Biblia Todo Logo
Bìoball air-loidhne

- Sanasan -

ພຣະທຳ​ໂຢບ 29 - ພຣະຄຳພີສັກສິ


ໂຢບ​ແກ້​ຄະດີ​ເທື່ອ​ສຸດທ້າຍ

1 ແລ້ວ​ໂຢບ​ກໍໄດ້​ເລີ່ມ​ເວົ້າຈາ​ອີກ.


ໂຢບ

2 “ອີກ​ຄັ້ງ​ໜຶ່ງ ຖ້າ​ຊີວິດ​ຂອງຂ້ອຍ​ຄືເກົ່າ​ຄືຫລັງ ຄັ້ງ​ທີ່​ພຣະເຈົ້າ​ໄດ້​ປົກປັກ​ຮັກສາ​ເບິ່ງແຍງ​ຢູ່​ນັ້ນ.

3 ພຣະເຈົ້າ​ຢູ່​ກັບ​ຂ້ອຍ​ທັງ​ໃຫ້​ແສງແຈ້ງ​ສະເໝີ​ມາ ເມື່ອ​ຂ້ອຍ​ໄດ້​ທຽວທາງ​ຜ່ານຜ່າ​ຄວາມມືດ.

4 ຄື​ມື້​ທັງຫລາຍ​ທີ່​ຂ້ອຍ​ໄດ້​ຈະເລີນ​ຮຸ່ງເຮືອງ ໄມຕີຈິດ​ຂອງ​ພຣະເຈົ້າ​ປົກປັກ​ຮັກສາ​ບ້ານເຮືອນ​ຂອງຂ້ອຍ.

5 ຄັ້ງນັ້ນ ພຣະເຈົ້າ​ອົງ​ຍິ່ງໃຫຍ່​ຢູ່​ນຳ​ຂ້ອຍ​ເລື້ອຍໆ​ມາ ລູກຫລານ​ຂອງຂ້ອຍ​ທັງໝົດ​ກໍ​ຢູ່​ພ້ອມພຽງ​ຮຽງໜ້າ.

6 ຝູງງົວ​ແລະ​ແບ້ ຕ່າງ​ກໍ​ຜະລິດ​ນໍ້ານົມ​ສົມບູນ​ດີ ຕົ້ນ​ໝາກກອກເທດ​ກໍ​ເກີດ​ໃນ​ດິນ​ມີ​ຫີນ​ແກມ​ເກືອ.

7 ເທື່ອໃດ​ທີ່​ເຖົ້າແກ່​ໃນ​ເມືອງ​ນັດພົບ​ປະຊຸມກັນ ເທື່ອນັ້ນ​ຂ້ອຍ​ກໍ​ມີໜ້າ​ຢູ່ນຳ​ໃນ​ທີ່​ປະຊຸມ​ຜູ້ໜຶ່ງ.

8 ຊາວ​ໜຸ່ມ​ຜີກຕົວ​ອອກ ເມື່ອ​ພວກເຂົາ​ເຫັນ​ຂ້ອຍ​ຍ່າງ​ມາ ແລະ​ພວກຄົນ​ແກ່ຊະຣາ ກໍ​ລຸກ​ຢືນ​ຂຶ້ນ​ຄຳນັບ.

9-10 ພວກ​ຜູ້ນຳ​ປະຊາຊົນ​ຕ່າງ​ກໍ​ຢຸດ​ເວົ້າ​ທັນທີ ແມ່ນແຕ່​ຄົນ​ທີ່​ສຳຄັນ​ກໍ​ຍັງ​ມິດງຽບ.

11 ທຸກໆ​ຄົນ​ທີ່​ໄດ້​ເຫັນ​ຂ້ອຍ​ຫລື​ໄດ້ຍິນ​ຂ້ອຍ​ເວົ້າຈາ ຕ່າງ​ກໍ​ພາກັນ​ເວົ້າ​ຍ້ອງຍໍ​ເຖິງ​ສິ່ງ​ທີ່​ຂ້ອຍ​ໄດ້​ເວົ້າ.

12 ເມື່ອ​ຄົນທຸກ​ຮ້ອງ​ໃຫ້​ຊ່ວຍ ຂ້ອຍ​ກໍ​ຊ່ວຍເຫລືອ​ພວກເຂົາ ຂ້ອຍ​ໄດ້​ຊ່ວຍເຫລືອ​ຜູ້​ຂາດ​ທີ່ເພິ່ງ​ຄື​ລູກກຳພ້າ.

13 ຄົນ​ຂັດສົນ​ທີ່ສຸດ​ນັ້ນ​ຕ່າງ​ກໍ​ກ່າວ​ຊົມເຊີຍ ຂ້ອຍ​ເຄີຍ​ຊ່ວຍ​ໃຫ້​ຄວາມ​ປອດໄພ​ແກ່​ແມ່ໝ້າຍ.

14-15 ຂ້ອຍ​ເຮັດ​ດ້ວຍ​ຄວາມສັດຊື່​ແລະ​ທ່ຽງທຳ ຂ້ອຍ​ເປັນ​ຕີນ​ໃຫ້​ຄົນ​ເສຍຂາ ຂ້ອຍ​ເປັນ​ຕາ​ໃຫ້​ຄົນ​ຕາບອດ.

16 ຂ້ອຍ​ນີ້​ເປັນ​ດັ່ງ​ພໍ່​ຜູ້ໜຶ່ງ​ຂອງ​ຄົນ​ຍາກຈົນ ແລະ​ເຂົ້າຂ້າງ​ຄົນ​ຕ່າງແດນ​ທີ່​ຖືກ​ເດືອດຮ້ອນ.

17 ຂ້ອຍ​ທຳລາຍ​ອຳນາດ​ຂອງ​ຄົນ​ໂຫດຮ້າຍ​ສາມານ ແລະ​ໄດ້​ຊ່ວຍກູ້​ເອົາ​ຜູ້​ທີ່​ເປັນ​ເຫຍື່ອ​ຂອງ​ເຂົາເຈົ້າ.

18 ຂ້ອຍ​ເຄີຍ​ຕັ້ງໃຈ​ໄວ້​ເລື້ອຍໆ​ວ່າ​ຈະ​ມີ​ອາຍຸ​ຍືນຍາວ ແລະ​ຈະ​ຕາຍ​ທີ່​ເຮືອນ​ຢ່າງ​ສຸກກາຍ​ສະບາຍ​ໃຈ​ລົ້ນ.

19 ຂ້ອຍ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ຮາກ​ມີ​ນໍ້າ​ລໍ່ລ້ຽງ​ສະເໝີ ຊຶ່ງ​ກິ່ງກ້ານ​ທັງຫລາຍ​ກໍ​ຊຸ່ມຊື່ນ​ດ້ວຍ​ນໍ້າ​ຄ້າງ.

20 ທຸກໆ​ຄົນ​ຕ່າງ​ກໍ​ໃຫ້​ຄຳ​ຊົມເຊີຍ​ຢ່າງ​ບໍ່​ລົດລະ ແລະ​ກຳລັງ​ຂອງຂ້ອຍ​ກໍ​ບໍ່​ເຄີຍຂາດ​ໄປ​ຈັກເທື່ອ.

21 ເມື່ອ​ຂ້ອຍ​ກ່າວ​ແນະນຳ​ຂຶ້ນ ປະຊາຊົນ​ຕ່າງ​ກໍ​ມິດງຽບ ແລະ​ຕັ້ງ​ຈິດໃຈ​ຟັງ​ແທ້ໆ​ໃນ​ສິ່ງ​ທີ່​ຂ້ອຍ​ໄດ້​ເວົ້າ​ໄປ.

22 ເມື່ອ​ຂ້ອຍ​ເວົ້າ​ສຸດແລ້ວ ພວກເຂົາ​ກໍ​ບໍ່ມີ​ຫຍັງ​ເວົ້າ​ແຖມ ຄຳເວົ້າ​ຂອງ​ຂ້ອຍ​ເພີ່ມ​ນໍ້າໜັກ​ໃຫ້​ດັ່ງ​ນໍ້າ​ຝົນ​ຢາດຍ້ອຍ.

23 ທຸກໆຄົນ​ຕ່າງ​ກໍ​ນ້ອມ​ຍອມ​ຮັບ​ສິ່ງ​ທີ່​ຂ້ອຍ​ໄດ້​ເວົ້າຈາ ດັ່ງ​ພວກ​ພໍ່ນາ​ຍິນດີ​ຮັບ​ເອົາ​ນໍ້າ​ຝົນ​ໃນ​ລະດູແລ້ງ.

24 ຂ້ອຍ​ຍີ້ມ​ໃສ່​ຄົນ​ທີ່​ບໍ່​ເຊື່ອໝັ້ນ​ໃນ​ຕົນເອງ ໃບໜ້າ​ຂ້ອຍ​ເບີກບານ ກໍ​ໃຫ້​ກຳລັງ​ໃຈ​ພວກເຂົາ​ໄດ້.

25 ຂ້ອຍ​ເປັນ​ຜູ້​ຮັບຜິດຊອບ​ແລະ​ຕັດສິນໃຈ ແລະ​ໃຊ້​ຊີວິດ​ນຳພາ​ພວກເຂົາ​ດັ່ງ​ກະສັດ​ຄົນ​ໜຶ່ງ. ຊຶ່ງ​ນຳພາ​ໝູ່​ໝວດ​ໃນ​ກອງທັບ​ຂອງຕົນ ທັງ​ໃຫ້​ຄຳ​ເລົ້າໂລມ​ໃນ​ຍາມ​ສິ້ນຫວັງ​ແລະ​ອຸກອັ່ງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan