຈົ່ງ​ຕອບ​ຂ້ອຍ​ມາ​ໂລດ ຖ້າ​ເຈົ້າ​ຕອບ​ໄດ້​ຄືນ ຈົ່ງ​ຈັດຕຽມ​ໃຫ້​ດີໆ​ຫຼັກຖານ​ຢືນຢັນ​ຂອງ​ເຈົ້າ.

6 ຕໍ່ສາຍຕາ​ພຣະເຈົ້າ ເຈົ້າ​ແລະ​ຂ້ອຍ​ເທົ່າທຽມ​ກັນ ເຮົາ​ທັງສອງ​ຖືກ​ສ້າງ​ມາ​ຈາກ​ດິນ​ໜຽວ​ທັງນັ້ນ.

7 ສະນັ້ນ ບໍ່​ຕ້ອງ​ຢ້ານ​ຂ້ອຍ​ດ້ວຍ​ເຫດຜົນ​ໃດໆ​ເລີຍ ຂ້ອຍ​ຈະ​ບໍ່​ໃຊ້​ອຳນາດ​ໃດໆ​ເກີນ​ຂອບເຂດ​ກັບ​ເຈົ້າ.

8 ບັດນີ້ ຫູ​ຂ້ອຍ​ໄດ້ຍິນ​ສິ່ງ​ທີ່​ເຈົ້າ​ໄດ້​ເວົ້າ​ມາ ທຸກໆ​ຖ້ອຍ​ວາຈາ​ຈາກ​ສົບປາກ​ຂອງ​ເຈົ້າ​ວ່າ:

9 ‘ຂ້ອຍ​ເປັນ​ຝ່າຍ​ຖືກ​ເພາະ​ບໍ່ໄດ້​ເຮັດ​ຜິດ​ຫຍັງ ຂ້ອຍ​ເປັນ​ຜູ້​ບໍຣິສຸດ ແລະ​ບໍ່ໄດ້​ເຮັດ​ບາບ​ໃດໆ​ທັງນັ້ນ.

10 ແຕ່​ພຣະເຈົ້າ​ຫາ​ເລື່ອງ​ໃສ່​ຂ້ອຍ​ສຳລັບ​ໂຈມຕີ ແລະ​ໃສ່ຮ້າຍ​ປ້າຍສີ​ດັ່ງ​ຂ້ອຍ​ເປັນ​ສັດຕູ​ຜູ້ໜຶ່ງ.

11 ພຣະອົງ​ລ່າມໂສ້​ຂ້ອຍ​ໄວ້ ແລະ​ບໍ່​ໃຫ້​ຂ້ອຍ​ໄປ​ໃສ ພຣະອົງ​ເບິ່ງ​ຂ້ອຍ​ເຄື່ອນໄຫວ​ທຸກໆ​ບາດກ້າວ.’

12 ໂຢບ​ເອີຍ ແຕ່​ຂ້ອຍ​ຂໍ​ບອກ​ວ່າ ເຈົ້າ​ເປັນ​ຝ່າຍ​ຜິດ ພຣະເຈົ້າ​ຊົງຣິດ​ໃຫຍ່ຍິ່ງ​ກວ່າ​ມະນຸດ​ໃດໆ​ທັງນັ້ນ.

13 ເປັນຫຍັງ​ເຈົ້າ​ຫາ​ເລື່ອງ​ໃສ່​ພຣະເຈົ້າ​ຢ່າງ​ນັ້ນ​ນໍ? ວ່າ​ພຣະອົງ​ບໍ່​ຕອບ​ຄຳ​ຮ້ອງທຸກ​ຂອງ​ຜູ້ໃດ​ທັງນັ້ນ?

14 ເຖິງ​ວ່າ​ພຣະເຈົ້າ​ເວົ້າແລ້ວ​ເວົ້າອີກ​ພຽງ​ໃດ​ກໍດີ ກໍ​ບໍ່ມີ​ຜູ້ໃດ​ໃສ່ໃຈ​ຕໍ່​ສິ່ງ​ທີ່​ພຣະອົງ​ເວົ້າ​ນັ້ນ.

15 ຕອນ​ກາງຄືນ​ເມື່ອ​ມະນຸດ​ນອນ​ຫລັບ​ສະໜິດ ພຣະເຈົ້າ​ເວົ້າ​ໃນ​ຄວາມຝັນ ແລະ​ໃນ​ນິມິດ​ຕ່າງໆ.

16 ພຣະອົງ​ເຮັດ​ໃຫ້​ພວກເຂົາ​ຟັງ​ຖ້ອຍຄຳ​ຂອງ​ພຣະອົງ ພວກເຂົາ​ກໍ​ຢ້ານກົວ​ຈົນ​ງົງ​ໃນ​ຄຳເຕືອນ​ຂອງ​ພຣະເຈົ້າ.

17 ພຣະເຈົ້າ​ເວົ້າ​ເພື່ອ​ໃຫ້​ພວກເຂົາ​ຢຸດ​ເຮັດ​ຊົ່ວ​ເສຍທີ ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ການ​ເປັນ​ຜູ້​ຈອງຫອງ​ພອງຕົວ​ຂຶ້ນ.

18 ພຣະອົງ​ຈະ​ບໍ່​ປ່ອຍ​ໃຫ້​ພວກເຂົາ​ຖືກ​ທຳລາຍ​ໄປ ພຣະອົງ​ໄດ້​ຊ່ວຍ​ພວກເຂົາ​ໃຫ້​ລອດຕາຍ​ມາ​ໄດ້.

19 ພຣະອົງ​ດັດແປງ​ຄົນ​ໜຶ່ງ​ໃໝ່​ໂດຍ​ໃຫ້​ພວກເຂົາ​ເຈັບປ່ວຍ ຮ່າງກາຍ​ກັບ​ຮູບຊົງ​ຂອງ​ພວກເຂົາ​ກໍ​ເຈັບປວດ​ທັງນັ້ນ.

20 ຄົນ​ເຈັບປ່ວຍ​ນັ້ນ ເບື່ອ​ທີ່​ຈະ​ກິນ​ອາຫານ ແມ່ນແຕ່​ອາຫານ​ດີທີ່ສຸດ​ກໍ​ເບິ່ງ​ເປັນ​ໜ້າເບື່ອ.

21 ຮ່າງກາຍ​ຂອງ​ພວກເຂົາ​ນັ້ນ ຊຸດໂຊມ​ຈົນ​ເບິ່ງ​ບໍ່​ເຫັນ​ຫຍັງ ມີ​ແຕ່​ກະດູກ​ຕິດ​ໜັງ ຈົນ​ເບິ່ງ​ເຫັນ​ທຸກ​ຊີກ.

22 ພວກເຂົາ​ກຳລັງ​ຍ່າງ​ເຂົ້າ​ໃກ້ ໄປ​ສູ່​ບ່ອນ​ຄົນຕາຍ ສູ່​ແດນ​ມໍຣະນາ ຄື​ໂລກ​ແຫ່ງ​ຄວາມຕາຍ​ພຸ້ນ.

23 ບາງທີ ໃນ​ບ່ອນ​ນັ້ນ​ຈະ​ມີ​ເທວະດາ​ຕົນ​ໜຶ່ງ ມາ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ​ໄວ້​ກໍ​ເປັນ. ຄື​ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ ໃນ​ບັນດາ​ເທວະດາ​ຫລາຍ​ພັນ​ຕົນ ຜູ້​ທີ່​ເຮັດ​ໃຫ້​ຄົນ​ລະນຶກ​ຄິດເຖິງ​ໜ້າທີ່​ຂອງ​ເຂົາເຈົ້າ.

24 ໃນ​ຄວາມ​ເມດຕາ ເທວະດາ​ຈຶ່ງ​ກ່າວ​ວ່າ, ‘ຢ່າ​ສູ່​ກັກ​ພວກເຂົາ​ໄວ້ ແຕ່​ຈົ່ງ​ປ່ອຍ​ໄປ​ສາ ຢ່າ​ໃຫ້​ພວກເຂົາ​ຕ້ອງ​ລົງ​ໄປ​ໃນ​ແດນ​ມໍຣະນາ ນີ້​ຄື​ຄ່າ​ໄຖ່​ເພື່ອ​ປົດປ່ອຍ​ພວກເຂົາ​ໃຫ້​ເປັນ​ອິດສະຫລະ.’

25 ດັ່ງນັ້ນ ຕົນຕົວ​ເພິ່ນ​ຈຶ່ງ​ໜຸ່ມແໜ້ນ​ແຂງແຮງ​ໃໝ່ ຈະ​ກາຍເປັນ​ດັ່ງ​ມື້​ຄາວ​ທີ່​ເພິ່ນ​ຍັງ​ໄວເຍົາ.

26 ເມື່ອ​ເພິ່ນ​ພາວັນນາ​ອະທິຖານ​ດ້ວຍ​ຈິດໃຈ​ຖ່ອມຕົວ​ລົງ ພຣະອົງ​ກໍ​ຈະ​ຕອບ​ໂດຍ​ກົງ​ຄຳພາວັນນາ​ອະທິຖານ​ນັ້ນ; ເພິ່ນ​ຈະ​ນະມັດສະການ​ພຣະເຈົ້າ​ຢ່າງ​ຊົມຊື່ນ​ຍິນດີ ແລ້ວ​ສິ່ງ​ດີໆ ພຣະເຈົ້າ​ຈະ​ຈັດຫາ​ຄືນ​ໃຫ້​ເພິ່ນ​ອີກ.

27 ແຕ່ລະຄົນ​ຈະ​ກ່າວ​ອອກ​ມາ​ວ່າ, ‘ຂ້ອຍ​ໄດ້​ເຮັດ​ບາບ ຂ້ອຍ​ບໍ່ໄດ້​ເຮັດ​ສິ່ງ​ຊອບທຳ, ແຕ່​ພຣະເຈົ້າ​ໄດ້​ໄວ້​ຊີວິດ.

28 ພຣະເຈົ້າ​ໄດ້​ຮັກສາ​ຂ້ອຍ​ບໍ່​ໃຫ້​ໄປ​ສູ່​ແດນ​ມໍຣະນາ ແລະ​ໃຫ້​ຂ້ອຍ​ຍັງ​ມີ​ຊີວິດ​ຊີວາ​ຢູ່​ຕໍ່ໄປ​ອີກ.’

29 ສິ່ງ​ທັງໝົດ​ນີ້​ພຣະເຈົ້າ​ໄດ້​ເຮັດ​ຕໍ່​ມະນຸດ​ເຮົາ ເທື່ອແລ້ວ​ເທື່ອເລົ່າ ຊໍ້າແລ້ວ​ຊໍ້າອີກ.

30 ພຣະອົງ​ນຳ​ພວກເຂົາ​ອອກ​ມາ​ຈາກ​ຂຸມຝັງສົບ ແລະ​ໃຫ້​ພວກເຂົາ​ມີ​ແສງ​ສະຫວ່າງ​ແຫ່ງ​ຊີວິດ.

31 ໂຢບ​ເອີຍ ບັດນີ້​ຈົ່ງ​ຟັງ​ຂ້ອຍ​ກຳລັງ​ເວົ້າ​ນີ້ແມ ຈົ່ງ​ມິດງຽບ​ສາ​ແລະ​ປ່ອຍ​ໃຫ້​ຂ້ອຍ​ເວົ້າ.

32 ແຕ່​ຖ້າ​ເຈົ້າ​ມີ​ສິ່ງ​ຈະ​ເວົ້າ​ຈາ ໃຫ້​ບອກ​ຂ້ອຍ​ມາ ຂ້ອຍ​ຈະ​ຮັບຮູ້​ຢ່າງ​ຍິນດີ ເມື່ອ​ເຈົ້າ​ເວົ້າ​ຖືກຕ້ອງ.

33 ແຕ່​ຖ້າ​ບໍ່ມີ ຈົ່ງ​ມິດງຽບ​ແລະ​ຟັງ​ຂ້ອຍ​ເວົ້າ​ຕໍ່ໄປ ຂ້ອຍ​ຈະ​ສອນ​ເຈົ້າ​ວ່າ​ເປັນ​ຄົນມີ​ປັນຍາ​ໄດ້​ຢ່າງໃດ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan