ພຣະທຳໂຢບ 27 - ພຣະຄຳພີສັກສິໂຢບ 1-2 “ຂ້ອຍຂໍສາບານຕໍ່ພຣະເຈົ້າ ອົງຊົງຊີວິດຢູ່ ແລະຊົງຣິດອຳນາດຍິ່ງໃຫຍ່ ອົງທີ່ບໍ່ຍອມໃຫ້ຄວາມຍຸດຕິທຳ ແລະນຳຊີວິດອັນລະທົມແກ່ຂ້ອຍ. 3 ຕາບໃດທີ່ຂ້ອຍນີ້ຍັງມີຊີວິດຢູ່ ທີ່ພຣະເຈົ້າໂຜດໃຫ້ຂ້ອຍມີລົມຫາຍໃຈ, 4 ສົບປາກຂ້ອຍຈະບໍ່ຍອມເວົ້າຄວາມຊົ່ວໃດໆເລີຍ ລີ້ນຂ້ອຍຈະບໍ່ຍອມເວົ້າຕົວະຈັກເທື່ອດ້ວຍ. 5 ຂ້ອຍຈະບໍ່ເວົ້າວ່າຄົນ ດັ່ງພວກເຈົ້າເປັນຝ່າຍຖືກເລີຍ ຂ້ອຍຈະຢືນຢັນວ່າ ຂ້ອຍບໍ່ຜິດຈົນເທົ່າວັນຕາຍພຸ້ນ. 6 ຂ້ອຍຈະບໍ່ຍົກເລີກສິດຮຽກຮ້ອງວ່າຂ້ອຍບໍ່ຜິດ ຈິດສຳນຶກຂ້ອຍຍັງແຈ່ມໃສແລະຜຸດຜ່ອງຢູ່. 7 ຂໍໃຫ້ຄົນທີ່ຕໍ່ຕ້ານ ແລະຕໍ່ສູ້ກັບຂ້ອຍທັງໝົດ ຖືກລົງໂທດດັ່ງຄົນຊົ່ວຊາມ ແລະຄົນອະທຳເຖີດ. 8 ຄົນບໍ່ເຊື່ອຖືພຣະເຈົ້ານັ້ນມີຄວາມຫວັງຫຍັງແດ່? ໃນໂມງທີ່ພຣະເຈົ້າຖາມເອົາຊີວິດຂອງພວກເຂົາ? 9 ເມື່ອຄວາມເດືອດຮ້ອນແລ່ນມາຕຳພວກເຂົາ ພຣະເຈົ້າຈະຟັງສຽງຂອງພວກເຂົາຫລືບໍ່? 10 ພວກເຂົາປາຖະໜາແຕ່ຄວາມຊົມຊື່ນຍິນດີ ຈຶ່ງໄດ້ພາວັນນາອະທິຖານຫາພຣະອົງຢູ່ບໍ່ຂາດ. 11 ຂໍໃຫ້ຂ້ອຍສັ່ງສອນພວກເຈົ້າແດ່ວ່າ ຣິດອຳນາດຂອງພຣະເຈົ້າຍິ່ງໃຫຍສໍ່າໃດ ແລະອະທິບາຍເຖິງແຜນການ ຊຶ່ງພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ວາງໄວ້. 12 ແຕ່ທີ່ສຸດນັ້ນ ພວກເຈົ້າກໍບໍ່ໄດ້ເຫັນດ້ວຍຕົນເອງ; ເປັນຫຍັງພວກເຈົ້າຈຶ່ງເວົ້າສິ່ງທີ່ເຫລວໄຫລຢ່າງນີ້?” (ໂຊພາ) 13 ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າ ອົງຊົງຣິດອຳນາດຍິ່ງໃຫຍ່ຈະກະທຳ ພຣະອົງຈະລົງໂທດຄົນຊົ່ວທັງຫລາຍ ແລະຄົນມັກຮຸນແຮງຢ່າງໃດແດ່. 14 ພວກເຂົາອາດມີລູກຊາຍຫລາຍຄົນກໍໄດ້ ແຕ່ຈະຖືກຂ້າທັງໝົດໃນເສິກສົງຄາມ ລູກໆຂອງພວກເຂົາຈະອຶດຫິວ ເພາະບໍ່ມີອາຫານການກິນພໍໃຫ້ອີ່ມທ້ອງ. 15 ພວກທີ່ລອດຊີວິດກໍຈະຕາຍດ້ວຍພະຍາດໂຣຄາ ແມ່ນແຕ່ເມຍໝ້າຍຂອງພວກເຂົາກໍຈະບໍ່ໄວ້ທຸກໃຫ້. 16 ພວກຄົນຊົ່ວຊ້າອາດຈະມີເງິນຫລວງຫລາຍ ແລະມີເຄື່ອງນຸ່ງຫົ່ມເກີນຄວາມຈຳເປັນດ້ວຍ. 17 ເຂົາຈະທ້ອນໂຮມມັນ, ແຕ່ຄົນຊອບທຳຈະໄດ້ນຸ່ງຫົ່ມເຄື່ອງນັ້ນ ຄົນສັດຊື່ຈະໄດ້ໃຊ້ເງິນຂອງພວກເຂົາ. 18 ຄົນຊົ່ວສ້າງເຮືອນໄວ້ດັ່ງໄຍແມງມຸມ ຫລືດັ່ງຕູບຂອງທາດຮັບໃຊ້ຄົນໜຶ່ງພວມເຝົ້າຍາມທົ່ງເຂົ້າ. 19 ເປັນເທື່ອສຸດທ້າຍ ທີ່ເຂົາເຈົ້າ ຈະເອ່ນຕົວນອນກັບຄວາມຮັ່ງມີ ເມື່ອຕື່ນຂຶ້ນມາກໍພົບວ່າຊັບສິນຫັບຫາຍໄປສິ້ນ. 20 ຄວາມຢ້ານໃຫຍ່ຈະຫລອນມາດັ່ງນໍ້າຖ້ວມນາ ລົມຕອນກາງຄືນຈະພັດພາພວກເຂົາໄປສິ້ນ. 21 ລົມຈາກທິດຕາເວັນອອກຈະພັດພວກເຂົາໄປໃຫ້ໄກ ຮື້ຮາກຖານຂອງພວກເຂົາໂຍນຖິ້ມຢ່າງຮ້າຍກາດ. 22 ມັນຈະພັດລົງໃສ່ພວກເຂົາໂດຍບໍ່ມີຄວາມປານີ ຂະນະທີ່ພວກເຂົາພະຍາຍາມປົບໜີໄປຢ່າງສຸດຂີດ. 23 ລົມໂຫ່ຮ້ອງໃສ່ພວກເຂົາເມື່ອແລ່ນໜີໄປ ໂດຍເຮັດໃຫ້ຢ້ານກົວອຳນາດທີ່ທຳລາຍພວກເຂົາໄດ້. |
@ 2012 United Bible Societies. All Rights Reserved.