Biblia Todo Logo
Bìoball air-loidhne

- Sanasan -

ພຣະທຳ​ໂຢບ 26 - ພຣະຄຳພີສັກສິ


ໂຢບ

1-2 “ພວກເຈົ້າ​ຊ່າງ​ຊ່ວຍເຫລືອ​ຂ້ອຍ​ດີ​ແທ້ໆ​ນໍ ຄື​ມີ​ຕໍ່​ຄົນ​ຍາກຈົນ​ຜູ້​ທີ່​ອ່ອນແຮງ​ດັ່ງ​ຂ້ອຍ​ນີ້

3 ຄຳແນະນຳ​ທີ່​ເຈົ້າ​ໃຫ້​ນັ້ນ​ຊ່າງ​ດີ​ເຫຼືອ​ຫລາຍ ແບ່ງປັນ​ຄວາມຮູ້​ທີ່​ເຈົ້າ​ມີ​ໃຫ້​ຄົນໂງ່ຈ້າ​ດັ່ງ​ຂ້ອຍ​ນີ້

4 ພວກເຈົ້າ​ຄິດວ່າ​ຜູ້ໃດ​ຈະ​ໄດ້ຍິນ​ທຸກ​ຄຳເວົ້າ​ພວກເຈົ້າ​ເດ? ຜູ້ໃດ​ໄດ້​ບັນດົນ​ໃຈ​ໃຫ້​ພວກເຈົ້າ​ເວົ້າ​ເຊັ່ນນີ້?”


(ບິນດາດ)

5 “ວິນຍານ​ຂອງ​ຄົນ​ຕາຍ​ນັ້ນ​ກໍ​ສັ່ນເຊັນ ໃນ​ນໍ້າ​ທັງຫລາຍ​ໃຕ້​ພື້ນ​ແຜ່ນດິນ​ໂລກ.

6 ແດນ​ມໍຣະນາ​ກໍ​ເປີດແບ​ອອກ​ຢູ່​ຕໍ່ໜ້າ​ພຣະອົງ ບໍ່ມີ​ຜ້າ​ປົກຄຸມ​ບັງ​ຈາກ​ສາຍຕາ​ຂອງ​ພຣະເຈົ້າ.

7 ພຣະເຈົ້າ​ໄດ້​ພື​ທ້ອງຟ້າ​ອອກ​ສູ່​ທາງທິດເໜືອ ແລະ​ແຂວນ​ແຜ່ນດິນ​ໂລກ​ໄວ້​ໃນ​ທີ່​ວ່າງເປົ່າ.

8 ແມ່ນ​ພຣະເຈົ້າ​ທີ່​ເຮັດ​ໃຫ້​ເມກ​ເຕັມ​ດ້ວຍ​ນໍ້າ​ຝົນ ແລະ​ຮັກສາ​ບໍ່​ໃຫ້​ຟົ້ງ​ໄປ​ໂດຍ​ມີ​ນໍ້າໜັກ​ເກີນໂພດ.

9 ພຣະອົງ​ປົກບັງ​ແສງ​ສ່ອງ​ຂອງເດືອນ​ເຕັມ​ດວງ ໂດຍ​ດຶງ​ເມກ​ທັງຫລາຍ​ມາ​ເປັນ​ຜ້າກັ້ງ​ບັງ​ໄວ້.

10 ພຣະອົງ​ໄດ້​ແຍກ​ແສງແຈ້ງ ອອກ​ຈາກ​ມືດ​ທັງໝົດ ໂດຍ​ໃຊ້​ວົງວຽນ​ໜຶ່ງ ເຄື່ອນ​ໄຫວ​ຢູ່​ເທິງ​ທະເລ​ກວ້າງ.

11 ເມື່ອ​ພຣະອົງ​ນາບຂູ່​ເສົາ​ຄໍ້າຟ້າ​ທັງຫລາຍ ເສົາ​ນັ້ນ​ກໍ​ຄອນແຄນ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ.

12 ກຳລັງ​ຂອງ​ພຣະເຈົ້າ​ເອົາ​ຊະນະ​ແມ່ນແຕ່​ທະເລ ໂດຍ​ຄວາມ​ຊຳນານ​ທຳລາຍ​ຣາຮາບ​ຜີບໍລິສາດ.

13 ລົມ​ຫາຍໃຈ​ຂອງ​ພຣະອົງ​ເຮັດ​ໃຫ້​ຟ້າ​ສະຫວັນ​ແຈ່ມໃສ ແລະ​ມື​ພຣະອົງ​ທີ່​ໃຊ້​ຂ້າ​ໄລ່​ຜີບໍລິສາດ​ໜີໄປ​ໄດ້.

14 ແຕ່​ສິ່ງ​ທີ່​ກ່າວ​ມາ​ນີ້ ເປັນ​ພຽງແຕ່​ກ່າວ​ເຖິງ​ອຳນາດ​ພຽງເລັກນ້ອຍ​ຂອງ​ພຣະອົງ ເປັນ​ພຽງແຕ່​ສຽງ​ຊິ່ມ​ຄ່ອຍໆ ທີ່​ພວກເຮົາ​ໄດ້ຍິນ​ເທົ່ານັ້ນ. ຖ້າດັ່ງນັ້ນ ຜູ້ໃດ​ແດ່​ທີ່​ມີ​ຄວາມ​ເຂົ້າໃຈ ເຖິງ​ຄວາມ​ຍິ່ງໃຫຍ່​ອັນ​ແທ້ຈິງ​ຂອງ​ພຣະເຈົ້າ​ໄດ້​ແດ່?”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan