Biblia Todo Logo
Bìoball air-loidhne

- Sanasan -

ພຣະທຳ​ໂຢບ 30 - ພຣະຄຳພີສັກສິ

1 ແຕ່​ບັດນີ້ ຂ້ອຍ​ຊໍ້າ​ຖືກ​ຫົວເລາະ​ຫຍໍ້ຫຍັນ ໂດຍ​ເດັກນ້ອຍ​ສາມັນ​ທີ່​ບໍ່​ນັບຖື​ອາຍຸ​ຂອງຂ້ອຍ; ພໍ່​ຂອງ​ພວກເຂົາ​ສະໄໝ​ກ່ອນ ເຄີຍ​ເປັນ​ຄົນ​ບໍ່​ສຳຄັນ​ຫຍັງ ບໍ່​ສົມ​ກັບ​ຝູງ​ໝາ​ທີ່​ເຝົ້າ​ຝູງແກະ​ຂອງຂ້ອຍ​ຊໍ້າ.

2 ພວກເຂົາ​ເປັນ​ຄົນ​ໝົດເຫື່ອ ແລະ​ໝົດແຮງ ອ່ອນແອ​ເກີນ​ທີ່​ຈະ​ເຮັດ​ວຽກ​ສຳລັບ​ຂ້ອຍ​ໄດ້.

3 ພວກເຂົາ​ອຶດຫິວ​ທຸກໄຮ້​ຈົນ​ຫຍໍ້າ​ກິນ​ຮາກໄມ້​ຕາຍ ໃນ​ປ່າ​ທີ່​ໂດດດ່ຽວ​ປ່ຽວຄົນ​ໃນ​ຕອນ​ກາງຄືນ.

4 ພວກເຂົາ​ຫລົກ​ພັນ​ໄມ້​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ກິນ​ແມ່ນແຕ່​ຮາກໄມ້​ຈາງໆ​ຂອງ​ໄມ້​ຍູກວາດ

5 ທຸກໆຄົນ​ຮ້ອງ​ໄລ່​ພວກເຂົາ​ໃຫ້​ໜີໄປ ດັ່ງ​ພວກເຂົາ​ກຳລັງ​ຮ້ອງ​ໄລ່​ໃສ່​ໂຈນ​ທີ່​ມາ​ປຸ້ນ.

6 ເຂົາເຈົ້າ​ຕ້ອງ​ໄດ້​ອາໄສ​ຢູ່​ໃນ​ຖໍ້າ​ຫີນ ໃນ​ຫລຸມ​ທີ່​ຂຸດ​ໄວ້​ໃກ້ໆ​ກັບ​ໜ້າຜາ​ນັ້ນ.

7 ຢູ່​ນອກ​ປ່າ​ຕ່າງໆ ພວກເຂົາ​ພາກັນ​ຫອນ​ດັ່ງ​ຝູງ​ໝາ ແລະ​ກໍ​ບຽດຍັດ​ກັນ​ຢູ່​ພາຍໃຕ້​ພຸ່ມໄມ້.

8 ແມ່ນ​ພວກຄົນ​ບໍ່​ມີ​ຄ່າ​ແລະ​ບໍ່ມີ​ຊື່ສຽງ​ຫຍັງ​ເລີຍ ພວກເຂົາ​ຖືກ​ຂັບໄລ່​ໃຫ້​ໜີ​ອອກ​ໄປ​ຈາກ​ດິນແດນ.

9 ບັດນີ້ ພວກເຂົາ​ກໍ​ມາ​ລ້ອມ​ຫົວ​ເຍາະເຍີ້ຍ​ໃສ່​ຂ້ອຍ​ຄືນ ຂ້ອຍ​ເປັນ​ພຽງ​ຄຳເວົ້າ​ອັນ​ຕະຫລົກ​ຂອງ​ເຂົາເຈົ້າ.

10 ພວກເຂົາ​ຫັນຫລັງ​ໃສ່​ຂ້ອຍ​ດ້ວຍ​ຄວາມ​ລັງກຽດ​ແກມຊັງ ຫລື​ຢ່າງ​ບໍ່​ລຳຄານ​ເລີຍ ທີ່​ຖົ່ມ​ນໍ້າລາຍ​ໃສ່​ໜ້າ​ຂ້ອຍ.

11 ຍ້ອນ​ພຣະເຈົ້າ​ເຮັດ​ໃຫ້​ຂ້ອຍ​ອ່ອນແຮງ​ຂາດ​ຜູ້​ຊ່ວຍ ພວກເຂົາ​ຈຶ່ງ​ຫັນ​ມາ​ຕໍ່ສູ້​ຢ່າງ​ບ້າເລືອດ​ຄຶກຄະນອງ.

12 ຄົນ​ເຫຼົ່ານີ້​ຕ່າງ​ກໍ​ຕັ້ງ​ໜ້າ​ມາ​ໂຈມຕີ​ຂ້ອຍ​ອີຫລີ ພວກເຂົາ​ກົດດັນ​ຂ້ອຍ​ໃຫ້​ແລ່ນ​ໜີ ແລະ​ຕຽມ​ບຸກ​ໃນ​ບັ້ນທ້າຍ.

13 ພວກເຂົາ​ຕັດ​ທາງ​ຂ້ອຍ​ປົບໜີ ແລະ​ພະຍາຍາມ​ທຳລາຍ​ຂ້ອຍ​ຕື່ມ ແລະ​ບໍ່ມີ​ຜູ້ໃດ​ເລີຍ​ທີ່​ຈະ​ຕ້ານ​ທານ ພວກເຂົາ​ໄວ້​ໄດ້.

14 ພວກເຂົາ​ບຸກໂຈມຕີ​ຂ້ອຍ ແມ່ນແຕ່​ທີ່​ຫລຸມ​ປ້ອງກັນ ຫັນໜ້າ​ໃສ່​ຢ່າງ​ຫ້າວຫານ ຜ່ານ​ທີ່​ຫັກ​ເພພັງ​ມາ​ໄດ້.

15 ຄວາມ​ຢ້ານກົວ​ລຽນແຖວກັນ​ມາ ປົກຄຸມ​ເຕັມ​ຕຶບໜາ​ຢູ່​ເທິງ​ຊີວິດ​ຂອງຂ້ອຍ. ກຽດ​ຂອງຂ້ອຍ​ດັບ​ສິ້ນ​ດັ່ງ​ລົມ​ພັດ​ຜ່ານ​ກາຍໄປ ແລະ​ຄວາມ​ຮຸ່ງເຮືອງ​ລັບຫາຍ​ດັ່ງ​ເມກໝອກ.

16 ມາບັດນີ້ ຂ້ອຍ​ກຳລັງ​ໃກ້​ຈະ​ສິ້ນໃຈ​ຕາຍ ແຕ່​ຂ້ອຍ​ຍັງ​ບໍ່ໄດ້​ບັນເທົາ​ຕໍ່​ການ​ທົນທຸກ​ຂອງຂ້ອຍ.

17 ກາງຄືນ​ກະດູກ​ຂອງຂ້ອຍ​ເຈັບປວດ​ທັງໝົດ ເຈັບປວດ​ຢ່າງ​ທໍລະມານ​ບໍ່ເຄີຍ​ເຊົາ​ຈັກເທື່ອ.

18 ພຣະເຈົ້າ​ຈັບ​ຄໍ​ເສື້ອ​ຂ້ອຍ​ໄວ້​ຍົກຕົວ​ຂ້ອຍ​ຂຶ້ນ​ສູງ ບິດ​ເຄື່ອງນຸ່ງ​ຂອງຂ້ອຍ​ນຳ​ຈົນ​ບໍ່​ເປັນ​ຮູບຊົງ​ຍ້ອນ.

19 ພຣະອົງ​ໂຍນ​ຂ້ອຍ​ລົງ​ໃສ່​ໃນ​ຂີ້ຕົມ ຂ້ອຍ​ບໍ່​ດີກວ່າ​ສິ່ງ​ທີ່​ຊຸດໂຊມ​ອັນ​ເປິເປື້ອນ.

20 ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ຮ້ອງຫາ​ພຣະອົງ, ແຕ່​ຄຳຕອບ​ບໍ່ມີ ເມື່ອ​ຂ້ານ້ອຍ​ພາວັນນາ​ອະທິຖານ​ຫາ ພຣະອົງ​ກໍ​ບໍ່​ເອົາໃຈໃສ່.

21 ພຣະອົງ​ໄດ້​ເຮັດ​ກັບ​ຂ້ານ້ອຍ​ຢ່າງ​ໂຫດຮ້າຍ​ທາລຸນ ພຣະອົງ​ໄດ້​ນຳ​ຈ່ອງລ້າງ​ຈ່ອງຜານ​ໂດຍ​ໃຊ້​ທຸກ​ອຳນາດ.

22 ພຣະອົງ​ໄດ້​ໃຫ້​ລົມ​ພັດ​ຂ້ານ້ອຍ​ໃຫ້​ໜີໄປ​ໄກ ພຣະອົງ​ໂຍນ​ຂ້ານ້ອຍ​ໃນ​ທ່າມກາງ​ພະຍຸຮ້າຍ.

23 ຂ້ານ້ອຍ​ຮູ້ວ່າ​ພຣະອົງ​ກຳລັງ​ສົ່ງ​ຂ້ານ້ອຍ​ໄປ​ສູ່​ຄວາມຕາຍ ໄປ​ສູ່​ເຄາະກຳ​ທີ່​ຮັກສາ​ໄວ້​ສຳລັບ​ທຸກໆຄົນ​ນັ້ນ.

24 ເປັນຫຍັງ​ພຣະອົງ​ຈຶ່ງ​ໂຈມຕີ​ຄົນ​ສິ້ນເນື້ອ​ປະດາຕົວ ຄົນໜຶ່ງ​ທີ່​ບໍ່ມີ​ຫຍັງ​ພຽງແຕ່​ຂໍ​ໃຫ້​ເມດຕາ​ເທົ່ານັ້ນ?

25 ຂ້ານ້ອຍ​ບໍ່ໄດ້​ຮ້ອງໄຫ້​ກັບ​ຄົນ​ທຸກໄຮ້ເຂັນໃຈ​ບໍ? ແລະ​ບໍ່ໄດ້​ໂສກເສົ້າ​ເສຍໃຈ​ກັບ​ຄົນ​ທີ່​ຂັດສົນ​ຫລືນີ້?

26 ຂ້ານ້ອຍ​ຫວັງ​ໄດ້​ຮັບ​ແສງແຈ້ງ​ແລະ​ຄວາມສຸກ ແຕ່​ຄວາມ​ເດືອດຮ້ອນ ແລະ​ມືດໜາ​ກໍ​ມາ​ແທນທີ່.

27 ຂ້ານ້ອຍ​ຖືກ​ຈີກ​ໂດຍ​ຄວາມ​ເຈັບປວດ​ແລະ​ອຸກອັ່ງ​ໃຈ ຂ້ານ້ອຍ​ກຳລັງ​ທົນທຸກ​ທໍລະມານ​ກາຍ ມື້ແລ້ວ​ມື້ເລົ່າ.

28 ຂ້ານ້ອຍ​ໄປມາ​ໃນ​ຄວາມມືດ ໂດຍ​ບໍ່ມີ​ແສງແຈ້ງ​ເລີຍ ຢືນ​ຂຶ້ນ​ໃນ​ທ່າມກາງ​ປະຊາຊົນ​ຮ້ອງຂໍ​ໃຫ້​ຊົດຊ່ວຍ.

29 ສຽງ​ຂອງ​ຂ້ານ້ອຍ​ໂສກເສົ້າ​ທັງ​ໂດດດ່ຽວ​ປ່ຽວໃຈ ດັ່ງ​ສຽງ​ໝາໄນ​ແລະ​ສຽງ​ນົກ​ກະຈອກເທດ.

30 ເນື້ອໜັງ​ຂ້ານ້ອຍ​ບວມຊໍ້າ ເຕັມ​ທົ່ວ​ທັງ​ຕົນຕົວ ຂ້ານ້ອຍ​ກຳລັງ​ໄຂ້​ໜັກ ຮ່າງກາຍ​ຮ້ອນ​ດັ່ງ​ໄຟ​ເຜົາໄໝ້.

31 ຄັ້ງໜຶ່ງ ບ່ອນ​ທີ່​ຂ້ານ້ອຍ​ໄດ້ຍິນ​ສຽງ​ເພງ​ອັນ​ມ່ວນຊື່ນ ບັດນີ້ ຂ້ານ້ອຍ​ພັດ​ໄດ້ຍິນ​ແຕ່​ສຽງ​ຮ້ອງໄຫ້​ໄວ້ທຸກ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan