Biblia Todo Logo
Bìoball air-loidhne

- Sanasan -

ພຣະທຳ​ໂຢບ 32 - ພຣະຄຳພີສັກສິ


ຄຳເວົ້າ​ຂອງ​ເອລີຮູ
( 32:1–37:24 )

1 ຍ້ອນ​ວ່າ​ໂຢບ​ແນ່ໃຈ​ໃນ​ຄວາມ​ບໍຣິສຸດ​ຂອງຕົນ ຄົນ​ທັງ​ສາມ​ຈຶ່ງ​ບໍ່ໄດ້​ພະຍາຍາມ ໂຕ້ຕອບ​ລາວ​ອີກ.

2 ແຕ່​ມີ​ຄົນ​ໜຶ່ງ​ທີ່​ຢືນ​ຢູ່​ໃກ້ໆ​ໂຢບ​ນັ້ນ​ທີ່​ຊື່​ວ່າ ເອລີຮູ ລາວ​ຄວບຄຸມ​ຄວາມຮ້າຍ​ຂອງຕົນ​ບໍ່ໄດ້​ອີກ​ຕໍ່ໄປ ເພາະ​ໂຢບ​ກຳລັງ​ອ້າງ​ເຫດຜົນ​ຂອງຕົນ​ຢ່າງ​ເໝາະສົມ ແລະ​ກຳລັງ​ກ່າວຫາ​ພຣະເຈົ້າ. (ເອລີຮູ​ເປັນ​ລູກຊາຍ​ຂອງ​ບາຣາເກນ ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ບູຊີ ແລະ​ສັງກັດ​ຢູ່​ໃນ​ຕະກຸນ​ຂອງ​ຣາມ.)

3 ລາວ​ໃຈຮ້າຍ​ໃຫ້​ເພື່ອນ​ຂອງ​ໂຢບ​ສາມ​ຄົນ​ດ້ວຍ. ພວກເຂົາ​ຫາ​ຄຳເວົ້າ​ມາ​ຕອບ​ໂຢບ​ບໍ່ໄດ້ ຈຶ່ງ​ເຮັດ​ໃຫ້​ເຫັນ​ຄື​ວ່າ​ພຣະເຈົ້າ​ເປັນ​ຝ່າຍ​ຜິດ.

4 ເພາະ​ເອລີຮູ​ເປັນ​ຜູ້ໜຸ່ມ​ກວ່າ​ທຸກຄົນ​ໃນ​ທີ່ນັ້ນ ລາວ​ຈຶ່ງ​ຄອຍຖ້າ​ຈົນ​ທຸກໆຄົນ​ເວົ້າ​ໝົດ​ສາ​ກ່ອນ.

5 ເມື່ອ​ລາວ​ເຫັນ​ວ່າ​ຊາຍ​ທັງ​ສາມ​ຕອບ​ໂຢບ​ບໍ່ໄດ້​ແລ້ວ ລາວ​ຈຶ່ງ​ໃຈຮ້າຍ​ຂຶ້ນ

6 ແລະ​ເລີ່ມຕົ້ນ​ເວົ້າ. “ຂ້ອຍ​ຍັງ​ໜຸ່ມນ້ອຍ ແລະ​ພວກເຈົ້າ​ອາວຸໂສ ດັ່ງນັ້ນ ຂ້ອຍ​ຈຶ່ງ​ຢ້ານ​ທີ່​ຈະ​ບອກ​ສິ່ງ​ທີ່​ຂ້ອຍ​ຄິດ.


ເອລີຮູ

7 ຂ້ອຍ​ຄິດ​ວ່າ​ພວກເຈົ້າ​ຄວນ​ຈະ​ເປັນ​ຜູ້​ເວົ້າ​ຈາ ແບ່ງປັນ​ປັນຍາ​ຂອງ​ຄົນ​ທີ່​ອາວຸໂສ​ໃຫ້.

8 ແຕ່​ແມ່ນ​ວິນຍານ​ຂອງ​ພຣະເຈົ້າ​ອົງ​ຊົງຣິດອຳນາດ​ຍິ່ງໃຫຍ່ ທີ່​ໄດ້​ມາ​ຫາ​ມະນຸດ​ແລະ​ໃຫ້​ປັນຍາ​ແກ່​ເຂົາເຈົ້າ.

9 ບໍ່ແມ່ນ​ວ່າ​ເຖົ້າແກ່​ແລ້ວ​ຈະ​ເປັນ​ຄົນມີ​ປັນຍາ ຫລື​ຊ່ວຍ​ພວກເຂົາ​ໃຫ້​ຮູ້ຈັກ​ວ່າ​ສິ່ງໃດ​ແດ່​ທີ່​ຖືກຕ້ອງ.

10 ສະນັ້ນ ບັດນີ້​ຈຶ່ງ​ຢາກ​ໃຫ້​ພວກເຈົ້າ​ຟັງ​ຂ້ອຍ​ລອງເບິ່ງ ຈົ່ງ​ໃຫ້​ຂ້ອຍ​ບອກ​ພວກເຈົ້າ​ສິ່ງ​ທີ່​ຂ້ອຍ​ຄິດ​ໃນໃຈ.

11 ເວລາ​ທີ່​ພວກເຈົ້າ​ເວົ້າກັນ​ນັ້ນ ຂ້ອຍ​ກໍ​ອົດທົນ​ຟັງ ເພາະ​ຂ້ອຍ​ຫວັງ​ຈະ​ໄດ້ຍິນ​ຄຳ ໂຕ້ຖຽງ​ອັນ​ເລິກລັບ.

12 ແຕ່​ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ ຕິຕຽນ​ໂຢບ​ໄດ້​ເລີຍ; ຕ່າງ​ກໍ​ບໍ່​ພິສູດ​ໃຫ້​ເຫັນ​ວ່າ​ບໍ່​ມີ​ຜົນ ໃນ​ສິ່ງ​ທີ່​ໂຢບ​ເວົ້າ.

13 ພວກເຈົ້າ​ອ້າງວ່າ​ຄົ້ນພົບ​ປັນຍາ​ໄດ້​ຢ່າງໃດ? ພຣະເຈົ້າ​ຕ້ອງ​ຕອບ​ໂຢບ​ໄປ ເພາະ​ພວກເຈົ້າ​ຕອບ​ບໍ່ໄດ້.

14 ໂຢບ ໂຕ້ຖຽງ​ກັບ​ພວກເຈົ້າ​ບໍ່ແມ່ນ​ກັບ​ຂ້ອຍ​ເດີ ແຕ່​ຂ້ອຍ​ຈະ​ບໍ່​ຕອບ​ແບບດຽວ​ກັບ​ທີ່​ພວກເຈົ້າ​ໄດ້​ຕອບ.

15 ໂຢບ​ເອີຍ ຄຳ​ເວົ້າ​ນັ້ນ​ໄດ້​ເຮັດ​ໃຫ້​ພວກເຂົາ​ຜິດພາດ​ໄປ ພວກເຂົາ​ບໍ່ມີ​ຄຳຕອບ​ໃດໆ​ມາ​ໃຫ້​ເຈົ້າ​ອີກ​ແລ້ວ.

16 ຈະ​ໃຫ້​ຂ້ອຍ​ລໍ​ຖ້າ​ລ້າໆ​ເມື່ອ​ພວກເຂົາ​ມິດງຽບ​ຊັ້ນບໍ? ພວກເຂົາ​ຢືນ​ຢູ່​ທີ່ນີ້​ໂດຍ​ບໍ່ມີ​ຫຍັງ​ເວົ້າ​ຕໍ່​ເຈົ້າ​ອີກ​ແລ້ວ.

17 ບັດນີ້ ຂ້ອຍ​ຈະ​ລອງ​ໃຫ້​ຄຳຕອບ​ຂອງຂ້ອຍ​ເອງ ແລະ​ບອກ​ເຈົ້າ​ທຸກໆສິ່ງ​ຕາມ​ທີ່​ຂ້ອຍ​ຄິດ​ເຫັນ​ນັ້ນ.

18 ຂ້ອຍ​ອົດທົນ​ໄວ້​ໄດ້​ຍາກ ເພາະ​ຢາກ​ເວົ້າ​ອອກ​ມາ ຂ້ອຍ​ກີດກັ້ນ​ຖ້ອຍຄຳ​ທີ່​ຈະ​ເວົ້າ​ນັ້ນ​ບໍ່ໄດ້.

19 ຖ້າ​ຂ້ອຍ​ບໍ່ມີ​ໂອກາດ​ທີ່​ຈະ​ໄດ້​ເວົ້າ​ຈາ ກໍ​ຈະ​ລະເບີດ​ອອກ​ດັ່ງ​ເຫຼົ້າ​ອະງຸ່ນ​ໃໝ່​ລົ້ນ​ຖົງ​ໜັງ.

20 ຖ້າ​ປ່ອຍ​ໃຫ້​ຂ້ອຍ​ເວົ້າ ກໍ​ຈະ​ຄ່ອຍ​ບັນເທົາ​ລົງ ໃຫ້​ຂ້ອຍ​ຢືນ​ກົງ​ຢູ່​ຊື່ໆ​ຕໍ່ໄປ​ແມ່ນ​ບໍ່ໄດ້.

21 ການ​ໂຕ້ຖຽງ​ນີ້ ຂ້ອຍ​ຈະ​ບໍ່​ເຂົ້າຂ້າງ​ອອກຂາ ຂ້ອຍ​ຈະ​ບໍ່​ປະຈົບ​ປະແຈງ​ຄົນ​ໃດໆ​ທັງ​ນັ້ນ.

22 ຂ້ອຍ​ກໍ​ບໍ່​ຮູ້​ວ່າ​ຈະ​ປະຈົບ​ປະແຈງ​ຢ່າງໃດ​ກັນ ພຣະເຈົ້າ​ຕ້ອງ​ລົງໂທດ​ທັນ​ຂ້ອຍ​ຖ້າ​ເຮັດ​ເຊັ່ນນັ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan